|
 |
(GMT+08:00)
2004-09-22 17:33:01
|
 |
ຄະນະນັກກິລາພິການຈີນຊິງໄດ້ຫຼຽນຄຳຫຼຽນທີ100ໃນປະຫວັດງານກິລາໂອລິມປິກຄົນພິການ
cri
Author: zs

CRIລາຍງານວ່າ:ວັນທີ21ກັນຍາເວລາທ້ອງຖິ່ນ,ໃນການແຂ່ງຂັນບານປິ່ງປ່ອງເພດຍິງລຸ້ນ6-7ຂອງງານກິລາໂອລິມປິກຄົນພິການຄັ້ງທີ12ທີ່ຈັດຂຶ້ນຢູ່ອາແຕນ,ນາງຈ່າງສຽວລີງ ນັກກິລາຈີນໄດ້ເອົາຊະນະນາງເບິງເຊິນ ໂກວັກສ໌ ມາລີນ ນັກກິລາຊູແອັດດ້ວຍ3ຕໍ່1,ຊິງໄດ້ຫຼຽນຄຳ.ນີ້ແມ່ນຫຼຽນຄຳຫຼຽນທີ100ທີ່ຄະນະນັກກິລາຈີນຊິງໄດ້ແຕ່ເຂົ້າຮ່ວມງານກິລາໂອລິມປິກຄົນພິການໃນປີ1984ເປັນຕົ້ນມາ.

ພາຍຫຼັງນາງຈ່າງສຽວລີງຊິງໄດ້ຫຼຽນຄຳບໍ່ດົນ,ສະຫະພັນຄົນພິການຈີນໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະນັກກິລາຈີນ.ໂທລະເລກຂຽນວ່າ,ໃນ20ປີທີ່ຜ່ານມາ,ພາລະກິດກິລາຂອງຄົນພິການຈີນໄດ້ຂະຫຍາຍຈາກຄວາມເປັນອ່ອນແອນໄປສູ່ຄວາມເປັນເຂັ້ມແຂງ,ໄດ້ຢືນຢູ່ຖັນແຖວປະເທດເຂັ້ມແຂງດ້ານກິລາຄົນພິການໃນສາກົນ.ຄວາມຈະເລີນຮຸ່ງເຮືອງຂອງກິລາໂອລິມປິກຄົນພິການຈີນແມ່ນຜົນສຳເລັດແຫ່ງການບາກບັ່ນສູ້ຊົນຂອງນັກກິລາຄົນພິການຈີນອັນໄພສາທີ່ຈີນໄດ້ຮັບໃນເວລາດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກໃນ20ກວ່າປີມານີ້,ກໍແມ່ນໝາກຜົນທີ່ຕ້ອງເປັນໄປທີ່ພາລະກິດຄົນພິການຂອງຈີນມີການຂະຫຍາຍຕົວຢ່າງຟົດຟື້ນ.
1 2
|
|
|