ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-10 16:04:44    
ກີບ​ດອກ​ໄມ້​ທ່ີ​ບິນ​ມາ

cri

ທ່ີ​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ວັນ​ທີ 10 ກັນຍາ​ແມ່ນ​ວັນ​ຄູ​ຈີນ​. ​ໃນ​ລາຍການ​ນັດ​ພົບ​ໃນ​ວັນ​ທິດ​ພາກ​ນີ້, ຂ້າພະ​ເຈົ້າ​ໄດ້​ຈັດ​ເອົາເພງ​ຍ້ອງຍໍ​ສໍລະ​ເສີນ​ຄູ​ປະມວນ​ໜ່ຶງມາ​ສູ່​ຟັງ, ​ອີກ​ປະມານ​ເດືອນ​ໜ່ຶງ​ກໍ​ຈະ​ຮອດ​ວັນ​ຄູ​ແຫ່ງ​ຊາດ​ລາວ​ແລ້ວ, ພວກ​ເຮົາຂໍ​ຝາກ​ຄຳ​ອວຍພອນອັນ​ປະ​ເສີດ​ໄປ​ຕາມ​ເພງ​ໄປ​ຍັງ​ຄູລາວ​ໝົດ​ທຸກ​ຄົນ, ສະ​ແດງ​ຄວາມ​ໂຄລົບ​ນັບຖື​ຢ່າງ​ສູງ​ມາ​ຍັງຄູ​ລາວ​ໃນ​ໂອກາດ​ວັນ​ຄູ​ນີ້.

ທ່ີ​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ "ຫຼາວ​ຊ່ື​ເຕີ​ເຊ່ິງຢື້" "ວັນຄ້າຍ​ວັນ​ເກີດ​ຂອງ​ຄູ", ​ເນື້ອ​ເພງ​ຮ້ອງ​ວ່າ: ມື້​ນີ​້ແມ່ນ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ ຄູ​ທ່ີ​ຮັກ​. ພວກ​ເຮົາ​ມີ​ຄວາມ​​ປາຖະໜາ​ນ້ອຍໆ, ຂໍ​ອວຍພອນ​ໃຫ້​ທ່ານ​ຈ່ົງ​ມີ​ຄວາມສຸກ​ແລະ​ສຸຂະພາບ​ເຂັ້ມ​ແຂງ​​ຕະຫຼອດ​ໄປ. ຄູ​ທ່ີ​ຮັກ​ແພງ, ບໍ່​ວ່າ​ພວກ​ເຮົາ​ຈະ​ໄປ​ຢູ່​ໃສ, ພວກ​ເຮົາກໍ​ຈະ​ບໍ່ລືມ​ຄວາມ​ຫວັງ​ຂອງ​ຄູ​ຈົນ​ເທ່ົາ​ໃດໆ".

ຢູ່​ຈີນ ຄົນ​ທັງຫຼາຍມັກ​ປຽບ​ຄູ​ເປັນ​ຜູ່​​ເຮັດ​ສວນ​, ພວກ​​ເພ່ິນຫຼໍ່ລ້ຽງ​ຕົ້ນ​ໄມ້ຕົ້ນໝາກ​ດ້ວຍ​ນ້ຳ​ເຫ່ືອ​ນ້ຳແຮງ​ແຫ່ງ​ຄວາມ​ດຸ​ໝ່ັນ, ​ໄດ້​ຮັບ​ໝາກຜົນ​​ອຸດົມສົມບູນ. ຍັງ​ມີ​ຄົນ​ປຽບຄູ​ເປັນ​ທຽນ​ໄຂ, ​ເຍືອງທາງ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ພວກ​ເດັກນ້ອຍ. ຕໍ່​ໄປ​ເຊີນ​ຟັງ​ເພງ "ຊ້າງ​ເກີຍ​ລາວ​ຊ່ື​ເຕີ​ເກີ່" ​ແປ​ວ່າ "​ເພງ​ສັນລະ​ເສີນ​ຄູ". ​ເນື້ອ​ເພງ​ຮ້ອງ​ວ່າ: ສາຍລົມຍາ​ມ​ແລງພັດ​​ຕົ້ນ​ໄຄ້​ສ້ອຍ​ໄກວ​ໂອ້ນ​ເອ້​ນ​, ຜູ່​ເຮັດ​ສວນ​ທ່ີດຸ​ໝ່ັນ​ຄ່ຳ​ມືດ​ແລ້ວ​ຈ່ຶງ​ກັບ​ເມືອ​​ເຮືອນ, ​​ເປັນ​ຫ່ວງ​ນຳ​ເບ້ຍ​ພັນຕົ້ນໝ່ືນ​ຕົ້ນ. ຄູທ່ີ​​ໂຄລົບຮັກ, ຄູ​ລືມ​​ຕົນ​ເອງ, ລືມ​ຄວາມ​ອິດ​​ເມ່ືອຍ, ​ຄູ​ປຽບ​ເໝືອນທຽນ​​ໄຂ​ທ່ີ​ໄຕ້​ໄວ້, ​ເຍືອງ​ທາງ​​ໃຫ້​ພວກ​ເດັກນ້ອຍເຕີບ​​ໃຫຍ່.

ຕໍ່​ໄປ​ເຊີນ​ຟັງ​ເພງ "​​ໃນ​ເວລາ​ຂ້ອຍ​ຍ່າງ​ຜ່ານ​ປ່ອງຢ້ຽມຂອງ​ຄູ" ຂັບຮ້ອງ​ໂດຍ​ຄະນະ​​ຮ້ອງ​ຮ່ວມ​ໝູ່​ເຍົາວະ​ຊົນ​ສະຖານີ​ວິທະຍຸ​ກະຈາຍສຽງ​ປະຊາຊົນ​ສູນ​ກາງ​ຈີນ. ​ເພງ​ວາດ​ພາບ​ອັນ​ເປັນ​ໜ້າຕື້ນ​ຕັນ​ໃຈຂອງ​ຄູ​ທ່ີ​​ເຮັດ​ວຽກ​ຈົນ​ຮອດ​ເດິກ​ດ່ືນ ກຽມຫຼັກສູດ​ການ​ສອນ​ໃຫ້​ນັກຮຽນ​ໃນ​ມື້​ໃໝ່.

​ເພງ "​ເຟີຍຫຼາຍ​ເຕີ​ຮວ່າ​ປ່ານ" ​ແປ​ວ່າ "ກີບ​ດອກ​ໄມ້​ທ່ີ​ບິນ​ມາ" ​ແມ່ນ​ເພງ​ໜ່ຶງ​ທ່ີ​ແຕ່ງ​ສະເພາະ​ຄະນະ​ຮ້ອງ​ຮວມ​ໝູ່​ຂອງຄູ​ນະຄອນປັກ​ກ່ິງ​ຈີນ. ນາງ​ວ້າງອານ ຜູ່​ແຕ່ງ​ເນື້ອ​ຮ້ອງເຄີຍ​ເປັນຄູ, ຈ່ຶງ​ຮູ້​ນັກຮຽນດີ​ທ່ີ​ສຸດ, ​ໃນ​ເນື້ອ​ເພງ ນາງ​ປຽບ​ຈົດໝາຍ​ທ່ີ​ນັກຮຽນ​ຝາກ​ມາ​ໃຫ້​ເປັນ​ກີບ​ດອກ​ໄມ້​ສີ​ທ່ີ​ສວຍງາມ, ຍ້ອງຍໍ​ສໍລະ​ເສີນ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊ່ິງ​ລະ​ຫວ່າງ​ຄູ​ກັບ​ນັກຮຽນ. ​ທຳນອງ​ເພງ​ທ່ີໄພ​ເລາະ​ເພາະ​ຫູ, ​ໄດ້ສະ​ແດງ​ເຖິງ​ຄວາມ​ຮັກ​ອັນ​ຈິງ​ໃຈ​ຂອງ​ນັກ​ຮຽນ​ທັງ​ຫຼາຍທ່ີ​ມີ​ຕໍ່​ຄູ​.

(ເນື້ອເພງ)ຈົດໝາຍ​ທ່ີ​ຝາກ​ມາ​ໃຫ້ ​ເໝືອນກັບກີບ​ດອກ​ໄມ້​ນາໆສີ​, ​ຝາກ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ອັນ​ຈິງ​ໃຈ. ​ສ່ົງ​ຄວາມ​ຖາມ​ຂ່າວ​ອັນ​ສະໜິດສະໜົມ, ​ແມ່ນບົດ​ຄຳ​ຕອບທ່ີ​ດີ​ເດ່ັນ, ​ແມ່ນກີບ​ດອກ​ໄມ້​ທ່ີສ່ົງ​ກ່ິນ​ຫອມ​ຫວນ​ໃນ​ລົມ​ລະດູບານ​ໃໝ່, ຕອບ​ຄວາມ​ອວຍພອນ​ຂອງ​ຄູ​ໃນ​ຫຼາຍປີກ່ອນ.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ກໍ​ຈະ​ສ້ຽງ​ສຸດ​ລົງ​ແລ້ວ, ​​ມ້ວນ​ທ້າຍ​​ລາຍ​ການ​ນີ້, ​ເຊີນ​ຟັງ​ເພງ "ວັນ​ຄ້າຍ​ວັນ​ເກີດ​ຂອງ​ຄູ" ອີກ​ເທ່ືອ​ໜ່ຶງ, ຂໍ​ອວຍ​ພອນ​ໃຫ້​ຄູ​ຈ່ົງ​ມີ​ສຸ​ຂະ​ພາບ​ເຂັ້​ມ​ແຂງ​​ຕະ​ຫຼອດ​ໄປ, ຂອບ​ໃຈ​ທ່ີ​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາ​ທິດ​ໜ້າ, ສະ​ບາຍດີ.