ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-22 17:49:18    
ເສດຖະກິດ​ຈີນ​ທ່ີ​ພັດທະນາ​​ແບບ​ຍືນ​ຍົງ

cri

ຮອດ​ວັນ​ທີ 1 ຕຸລາ​ປີນີ້, ສາທາລະນະ​ລັດ​ປະຊາຊົນ​ຈີນ​ໄດ້​ສ້າງຕັ້ງຂຶ້ນຄົບຮອບ 55 ປີ​ແລ້ວ. ​ໃນ 50 ກວ່າ​ປີ​ມາ​ນີ້, ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ຈີນ​ໄດ້​​ປະຈັກ​ຕາ​ຄົນ​ທ່ີ​ສຸດ, ​ພ້ອມ​ກັນນັ້ນ ການ​ເຕີບ​ໂຕ​ຂະຫຍາຍຕົວ​ຂອງ​ເສດຖະກິດກໍ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ຂົງ​ເຂດ​ອື່ນໆຮັບ​ການພັດທະນາ​​. ​ໃນ​ລາຍການ​ເສັງ​ຄວາມ​ຮູ້​ຢ່າງ​ເປັນ​ລະບົບກ່ຽວ​ກັບ "ຈີນ​ໃໝ່​ 55 ປີ" ທ່ີ​ເລ່ີ​ມອອກ​ອາກາດ​ໃນ​ມື້​ນີ້, ກ່ອນ​ອື່ນ ພວກ​ເຮົາ​ຂໍ​ສະ​ເໜີ​ເສດ​ຖະ​ກິດ​ຈີນ​ທ່ີ​ພັດທະນາ​ແບບ​ຍືນ​ຍົງສູ່​ທ່ານ​ຟັງ.

​ໃນ 55 ປີ​ກ່ອນ, ການ​ສ້າງສາຂອງ​ປະ​ເທດ​ຈີນ​ໃໝ່​ແມ່ນ​ເລ່ີ​ມ​ບາດກ້າວ​ໃຕ້​ສະພາບ​ຫຍຸ້ງຍາກ​ທ່ີ​ສຸດ. ​ໃນ 30 ປີຕົ້ນຂອງ 55 ປີ​, ສາທາລະນະ​ລັດ​ປະຊາຊົນ​ຈີນ​ແມ່ນ​ພັດ​ທະ​ນາ​ຕາມ​ເບົ້າ​ແບບ​​ສະ​ຫະພາບໂຊ​ວຽດ​​ໂດຍພື້ນຖານ​​, ​ໄດ້​ປະຕິບັດ​ໂຄງ​ປະກອບ​ເສດຖະກິດ​ແຜນການ​ແຫ່ງ​ລັດໃນ​ລະດັບ​ສູງ. ​ໃນ​ໄລຍະ​ນັ້ນ, ຈີນ​ໄດ້​ພັດທະນາອ່າວ​ໄວ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ​ໄດ້​ສູງ​ຂຶ້ນ​ໃນ​ລະດັບ​ໃດ​ໜ່ຶງ, ​ແຕ່​ຂ້ໍ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ເບົ້າ​ແບບ​​ເສດຖະກິດ​ແຜນການ​ກໍ​ກີດຂວາງ​ການ​ພັດທະນາເສດຖະກິດ​ຈີນ​​ເປັນ​ກ້າວໆ, ຮອດ​ທ້າຍ​ຊຸມ​ປີ 70 ສະຕະວັດ​ແລ້ວ​ນີ້, ການ​ພັດທະນາ​ເສດຖະກິດຂອງ​ຈີນ​ໄດ້​ປະ​ສົບ​ພົບ​ພ້ໍ​ການສະກັດ​ກັ້ນອັນ​ໃຫຍ່ຫຼວງ, ສະນັ້ນ ຜູ່​ນຳ​ຈີນ​ໄດ້​ເລ່ີ​ມປະຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະກິດ​ຈາກ​ກົກ​ຮາກ, ນັ້ນກໍ​ຄື​​ເຮັດ​ໃຫ້​ໂຄງ​ປະກອບ​ເສດຖະກິດ​ຫັນ​ຈາກ​​ເສດ​ຖະ​ກິດ​ແຜນການ​ໃນ​ລະດັບ​ສູງ​ມາ​ເປັນເສດຖະກິດ​ຕະຫຼາດສັງຄົມ​ນິຍົມ. ພ້ອມ​ກັນນັ້ນ ຄຽງ​ຄູ່​ກັບ​ສະຖານະ​ການ​ສາກົນ​ໄດ້​ຜ່ອນຄາຍ​ລົງ, ຈີນ​ກໍ​ເລ່ີ​ມ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​​ຢ່າງຮອບດ້ານໂດຍ​ຖື​ການ​​ເປີດ​​ເສດຖະກິດສູ່​ພາຍ​ນອກ​ເປັນ​ແກນ​ກາງຢ່າງ​ວ່ອງ​ໄວ.

ການ​ປະຕິ​ຮູບ​ເສດຖະກິດ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ທ່ີ​ເລ່ີ​ມ​ແຕ່​ທ້າຍ​ຊຸມ​ປີ 70 ສະຕະ ວັດ​ທ່ີແລ້ວ​ ​ເຮັດ​ໃຫ້​ເສດຖະກິດ​ຈີນ​ໄດ້​ມີ​ຄວາມມີ​ຊີວິດ​ຊີວາ​ທ່ີ​ບໍ່​ເຄີຍ​ມີ​ມາ​ກ່ອນ, ທັງໄດ້​ມີ​ການພັດທະນາ​ແບບ​ກ້າວ​ກະ​ໂດດ. ຕາມ​ຕົວ​ເລກ​ທ່ີ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ປະກາດ, ​​ໃນ​ໄລຍະ 25 ປີ​ຄື​ແຕ່​ປີ 1978 ຫາ​ປີ 2003, ສະ​ເລ່ຍ​ແລ້ວ ​ເສດຖະກິດ​ຈີນ​ໄດ້​ເພ່ີມ​ຂຶ້ນລື​່ນກາຍ 9% ຕໍ່​ປີ.

​ເສດຖະກິດ​ຈີນ​​ໄດ້​ເພ່ີມ​ຂຶ້ນຢ່າງ​ສືບ​ເນ່ືອງ​ເປັນ​ເວລາຫຼາຍປີ, ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ລັດຖະບານ​ຈີນ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ໃນ 20 ກວ່າ​ປີ​ມາ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈຳນວນ 200 ລ້ານ​ຄົນ​ທ່ີ​ກິນ​ບໍ່​ອ່ິມ​ນຸ່ງ​ບໍ່​ອຸ່ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ​ປະຈຸ​ບັນ ​ຈີນ​ມີ​ພົນລະ​ເມືອງ 1 ຕື້ 300 ລ້ານ​ຄົນ​, ​ໃນ​ປີ 2003 GDP ສະ​ເລ່ຍຕໍ່​ຫົວ​ຄົນ​​ໄດ້​ລ່ືຍກາຍ 1000 ​ໂດ​ລາ​ສະ​ຫະ​ລັດ​ເປັນ​ຄັ້ງ​ທຳ​ອິດ​.

ການ​ພັດທະນາເສດຖະກິດ​ຂອງ​​ຈີນ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ສໍລະ​ເສີນ​ຈາກ​ບຸ​ກຄົນ​ທ່ີ​ຊ່ື​ດັງ​ຈຳນວນ​ໜ່ຶງ​ໃນ​ວົງ​ການ​ເສດຖະ​ກິດ​ສາກົນ. ​ໃນ​ເວລາ​ກ່າວ​ເຖິງ​ການ​ພັດ​ທະ​ນາ​​ເສດ​ຖະ​ກິດຂອງ​ຈີນ, ທ່ານ​ລໍ​ເລນ​ສ໌ ​ເຄຼອິນ ຜູ່​ໄດ້​​ລາງວັນ​ໂນ​ແບ​ນສາຂາ​ເສດຖະກິດ ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​​ເພັນ​ຊິນ​ເວ​ເນຍອາ​ເມ​ລິ​ກາ​​ກ່າວ​ວ່າ: ທະ​ແນມ​ແຕ່​ທ່ານໄປ​ທ່ຽວ​​ຢູ່​ຈີນ, ​ເບ່ິງ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງຂອງ​ຄົນ​ທັງຫຼາຍ​ໃນ​ຊີວິດ​ການ​ເປັນຢູ່ຢູ່​ຕາມ​ຖະ​ໜົນ​ຫົນທາງ​ແລ້ວ, ທ່ານກໍ​ບໍ່​​ສົງ​ໄສເລ່ືອງ​ຈິງ​ທ່ີ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວນັ້ນ​ເລີຍ.

​ໃນ​ຂະ​ບວນການ​ພັດທະນາ​, ​ເສດຖະກິດ​ຈີນ​​ໃນ​ເມ່ືອ​ກ່ອນທ່ີ​ຂ້ອນ​ຂ້າງ​ອັດ​ຕັນ​ໄດ້​ເຊ່ືອມ​ໂຍງ​ກັບ​ເສດຖະກິດ​ໂລກ​ນັບ​ມື້​ນັບ​​ແໜ້ນ​ແຟ້ນ, ລະດັບ​ການ​​ໄຂປະຕູສູ່​ພາຍ​ນອກ​ຂອງ​ເສດຖະກິດ​ຈີນ​ນັບ​ມື້​ນັບ​ເປີດ​ກວ້າງ​ອອກ. ​ເມ່ືອ​ປີ 2001, ຈີນ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ, ປະຈຸ​ບັນ ຈີນ​ໄດ້​ເຈລະຈາ​​ກັບ​ອາ​ຊຽນກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ອີກ, ພ້ອມ​ກັນນັ້ນ ກໍ​ເພ່ີມ​ທະວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ກັບ​ອົງ​ກອນ​ເສດຖະກິດ​ຄື​ອາ​ເມ​ລິ​ກາ​ແລະ​ສະ​ຫະ​ພາບ​ເອີ​ລົບ​ເປັນ​ຕົ້ນ​ຢ່າງ​ຂະຫຍັນ. ​ໃນຫຼາຍປີ​ມາ​ນີ້ ລະດັບ​ພາສີ​​ລວມ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະ​ເລ່ຍ​ແລ້ວ ອັດຕາ​ພາສີ​​ໄດ້ຫຼຸດລົງ​​ຈາກ 15,3% ກ່ອນ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ເມ່ືອ​ປີ 2001 ຮອດ 10,4% ​ໃນ​ປະຈຸ​ບັນ.

​ໃນ​ດ້ານ​ການ​ຄ້າ​ກັບ​ຕ່າງປະ​ເທດ, ປີ 2003, ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ລ່ືນ​ກາຍ 800 ຕື້​ໂດ​ລາ​ສະຫະລັດ, ​ເປັນ​ທີ 4, ພຽງ​ຖັດຈາກ​ອາ​ເມ​ລິ​ກາ ​ເຢຍລະ​ມັນ ແລະຍ່ີ​ປຸ່ນ​. ປີ 2003, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທ່ີ​ດຶງ​ດູດ​ທຶນ​ຕ່າງປະ​ເທດຫຼາຍກວ່າ​ໝູ່. ​ໃນ​ຂະນະ​ດຽວ​ກັນ, ການ​ສ່ົງ​ອອກແລະ​ການ​ລົງທຶນ​ຂອງ​ຈີນຢູ່​ຕ່າງປະ​ເທດ​ກໍ​ນັບ​ມື້​ນັບ​ຫຼາຍ. ​ໃນ​ສະ​ເພາະ​ໜ້າ​ນີ້ ຈີນ​ແມ່ນ​ປະ​ເທດ​ນຳ​ເຂົ້າ​ລາຍໃຫຍ່​ທີ​ 3 ​ແລະ​ປະ​ເທດ​ລົງທຶນ​ຢູ່​ຕ່າງປະ​ເທດ​ລາຍໃຫຍ່​ທີ 5​ ​ໃນ​ໂລກ.

​ໃຕ້​ສະຖານະ​ການ​ດ່ັງກ່າວ, ຜູ່​ນຳ​ຈີນ​ຍັງ​​ໄດ້ກ່າວຫຼາຍ​ເທ່ືອ​ວ່າ, ຈີນ​ຈະ​ສືບ​ຕໍ່​ເປີດ​ຕະ​ຫຼາດ​ຕໍ່​ທ່ົວ​ໂລກ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໃນ​ກອງ​ປະຊຸມ​ເສດຖະກິດ​ສາກົນ​ເທ່ືອ​ໜ່ຶງ, ທ່ານ​ນາງ​ອູ​ຢີ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ: ການ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ແມ່ນ​ນະ​ໂຍບາຍ​ພື້ນຖານ​ທ່ີ​ລັດຖະບານ​ຈີນ​ຍຶດໝັ້ນ​ເປັນ​ເວລາ​ຍາວ​ນານ, ຈີນ​ຈະ​ຍົກ​ລະດັບ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃຫ້​ສູງ​ຂຶ້ນຢ່າງຮອບດ້ານ, ຍົກ​ເລີກ​ມາດ​ຕະການ​ບໍ່​ແມ່ນ​ພາສີ​ເປັນ​ກ້າວໆ, ​ເປີດ​ກວ້າງ​ຂົງ​ເຂດ​ການ​ລົງທຶນ​ຕໍ່​ນັກທຸລະກິດ​ຕ່າງປະ​ເທດ.

​ໃນຫຼາຍປີ​ມາ​ນີ້, ​ໃນ​ຂະນະ​ທ່ີ​ຂະໜາດເສດຖະກິດ​​ໄດ້​ຮັບ​ການເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮູບ​ແບບ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ກໍ​ມີ​ການ​ປ່ຽນ​ແປງ, ຍຸດທະ​ສາດ​ການ​ພັດທະນາ​​ແບບ​ຍືນ​ຍົງ​ພວມ​ໄດ້​ຮັບ​ຜັນ​ຂະຫຍາຍ​ແລະ​ຈັດຕັ້ງປະຕິບັດ​ເປັນ​ກ້າວໆ. ທ່ານ​ຊິງ​ສຽວ​ຮວາ ຮອງ​ຫົວໜ້າ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ວ່າ: ອຸດສາຫະກຳ​ຄ້ຳຊູ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ບໍ່​ແມ່ນ​ອຸດສາຫະກຳ​ແຮງ​ງາ​ນສຸມ​​ແບບດັ້ງ​ເດີມ​ອີກ​ແລ້ວ, ອຸດສາຫະກຳ​ທຶນ​ສຸມ​ແລະ​ເຕັກ​ໂນ​ໂລ​ຢີສຸມ​ໄດ້​ກາຍ​ເປັນ​ຕົວ​ການ​ນັບ​ມື້​ນັບ​ສຳຄັນ​ໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ຈີນ, ອຸດສາຫະກຳ​ຂ້ໍ​ມູນ​ຂ່າວສານເອ​ເລັກ​ໂຕຼນິກ ອຸດສາຫະກຳ​ອະສັງຫາ​ລີ​ມະ​ຊັບ​ແລະ​ອຸດສາຫະກຳ​ລົດຍົນ​ເປັນຕົ້ນ​ໄດ້​ກາຍ​ເປັນ​ກຳລັງ​ຕົ້ນຕໍ​ທ່ີຊຸກ​ຍູ້​​ເສດຖະກິດ​ຈີນ​ໃຫ້​ເຕີບ​ໂຕ​ຂຶ້ນ.

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ເສດຖະກິດ​ຈີນ​ກັບ​ເສດຖະກິດ​ໂລກ, ບຸກຄົນ​ວົງ​ການ​ເສດຖະກິດ​ໄດ້​ກ່າວ​ໃນ​ກໍລະນີ​ຕ່າງ​ກັນວ່າ, ​ການເຕີບ​ໂຕຂອງເສດຖະກິດ​ຈີນ​​ມີ​ຜົນ​ດີ​ຕໍ່​ຄວາມ​ຈະ​ເລ​ີນ​ແລະການ​ພັດທະນາ​ຂອງ​ເສດຖະກິດ​ໂລກ. ທ່ານ​ດອກ​ເຕີ​ເຫີ​ຟານຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແລະ​ການ​ເມືອງ​ໂລກ​ສະພາ​ບັນດິດ​ວິທະຍາ​ສາດ​ສັງຄົມ​ຈີນ​ກໍ​ຖື​ທັດສະນະ​ດ່ັງກ່າວ. ທ່ານ​ເວົ້າວ່າ: ​ເມ່ືອ​ສັງ​ເກດ​​ໂດຍ​ທ່ົວ​ໄປແລ້ວ​ເຫັນ​ວ່າ, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ຊັກ​ນຳ​ເສດຖະກິດ​ທ່ົວໂລກ. ດ້ານ​ໜ່ຶງ, ຈີນ​ໂປ​ໂລ​ຂຶ້ນມີ​ຜົນ​ດີ​ຕໍ່​ປະ​ເທດ​ພັດທະນາ​ເລ່ັງລັດ​ປັບປຸງ​ອົງປະກອບ​ອຸດສາຫະກຳ​ໃຫ້​ໄວ​ເຂົ້າ, ​​ໄດ້​ສະໜອງ​ບ່ອນ​ລົງທຶນ​ທ່ີ​ດີງາມ​ໃຫ້​ພວກ​ເຂົາ​ເຈົ້າ; ອີກ​ດ້ານ​ໜ່ຶງ, ທ່ີ​ຈິງ​ແລ້ວ ຈີນ​ໂປ​ໂລ​ຂຶ້ນກໍ​ໄດ້​ສ້າງ​ໂອກາດ​ຍ່ິງຫຼາຍ​ໃຫ້​ແກ່​ປະ​ເທດ​ພວມ​ພັດທະນາຢູ່​ອ້ອມ​ຂ້າງ.​

ເອົາລະ ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ລາຍການ​ສະ​ເໜີ​ສະພາບ​ການ​ພັດທະນາ​ເສດຖະກິດຂອງ​​ຈີນ​​​ໃນ 55 ປີແຕ່​ປະ​ເທດ​ຈີນ​ໃໝ່​ສ້າງຕັ້ງຂຶ້ນ​ເປັນຕົ້ນມາກໍ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ທໍ່​ນີ້. ​ໃນ​ຕອນ​ມ້ວນທ້າຍ​ຂອງ​ລາຍການ​ພາກ​ນີ້, ​ເຊີນ​ທ່ານ​ຕອບ​ສອງບັນຫາ​​ດ່ັງ​ລຸ່ມ​ນີ້: ໜ່ຶງ ​​ໃນ 25 ປີ​ຄື​ແຕ່​ປີ 1978 ຫາ​ປີ 2003, ຈັງຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ສະ​ເລ່ຍຕໍ່​ປີ​ໄດ້​ລ່ືນ​ກາຍ​ຈັກ​ເປີ​​ເຊນ? ສອງ ​ໃນ 20 ກວ່າປີມາ​ນີ້, ລັດຖະບານ​ຈີນ​ເຮັດ​ໃຫ້​ປະຊາຊົນ​ເທ່ົາ​ໃດຄົນຫຼຸດພົ້ນອອກ​ຈາກ​ຄວາມທຸກຍາກ​? ​ໃນ​ລາຍການ​ພາກ​ໜ້າ, ພວກ​ເຮົາ​ຈະ​ສະ​ເໜີ​ສະພາບ​ການ​ພັດທະນາ​ຂອງ​ພາລະກິດ​ການ​ສຶກສາ​ຂອງ​ຈີນ​ສູ່​ທ່ານ​ຟັງ. ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ, ສະບາຍດີ.