ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-15 17:27:28    
ຈີນ​ຈະ​ພະຍາຍາມ​ສ້າງ​ຕັ້ງ​ລະ​ບອບ​ປະກັນ​ສັງຄົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ

cri Author: huang

ຕາມ​ຂ່າວ CRI: ກອງ​ປະຊຸມ​ທົ່ວ​ໂລກ​ຂອງ​ສະມາຄົມ​ປະກັນ​ສັງຄົມ​ສາກົນ​ຄັ້ງທີ 28 ປະຈຸ​ບັນ​ພວມ​ໄຂ​ຂຶ້ນ​ຢູ່​ປັກ​ກ່ິງ. ທ່ານ​ຮວງ​ຈູ​ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຄຳ​ປາ​​ໄສ​ໃນ​ກອງ​ປະຊຸມ​ຄັ້ງນີ້, ທ່ານ​ກ່າວ​ວ່າ, ການ​ສ້າງສາ​ລະບົບ​ປະກັນ​ສັງຄົມ​ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເດ່ັນ​ຊັດ.

ວັນ​ທີ 12 ກັນຍາ ກອງ​ປະຊຸ​ມທ່ົວ​ໂລກ​ຂອງ​ສະມາຄົມ​ປະກັນ​ສັງຄົມ​ສາກົນຄັ້ງທີ 28​ໄດ້​ຈັດ​ຂຶ້ນຢູ່ທ່ີ​ປັກ​ກ່ິງ, ຜູ່​ແທນ 1500 ກວ່າ​ຄົນ​ທ່ີ​ມາ​ຈາກ 130 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕ່ໍ​ການ​ໄຂ​ກອງ​ປະຊຸມຄັ້ງນີ້, ທ່ານ​ຮວງ​ຈູຮອງ​ນາຍົກລັດຖະມົນ​ຕິ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ, ທ່ານ​ຊີ້​ອ​ອກວ່າ:

"ກຳລັງ​ສັງ​ລວມຂອງ​ຊາດ​ຈີນ​ເຂັ້ມ​ແຂງ​ຂຶ້ນຢ່າງ​ເດ່ັນ​ຊັດ​ໄດ້​ຊຸກ​ຍູ້​ການ​ກ່ໍສ້າງ​ແລະ​ພັດ ທະນາລະບົບ​ປະກັນ​ສັງ​ຄົມ. ​ໃນ 10 ກວ່າປີ​ທ່ີ​ຜ່ານ​ມາ, ຈີນ​ໄດ້​ວາງ​ຂອບ​ລະບອບ​ປະກັນ​ສັງຄົມ​ທ່ີ​ມີຫຼາຍລະດັບ. ປະຈຸ​ບັນ, ພວມ​ຈ່ໍ​ຕົວ​ປະກອບ​ເປັນ​ລະບົບ​ປະກັນ​ສັງຄົມ​ທ່ີ​ເປັນ​ອິດສະຫຼະຢູ່​ນອກ​ຫົວໜ່ວຍ​ວິ​ສາ​ຫະກິດ​ພາລະກິດ, ມີ​ແຫຼ່ງທຶນຫຼາຍ​ເຄົ້າ ລະບອບ​ປະກັນ​ໄພ​ເປັນ​ແບບ​ສະບັບ ​ແລະການ​ຄຸມ​ຄອງ​ບໍລິການ​ເປັນ​ແບບ​ສັງຄົມ."

ປະຈຸ​ບັນ, ຂອບ​ເຂດ​ປົກ​ຫຸ້ມ​ຂອງ​ລະບົບ​ປະກັນ​ສັງຄົມ​ຂອງ​ຈີນ​ໄດ້​ຈາກ​ພາລະ​ກອນ​ຂອງ​ຫົວໜ່ວຍ​ຂອງ​ລັດ​ຂະຫຍາຍ​​ໄປ​ຮອດ​ຜູ່​ປະກອບ​ອາຊີບ​ໃນ​ອົງການ​ເສດຖະກິດ​ປະ​ເພດ​ຕ່າງໆ​ໃນ​ຕົວ​ເມື​ອງນ້ອຍ​​ໃຫຍ່​​ເທ່ືອ​ລະ​ກ້າວ. ຜ່ານ​ຈາກ​ການ​ໃຊ້​ມາດ​ຕະການ​ຕ່າງໆ​ທ່ີ​ບັງ​ເກີດ​ຜົນ​ຈີນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ພື້ນຖານ​ຂອງພາລະ​ກອນ ​28 ລ້ານ​ກວ່າ​ຄົນທ່ີ​ຕົກ​ການ​ມີ​ການ​ຮັບປະກັນ. ຜູ່​ຫວ່າງ​ງານ 8 ລ້ານ​ກວ່າ​ຄົນ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ,ຮັບປະກັນ​ໃຫ້ພະນັກງານ​ບຳນານ​ຂອງ​ວິ​ສາ​ຫະກິດໄດ້​ຮັບ​ເບ້ຍ​ບຳນານ​ເຕັມ​ອັດຕາ​ຕາມ​ເວລາ​ກຳນົດ​​ແລະ​ປະຊາກອນ​ຜູ່​ທຸກ​ຈົນ​ໃນ​ຕົວ​ເມືອງ​ໄດ້​ຮັບ​ຄ່າ​ປະກັນ​ຊີວິດ​ຕຳ່​ສຸດ. ນອກ​ນີ້ ຈີນ​ຍັງ​ພວມ​ທົດ​ລອງ​ປະຕິບັດ ການ​ປະກັນ​ບຳນານ ການ​ຮ່ວມ​ມື​ປ່ິນປົວ​ໃນ​ຊົນນະບົດ​​ແລະ​ໃຫ້​ຄ່າປະກັນ​ຊີວິດ​ຕ່ຳ​ສຸດ​ແກ່​ປະຊາກອນ​ໃນ​ຊົນນະບົດຢູ່​ບາງ​ເຂດ​ຊົນນະບົດ.

ໃນ​ກອງ​ປະຊຸ​ມທົ່ວ​ໂລກ​ຂອງ​ສະມາຄົມ​ປະກັນ​ສັງຄົມ​ສາກົນ​ຄັ້ງທີ 28​ເທ່ືອ​ນີ້,ທ່ານ​ຮວງ​ຈູ​ຮອງ​ນາ​ຍົກ​ລັດຖະມົນຕີຈີນຊີ້​ອອກ​ວ່າ,ຕໍ່​ໄປ​ພາຍ​ໜ້າ ຈີນ​ຈະ​ໃຊ້​ມາດ​ຕະການ​ໃນຫຼາຍດ້ານ​ດັ່ງ​ລຸ່ມ​ນີ້,ພະຍາຍາມ​ສ້າງ​ລະ​ບົບປະກັນ​ສັງຄົມ​ທີ່​ສອດຄ່ອງ​ກັບ​ລະດັບ​ພັດທະນາ​ເສດຖະກິດ. ທ່ານ​ເວົ້າວ່າ,

"ພວກ​ເຮົາ​ຕ້ອງ​ຖື​ການ​ສ້າງ​ໂອກາດ​ປະ​ກອບອາ​ຊີບ​ໃຫ້ຫຼາຍກວ່າ​ເກ່ົາ​ເປັນ​ຈຸດ​ໜັກ​​ວຽກງານ​ຂອງ​ລັດຖະບານ​ຢູ່​ສະ​ເໝີ,ປະຕິບັດ​ນະ​ໂຍບາຍ​ປະກອບ​ອາຊີບ​ຢ່າງ​ຕັ້ງໜ້າ, ຊັກ​ນຳ​ໃຫ້​ຜູ່ອອກ​ແຮງ​ງານ​ປະກອບ​ອາຊີ​ບ​ເພ່ືອ​ຫາ​ລາຍ​ໄດ້, ຮັບປະກັນ​ແລະ​ຍົກ​ຄຸນ​ນະພາ​ບຊີວິດ​ຄອບຄົວ​ໃຫ້​ສູງ​ຂຶ້ນ; ​ໃນ​ການ​ສ້າງສາ​ລະບົບ​ປະກັນ​ສັງຄົມ​ນັ້ນ ລັດຖະບານ​ຕ້ອງ​ເສີມ​ຂະຫຍາຍ​ບົດ​ບາດນຳ​ທາງ, ຊຸກ​ຍູ້​ການ​ວາງ​ກົດໝາຍ​ປະກັນ​ສັງຄົມ, ​ລົງທຶນ​ເພ່ີມ​ຂຶ້ນ​​​ເຂົ້າ​ໃນການ​ປະກັນ​ສັງຄົມ, ​ໃຫ້ການ​ບໍລິການ​ສາທາລະນະ​ທ່ີ​ສະດວກ​ຢ່າງຮອບດ້ານ; ພ້ອມ​ກັນນັ້ນ ຕ້ອງ​ນຳ​ເຂົ້າກົນ​ໄກ​ແກ່ງ​ແຍ່ງ​ກັນ, ບັນລຸ​ການ​ແບ່ງ​ງານ​ຢ່າງ​ສົມ​ເຫດ​ສົມ​ຜົນ​ລະຫວ່າງ​ລັດຖະບານ​ກັບ​ຕະຫຼາດ, ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕະຫຼາດ​ແລະ​ອົງການ​ຈັດຕັ້ງສັງຄົມ​ແລະ​ສະມາຊິກ​ສັງຄົມ​ປະ​ເພດ​ຕ່າງໆ, ປະກອບ​ເປັນ​ກົນ​ໄກ​ພ້ອມ​ກັນ​ຫາບ​ແບກ​ໜ້າ​ທ່ີ​ຮັບຜິດຊອບ​ການ​ປະກັນ​ສັງຄົມ, ສ້າງຕັ້ງລະບົບ​ປະກັນ​ສັງຄົມ​ທ່ີ​ມີຫຼາຍ ລະດັບ."

ຜົນສຳ​ເລັດ​ຂອງຈີນໃນ​ຂົງ​ເຂດ​ປະກັນ​ສັງຄົມ​​ໄດ້​ຮັບການ​ຍ້ອງຍໍ​ຈາກ​ຜູ່​ແທນ​ທ່ີ​​ເຂົ້າຮ່ວມ​ກອງ​ປະຊຸມ​ເທ່ືອ​ນີ້ , ​ໃນ​ເວລາ​ໃຫ້​ສຳພາດ​ຕ່ໍ​ນັກ​ຂ່າວ​ຂອງ​ວິທະຍຸ​ພວກ​ເຮົາ ທ່ານ​ໂລ​ແລນ ຊີ​ກທ່ີ​ມາ​ຈາກ​ສະ​ວິສ​ເວົ້າວ່າ,

"ຈີນ​ມີ​ປະຊາກອນຫຼາຍ, ວຽກ​ງານສ້າງ​ແລະ​ບູລະນະ​ການ​ປະກັນ​ສັງຄົມພວມປະ​ເຊີນ​ກັບ​ການ​ທ້າ​ທາຍ​ຫຼາຍຢ່າງ. ​ແຕ່​ຕາມ​ທ່ີ​ຂ້າພະ​ເຈົ້າ​ໄດ້​ຮູ້, ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ປົວ​ແປງ​ສະພາບ​ການ​ປະກັນ​ສັງຄົມ​ຂອງ​ມວນ​ຊົນ​ຕະຫຼອດມາ, ພາລະ​ກອນ​ທ່ີ​ອອກ​ບຳນານ​ແລ້ວ​ໃນ​ຕົວ​ເມືອງ​ພວມ​ໄດ້​ຮັບ​ການ​ປະ​ກົນ​ສັງ​ຄົມ​ເປັນ​ຢ່າງ​ດີ. "