ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-13 21:20:03    
ອາຫານ​ບາງ​ຢ່າງ​ຈະ​ເຮັດ​ໃຫ້​ຄົນ​ແກ່​ກ່ອນ​​ໄວ

cri

ໃນ​ຊີວິດ​ປະຈຳ​ວັນ,ພວກ​ເຮົາ​​ມັກ​ຈະ​ເຫັນປະກົດ​ການ​ດ່ັງ​ນີ້​ທ່ີ​ວ່າຄົນ​ທ່ີອາຍທໍ່​ນັ້ນ​ແລະສະພາບ​ແວດ​ລ້ອມ​ວຽກ​ງານກໍ​ຄື​ກັນ​ແຕ່​ເບ່ິງຮູບ​ນອກ​ອາດ​ຈະ​ຫຼຸດ​ກັນ​ຕັ້ງ10ປີ ຈົນ​ຫຼາຍ​ກວ່າ​ນັ້ນ,ປະກົດ​ການ​ແກ່​ກ່ອນ​ໄວ​ຊະນິດ​ນີ້​ແມ່ນ​ມີ​ຫຼາຍ​ມູນ​ເຫດ,ການ​ມັກ​ກິນ​ອາຫານ​ບາງ​ຢ່າງ​ເຮັດ​ໃຫ້​ຄົນ​​ເຖົ້າ​ໄວ​ກໍ່​ແມ່ນ​ມູນ​ເຫດ​ສຳຄັນ,ຄັນຊັ້ນ,ອາຫານ​ປະ​ເພດ​ໃດ​ເຮັດ​ໃຫ້​ເຖົ້າ​ໄວ,ຕາມ​ທ່ີ​ໄດ້ຮູ້​ແລ້ວ.


1 ກໍ​ຄື:ອາຫານ​ເອືອບ​ຫຼື​ດອງ​,​ໃນ​ເວລາ​ເຮົາ​ເອືອບ​ຫຼື​ດອງ​ອາຫານ​ເຊັ່ນ:ປາ ຊິ້ນ​ແລະ​ພັກ​ນັ້ນ,​ເກືອ​ທ່ີ​ເຮົາ​ໃສ່​ໃນ​ອາຫານ​ເຫຼົ່າ​ນີ້​ຈະ​ຫັນປ່ຽນ​ທາດ​ນີຕຼິດ,ພາຍ​ໃຕ້​ການ​ເລ່ັງຂອງ​ເຊື້ອ​ເຫັດ​ໃນ​ຮ່າງກາຍ​ຄົນ​ເຮົາ,ມັນ​ຈະ​ໄປ​ປະສົມ​ກັບ​ວັດຖຸ​ປະ​ເພດ​ຕ່າງໆ​ຢູ່​ພາຍ​ໃນ​ຮ່າງກາຍ,​ແລ້ວ​ກາຍ​ເປັນ​ວັດຖຸ​ປະ​ເພດ​ອີ​ມິນ​ທ່ີ​ພາ​ໃຫ້​ເປັນ​ໂລກ​ມະ​ເຣັງ,ຄົນ​ເຮົາ​ກິນ​ວັດຖຸ​ຊະນິດ​ນີ້​ຫຼາຍ​ກໍ​ອາດ​ຈະ​ພາ​ໃຫ້​ເຫັນ​ໂລກມະ​ເຣັງງ່າຍ,​ແລະ​ຊຸກ​ຍູ້​ໃຫ້​ຮ່າ​ງກາຍ​ອ່ອນ​ໂຊມ​ໄວ​ເຂົ້າ


ອາຫານ​ທ່ີ​ພາ​ໃຫ້​ເຖົ້າ​ໄວ,ປະ​ເພດ​ທ່ີ​ສອງ​ແມ່ນ​ອາຫານ​ທ່ີ​ຕົກ​ໂຫມກຂຶ້ນ​ຮາ,​ໃນ​ເວລາ​ເຂົ້າ​ນ້ຳມັນ ຖ່ິວດິນ ຫມາກ​ຖ່ົວ​ຕ່າງໆ​ ຊິ້ນ​ແລະ​ປາ​ເປັນ​ຕົ້ນຕົກ​​ໂຫມກຫຼື​ຂຶ້ນ​ຮາ​ນັ້ນ,ຈະ​ມີ​ເຊື້ອ​ໂຫມກ​ເປັນ​ຈຳນວນ​ຫຼວງ​ຫຼາຍ,ຖ້າ​ກິນ​ອາຫານ​ຕົກ​ໂຫມກ​ເຫຼົ່າ​ນີ້​ເຂົ້າ​ໄປ,ຈະ​​ເບ່ືອ​ທັນທີ,ຜູ່​ອາຫານ​ເບົາ​ຈະ​ຖອກທ້ອງ ຮາກ ວິ​ນຫົວ ລາຍ​ຫູລາ​ຍຕາ,ຫງຸດຫງິດ,ລຳ​ໄສ​ອັກ​ເສບ ຫູ​ຫນັກ​ເຂົ້າ​ແລະ​ອ່ອນ​ເພບ​ຫມົດ​ຕົນ​ໂຕ​ແລະ​ອ່ືນໆ,​ຖ້າ​ຜູ່​ເປັນ​ຫນັກ​ອາດ​ຈະ​ເຮັດ​ໃຫ້​ເປັນ​ໂຣກມະ​ເຣັງ,​ແລະ​ເຮັດ​ໃຫ້​ຄົນ​ເຖົ້າ​ໄວ


ປະ​ເພດ​ທີ​ສາມ:​​ແມ່ນ​ເກີ້ມ​ນ້ຳ
ເຕົາ​ນ້ຳ​ຊາ ຫຼື​ກາ​ນ້ຳ ຖ້າ​ໃຊ້​ດົນ​ແລ້​ວ,ກໍ​ຈະ​ເກີດ​ມີ​ເກີ້ມ​ນ້ຳ,ຖ້າ​ບໍ່​ລ້າງ​ຖິ້ມ ພາດ​ຂະນະ​ທ່ີ​ມີ​ເກີ້ມ​ນ້ຳ​ຈະ​ເຮັດ​ໃຫ້​ລະບົບ​ຍ່ອຍ​ອາຫານ ​ເສັ້ນປະສາດ ລະບົບ​ປັດສາວະ,ລະບົບ​ສ້າງ​ເລືອດ​ແລະ​ລະບົບ​ຫມູນວຽນ​ເປັນ​ຕົ້ນ​ເປັນ​ພ​ະຍາດ,​ແລ້ວ​ພາ​ໃຫ້​ຄົນ​ເຖົ້າ​ໄວ,ນີ້​ແມ່ນ​ຍ້ອນ​ວ່າ​ໃນ​​ເກີ້ມ​ນ້​ຳມີ​ສານ​ໂລຫະ​ທ່ີ​ມີ​ຜົນ​ຮ້າຍ​ຫຼາຍ​ຢ່າງ​ເຊັ່ນ:ທາດ​ຄັດ​ມຽມ,ນ້ຳ​ບາ ອາກ​ເຊ​ັກນິດ ອາ​ລູນິຍົມ​ເປັນ​ຕົ້ນ,ນັກວິທະຍາສາດ​ເຄີຍ​ເອົາ​ເກີ້ມ​ນ້ຳ​ໃນ​ກະຕິກ​ນ້ຳ​ຮ້ອນ​ທ່ີ​ໃຊ້ 98 ມື້ຶ້​​ແລ້ວ​​ໄກ​ແຍກ​ທາດ​ຊອກ​ເຫັນ​ສານ​ໂລຫະ​ທ່່ີມີ​ຜົນຮ້າຍ​ຫຼາຍ​ຢ່າ​ງ,ສານ​ໂລຫະ​​ເຫຼົ່ານີ້​ຕໍ່​ຮ່າງກາຍ​ຄົນ​ເຮົາ​ທ່ີ​ສຸດ,
ວັດຖຸ​ປະ​ເພດ​ທ່ີ​ສ່ີ​ແມ່ນ,ຄວັນ​ໃນ​ເວ​ລາ​ທ່ີ​ເປັນ​ໂທດ​ຕ່າ​ງໆ​ເຊັ່ນ​ຄວັນ​ເຕົາ​ໄຟ ຄວັນ​ຖ່ານຫີນ ຄວັນ​ຢາສູບ​ແລະ​ຂີ້​ຝຸ່ນ​ຖືກ​ລືບ​ເຂົ້າ​ທາງ​ຫຼອດລົມ​​ໄປ​ສູ່​ປອດ,​ແຊກ​ຊຶມ​ເຂົ້າ​ໄປ​ເລືອດ​ແລ້ວ,ກໍ​່ຈະ​ທຳລາຍ​ສຸຂະພາບ​ຂອງ​ຄົນ​ເຮົາ​ຢ່າງ​ແຮງ,​ໂດຍ​ສະ​ເພາະ​​ແມ່ນ​ຜູ່​ສູບຢາ,ຄວັນ​ກອກຢາ​ເຂົ້າ​ໄປ​ຮອດ​ປອດ,ຈະ​ເຮັດ​ໃຫ້​ສາຍ​ເລ​ືອດ​ແຂງ​ດ້ານ,ຊຸກ​ຍູ້​ໃຫ້​ຄົນ​ເຖົ້າ​ໄວ


ວັດຖຸ​ປະ​ເພດ​ທີ 5 ທ່ີ​ພາ​ໃຫ້​ຄົນ​​ເຖົ້າ​ໄວ​ແມ່ນ​ໄຂມັນ
ພະນັກງານ​ຄົ້ນຄວ້າ​ໄດ້​ປະ​ຫົດ​ເຫັນ​ວ່າ,ຫຼັງ​ຈາກ​ໄຂມັນ​ອອກ​ຊິດ​ເຂົ້າ​ສູ່​ຮ່າງກາຍ​ຄົນ​ເຮົາ​ແລ້ວ,ຈະ​ເກີດ​ມີ​ບົດບາດ​ທຳລາຍ​ຢ່າງ​ຮ້າຍ​ແຮງ​ຕໍ່​ລະບົບ​ກົດ​ສົ້ມ​ແລະ​ວິດ​ຕາ​ມິນ​ໃນ​ຮ່າງກາຍ,​ແລະ​ຊຸກ​ຍູ້​ໃຫ້​ຄົນ​ເຮົາ​ເຖົ້າ​ໄວ