ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-13 15:33:18    
ງານ​ສິລະ​ປະຈີນ​ຄັ້ງທີ 7 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຫາງໂຈ​່ວ(ພາບ)

cri Author: huang

ຕາມ​ຂ່າວCRI: ວັນ​ທີ 10 ກັນຍາ​ນີ້ ງານສິລະ​ປະ​ຈີນ​ຄັ້ງທີ 7 ​ໄດ້​ຈັດຂຶ້ນຢູ່​ເມືອງ​ຫາງ​ໂຈ່​ວ ທາງ​ພາກ​​ໃຕ້​ຂອງ​ຈີນ.

ງານ​ສິລະ​ປະ​ຈີນ​ແມ່ນ​ງານ​ສິລະ​ປະ​ແຫ່ງ​ຊາດ​ຈີນ​ທ່ີ​ມີ​ລະດັບ​ສູງ​ສຸດ​ແລະ​ຂະໜາດ​ໃຫຍ່​ກວ່າ​ໝູ່. ບາ​ສາມ​ປີ​ຈັດ​ຂຶ້ນ​ເທ່ືອ​ໜ່ຶງ. ​ແຕ່​ສ້າງຕັ້ງຂຶ້ນ​ເມ່ືອ​ປີ 1987 ​ເປັນຕົ້ນມາ, ​ໄດ້​ຈັດຂຶ້ນ 6 ຄັ້ງ​ຢ່າງ​ສຳ​ເລັດ​ຜົນແລ້ວ. ​ໃນ​ຖານະ​ເປັນ​ການ​ເຄ່ືອນ​ໄຫວ​ສິລະ​ປະ​ແບບ​ສັງ​ລວມທ່ີ​ມີ​ລະດັບ​ສູງ​ລາຍ​ໜ່ຶງ, ງານ​ສິລະ​ປະ​ຈີນ​ໄດ້​ກາຍ​ເປັນ​ຮູບ​ການ​ທ່ີ​ດີ​ໃນ​ການ​ສ່ົງ​ເສີມ​ວັດທະນະທຳ​ອັນ​ດີ​ເລີ​ດຂອງ​ປະຊາ​ຊາດ​ຈີນ ​ແລະ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດ​ທະ​ນະທຳ​ຂອງ​ມວນ​ຊົນ​ອຸດົມສົມ​ບູນຂຶ້ນ.

    

ທ່ານ​ຈາວ​ເວີຍຊຸຍ ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຈີນ ຮອງ​ຫົວໜ້າ​ຄະນະ​ກຳມະການ​ຈັດ​ງານ​ສິລະ​ປະ​ຈີນ​ຄັ້ງທີ 7 ​ເວົ້າວ່າ: ງານ​ສິລະ​ປະ​ຈີນ​ພວມ​ກາຍ​ເປັນ​ເລ່ືອງ​ໃຫຍ່​ເລ່ືອງ​ໜ່ຶງ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ເປັນ​ກ້າວໆ, ກາຍ​ເປັນ​ເວທີ​ໃຫຍ່​ທ່ີ​ຊຸມນຸມ​ສິລະ​ປະຍອດ​ຢ້ຽມ ຊຸກ​ຍູ້​ໃຫ້​ວັດທະນະທຳ​ຈະ​ເລີ​ນຮຸ່ງ​ເຮືອງ, ກາຍ​ເປັນ​ງານ​ສິລະ​ປະ​ອັນ​ມະ​ໂຫລານ​ແລະ​ວັນ​ບຸນ​ຂອງ​ປະຊາຊົນ​ທ່ີ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການດ້ານ​ວັດທະນະທຳ​ທາງ​ຈິດ​ໃຈຂອງ​ມວນ​ຊົນ​ອັນ​ໄພ​ສານ.

ຕາມ​ສະ​ເໜີ​ວ່າ, ງານ​ສິລະ​ປະຄັ້ງທີ 7 ​ແມ່ນ​ຄັ້ງໜ່ຶງ​ທ່ີ​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່ ມີ​ຄົນ​ເຂົ້າຮ່ວມຫຼາຍກວ່າ​ໝູ່​ແລະ​ມີ​ລາຍການ​ສະ​ແດງຫຼາຍກວ່າ​ໝູ່​ໃນ​ງານ​ສິລະ​ປະ​ຈີນ​ທຸກ​ຄັ້ງທ່ີ​ຜ່ານ​ມາ, ​ໄດ້​ຈັດ​ໃຫ້ມີ 50 ລາຍການ​ໃຫຍ່​ທ່ີ​ມາ​ຈາກ 26 ​ແຂວງ ກຳ​ແພງ​ນະຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ຈີນ. ຮູບ​ການ​ສິລະ​ປະ​ລວມທັງ ລະຄອນ​ຟ້ອນ ລະຄອນ​ເວົ້າ ງິ້ວປັກ​ກ່ິງ ​ລະຄອນ​ຮ້ອງ ລະຄອນດົນຕີ​ແລະ​ລະຄອນ​ທ້ອງ​ຖ່ິນ​ຄື ງິ້ວ​ແຂວງ​ເຈີ​ຈຽງ​ແລະ​ງິ້ວຮວາ​ກູເປັນຕົ້ນ, ​ໄດ້​ຊຸມນຸມ​ບົດ​ປະພັນ​ສິລະ​ປະ​ອັນ​ຍອດ​ຢ້ຽມທ່ີ​ຂົງ​ເຂດ​ສິລະ​ປະ​ເວທີ​ຟ້ອນ​ຂອງ​ຈີນແຕ່ງ​ໃນຫຼາຍປີ​ມາ​ນີ້​​, ​ໄດ້​ສະ​ແດງ​ໃຫ້​ເຫັນ​ໝາກຜົນ​ປະດິດ​ຄິດ​ແຕ່ງ​ຫຼ້າສຸດ​ໃນ​​ແຫ່ງ​ຕ່າງໆ​ຂອງ​ຈີນ.

ນອກຈາກ​ມີ​ລາຍການ​ສະ​ແດງ​ເປັນ​ຈຳນວນຫຼວງຫຼາຍ ​ແລະມີຫຼາຍຮູບຫຼາຍ​ແບບ​ແລ້ວ, ຈຸດ​​ເດ່ັນ​ກວ່າ​ໝູ່​ໃນ​ງານ​ສິລະ​ປະຄັ້ງນີ້​ແມ່ນ​ໄດ້​​ປະ​ກວດ​ລາງວັນ "​ເວີນ​ຮວາ" ​ເຊ່ິງ​ເປັນ​ລາງວັນສິລະ​ປະ​ຂອງ​ລັດຖະບານ​ຈີນ​ແລະ "ລາງວັນ​ສິນ​ຊິງ" ​ເຊ່ິງ​ເປັນ​ລາງວັນ​ສິລະ​ປະ​ມະຫາຊົນໃນ​ງານ​ສິລະ​ປະ​ຄັ້ງນີ້ເປັນ​ເທື່ອ​ທຳ​ອິດ, ​ເຮັດ​ໃຫ້​ງານ​ສິລະ​ປະ​ຈີນ​ກາຍ​ເປັນ​ງານ​ສິລະ​ປະ​ອັນ​ມະ​ໂຫລານທ່ີ​ຊິງ​​ເອົາລາງວັນ​ສິລະ​ປະ​ເວທີ​ແຫ່ງ​ຊາດ​ສູງ​ສຸດ ​ແລະສະ​ແດງ​ໃຫ້​ເຫັນ​ລະ​ດັບ​ສູງ​ສຸດ​ຂອງ​ສິລະ​ປະ​ເວທີ​ແຫ່ງ​ຊາດ​ຢ່າງ​ແທ້​ຈິງ​.

ຕາມ​ໄດ້​ຊາບ, ​ໃນ​ໄລຍະ​ຈັດ​ງານ​ສິລະ​ປະຄັ້ງນີ້, ຈະ​ປະ​ກວດ 10 ລາຍການ​​ລາງວັນ "​ເວີນ​ຮວາ" ​ແລະ 105 ລາຍການ​ລາງວັນ "ສິນ​ຊິງ" ຈາກ​ 50 ລາຍການ​ໃຫຍ່. ທ່ານ​ຈາວ​ຈິງ​ປໍ ຜູ່​ຊ່ຽວຊານທ່ີ​ເປັນສະມາຊິກ​ຄະນະປະ​ກວດຂອງ​ງານ​ສິລະ​ປະ​ຮູ້ສຶກ​ດີ​ອົກ​ດີ​ໃຈ​ຕໍ່​ລະດັບສັງ​ລວມຂອງ​ບົດປະພັນທ່ີ​ເຂົ້າຮ່ວມ​ການສະ​ແດງ​ໃນ​ງານ​ສິລະ​ປະຄັ້ງນີ້​ໄດ້​ຍົກ​ສູງ​ຂຶ້ນ. ທ່ານ​ເຫັນ​ວ່າ, ​​ໃນຫຼາຍປີ​ມາ​ນີ້, ສິລະ​ປະ​ເວທີງິ້ວ​ແລະ​ລະ​ຄອນ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອ​ງ​ໄວ, ​ໄດ້​ປະກົດ​ມີ​ບົດປະ​ພັນ​ທ່ີ​ດີ​ເລີດ​ເປັນ​ຈຳນວນ​ຫຼວງຫຼາຍ. ທ່ານ​ເວົ້າວ່າ: ​ໃນຫຼາຍປີ​ມາ​ນີ້ ງິ້ວ​ແລະ​ລະ​ຄອນ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ໃຫຍ່ຫຼວງ. ການ​ພັດທະນາ​ນີ້ ກ່ອນ​ອື່ນ​ແມ່ນ​ຍ້ອນ​ທາງ​ລັດ​ໄດ້​ເອົາ​ໃຈ​ໃສ່, ອີກ​ອັນ​ໜ່ຶງ​ແມ່ນ​ບຸກຄົນວົງ​ການ​ສິລະ​ປະ​ໄດ້​ພະຍາຍາມ, ສາມ, ມວນ​ຊົນ​ສະໜັບສະໜູນ​ແລະ​ນິຍົມ​ຊົມ​ຊອບ, ​ໂດຍ​ສະ​ເພາະ​ແມ່ນປະ​ເທດ​ຈີ​ນພວກ​ເຮົາ​ເອົາ​ໃຈ​ໃສ່​ນຳ​ການ​ແຕ່ງ​ລະຄອນ​ໃໝ່, ມີລະຄອນ​ໃໝ່​ທ່ີດີ​ຢ່າງ​ຫຼວງ​ຫຼາຍ, ​ແລະ​ມີກ່ິນ​ອາຍ​ຍຸກ​ສະ​ໄໝແລະ​ກ່ິນ​ອາຍ​ທັນ​ສະ​ໄໝ. ອີກ​ດ້ານ​ໜ່ຶງ ພວກ​​ເຮົາກໍ​ເອົາ​ໃຈ​ໃສ່​ນຳ​ການ​ດັດ​ແປງ​ແລະ​ຮຽບຮຽງ​​ໃໝ່​ຕໍ່​ສິລະ​ປະດັ້ງ​ເດີມ​ທ່ີ​ເປັນ​ຂອງ​ຊາດ​ຕົນ. ຂ້າພະ​ເຈົ້າ​ເຫັນ​ວ່າ ​ເວົ້າ​ໃນ​ຈຸດ​ນີ້​ແລ້ວ, ກໍ​ໄດ້​ເຮັດ​ໃຫ້​ການແຕ່ງບົດ​ງິ້ວ​ແລະ​ບົດ​ລະ​ຄອນ​ຂອງ​ພວກ​ເຮົາ​ໃນ​ສະ​ເພາະ​ໜ້າ​ນີ້​​ຈະ​ເລີ​ນຮຸ່ງ​ເຮືອງ​ຂຶ້ນ.

   ງານ​ສິລະ​ປະ​ເທ່ືອ​ນີ້​ຍັງ​ໄດ້​ເຊື້ອ​ເຊີນ​ຄະນະ​ສິລະ​ປະ 8 ຄະນະ​ຈາກ​ເຢຍລະ​ມັນ ອາ​ເມ​ລິ​ກາ ຮົງ​ກາລີ​ແລະ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນ​ມາ​ເຂົ້າຮ່ວມ​ການສະ​ແດງ, ​ໃນ​ນັ້ນມີ "ສຽງ​ຂອງ​ດົນຕີ" ລະຄອນ​ດົນຕີ​ແຫ່ງ​ໂບຼ​ເວ​ອາ​ເມ​ລິ​ກາ "ສະ​ປາ​ຕາ​ກຸສ" ລະຄອນ​ຟ້ອນ​ຂອງ​ຄະນະ​ຟ້ອນ​ບາ​ເລ​ແຫ່ງ​ຊາດ​ຮົງ​ກາລີ​ເປັນຕົ້ນ. ງານ​ສິລະ​ປະຄັ້ງທີ 7 ຈະ​ອັດ​ລົງ​ໃນ​ວັນ​ທີ 26 ກັນຍາ.