ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-21 16:53:40    
ເພງ​ທ່ີ​ຂັບ​ຮ້ອງ​ໂດຍ​ນາງ​ຊ້ົງ​ຈູ​ອິງ(ສຽງ)

cri

ທ່ີ​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ຊົມ​ເຊີຍ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ. ​ໃນ​ລາຍການ​ພາກ​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ເພງ​ທ່ີ​ຂັບ​ຮ້ອງ​ໂດຍ​ນາງ​ຊ້ົງ​ຈູ​ອິງ ນັກ​ຮ້ອງ​ເພງ​ຊົນ​ເຜ່ົາ​ທ່ີ​ມີ​ຊ່ື​ສຽງ​ຂອງ​ຈີນ.ກ່ອນ​ອື່ນ​​ເຊີນ​ຟັງ​ເພງ"ຟ້າ​ງ ໝາຊານ​ເກີ່" "ຂີ່​ມ້າ​ຮ້ອງ​ເພງ​ຊາວ​ພູດ​ອຍ".

ນາງ​ຊ້ົງ​ຈູ​ອິງ​ແມ່ນ​ໜ່ຶງ​ໃນນັກ​ຮ້ອງ​ທ່ີ​ມີ​ອິດ​ທິພົນ​ກວ່າ​ໝູ່​ບົນ​ເວທີ​ເພງ​ຊົນ​ເຜ່ົາ​ຂອງຈີນ. ສຽງ​ເພງ​ຂອງ​ນາງ​ຈົບງາມ, ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕືລືລົ້ນ, ສາມາດ​ຂັບ​ຮ້ອງ​ດົນຕີ​ທ່ີ​ມີ​​ເອກະລັກຫຼາຍຊະນິດ​ຢ່າງ​ຊຳ​ນິຊຳນານ. ​ໃນ​ການ​ຊີວິດ​ສິລະ​ປະ​ເປັນ​ເວລາຫຼາຍປີ, ນາງ​ຊ້ົງ​ຈູ​ອິງ​ໄດ້​ຝັງ​ຮາກ​ສິລະ​ປະ​ຂອງ​ຕົນ​ຢູ່​ໃນ​ດິນ​ແຫ່ງ​ດົນຕີ​ຊົນ​ເຜ່ົາ​ຈີນ, ​ແລະ​ຍັງ​ດູດ​ດຶງ​ເອົາ​ເຕັກນິກ​ຂັບ​ຮ້ອງ​ສິລະ​ປາ​ກອນ​ຝ່າຍ​ຕາ​ເວັນ​ຕົກ​ອີກ​ດ້ວຍ, ​ແລ້ວ​ໄດ້​ຕໍ່​ຕົວ​ເປັນ​ເອກະລັກ​ຂັບ​ຮ້ອງ​ຂອງ​ຕົນ​ໂດຍ​ພິ​ເສດ. ຕໍ່​ໄປ​ເຊີນ​ຟັງ​ເພງ​ "ດອກມະ​ລີ" ນາງ​ຊ້ົງຈູ​ອິງ​ຂັບ​ຮ້ອງ. ​ທຳນອງເພງ​ນີ້​ໄພ​ເລາະ​​ເພາະ​ຫູ​ແລະຫຼ່ຽນ​ໄຫຼ, ສະ​ແດງ​ເຖິງ​ຄົນ​ທັງຫຼາຍມັກ​ຮັກ​ແລະ​ຍ້ອງຍໍ​ສໍລະ​ເສີນດອກ​ມະ​ລີ​
.
ນາງ​ຊົ້ງຈູ​ອິງ​ແມ່ນ​ນັກ​ຮ້ອງຜູ່​ໜ່ຶງ​ທ່ີ​ມີ​ຄວາມ​ຊີວິດ​ຊີວາ​ທ່ີ​ສຸດ, ​ໃນ​ງາ​ນລະ​ຕີ​ຂະໜາດ​ໃຫຍ່​ແລະ​ການ​ເຄ່ືອນ​ໄຫວ​ສຳຄັນ​ພາຍ​ໃນ​ປະ​ເທດ, ລ້ວນ​ແຕ່​ຈະ​ໄດ້​ເຫັນ​ນາງ​ຮ້ອງ​ເພງ. ນອກ​ນີ້, ນາງ​ຊົ້ງຈູ​ອິງ​ຍັງ​ໄດ້​ຕາມ​ຄະນະ​ສິລະ​ປະ​ຂອງ​ຈີນ​ໄປ​ຢ້ຽມຢາມ​ເອີ​ລົບ ອາຊີ​ແລະ​ທະວີບອາ​ເມ​ລິ​ກາ, ​ແລກປ່ຽນ​ສິລະ​ປະ​ກັບປະ​ເທດ​ໃນ​ທະວີບ​ເຫຼ່ົານີ້, ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ່​ຊົມ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ປະ​ເທດ​ເຫຼ່ົານີ້. ​ເມ່ືອ​ປີ 2002, ນາງ​ໄດ້​ຈັດ​ງານ​ຮ້ອງ​​ດ່ຽວສ່ວນ​ຕົວ​ທ່ີ​ໃຫ້​ຊ່ືວ່າ "ວັນ​ສິລິ​ມຸງຄຸນ" ຢູ່ຫໍ​ສິລະ​ປາ​ກອນ​ທ່ີ​ຊິດ​ນີ​ແຫ່ງ​ອົສຕຼາລີ​ຢ່າງ​ສຳ​ເລັດ​ຜົນ, ກາຍ​ເປັນ​ນັກ​ຮ້ອງ​ເພງ​ຊົນ​ເຜ່ົາ​ຂອງ​ຈີນ​ຜູ່​ທຳ​ອິດ​ທ່ີ​ຈັດ​ງານ​ຮ້ອງ​ດ່ຽວ​ຢູ່​ພົ້ນທະ​ເລ. ຕໍ່​ໄປ​​ເຊີນ​ຟັງ​ເພງ "ຫາວ​ຢື້​ຈື" ​ແປ​ວ່າ "ວັນ​ສິລິ​ມຸງຄຸນ" ຂັບ​ຮ້ອງ​ໂດຍ​ນາງ​ຊົ້ງຈູ​ອິງ, ​ເພງ​ນີ້​ມີ​ທຳນອງ​ຊີວິດ​ຊີວາ​ແລະ​ເບີກບານ​ມ່ວນ​ຊ່ືນ, ສະ​ແດງ​ເຖິງຄົນ​ທັງຫຼາຍຍ້ອງຍໍ​ສໍລະ​ເສີນ​ແລະ​ຝາກ​ຄວາມ​ຫວັງ​ຕໍ່ຊີວິດ​ການ​ເປັນ​ຢູ່​ອັນ​ດີງາມ​.

​ເມ່ືອ​ເດືອນ​ພະຈິກ​ປີ 2003, ນາ​ງຊົ້ງຈູ​ອິງ​ໄດ້​ຈັດ​ງານ​ດົນຕີ​ຮ້ອງ​ດ່ຽວ​ສ່ວນ​ຕົວ​ອີ​ກ​ເທ່ືອ​ໜ່ຶງ​ຢູ່​ຫໍຄຳ​ກຸງ​ວຽນ​ທ່ີ​ມີ​ຊ່ື​ສຽງ, ສຽງ​ເພງ​ອັນ​ຈົບງາມ​ແລະ​ທ່າ​ທາງ​ອັນ​ສຸພາບ​ໄດ້​ຈັບ​ໃຈ​ຜູ່​ຊົມ​ເອີ​ລົບ, ງານ​ສະ​ແດງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່ຫຼວງ.
ຕໍ່​ໄປ​ເຊີນ​ຟັງ​ເພງ "ຫຼົງສວນ​ຕ້ຽວ" ​ແປ​ວ່າ "ດົນຕີ​ລອຍ​ເຮືອ" ​ເຊ່ິງ​ແມ່ນ​ເພງ​ໜ່ຶງ​ທ່ີ​ນາງ​ຊົ້ງຈູ​ອິງ​ຂັບ​ຮ້ອງ​ໃນ​ງານ​ດົນຕີ​ຮ້ອງ​ດ່ຽວ​ທ່ີ​ຈັດ​ຂຶ້ນຢູ່​ຫໍຄຳ​ກຸງ​ວຽນ. ​ໃນງານ​ດົນຕີ​​ເທ່ືອ​ນີ້, ​ໃນ​ເວລາ​ຮ້ອງ​ເພງ​ພື້ນ​ເມືອງ​ແຂວງ​ຫູ​ໄປ​ນີ້, ການ​ຮ້ອງ​ສະຫຼັບທ່ີ​ມີ​ລະດັບ​ສູງ​ຂອງຄະນະ​ຮ້ອງ​ຮວມໝູ່​ຂອງ​ໂຮງ​ສິລະ​ປາ​ກອນ​ຊົນ​ເຜ່ົາ​ແຫ່ງ​ຊາດ​​ໂອ​ຕຼິສກັບ​ການ​ຮ້ອງ​ຢ່າງ​ຊຳນິ​ຊຳນານ​ຂອງ​ນາງ​ຊົ້ງຈູ​ອິງ, ​ໄດ້​ສ້າງ​ກະ​ແສ​ສູງຂອງບັນຍາກາດ​ອັນ​ມ່ວນ​ຊ່ືນ​ຟົດ​ຟື້ນ​ໃນ​ງານ​ດົນຕີ, ຢູ່​ສະໜາມ​ມີ​ສຽງ​ຕົບມື​ດັງ​ຂຶ້ນຢູ່​ບໍ່​ເຊົາ.

​ເວົ້າສຳລັບ​ນາງ​ຊົ້ງຈູ​ອິງ​ແລ້ວ, ການຈັດ​ງານ​ດົນຕີ​ຊົນ​ເຜ່ົາ​ຂອງ​ຈີນ​ຢູ່​ພົ້ນທະ​ເລ​ແມ່ນ​ສ່ິງ​ທ້າ​ທາຍ​ອັນ​ໜ່ຶງ. ສະນັ້ນ ​ເພ່ືອ​ລື້​ງກັບ​ຄວາມ​ນິຍົມ​ຂອງ​ຜູ່​ຟັງ​ຝ່າຍ​ຕາ​ເວັນ​ຕົກ, ນາງ​ຊົ້ງຈູ​ອິງ​ໄດ້​ປ່ຽນ​ແປງ​​ເອກະລັກ​ຂັບ​ຮ້ອງ​ໜ້ອຍ​ໜ່ຶງ, ​ໃນ​ຂະນະ​ທ່ີ​ຮັກສາ​ສີສັນ​ພິ​ເສດ​ຂອງ​ດົນຕີ​ຊົນ​ເຜ່ົາ​ຂອງ​ຈີນ​ນັ້ນ, ນາງ​ກໍ​ໄດ້​ດູດ​ດຶງ​ເອົາ​ວິທີ​ຂັບ​ຮ້ອງ​ດົນຕີ​ຝ່າຍ​ຕາ​ເວັນ​ຕົກ. ຕໍ່​ໄປ​ເຊີນ​ຟັງ​ເພງ "ກູຫຼາບປ່າ" ​ເພງ​ໂອ​ຕຼິສທ່ີ​ນາງ​ຊົ້ງຈູອິງ​ຂັບ​ຮ້ອງ​ດ້ວຍ​ພາສາ​ເຢຍລະ​ມັນ​ໃນ​ງານ​ດົນຕີ, ​ເພງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ລະດັບ​ຂັບ​ຮ້ອງ​ແບບ​ສາກົນ​ຂອງ​ນາງ, ​ໄດ້​ຮັບ​ການ​ຕີ​ລາຄາ​ເປັນ​ຢ່າງ​ດີ​ຈາກ​ຜູ່​ຊົມ.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ມ້ວນທ້າຍ​ລາຍການ​ພາກ​ນີ້, ​ເຊີນ​ຟັງ​ເພງ "ສຽວ​ເປີ​ຍ​ໂລ​ວ" ​ແປ​ວ່າ "ກວຍ​ນ້ອຍ" ນາງ​ຊົ້ງຈູ​ອິງ​ຂັບ​ຮ້ອງ.
ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ​ໃນ​ທ່າມກາງ​ສຽງ​ເພງ​ອັນ​​ໄຟ​ເລາະ​ເພາະ​ຫູ, ລາຍການ​ນັດ​ພົບ​ໃນ​ວັນ​ອາທິດຂອງ​ພວກ​ເຮົາ​ພາກ​ນີ້ກໍ​ຈະ​ສ້ຽງ​ສຸດ​ລົງ​ແລ້ວ, ຂອບ​ໃຈ​ທ່ີ​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ.