|
|
(GMT+08:00)
2004-09-15 13:55:32
|
|
ຮຽນຍ່າງຢູ່ຫານຕ່ານ
cri
Author: zs
ຕາມເລ່ົາລືກັນມາວ່າ,ເມື່ອສອງພັນປີກ່ອນ,ຢູ່ໂຊ້ວລິງເມືອງອ້ຽນມີຊາວໜຸ່ມຜູ່ໜ່ຶງ,ມີ ຊີວິດອີ່ມໜຳສຳລານ,ບໍ່ຕ້ອງເປັນຫ່ວງນຳການຢູ່ການກິນ,ເບ່ິງໜ້າຕາກໍພໍປານກາງ,ບໍ່ຂີ້ເຮິຂີ້ ຮ້າຍຫຍັງ,ແຕ່ເຂົາພັດຂາດຄວາມໝັ້ນໃຈຕໍ່ຕົນເອງ,ມັກຕຳ່ຄ້ອຍນ້ອຍໃຈ,ຮູ້ສຶກວ່າ,ເຄ່ືອງ ນຸ່ງຂອງໂຕກໍບໍ່ງາມທໍ່ຂອງຜູ່ອື່ນ,ອາຫານກໍບໍ່ແຊບທໍ່ຜູ່ອື່ນ,ທ່າຢືນທ່ານ່ັງກໍບໍ່ງາມຄືຜູ່ອື່ນ. ເຂົາເຫັນອັນໃດກໍຮຽນເອົາແບບ,ແຕ່ຮຽນແລ້ວພັດລືມໄປ,ເຖິງວ່າ້ຮຽນຫຼາຍຢ່າງຫຼາຍແນວ,ແຕ່ອັນໃດກໍບໍ່ໄດ້ເລື່ອງ,ຈົນບໍ່ຮູ້ວ່າຕົນເອງຄວນເຮັດແນວໃດ.
ພໍ່ແມ່ພ່ີນ້ອງໃຜກໍເຕືອນໃຫ້ເຂົາປ່ຽນແປງນິໄສນີ້,ແຕ່ເຂົາພັດຖືວ່າພວກພ່ີນ້ອງຜູກມັດເຂົາຫຼາຍໂພດ.ຍາດພີ່ນ້ອງແລະຂ້າງເຮືອນຖືເຂົາເປັນຄົນທ່ີບໍ່ມີມານະຈິດ,ຮຽນອັນໃດກໍຮຽນບໍ່ສຸດ,ແຕ່ເຂົາກໍບໍ່ຟັງ.ເວລາຜ່ານໄປດົນແລ້ວ,ເຂົາຈົນສົງໄສຕົນເອງຄວນຍ່າງແບບນີ້ບໍ່, ນັບມື້ນັບຮູ້ສຶກວ່າ,ວາດຍ່າງຂອງຕົນເອງຂີ້ຮ້າຍໂພດ.
ມື້ໜ່ຶງ,ຢູ່ກາງທາງ,ເຂົາໄດ້ເຫັນຫຼາຍຄົນເວົ້າຫຼິ້ນເວົ້າຫົວມານຳທາງ,ເຂົາໄດ້ຍິນຜູ່ໜ່ຶງ ເວົ້າວ່າ,ວາດຍ່າງຂອງຄົນຫານຕ່ານຈັ່ງແມ່ນງາມເອົາແທ້ເອົາວ່າ,ພໍດີແມ່ນເລ່ືອງທີ່ເຂົາພວມຄຶດຢູ່,ເລີຍຟ້າວຍ່າງໄປຖາມ,ແຕ່ບໍ່ນຶກເລີຍວ່າ,ຄົນເຫຼົ່ານັ້ນຫຼຽວເບິ່ງເຂົາບາດໜຶ່ງ,ຫົວອາກໆຂຶ້ນແລ້ວພາກັນຍ່າງໜີ.
ວາດຍ່າງຂອງຄົນຫານຕານງາມແບບໃດ?ເຂົາຄິດຈັ່ງໃດກໍບໍ່ອອກ,ຈ່ຶງກາຍເປັນເລ່ືອງຂ້ອງຄາຢູ່ໃນໃຈ.ໃນທ່ີສຸດ,ເຂົາອຳພ່ໍແມ່ພີ່ນ້ອງ,ຕັ້ງເດີນທາງໄປຮຽນຍ່າງທາງຢູ່ຫານຕ່ານທ່ີຢູ່ກວງໄກ.
ພໍໄປຮອດຫານຕ່ານ,ເຂົາຮູ້ສຶກວ່າບ່ອນໃດກໍຕ່າງ,ຈົນລາຍຫູລາຍຕາ.ເຫັນເດັກນ້ອຍຍ່າງ,ດີດໆເຕັ້ນໆໜ້າຮັກດີ,ເຂົາກໍຮຽນນຳ;ເຫັນຜູ່ເຖົ້າຍ່າງຊ້າໆ,ເຂົາເຫັນວ່າຄ່ຽມດີ,ກໍຮຽນນຳ;ເຫັນແມ່ຍິງຍ່າງແບບແອວອ່ອນ,ເຂົາກໍຮູ້ສຶກງາມ,ຢາກຮຽນນຳ.ຮຽນໄປຮຽນມາ,ພຽງແຕ່ເຄ່ິງເດືອນ,ເຂົາຈົນຍ່າງບໍ່ເປັນແລ້ວ,ຄ່າເດີນທາງກໍຈ່າຍໝົດແລ້ວ,ເລີຍຈຳເປັນຕ້ອງຄານ ເມືອບ້ານ.
ຄຳສຸພາສິດທີ່ວ່າ"ໄປຮຽນຍ່າງຢູ່ຫານຕ່ານ" ມັກໃຊ້ມາຫົວຂວັນຄົນທ່ີມັກຮຽນແບບຜູ່ອື່ນຢ່າງຕາຍຕົວ.ເຮັດແນວນີ້,ບໍ່ພຽງແຕ່ຮຽນເອົາຈຸດດີຈຸດເດ່ັນຂອງຜູ່ອື່ນບໍ່ໄດ້,ຍັງຈະສູນ ເສຍຈຸດດີເດ່ັນແລະຄວາມສາມາດຂອງຕົນຊ້ຳ,ສະນັ້ນຢ່າເຮັດແບບຊາວໜຸ່ມໂຊ້ວລິງເມືອງອ່ຽນເດັດຂາດ.
|
|
|