ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-17 15:17:26    
ຈີນ​​ໄດ້​ຮັບ​ຜົນ​ອັນ​ຕັ້ງຫນ້າ​ໃນ​ການ​ປົກ​ປັກ​ຮັກສາ​ຊັ້ນ​ໂອ​ໂຊນ

cri Author: huang

ວັນ​ທີ 16 ກັນຍາ​​​ແມ່ນ​ວັນ​​ໂອ​ໂຊ​ນສາກົນ​ເທ່ືອທີ 10,ມື້​ດຽວ​ກັນ,ກົມ ໃຫຍ່​ອະນຸລັກ​ສ່ິງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ແລະ​ສຳນັກງານສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການວາງ​ແຜນ​ສ່ິງ​ແວດ​ລ້ອມ​ໄດ້​ຮ່ວມຈັດ​ກອງ​ປະຊຸມ​ລະ​ລຶກຢູ່​​​ຊ່ີອ່ານ ​​ ເມືອງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.​ທ່ານ​ນາງ​ວາງ​ຈີ້​ຢົງ ຮອງ​ຫົວຫນ້າ​ກົມ​ໃຫຍ່​ອະນຸລັກສ່ິງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ວ່າ,​ໃນ​10 ກວ່າ​ປີ​ມາ​ນີ້,​ໂດຍອີງ​ຕາມ​ຄຳ​ຫມັ້ນ​ສັນຍາ​ຂອງ​ຕົນໃນ​ສັນຍາ​ລະຫວ່າງ​ຊາດ​ທ່ີ​ກ່ຽວຂ້ອງ,ຈີນ​ໄດ້​ຫຼຸດ​ຜ່ອນ​ການ​ຜະລິດ​ແລະ​ການ​ນຳ​ໃຊ້​ວັດຖຸ​ທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນ​​ໃນ​ຫນ້າ​ພຽງ​ກວ້າງ,​ຮອດ​ປີ 2010,ຈີນ​ຈະ​ພະຍາຍາມ​ສຸດ​ຂີດ​ບັນລຸ​ເປົ້າ​ຫມາຍ​ເຊົາ ​ຜະລິດ​ແລະ​ນຳ​ໃຊ້​ວັດຖຸ​ທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນ​​​

ເພ່ືອ​ປົກ​ປັກ​ຮັກສາ​ຊັ້ນ​ໂອ​ໂຊນ,ປີ 1987,ປະຊາ​ຄົມ​ໂລກ​ສ້າງ​ອະນຸ​ສັນຍາ​ເມີນ​ເທີ​ລີຣ໌ກ່ຽວ​ກັບວັດຖຸ​ທ່ີສິ້ນ​ເປືອງຊັ້ນ​ໂອ​ໂຊນ,​ໄດ້​ວາງເວລາ​ຈຳກັດ​ແລະ​ຄວາມ​ຮຽກຮ້ອງ​ທ່ີ​ຫ້າມ​​ໃຊ້​ວັດຖຸ​ທ່ີ​ສິ້ນ​ເປືອງ​ແລະ​ທຳລາຍ​ຊັ້ນ​ໂອ​ໂຊນ.ປະຈຸ​ບັນ​ເກືອບ​ທຸກປະ​ເທດ​ໃນ​ໂລກໄດ້​ເຊັນ​ອະນຸ​ສັນຍາ​ສະບັບ​ນີ້,​ຈີນ​ໄດ້​ເຂົ້າ​ຮ່ວມ​ອະນຸ​ສັນຍາ​ສະ​ບັບນີ້​ເມ່ືອປີ 1991,​ປີ​ລຸນ​ມາ​ໄດ້​ວາງ​ແຜນການ​ແລະ​ເປົ້າ​ຫມາຍ​ທ່ີ​ຂະ​ແຫນງ​ການ​ທ່ີ​ກ່ຽວຂ້ອງ​ຄັດ​ຖິ້ມ​ວັດຖຸ​ທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນນັ້ນ​​ເທ​່ືອລະ​ກ້າວ​


ໃນ​ກອງ​ປະຊຸ​ມລະ​ລຶກວັນ​​ໂອ​ໂຊນ​ສາກົນ​ທ່ີ​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນ ຍາ,ທ່ານ​ນາງວາງ​ຈີ້​ຢົງ ຮອງຫົວຫນ້າ​ກົມ​ໃຫຍ່​ອະນຸລັກ​ສ່ິງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ປະຈຸ​ບັນ,ການ​ເຄ່ືອນ​ໄຫວປົກ​ປັກ​ຮັກສາ​ຊັ້ນ​ໂອ​ໂຊນຂອງ​ຈີນ​ນັ້ນ​ໄດ້ຮັບຜົນ​ອັດນ​ຕັ້ງຫນ້າ


ຕາມ​ສະ​ເຫ​ນີວ່າ,​​ແຕ່​​ເຂົ້າ​ຮ່ວມ​ອະນຸ​ສັນຍາ​ເມີນ​ເທີ​ລີ​ຣ໌ກ່ຽວ​ກັບ​ວັດຖຸ​ທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນ​​​ເປັນ​ຕົ້ນ​ມາ,ຈີນ​ໄດ້​ສ້າງ​ຕັ້ງ​ແລະ​ບູລະນະ​ລະລົບນະ​ໂຍບາຍ​ແລະກົດ​ບັນຍັດ​ທ່ີ​ຄັດ​ຖິ້ມ​ວັດຖຸ​ທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນ​,ປະກາດ​ກົດ​ຂໍ້​ກຳນົດ​ຄຸ້ມຄອງ​ຂອງ​ຂອດ​ຕ່າງໆ​ທ່ີ​ແນ​ໃສ່​ການ​ຜະລິດ​ ນຳ​ໃຊ້​ແລະ​ຂາ​​ເຂົ້າຂາ​ອອກ​ວັດຖຸ​ຊັ້ນ​ໂອ​ໂຊນ​ເປັນ​ຕົ້ນ,ນັບ​ມາ​ຮອດ​ປະຈຸ​ບັນ,ຈີນ​ໄດ້​ຫຼຸດ​ການ​ຜະລິດ​​ແລະການ​ນຳ​ໃຊ້​ວັດຖທ່ີ​ສິ້ນ​ເປືອງຸ​ຊັ້ນ​ໂອ​ໂຊນ​ລົງ 60% ຂຶ້ນ​ໄປ,ທໍ່​ກັບຍອດ​ປະລິມານ​ຄັດ​ຖິ້ມ​ຂອງ​ປະ​ເທດ​ພວ​ມພັດທະນາ​ໃນ​​​ໄລຍະດຽວ​ກັນ 60%,ຈີນ​ໄດ້​ກາຍ​ເປັນປະ​ເທດ​ຫນ່ຶງ​ທ່ີ​ເຊົາ​ໃຊ້​ວັດຖຸ​ທ່ີ​ສິ້ນ​ເປືອງ​ຊັ້ນ​ໂອ​ໂຊນ​ຫຼາຍ​ກວ່າ​ຫມູ່​ໃນ​ປະ​ເທດ​ພວມ​ພັດທະນາ,ຕາມ​ໄດ້​ຊາບ,​ເພ່ືອ​ສະຫນັບ​ສະຫນຸນ​​ຈີນ​ດ​ຳ​ເນີນການ​ເຄ່ືອນ​ໄຫວ​ປົກ​ປັກ​ຮັກ​ສາຊັ້ນ​ໂອ​ໂຊນ,ມູນ​ນິທິ​ທ່ີ​ກ່ຽວຂ້ອງ​ສະຫະ​ປະຊາ​ຊາດ​ໄດ້​ອຳນວຍ​ການ​ອຸປະຖຳ 750 ລ້າ​ນ​ໂດ​ລາ​ສະຫະລັດ​ແກ່​ຈີນ.


ທ່ານ​ນາງ​ວາງ​ຈີ້​ຢັງ ຮອງ​ຫົວຫນ້າ​ກົມ​ໃຫຍ່​ອະນຸລັກ​ສ່ິງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​​ໄດ້​ເຜີຍ​ໃຫ້​ຮູ້​ວ່າ,​​ອີງ​ຕາມ​ແຜນການ​​ຄັດ​ຖິ້ມ​ວັດຖຸ​ທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນຂອງ​ຈີນ​,ປະຈຸ​ບັນ,ຈີນ​​ເລ່ີ​ມຫ້າມ​​ໃຊ້​ແລະ​ຜະລິດ​ວັດຖຸ​ທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນ​ໃນ​ 10 ກວ່າ​ຂະ​ແຫນງ​ເທ່ືອ​ລະ​ກ້າວ,​ເຮັດ​ໃຫ​້ການ​ຜະລິດ​ແລະ​ນຳ​ໃຊ້​ວັດຖທ່ີ​ສິ້ນ​ເປືອງຸ​ຊັ້ນ​ໂອ​ໂຊນ​​ຕ່າງ​ຫຼຸດ​ລົງ 1 ​ແສນ​ກວ່າ​ໂຕນ​ຂຶ້ນ​ໄປ​ພາຍ​ໃນ​ຫຼາຍ​ປີ​ຂ້າງ​ຫນ້າ,ນອກ​ນີ້,​ເພ່ືອ​ປະຕິບັດ​​ແຜນການ​ຮັບປະກັນ​ການ​ຄັດ​ຖິ້ມຢ່າງ​ສະ​ດວກ,ຈີນ​ພວມ​ຂ້ຽວ​ເລັ່ງຄົ້ນ​ຄວ້າ​ແລະ​ຜະລິດ​ສ່ິງ​ເຂົ້າ​ແທນ​​ວັດ​ຖຸທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນ​.


ທ່ານ​ຊາ​ລາສ໌ ​ເລຂາທິການ​​ຄະນະ​ເລຂາ​ໂອ​ໂຊນຂອງ​ສຳນັກງານ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການວາງ​ແຜນ​ສ່ິງ​ແວດ​ລ້ອມ​ທ່ີ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ລະ​ລຶກ​ໃນ​ວັນ​ທີ 16 ກັນຍານັ້ນ​ໄດ້​ຕີ​ລາຄາ​ສູງຕໍ່​ຜົນງານ​ອັນ​ພົ້ນ​ເດ່ັນ​ຂອງ​ຈີນ​ໃນ​ວຽກ​ງານ​ການ​ປົກ​ປັກ​ຮັກ​ສາຊັ້ນ​ໂອ​ໂຊນ​​ໃນ​ຫຼາຍ​ປີ​ມາ​ນີ້,,​ໃນ​ຂະນະ​ດຽວ​ກັນ​ນີ້,ທ່ານ​ຊີ້​ອອກ​ວ່າ,​ໃນ​ຂະ​ບວນການ​ຄັດ​ຖິ້ມ​ວັດຖຸ​​ທ່ີ​ສິ້ນ​ເປືອງຊັ້ນ​ໂອ​ໂຊນ,ຈີນ​ຍັງ​ປະ​ເຊີນ​ສ່ິງ​ທ້າ​ທາຍ​ຫຼວງຫຼາຍ​