|
|
(GMT+08:00)
2004-09-20 17:19:43
|
|
ເຜົ່າອີກູ້
cri
Author: huang
ເຜົ່າອີກູ້ແມ່ນຫນຶ່ງໃນຈຳນວນເຜົ່າສ່ວນຫນ້ອຍທີ່ມີປະຊາກອນອ່າວຫນ້ອຍແດ່ຢູ່ຈີນ,ເຊິ່ງມີປະຊາກອນພຽງ 10 ພັນກວ່າຄົນ,ໃນນັ້ນມີເກືອບ 90% ແມ່ນຕັ້ງພູມລຳເນົາຢູ່ເມືອງຊູນານເຜົ່າອີກູ້ປົກຄອງຕົນເອງຂອງແຂວງກັນຊູພາກຕາເວັນຕົກຂອງຈີນ
ທ່ານຈົງຊື້ວຸນແມ່ນອາຈານຜູ່ຫນຶ່ງຂອງມະຫາວິທະຍາໄລຊົນເຜົ່າສູນກາງຈີນເຊິ່ງເປັນດອກເຕີເຜົ່າອີກູ້ປົກຄອງຕົນເອງ,ເພີ່ນກຳເນີດຢູ່ຄອບຄົວຊາວລ້ຽງສັດສາມັນ,ເພີ່ນເວົ້າວ່າ,ໂດຍຄຽງຄູ່ກັບການພັດທະນາແລະຄວາມກ້າວຫນ້າຂອງຍຸກສະໄຫມນັ້ນ,ໃນຫຼາຍດ້ານ,ເຜົ່າອີກູ້ຄ່ອຍໆເຊື່ອມເຂົ້າກັນກັບເຜົ່າຫ້ານ,ແຕ່ວ່າທາງດ້ານຮີດຄອງນັ້ນກໍຍັງໄດ້ຮັກສາສີສັນພິເສດອັນຈະແຈ້ງຂອງຕົນໄວ້ຢູ່.
ທ່ານເວົ້າວ່າ,ການກິນດອງດັ້ງເດີມຂອງເຜົ່າອີກູ້ແມ່ນມີເນື້ອໃນອຸດົມສົມບູນທີ່ສຸດ,ກ່ອນຈະກິນດອງນັ້ນ,ຜູ່ສາວຈະຕ້ອງປັກປີ່ນເກົ້າ,ເມື່ອໃສ່ເຄື່ອງປັກປີ່ນເກົ້າແລ້ວກໍຫມາຍຄວາມວ່ານາງສາວຜູ່ນັ້ນໄດ້ກາຍມາເປັນຜູ່ຍິງທີ່ແຕ່ງດອງແລ້ວ.
ທ່ານຈົງຊື້ວຸນເວົ້າວ່າ,ການປັກປິ່ນເກົ້າໂດຍທ່ົວໄປແມ່ນເລືອກແຕ່ງໃນຍາມຂ້ອນແຈ້ງ,ເມື່ອໃສ່ເຄື່ອງປັກປິ່ນເກົ້າແລ້ວ,ກໍເລີ່ມສົ່ງເຈົ້າສາວໄປຫາເຮືອນເຈົ້າບ່າວ,ຂະບວນແຫ່ເຈົ້າສາວແມ່ນພິລຶກຄຶກຄື້ນທີ່ສຸດ,ແຕ່ກ່ອນແມ່ນຈັດສົ່ງໂດຍຂະບວນມ້າແລະຂະບວນອູດ,ດຽວນີ້ເງື່ອນໄຂຊີວິດການເປັນຢູ່ກໍດີກວ່າແຕ່ກ່ອນແລ້ວ,ຈຶ່ງຈັດສົ່ງໂດຍຂະບວນລົດຈັກຫຼືລົດເກ໋ງ.
ຢູ່ໃນເຜົ່າອີກູ້,ລູງແລະນ້າບ່າວຜູ່ເປັນອ້າຍນ້ອງຂອງແມ່ແມ່ນມີຖານະສູງທີ່ສຸດ,ຄົນເຜົ່າອີກູ້ມີສຸພາສິດວ່າຢູ່ເທິງຟ້າແມ່ນເທວະດາຟ້າແຖນເປັນເຈົ້າ,ຢູ່ທາງລຸ່ມແມ່ນລູງແລະນ້າເປັນເຈົ້າ,ສຸພາສິດຄຳນີ້ໄດ້ສ່ອງແສງເຖິງຖານະສຳຄັນຂອງລູງແລະນ້າບ່າວຢູ່ໃນວົງຄອບຄົວຂອງເຜົ່າອີກູ້,ທ່ານຈົງຊື້ວຸນເວົ້າວ່າ,ລູງແລະນ້າບ່າວແມ່ນຄອງຖານະສຳຄັນທີ່ສຸດຢູ່ໃນການແຕ່ງດອງຂອງຜູ່ສາວເຜົ່າອີກູ້,ຜູ່ສາວຈະເອົາຜົວໄດ້ຫຼືບໍ່ກໍຕ້ອງໄດ້ຮັບອະນຸຍາດຈາກລູງແລະນ້າບ່າວ,ສ່ວນຜູ່ເປັນພໍ່ເປັນແມ່ແມ່ນບໍ່ມີສິດຕັດສິນ,ສ່ວນເລື້ອງໃຫຍ່ໆກ່ຽວກັບການສືບທອດຊັບສົມບັດຂອງຄອບຄົວແລະແບ່ງເຮືອນແບ່ງຊານກັນເປັນຕົ້ນກໍຕ້ອງເປີກສາຫາລືກັບລູງແລະນ້າບ່າວແລະໃຫ້ພວກເພີ່ນມີສິດຕັດສິນ.
ຫລັງຈາກເດັກນ້ອຍເກີດຈາກທ້ອງແມ່ແລ້ວກໍຕ້ອງໃຫ້ລູງຫຼືນ້າບ່າວຕັ້ງຊື່ນ້ອຍໃຫ້,ເມື່ອໃຫຍ່ມາຮອດສາມຂວບຕ້ອງຈັດພິທີແຖຫົວກໍໃຫ້,ລູງຫຼືນ້າບ່າວແຖໃຫ້ບາດທຳອິດ,ຖ້າລູງຫຼືນ້າບ່າວບໍ່ໄດ້ມາຍ້ອນຄາວຽກອັນໃດອັນຫນ່ຶງກໍຕ້ອງຈົ່ງຜົມໄວ້ຫນ້ອຍຫນ່ຶງເພື່ອໃຫ້ລູງຫຼືນ້າບ່າວແຖໃຫ້ຕາມຫລັງ.
ສັງເກດຈາກການແຕ່ງດອງດັ້ງເດີມຂອງເຜົ່າອີກູ້ທີ່ທ່ານຈົງຊື້ວຸນກ່າວມານັ້ນກໍອາດເຫັນໄດ້ວ່າເຜົ່າອີກູ້ແມ່ນມີປະຫວັດມາແຕ່ດົນນານແລ້ວ,ໃນສັດຕະວັດທີ 7 ກໍໄດ້ມີການບັນທຶກການດຳລົງຊີວິດຂອງເຜ່ົາອີກູ້ມາແລ້ວ,ຕັ້ງແຕ່ສະໄຫມບູຮານ,ເຜົ່າອີກູ້ແມ່ນຜ່ານຊີວິດທ່ຽວລ້ຽງສັດທີ່ທ່ຽວຕັ້ງຕູບຢູ່ຕາມແຄມນ້ຳທີ່ມີຫຍ້າ,ພວກເຂົາເຈົ້າແມ່ນຍ້າຍເຮືອນຍ້າຍບ້ານໄປຕາມປ່າຫຍ້າແຄມນ້ຳແລະການປ່ຽນແປງຂອງພູມອາກາດ,ໃນລະດູຫນາວແລະລະດູໃບໄມ້ປົ່ງອາກາດຫນາວຈັດ,ພວກເຂົາເຈົ້າກໍຍ້າຍໄປຢູ່ຕາມທ່ົງຫຍ້າທີ່ພູມີປະເທດອ່າວຕ່ຳແດ່ແລະອາກາດກໍອົບອຸ່ນດີ,ໃນລະດູຮ້ອນແລະລະດູໃບໄມ້ຫຼົ່ນເພື່ອບັງແດດກ້າແລະໃຫ້ສັດລ້ຽງເຕີບໃຫຍ່,ກໍປ້ອງສັດໄປລ້ຽງຢູ່ທົ່ງຫຍ້າແຖວໄມ້ພຸ່ມທີ່ເປັນໂນນສູງແດ່,ເພາະສະນັ້ນ,ໃນລະດູຮ້ອນແລະລະດູໃບໄມ້ຫຼົ່ນຊາວລ້ຽງສັດເຜົ່າອີກູ້ຈ່ິງກັ້ງຜ້າເຮັດຕູບນອນ,ຮອດຍາມຫນາວສ່ວນຫຼາຍແມ່ນນອນຢູ່ໃນເຮືອນໄມ້ໂອບດິນ.
ເນື່ອງຈາກການລ້ຽງສັດເປັນອາຊີບຍາວນານ,ນ້ຳນົມງົວແລະນ້ຳນົມແກະຈຶ່ງເປັນສິ່ງຈຳເປັນໃນຊີວິດຂອງເຜົ່າອີກູ້,ໃນຍາມກ້າວເຂົ້າສູ່ຕົ້ນລະດູຫນາວແມ່ນຍາມສັດລ້ຽງພວມມຸກພີດີງາມ,ໂດຍທົ່ວໄປແລ້ວ,ຄອບຄົວເຜົ່າອີກູ້ຈະຕ້ອງຂ້າງົວຂ້າແກະເພື່ອເອົາໄວ້ກິນໃນລະດູຫນາວແລະລະດູໃບໄມ້ປົ່ງ,ລາງຄອບຄົວກໍຕາກຊີ້ນແຫ້ງໄວ້ໃນລະດູໃບໄມ້ຫຼົ່ນເພື່ອຮັກສາໄວ້ກິນຫຼາຍປີ.
ຊາວເຜົ່າອີກູ້ມັກດື່ມນ້ຳຊາ,ໃນນັ້ນຊານັ້ນຕ້ອງຕື່ມເກືອແລະນ້ຳນົມສົ້ມໃສ່,ການຈັບຊານີ້ແກະມາກິນກໍແມ່ນອາຫານແຊບທີ່ຊາວເຜົ່າອີກູ້ມັກກິນທີ່ສຸດ,ຊາວອີກູ້ກໍຄືກັນກັບເຜົ່າສ່ວນຫນ້ອຍອື່ນໆຢູ່ພາກຕາເວັນຕົກຂອງຈີນ,ແມ່ນມັກຈັບຊີ້ນມາກິນ.ໂດຍທົ່ວໄປແລ້ວເຂົາເຈົ້າບໍ່ມັກໃຊ້ໄມ້ຖູ່.
ເຜ່ົາອີກູ້ແມ່ນຖືສາສະຫນາລາມາ,ບ່າວສາວແຕ່ງດອງຕ້ອງເຊີນພະລາມາເລືອກມື້ສັນວັນດີໃຫ້,ເດັກນ້ອຍກໍຕ້ອງເຊີນພະລາມາຕັ້ງຊື່ໃຫ້,ຄັນທົ່ງຫຍ້າປະສົບໄພພິບັດກໍຕ້ອງໃຫ້ພະລາມາສູດມົນປັດເປົ່າເພື່ອໃຫ້ຢູ່ເຢັນເປັນສຸກ,ນອກນັ້ນ,ການຄະລຳບາງຢ່າງຂອງຊາວເຜົ່າອີກູ້ຍັງຖືກຜົນສະທ້ອນຈາກສາສະຫນາລາມາຢູ່ບໍ່ຫນ້ອຍ,ຕົວຢ່າງຄືຢູ່ໃນຕູບຂອງແຕ່ລະຄອບຄົວຕ້ອງມີຫິ້ງພະພຸດທະຮູບ,ຖ້າເຂົ້າຕູບຜູ່ໃດກໍນ່ັງຢູ່ກາງຕູບບໍ່ໄດ້,ແມ່ຍິງເຂົ້າວັດຍ່າງໄປມາຕາມໃຈບໍ່ໄດ້.
ຢູ່ໃນພຶດຕິກຳການຜະລິດແລະຊີວິດການເປັນຢູ່ເປັນເວລາຍາວນານນັ້ນ,ເຜົ່າອີກູ້ໄດ້ແຕ່ງບົດປະພັນທີ່ມີເນື້ອໃນອຸດົມສົມບູນແລະມີຮູບການຫຼາຍຢ່າງຫຼາຍແນວເຊິ່ງລວມທັງເທບນິຍາຍ,ພື້ນສືບກອນຂັບແລະຄຳສຸພາສິດເປັນຕົ້ນ,ກອນຂັບແມ່ນຮູບການວັນນະຄະດີແນວຫນຶ່ງທີ່ເຜົ່າອີກູ້ນິຍົມຊົມຊອບກວ່າຫມູ່,ການຂັບການລຳແມ່ນມີຖານະສຳຄັນທີ່ສຸດຢູ່ໃນຊີວິດການເປັນຢູ່ຂອງພວກເຂົາເຈົ້າ,ເຜົ່າອີກູ້ມີສຸພາສິດເວົ້າວ່າ,ເມື່ອຂ້ອຍລືມທຳນອງຂັບຂອງບ້ານເກີດ,ແຕ່ຂ້ອຍບໍ່ລືມພາສາຂອງບ້ານເກີດ,ເມື່ອຂ້ອຍລືມພາສາບ້ານເກີດ,ແຕ່ຂ້ອຍບໍ່ລືມທຳນອງຂັບຂອງບ້ານເກີດຢູ່ຕາມທົ່ງຫຍ້າແລະເນີນພູທີ່ເຜົ່າອີກູ້ລ້ຽງສັດນັ້ນ,ກໍເຫັນງົວແກະເປັນຝູງຈົນນັບບໍ່ຖ້ວນແລະໄດ້ຍິນສຽງຂັບທີ່ຈັບອົກຈັບໃຈຄົນຢູ່ທຸກເມື່ອທຸກຍາມ,ກອນຂັບຂອງເຜົ່າອີກູ້ມີເນື້ອໃນອຸດົມສົມບູນ,ທຳນອງຂັບກໍອ້ອຍອິ່ນແລະມີຈັງຫວະໃສແຈ້ງດີ,ກອນຂັບເຫຼົ່ານີ້ຄືກັນກັບຮູບແຕ້ມຫຼາຍໆແຜ່ນທີ່ສ່ອງແສງໃຫ້ເຫັນຮີດຄອງຊີວິດຂອງເຜົ່າອີກູ້ໃນແຕ່ລະດ້ານ.
ຊີວິດການເປັນຢູ່ຂອງເຜົ່າອີກູ້ໃນຊູ່ມື້ນີ້ໄດ້ມີລະດັບສູງຂຶ້ນຢ່າງຫຼວງຫຼາຍພວກເຂົາເຈົ້າບໍ່ພຽງແຕ່ມີການລ້ຽງສັດທໍ່ນັ້ນ,ຫາກຍັງມີອຸດສາຫະກຳແລະການຄ້ານຳອີກ,ຢູ່ໃນເມືອງເຜົ່າອີກູ້ປົກຄອງຕົນອງມີໂຮງງານນວດຫນັງສັດ,ໂຮງງານເຮັດຜ້າຫົ່ມ,ໂຮງແປ້ງຫມີ່,ຍັງມີໂຮງໄຟຟ້າ,ໂຮງພິມແລະອື່ນໆ,ເຜົ່າອີກູ້ທີ່ຂ່ີມ້າມາຫຼາຍເຊັ່ນຄົນນັ້ນ,ດຽວນີ້,ກໍໄດ້ມີກຳມະກອນທັນສະໄຫມທີ່ກຳເຕັກນິກຈຳນວນຫນຶ່ງແລ້ວ.
|
|
|