ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-17 18:19:16    
ຄະນະ​ນັກ​ກິລາ​ຈີນ​ຍາດ​ແຍ່ງ​​ໃຫ້ໄດ້​ຮັບ​ຜົນງານ​ດີ​ເດັ່ນໃນ​ງານກິລາ​ໂອ​ລິມປິກຄົນ​ພິການ

cri Author: cbf
ພາຍຫຼັງ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ປີ 2004 ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງ​ທີ 12 ກໍ​ຈະ​ໄຂຂຶ້ນ​ຢູ່​ອາ​ແຕນ​ແຫ່ງ​ເກຼັກອີກ.​ດຽວ​ນີ້,ຄະນະ​ນັກ​ກິລາ​ຈີນທີ່​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງ​ນີ້​ໄດ້​ເດີນທາງ​ໄປ​ຮອດ​ອາ​ແຕນ​ທັງ​ໝົດ​ແລ້ວ,ພວກ​ເຂົ້າ​​ເຈົ້າ​ຈະ​ຕະລຸມບອນເປົ້າ​ໝາຍ​ທີ່​ໄດ້​​ແນໄວ້​ແລ້ວ.

ຕາມ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ,ຕົວ​ເມືອງ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກລະດູ​ຮ້ອນ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຫຼັງ​ຈາກນັ້ນ,ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່​ອາ​ແຕນ​​ແຫ່ງ​ເກຼັກ​ແຕ່​ວັນ​ທີ 17 ຮອດວັນ​ທີ 28 ກັນຍາ ​ເວລາ​ທ້ອງ​ຖິ່ນ.ຕາມ​ໄດ້​ຊາບ,ນັກ​ກິລາ 4000 ກວ່າ​ຄົນ​ທີ່​ມາ​ຈາກ 140 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ 19 ລາຍການ​ໃຫຍ່.ຄຳ​ຂວັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ອາ​ແຕນຄັ້ງ​ນີ້ແມ່ນ​ສະ​ແຫວງຫາ ກຳລັງ ການລະດົມ​ໃຈ​ແລະ​ພິທີສະຫຼອງ.

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ 28 ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ,ຄະນະ​ນັກ​ກິລາ​ຈີນ​​ໄດ້​ຫຼຽນ​ຄຳ​ຫຼາຍ​ທີ​ສອງ,​ໄດ້​ຮັບ​ຜົນ​ສຳ​​ເລັດ​ທີ່​ປະຈັກ​ຕາ​ຄົນ.ດຽວ​ນີ້,ຄະນະ​ນັກ​ກິລາ​ຈີນ​ພວມ​ຕັ້ງໜ້າກຽມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ.ທ່ານ​ເຈຍ​ຢົງ ຮອງຫົວໜ້າ​ຄະນະ​ນັກ​ກິລາ​ຈີນ ຮອງ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກຄົນ​ພິການ​​ຈີນ​ສະ​ເໜີ​ໃຫ້​ຮູ້​ວ່າ:

"ຄະນະ​ນັກ​ກິລາ​ຈີນທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກຄົນ​ພິການ​ຄັ້ງ​ທີ 12 ລວມມີ 287 ຄົນ,​ເມື່ອ​ທຽບ​ໃສ່​ຄະນະ​ນັກ​ກິລາ​ຈີນ​ທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,ຄະນະ​ນັກ​ກິລາ​ຈີນ​ຄັ້ງ​ນີ້​ມີ​ຈຸດ​ພິ​ເສດ​ເດັ່ນ​ສາມ​ຂໍ້ຄື:ໜຶ່ງ​ແມ່ນ​ມີ​ຄົນ​ເຂົ້າຮ່ວມ​ຫຼາຍ;ສອງ​,ລາຍການ​ທີ່​ຈະ​​ເຂົ້າ​ຮ່ວມ​ແຂ່ງຂັນ​ກໍຫຼາຍ;ສາມ​ແມ່ນມີ​ນັກ​ກິລາໃໝ່​ເຂົ້າ​ຮ່ວມ​ຫຼາຍ.​"

​ໃນ​ຫຼາຍ​ປີ​ມາ​ນີ້,​ໂດຍ​ສະ​ເພາະ​ແມ່ນ​ແຕ່​ງານກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຊິດ​ນີທີ່​ຈັດ​ຂຶ້ນ​ເມື່ອ​ປີ 2000 ມາ​ນີ້,ພາລະກິດ​ກິລາ​ຄົນ​ພິການ​ສາກົນ​​ໄດ້ຂະຫຍາຍຕົວ​​ໄວຫຼາຍ,ລັດຖະບານ​ແລະ​ອົງການ​ຈັດ​ຕັ້ງຂອງ​ບັນດາ​ປະ​ເທດ​ໄດ້​​ເອົາ​ໃຈ​​ໃສ່​ນຳກິລາ​ຄົນ​ພິການ​ຫຼາຍ​ຂຶ້ນ,ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຖືກ​ຖື​ເປັນ​ງານ​ກິລາ​ຄົນ​ພິການ​ໃຫຍ່​ໂຕມະ​ໂຫລານ​ກວ່າ​ໝູ່​​ໃນ​ໂລກ,​ແລະ​​ໄດ້​ກາຍ​ເປັນ​ຂີດ​ໝາຍ​ໜຶ່ງ​ທີ່ສຳຄັນ​ທີ່​ປະ​ເມີນ​ລະດັບ​ກ້າວໜ້າ​ຂອງ​ອາລະຍະ​ທຳ​ສັງຄົມ ການ​ຮັບປະກັນ​ສິດທິ​ມະນຸດ​ແລະ​ລະດັບ​ແຂ່ງຂັນ.ທ່ານ​ເຕິ້ງ​ຜູ​ຝ່າ​ງ ປະທານ​ສະຫະພັນ​ຄົນ​ພິການ​ຂອງ​ຈີນ​ເວົ້າ​ວ່າ:

"ກິລາ​ຄົນ​ພິການ​ທີ່ເປັນ​ຊ່ອງ​ທາງສຳຄັນ​ສຳລັບ​​ໃຫ້ຄົນ​ພິການ​ອັນ​ໄພສານ​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສັງຄົມ,ບໍ່ພຽງ​ແຕ່​ສາມາດ​ຫັດກາຍ​ຟື້ນ​ຟູ​ສຸຂະພາບ​ເທົ່າ​ນັ້ນ,ຍັງ​​ຊ່ອຍ​ໃຫ້​ຄົນ​ພິການ​ສ້າງ​ນິດ​ໄສ​ສູ້​ຊົນ​ຢ່າງຄົງ​ທົນ​ໜຽວ​ແໜ້ນ​ ​ໃຫ້​ມີ​ຄຸນ​ທາດ​ທີ່​ກ້າລື່ນ​ກາຍ​ຕົນ​ເອງ​ແລະມີຈິດ​ໃຈຕ້ອນ​ຮົບ​ການ​ທ້າ​ທາຍ,​ແລະ​ຊ່ອຍ​ໃຫ້​ພວກ​​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ຊີວິດ​ສັງຄົມ​ຢ່າງ​ສະ​ເໝີ​ພາບ.​ເຊື່ອ​ວ່າ,ນັກ​ກິລາ​ຄົນ​ພິການ​ຂອງ​ພວກ​ເຮົາ​ຍ່ອມ​ຈະ​ສະ​ແດງ​ໃຫ້​​​ທົ່ວໂລກເຫັນ​ຜົນສຳ​ເລັດ​ພັດທະນາ​ອາລະຍະ​ທຳ​ກ້າວໜ້າ​ຂອງ​ຈີນແລະບຸກຄະ​ລິກຂອງ​ປະຊາ​ຊາດ​ຈີນ​ດ້ວຍ​ຄະ​ແນນ​ອັນດີ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ອາ​ແຕນ."

ນັບ​ມາ​ຮອດ​ປະຈຸ​ບັນ,ຈີນ​ໄດ້​ເຂົ້າ​ຮ່ວມ 8 ​ອົງການ​ກິລາ​ຄົນພິການ​ສາກົນ​​ແບບ​ສັງ​ລວມ​ແລ້ວ​ລວມທັງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນ​ພິການ​ສາກົນ​ແລະ​ຫຼາຍອົງການ​ກິລາ​ຄົນ​ພິການ​ສາກົນປະ​ເພດ​ລາຍ​ດຽວຢ່າງ​ເປັນ​ລຳດັບ.​ແຕ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງ​ທຳ​ອິດ​ເມື່ອ​ປີ 1984 ມາ​ນີ້,ຜົນງານ​ຂອງ​ຄະນະ​ນັກ​ກິລາ​ຈີນ​ດີຂຶ້ນ​ຢ່າງໜັກ​ແໜ້ນ.​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຊິດ​ນີປີ 2000,ຄະນະ​ນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນ​ຄຳ 34 ຫຼຽນ,​ເປັນ​ທີ 6 ​ໃນການລຽງ​ລຳດັບ​ຫຼຽນ​ຄຳ.​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງ​ນີ້,​ເປົ້າ​ໝາຍ​ຂອງ​ຄະນະ​ນັກ​ກິລາ​ຈີນ​ແມ່ນ​ຮັກສາ​ອັນ​ດັບ​ທີ 6,ຍາດ​ແຍ່ງໃຫ້​​ໄດ້​ລື່ນ​ກາຍ​ເປົ້າ​ໝາຍ,ຝຶກ​ຝົນ​ຫຼໍ່​ຫຼອມຖັນ​ແຖວ​ນັກ​ກິລາ​,​ສ້າງ​ພື້ນຖານອັນ​ດີງາມ​ເພື່ອ​​​ໃຫ້​ໄດ້​ຮັບ​ຜົນສຳ​ເລັດດີ​ເດັ່ນ​ໃນ​ງານ​ກິລາ​ໂອລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​​ໃນ​ປີ 2008.

​ກໍ​ຄື​ກັບ​ຄຳ​ເວົ້າ​ຂອງ​ນາງ​ຢຽວ​ຈວນ ນັກ​ກິລາ​​ຄົນ​ພິການ​​​ເວົ້າ​ນັ້ນ​ວ່າ:

"ຜົນ​ງານ​ໃນ​ສະ​ໜາມ​ກິລາອາ​ແຕນ​ກ່ຽວ​ພັນ​​ເຖິງ​ພວກ​ເຮົາ​ຈະສາມາດ​ໄດ້​ຮັບ​ຜົນງານ​ທີ່​ດີ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປີ 2008 ​​ຫຼື​ບໍ່.ພວກ​​ເຮົາຍ່ອມ​ຈະ​ຖະໜອມ​​ກຽດສັກ​ສີ​ທີ່​ປະ​ເທດ​ຊາດແລະ​ປະຊາຊົນມອບ​ໃຫ້​ພວກ​ເຮົາ,ຊັກ​ທຸງຊາດ​ ​ເສບ​ເພງ​ຊາດ​​ໃນ​ສະໜາມກິລາອາ​ແຕນ,​ເພື່ອ​ຕອບ​ສະໜອງ​ຄວາມ​ຮັກ​ແພງແລະ​ມິດຕະພາບ​ອັນ​ເລິກ​ເຊິ່ງຂອງ​ປະ​ເທດ​ຊາດ​​ແລະ​ປະຊາຊົນທີ່​ມີ​ຕໍ່​ຄົນ​ພິການ 60 ລ້ານ​ຄົນ."