ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-20 17:09:43    
ຜ​ູ່ເຂັ້ມ​ແຂງ​ໃນ​ຄວາມ​ືດ——ນັກ​ກິລາ​ຕາ​ບອດ​ໃນ​ສະໜາມ​ແລ່ນ​​ແລະ​ລານ​ຂອງານ​ກິລາ​ໂອລິ​ມປິກ​ຄົນ​ພິການ

cri Author: MOHUA
ເມ່ືອ​ສອງ​ປີ​ກ່ອນ​ນີ້, ​ຮູບ​ເງົາທ່ີ​ມີ​ຊ່ື​ສຽງ​ເລ່ືອງ​ໜ່ຶງ​ຊ່ືວ່າ ນັກ​ຟ້ອນ​ໃນ​ຄວາມ​ມືດ​ຮູບ​ເງົາ​ເລ່ືອງ​ນີ້ພັນ​ລະ​ນາ​ເລ່ືອງ​ຂອງ​ນັກ​ຮ້ອງ​​ເພງ​ທ່ີ​ເປັນ​ຕາບອດ, ​​ເມ່ືອ​ເບ່ິງ​ແລ້ວ​ເຮັດ​ໃຫ້​ຄົນ​ກະ​ຕຸ້ນ​ໃຈ​ທ່ີ​ສຸດ. ສ່ວນ​ໃນ​ມື້​ທຳ​ອິດ​ຂອງ​ການ​ແຂ່ງຂັນ​ແລ່ນ​ແລ​ະລານ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ທ່ີອາ​ແຕນ, ນັກ​ກິລາຕາ​ບອກ​ງວດ​ໜ່ຶງ​ຍ່ິງ​ເຮັດ​ໃຫ້​ຄົນ​ໂຄລົບ​ນັບຖື​ກວ່າ. ພວກ​ເຂົາ​ເຈົ້າ​ໄດ້​ຜ່ານຜ່າ​ຄວາມ​ຫຍຸ້ງຍາກນານາປະການ​ທ່ີ​ຄົນ​ທຳ​ມະ​ດາ​ຄຶດ​ນຶກ​ບໍ່​ໄດ້, ​ເອົາຊະນະ​ຄວາມ​ມືດ, ​ແລ້ວ​ໄດ້​ສະ​ແດງ​ອອກ​ບຸກຄະ​ລິກລັກສະນະຂອງ​ຜູ່​​ເຂັ້ມ​ແຂງ​ທ່ີ​ແທ້​ຈິງ.

ທ້າວ​ຫຼີຢຸ້ຍ ນັກ​ກິລາ​ເຕັ້ນ​ໄກ​​ເປັນຄົນ​ຕາບອດ​ເພິນ​ມາ​ຈາກ​ແຂວງ​ຫຼຽວໜີງຂອງຈີນບໍ່​ຕ້ອງ​ສົງ​​​ໃສ​ເລີ​ຍວ່າ, ​ເພ່ິນ​ເປັນດາລາ​ໂອ​ລິ​ມປິກ​ທ່ີ່​ເຫຼື້ອມຕາຜູ່​ໜ່ຶງ​​ໃນ​ສະໜາມ​ແຂ່ງຂັນ​ແລ່ນ​ແລະ​ລານ​ທ່ີອາ​ແຕນ​ໃນ​ວັນ​ທີ 19 ກັນຍາ. ​​ເພ່ິນ​ໄດ້ສົມທົບ​ກັບ​ຄູ​ເຝິກຢ່າງ​ຈົບງາມ, ທ້າວຫຼີຢຸ້ຍ​ເຕັ້ນ​ໄກ 6 ​​ແມັດ 40  ຊິງ​ຕິ​ແມັດໃນ​ການ​ແຂ່ງຂັນ​ເຕັ້ມ​ໄກ​ຄົນ​ຕາບອດ​ຂັ້ນ F11 ​ເຊ່ິງສິ້ດລົງ​ໃນຕອນ​ຄຳ່ 10 ​ໂມງວັນ​ທີ 19 ກັນຍາ, ​​ແລ້ວ​ເປັນ​ທີ 1 , ​ເລີຍ​ໄດ້​ຮັບຫຼຽນຄຳ​ປະ​ເພດ​ແລ່ນ​​ແລະ​ລານຫຼຽນທຳ​ອິດ​ແກ່​ຄະນະ​ນັກ​ກິລາ​ຈີນ.

​ເມ່ືອ​ຈໍ​ໂທລະທັດ​​ໃນ​ສະໜາມ​ການ​ແຂ່ງຂັນ​ປະກາດ​ຜົນ​ສຸດທ້າຍ​ນັ້ນ, ຜູ່​ຊົມ​ທົ່ວ​ສະໜາມ​ໄດ້​​ໄຊ​ໂຍ​ໂຮ​ຮ້ອງ​ທ້າວຫຼີຢຸ້ຍຢ່າງ​ສຸດ​ອົກ​ສຸດ​ໃຈ.

ຄົນ​ພິການຫຼິ້ນກິລາ​ແມ່ນ​ຫຍຸ້ງຍາກ​ທ່ີ​ສຸດ ນັກ​ກິລາ​ຕາບອດ​ມີ​ແຕ່​ຮູ້​ສຶກ​ໂລກ​ພາຍ​ນອກ​ດ້ວຍ​ສຽງ​ແລະ​ຮ່າງກາຍ, ດັ່ງນັ້ນ​ເມື່ອ​ແຂ່ງຂັນ​ຊິງ​ໄດ​້ຜົນ​ຍິ່ງ​ຍາກ​.

ໃນ​ການ​ແຂ່ງຂັນ​​ເຕັ້ນ​ໄກ​ຂອງຄົນ​ຕາບອດ, ຈະ​ປະກົ​ດ​ມີ​ສະພາບພິ​ເສດ​ທ່ີ​ສຸດ​ໜ່ຶງ. ຄື, ກ່ອນ​ກຽມ​ແລ່ນ​​ເພື່ອເຕັ້ນ, ນັກ​ກິລາ​ອາ​​ໄສ​ການ​ຊ່ອຍ​ເຫຼືອຂອງ​ຜູ່​ອ່ືນ​ຢືນ​ຢູ່​ຕົ້ນທາງ​ໃຫ້​ຖືກ​ກັບ​ທິດ, ​ຄູ​ເຝິກ​ຢືນ​ຢູ່​ໜ້າ​ຂຸມ​ຂີ້ຊາຍ, ອອກ​ຄຳ​ສ່ັງ​ແກ່​ນັກ​ກິລາ​ດ້ວຍສຽງ​ທ່ີ​ມີຈັງ​ຫວາະ. ນັກ​ກິ​ນາ​ສັບ​ຊ້ອນ​ບາດກ້າວ​ຕາມ​ສັນຍານ​ສຽງຂອງ​ຄູ​ເຝິກທີ່​ບໍ່​ຄື​ກັນ​, ທັງຄວບ​ຄຸມ​ເວລາແລ່ນ​ແລະ​​ເວລາ​ເລີ່​ມ​ເຕັ້ນ.

ເມື່ອ​ເວົ້າ​ຈາກ​ມຸມ​ໃດ​ໜຶ່ງ​ແລ້ວ, ຄົນ​ຕາບອດ​ເຕັ້ນ​ໄກ​ກໍ​ຄື​ກັນ​ກັບ​ການ​ຟ້ອນ​ຄູ່​ລະຫວ່າງ​ນັກ​ກິລາ​ກັບ​ຄູ​ຝຶກ, ສອງ​ຄົນ​ປະສານສົມທົບ​ກັນ​ດີ​ຫລື​ບໍ່​ແມ່ນ​ສຳຄັນ​ທີ່​ສຸດ, ​ກໍ​ຄື​ກັນກັບ​ທ່ານ​ລີ​ຕ່ວນ​ເວົ້ານັ້ນວ່າ, ຄູ​​ເຝິກ​​ແມ່ນ​ຕາ​ຂອງ​ຂ້ອຍ.

ໃນ​ການ​ແຂ່ງຂັນ​ເຕັ້ນ​ໄກ​ໃນ​ວັນ​ທີ 19 ກັນຍາ, ຄູ​​ເຝິກກ​ຂອງ​ທິມຕ່າງໆ​ໄດ້​ໃຊ້​ວິທີ​ນາໆ​ຊະນິດ​ບັນຊາ​ນັກ​ກິ​ລາ, ບາງ​ຄົນ​ຮ້ອງ, ບາງ​ຄົນ​ຕົບມື, ບາງ​ຄົນ​ເປົ່າ​ໝາກຫວີດ, ຍັງມີບາງ​ຄົນ​​ໃຊ້​ເຄື່ອງ​ຂະຫຍາຍ​ສຽງ​ຮ້ອງ​ດັງໆ. ສ່ວນ​ຜູ່​ຊົມ​ເກັຼກທີ່​ຢູ່​ບ່ອນ​ຊົມ​ກໍ​ມີ​ຄວາມ​ຕື່ນ​ຕົວ​ຫລາຍ, ​ເມື່ອ​ນັກ​ກິລາ​ເລີ່​ມ​ແລ່ນ​ແລ້ວ​ກໍ​ມິດ​ງຽບ​ເລີຍ. ພ້ອມ​ກັນນັ້ນ, ຢູ່​ເທິງຈໍ​​ໂທລະທັດ​ໃນ​ສະໜາມ​ແຂ່ງ​ຂັນ​ກໍ​ມີ​ຕົວ​ໜັງສື​"ມິດ​ງຽບ", ​ເພື່ອ​ສ້າງ​ຄວາມ​ຮັກ​ຄວາມແພງ​ພິ​ເສດ​ໃຫ້​ແກ່​ນັກ​ກິລາ​ຕາບອດ.

ຍ້ອນຄົນ​ຕາບອດ​ມີ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​, ການ​ແຂ່ງຂັນ​ເຕັ້ນ​ໄກ​ກໍ​​ລຳບາກ​ທີ່​ສຸດ. ນັກ​ກິລາຫລາຍ​ຄົນ​ບໍ່​ສາມາດ​ເຕັ້ນຂຶ້ນ​ຍ້ອນ​ຢຽບບໍ່​ຖືກບ່ອນ​, ຫລື​ແລ່ນ​ບໍ່​ຊື່​ຈົນ​ລົ້ມບາດ​ເຈັບ. ມີນັກ​ກິລາ​ອາ​ເມ​ລິ​ກາ​ຜູ່​ໜຶ່ງ, ​ເຕັ້ນ​ເທື່ອ​ທຳ​ອິດ​ກໍລົ້ມຢູ່​ຂຸມ​ດິນຊາຍ​ຢ່າງ​ໜັກ, ດົນໆ​ກໍຢືນ​ຂຶ້ນ​ບໍ່ໄດ້. ​ໃນ​ເວລາ​ເຕັ້ນ​ເທື່ອ​ທີ 5 , ​ທ້າວ​ລີ​ຕ່ວນຢຽບ​ບໍ່​ຖືກ​ບ່ອນ, ຢາກ​ຢຸດ​ພັດ​ຢຸດ​ບໍ່​ໄດ້, ຈົນຕຳ​ກ້ອງຖ່າຍວິ​ດີ​ໂອ​ທີ່​ຢູ່​ຂ້າງ​ຂຸມ.

ແຕ່​ວ່າ, ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ, ບັນດາ​ນັກ​ກິລາ​ບໍ່​ມີ​ຜູ່​ໃດ​ຢ້ານ​ກົວ, ຍິ່ງ​ບໍ່​ມີ​ຜູ່​ໃດ​ຖອຍ​ໃຈ. ພວກ​ເຂົາ​ເຈົ້າ​ໄດ້​​ເອົາຊະນະ​ຄວາມ​ມືດ, ​ທັງ​ໄດ້​ຮັບ​ຄວາມ​ເຄົາລົບ​ຈາກ​ຜູ່​ຊົມ​ທັງຫລາຍ. ​ໃນ​ເມື່ອ​ນັກ​ກິລາ​ຜູ່​ໃດ​ເຕັ້ນ​ແລ້ວ​ແລ້ວ, ຜູ່​ຊົມ​ທັງຫລາຍ​ຕົບມື​ຢ່າງ​ຝົດ​ຟື້ນ​ເພື່ອສະ​ແດງ​ຄວາມ​ເຄົາລົບ​ແລະ​​ເຊີດ​ຊູ​ກຳລັງ​ໃຈ.

ສົມພໍ, ​ຄູ​​ເຝິກ​ອາ​ເມ​ລິ​ກາ​ຜູ່​ໜຶ່ງ​ທີ່​ຊົມ​ການ​ແຂ່ງຂັນ​ຢູ່​ກັບ​ບ່ອນ​ອຸທານ​ຫລາຍ​ວ່າ, ຄວາມ​ຍິງ​ໃຫຍ່ຂອງ​ນັກ​ກິລາ​ຕາ​ບອດ​ເຫຼົ່ານີ້​ແມ່ນ​ພວກ​ເຂົາ​ເຈົ້າບໍ່​ໄດ້​ເຊົາ​ບາດກ້າວ​ໄປ​ໜ້າ​ຍ້ອນ​ຄວາມ​ມືດ​ຢູ່​ຕໍ່ໜ້າ.