ໃນສະໄໝຍຸດທະຈັກຊຸ່ຍຊ່ິວຂອງຈີນ, ຢູ່ເມືອງສິ໋ນມີຄົນໜ່ຶງຊ່ືວ່າຊຸນຢາງຊຳນານເລືອກມ້າໂຕດີ, ບໍ່ວ່າມ້າຫຍັງ, ເພ່ິນເບ່ິງບາດດຽວກໍຮູ້ວ່າແມ່ນມ້າດີຫຼືບໍ່ດີ. ດ່ັງນັ້ນ ເພ່ິນຖືກຜູ່ອື່ນເຊີນໄປເລືອກມ້າເລື້ອຍໆ.
ມີເທື່ືອໜ່ຶງ, ຊຸນຢາງພວມຍ່າງຢູ່ກາງທາງ, ທັນໃດນັ້ນ ເພ່ິນໄດ້ເຫັນມ້າແກ່ໂຕໜ່ຶງທ່ີພວມລາກລົດບັນທຸກເກືອຮ້ອງໃສ່ເພ່ິນຢູ່ບໍ່ຢຸດບໍ່ເຊົາ, ເພ່ິນເລີຍເຂົ້າໃກ້ໄດ້ເຫັນມ້າໂຕນັ້ນແມ່ນມ້າມະນີກາບ, ມີແຕ່ອາຍຸແກ່ໄປໜ້ອຍໜ່ຶງ. ມ້າໂຕນີ້ລາກລົດຢ່າງລຳບາກ, ຊຸນຢາງຮູ້ສຶກວ່າມ້າມະນີກາບໂຕນີ້ຈ່ັງແມ່ນນ້ອຍໃຈແທ້, ທ່ີຈິງມ້າໂຕນີ້ແມ່ນມ້າໂຕດີຄວນແລ່ນຢູ່ສະໜາມລົບ, ຈະມີບົດບາດໃຫຍ່ກວ່ານີ້ອີກ, ແຕ່ດຽວນີ້ພັດລາກລົດບັນທຸກເກືອຢູ່ນີ້, ຄວາມຫ້າວຫັນແລະກຳລັງວັງຊາຂອງມັນກໍຈະຫາຍໄປເທ່ືອລະກ້າວ, ຈ່ັງແມ່ນເສຍດາຍແທ້ໆ! ເມ່ືອຄິດຮອດນີ້, ຊຸນຢາງອຸກໃຈຈົນນ້ຳຕາໄຫຼອາບໜ້າ.
ເພ່ືອໃຫ້ຄົນຍ່ິງຫຼາຍຮຽນຮູ້ວິທີເລືອກມ້າ, ເຮັດໃຫ້ມ້າມະນີກາບສາມາດເສີມຂະຫຍາຍບົດບາດຂອງຕົນ, ແລະກໍເພ່ືອເຮັດໃຫ້ວິຊາຂອງຕົນສືບທອດຕໍ່ໄປ, ຊຸນຢາງໄດ້ຂຽນປື້ມເຫຼັ້ມໜ່ຶງບັນທຶກບົດຮຽນແລະຄວາມຮູ້ໃນການເລືອກມ້າທ່ີຕົນເອງໄດ້ທ້ອນໂຮມມາຫຼາຍປີ, ແລະປະກອບຮູບພາບຂອງມ້າຊະນິດຕ່າງໆ, ປື້ມນີ້ຊ່ືວ່າ "ວິທີເລືອກມ້າ".
ຊຸນຢາງມີລູກຊາຍຜູ່ໜ່ຶງ, ເມ່ືອລາວໄດ້ອ່ານ "ວິທີເລືອກມ້າ" ຂອງພ່ໍແລ້ວ ກໍຖືວ່າການເລືອກມ້າແມ່ນເລ່ືອງງ່າຍ, ເລີຍຖືປື້ມນີ້ໄປຊອກຫາມ້າດີທ່ົວທຸກແຫ່ງ. ລາວຫາມ້າຕາມຮູບໃນປື້ມ, ບໍ່ໄດ້ຜົນຈັກດີ້. ກໍຫາມ້າຕາມຄຳບັນລະຍາຍໃນປື້ມອີກ, ໃນທ່ີສຸດລາວພົບເຫັນຄັນຄາກໂຕໜ່ຶງຄ້າຍຄືກັນກັບຈຸດພິເສດຂອງມ້າມະນີກາບທ່ີບັນລະຍາຍໃນປື້ມ, ເລີຍເອົາຄັນຄາກໂຕນັ້ນກັບເມືອເຮືອນດ້ວຍຄວາມດີອົກດີໃຈ, ລາວເວົ້າຕໍ່ພ່ໍວ່າ: "ພ່ໍເອີຍ, ລູກຊອກໄດ້ມ້າມະນີກາບໂຕໜ່ຶງ, ມີແຕ່ກີບຕີນດ້ອຍໜ້ອຍໜ່ຶງທໍ່ນັ້ນ.
ພໍໄດ້ເຫັນຄັນຄາກໂຕນັ້ນແລ້ວ, ພໍ່ຫົວບໍ່ໄດ້ໄຫ້ບໍ່ອອກ, ເພ່ິນບໍ່ນຶກບໍ່ຝັນວ່າລູກຕົນໂງ່ແນວນີ້, ເລີຍເວົ້າແບບຕະຫຼົກວ່າ: "ຈ່ັງແມ່ນເສຍດາຍແທ້ ມ້າໂຕນີ້ມັກເຕັ້ນ, ໃຊ້ມາລາກລົດບໍ່ໄດ້". ແລະອຸທານວ່າ: "ນີ້ແຫຼະກໍແມ່ນຊອກຫາມ້າມະນີກາບຕາມຮູບແຕ້ມ".
ດຽວນີ້ ພວກເຮົາມັກໃຊ້ສຸພາສິດຄຳ "ຊອກຫາມ້າມະນີກາບຕາມຮູບແຕ້ມ" ນີ້ມາສຽດສີຄົນທ່ີມັກເຮັດວຽກຕາມວິທີເກ່ົາຢ່າງຕາຍຕົວ, ຍັງມີຄວາມໝາຍອີກແນວໜ່ຶງວ່າຊອກເລ່ືອງຫຼືເຄ່ືອງຂອງຕາມຮ່ອງຮອຍໃດໜ່ຶງ.
|