ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-23 21:06:21    
ການ​ສຶກສາ​ຂອງຈີນທ່ີ​ຮັບ​​​ໃຊ້​​ປະຊາກອນ 1300 ລ້ານຄົນ

cri

ສະພາບ​ການ​ສຶກສາ​​ຂອງ​ປະ​ເທດ​ໜ່ຶງ​​ເວົ້າ​ໃນ​ສ່ວນ​ໃຫຍ່​ສົມຄວນ​ແລ້ວ​ ມັນ​ສ່ອງ​ແສງ​​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ນັ້ນ​, ​ແລະກໍ​ຈະ​ຕົກລົງອະນາຄົດ​ຂອງ​ປະ​ເທດ​ນັ້ນ.ຈີນ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ທ່ີ​ມີ​ປະຊາກອນ 1300 ລ້ານ​ຄົນ, ​ການ​ເຮັດ​ໃຫ້​ພົນລະ​ເມືອງ​ໝົດ​ທຸກ​ຄົນໄດ້ມີ​ໂອກາດ​ຮັບ​ການ​ສຶກສາ, ຍົກ​ຄຸນ​ທາດ​​ວັດທະນະທຳ​ຂອງ​ທ່ົວ​ປວງ​ຊົນ​ໃຫ້​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ​ແມ່ນ​ຈຸດໝາຍ​ທ່ີ​ລັດຖະ​ບານຈີນ​ສະ​ແຫວ​ງຫາ​ໂດຍ​ຕະຫຼອດ. ​ໃນ​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ການ​ສ້າງຕັ້ງປະ​ເທດ​ຈີນ​ໃໝ່​ຄົບຮອບ 55 ປີ​ພາກ​ນີ້, ພວກ​ເຮົາ​ຈະ​​ແນະນຳສະພາບ​ສັງ​ເຂ​ບຂອງການພັດທະນາພາລະກິດ​ການ​ສຶກສາ​ຂອງ​ຈີນ​​ໃນ 55 ປີແຕ່​ສ້າງຕັ້ງປະ​ເທດ​ຈີນ​ໃໝ່​ເປັນຕົ້ນມາ.

ກ່ອນ​ນີ້ 55 ປີ, ສາທາລະນະ​ລັດ​ປະຊາຊົນ​ຈີນ​ໄດ້​ເລ່ີ​ມສ້າງສາ​ປະ​ເທດ​ໃຕ້​ສະພາບ​​ທ່ີ​ພື້ນຖານ​ດ້ານ​ຕ່າງໆ​ລ້ວນ​ແຕ່​ຂີ້ຮ້າຍ​ທ່ີ​ສຸດ. ​ເວົ້າສະ​ເພາະສະພາບພັດທະນາ​​ການ​ສຶກສາ​, ​ໃນ​ຄາວ​ນັ້ນ, ​ໃນ​ພົນລະ​ເມືອງ​ 450 ລ້ານ​ຄົນ​ທ່ົວ​ປະ​ເທດ, ມີ 80% ​ແມ່ນ​ຜູ່​ກືກ​ໜັງສື. ດຽວ​ນີ້, ປະຊາກອນ​ຈີນ​ໄດ້​ເພ່ີມ​ຂຶ້ນຮອດ 1300 ລ້ານ​ຄົນ, ອັດຕາ​ຜູ່​ກືກ​ໜັງສື​ພັດ​ໄດ້​ຫຼຸດ​ລົງ​ຮອດ 6%. ​ແຕ່​ວ່າ 6% ນີ້​ກໍ​ໝາຍ​ຄວາມ​ວ່າ​ຈີນ​ຍັງ​ມີ 70 ກວ່າ​ລ້ານ​ຄົນ​ກືກ​ໜັງ​ສື, ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພັດທະນາ​ພາລະກິດ​ການ​ສຶກສາ​ຂອງ​ຈີນ​ຍັງ​ມີ​ໜ້າ​ທ່ີ​ໜັກ​ໜາ​​ແລະເສັ້ນທາງກໍ​ຍາວ​ໄກ.

​ຈີນມີດິນ​ແດນ​ກວ້າງ​ໃຫຍ່​ໄພສານ, ​ເວົ້າກວມ​ລວມ​ແລ້ວ, ສັງ​ເກດ​ຈາກ​ສະພາບ​ການ​ພັດທະນາ​ຂອງ​ເຂດ​ທ່ີ​ຕ່າງ​ກັນ​​, ​ປະກົດມີຈຸດ​ພິ​ເສດ​ທ່ີ​ລະດັບ​ການ​ພັດທະນາ​ຈາກ​ພາກ​ຕາ​ເວັນ​ອອກ​ຫາ​ພາກ​ຕາ​ເວັນ​ຕົກ​ໄດ້​ຕ່ຳລົງ​​ເປັນ​ຄ້ອຍ. ​ໃນ​ຂົງ​ເຂດ​ການ​ສຶກສາ, ຈຸດ​ພິ​ເສດ​ດ່ັງກ່າວ​ກໍ​ປະກົດ​ວ່າ​ເດ່ັນ​ຊັດທ່ີ​ສຸດ. ນັບ​ມາຮອດ​ປີ​ກາຍ​ນີ້, ​ເຂດ​ທ່ີ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ 9 ປີ​ຂອງ​ຈີນ​ໄດ້​ກວມ​ເຖິງ 91%, ​ເຂດສ່ວນ​ເຫຼືອ 9% ທ່ີ​ຍັງ​ບໍ່​ທັນ​ປະຕິບັດ​ການ​ສຶກສາ​ພາກ​ບັງຄັບ 9 ປີນັ້ນ ຕົ້ນຕໍ​ແມ່ນ​ຢູ່​ພາກ​ຕາ​ເວັນ​ຕົກ. ທ້ອງ​ຖ່ິນ​ເຫຼ່ົານີ້​ຄົມມະນາຄົມ​ບໍ່​ສະດວກ, ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ຂີ້ຮ້າຍ, ການ​ພັດທະນາ​ເສດຖະກິດ​ມີ​ຄວາມ​ຫຍຸ້ງຍາກຫຼາຍ, ຊີວິດ​ການ​ເປັນ​ຢູ່ຂອງ​ຄົນ​ທັງຫຼາຍຍັງ​ບໍ່​ສາມາດ​ບັນລຸການ​ກິນ​ອີ່ມ​ນຸ່ງ​ອຸ່ນ​ໝົດ​ເທ່ືອ, ​ຄອບຄົວ​ຈຳນວນຫຼວງຫຼາຍບໍ່​ມີ​ເງ່ືອນ​ໄຂ​ໃຫ້​ລູກຫຼານ​ເຂົ້າ​ໂຮງຮຽນ, ຢູ່​ບາງ​ບ້ານ​​ໃນ​ຊົນນະບົດ​ຈົນບໍ່​ມີ​​ເງິນ​ປຸກໂຮ​ງຮຽນ​ແບບ​ແຜນ.

​ໂດຍ​ແນ​ໃສ່​ສະພາບ​ການ​ດ່ັງກ່າວ, ​ໃນຫຼາຍປີ​ມາ​ນີ້ ລັດຖະບານ​ຈີນ​ໄດ້​ລົງທຶນໃນ​ດ້ານ​ການ​ສຶກ​ສາ​​ເພ່ີມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ​ໃນ​ກອງ​ປະຊຸມ​ເທ່ືອ​ໜ່ຶງ, ທ່ານ​ໂຈ່​ວຈີ້ ລັດຖະ​ມົນ​ຕີ​ກະ​ຊວງ​ສຶກສາ​ທິການ​ຈີນ​​ແນະນຳວ່າ: ​ໃນຫຼາຍປີ​ທ່ີ​ຜ່ານ​ມາ, ການ​ລົງທຶນ​ໃນດ້ານ​ການ​ສຶກສາ​ຂອງ​ຈີນ​ໄດ້​ເພ່ີມ​ຂຶ້ນຂ້ອນ​ຂ້າງ​ໄວ, ​ໄດ້​ກວມ​ອັດຕາ GDP ເພ່ີມ​ຂຶ້ນຈາກ 2,5% ​ຮອດ 3,41%.

ແຕ່​ປີ​ກາຍ​ເປັນຕົ້ນມາ, ຈີນ​ໄດ້​ເພ່ີມ​ການ​ລົງທຶນ​ສະໜັບສະໜູນ​ການ​ສຶກສາ​ພາກ​ບັງຄັບ​ຢູ່​ຊົນນະບົດຫຼາຍຍ່ິງ​ຂຶ້ນ, ​ສ້ອມ​ແປງ​ອາຄານ​ໂຮງຮຽນ​​ພັດທະນາ​ການ​ສຶກສາ​ດ້ານ​ຂ້ໍ​ມູນ​ຂ່າວສານ​ເປັນຕົ້ນ, ລູກ​ເຕົ້າຂອງຄອບຄົວ​ທ່ີທຸກ​ຈົນ​ຍ່ິງຫຼາຍ​ໄດ້​ຮັບປື້​ມຮຽນຟີ​ແລະ​ການ​ຊ່ອຍ​ເຫຼືອອື່ນໆ. ທ່ານ​ໂຈ່​ວຈີ້ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຈີນ​ຍັງ​ກ່າວວ່າ, ການ​ພັດທະນາ​ການ​ສຶກສາ​ຢູ່​ຊົນນະບົດ​ພາກ​ຕາ​ເວັນ​ຕົກ, ​ແມ່ນ​ວຽກ​ງານ​ສຳຄັນ​ກວ່າ​ໝູ່​ໃນ​ວຽກ​ງານ​ການສຶກສາ​​ຂອງ​ຈີນ​ໃນຫຼາຍປີ​ຂ້າງ​ໜ້າ, ລັດຖະບານ​ຈີນ​ຈະ​ເພ່ີມ​ການ​ລົງທຶນ​ຕ່ືມ​ອີກ​ໃນ​ດ້ານ​ນີ້. ທ່ານ​ເວົ້າວ່າ: ​ໃນຫຼາຍປີ​ຂ້າງ​ໜ້າ​ນີ້, ​ການ​ລົງທຶນ​ດ້ານ​ການ​ສຶກສາ​ທ່ີ​ຈະ​ເພ່ີມ​ຂຶ້ນຕົ້ນຕໍ​ຈະ​ໃຊ້​ໃນ​ຊົນນະບົດ, ​ເພ່ືອ​ເພ່ີມ​ທະວີ​ການ​ສຶກສາ​ຢູ່​ຊົນນະບົດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສຶກສາ​ພາກ​ບັງຄັບ​ຢູ່​ຊົນນະບົດ. ​ໃນຫຼາຍປີ​ຂ້າງ​ໜ້າ​ນີ້, ທຶນ​ທ່ີ​ລັດຖະບານ​ກາງ​ໃຊ້​ໃນ​ຊົນນະບົດ​ພາກ​ຕາ​ເວັນ​ຕົກ ​ແຕ່ລະ​ປີ​ຈະ​ມີ​ເຖິງ 10 ຕື້​ຢວນຂຶ້ນ​ໄປ. ຂະໜາດການ​ລົງທຶນທ່ີ​ບໍ່​ເຄີຍ​ມີ​ມາ​ກ່ອນ​ດ່ັງກ່າວ​ ​ໄດ້​ສະ​ແດງ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ກາງ​ທ່ີ​​ຈະ​ພັດທະນາ​ການ​ສຶກສາຢູ່​ພາກ​ຕາ​ເວັນ​ຕົກ​ໃຫ້​ດີ ​ໂດຍ​ສະ​ເພາະ​ແມ່ນຍົກ​ຄຸນ​ນະພາ​ບ​ການ​ສຶກສາ​ພື້ນຖານຂອງ​ພາກ​ຕາ​ເວັນ​ຕົກ​ໃຫ້​ສູງ​ຂຶ້ນ.

ປະຈຸ​ບັນ ຈີນ​ໄດ້​ເລ່ີ​ມປະຕິບັດ"​ແຜນການ​ດຳ​ເນີນ​ງານ​ສ້າງ​ການ​ສຶກສາ​ໃຫ້​ຈະ​ເລີ​ນ" ຮອບ​ໃໝ່​ແລ້ວ, ອີງ​ຕາມ​ແຜນການ​ນີ້, ​ເມ່ືອຮອດ​ປີ 2007, ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກສາ​ຂອງ​ຈີນ​ທ່ີກວມ​ GDP3,41% ​ໃນ​ປະຈຸ​ບັນຈະ​​ເພ່ີມ​ຂຶ້ນຮອດ 4%, ພາກສ່ວນ​ທ່ີ​ເພ່ີມ​ຂຶ້ນຕົ້ນຕໍ​ໃຊ້​ໃນ​ການ​ສຶກສາ​ຢູ່​ຊົນນະບົດ.

ພົນລະ​ເມືອງ​ຢູ່​ເຂດ​ຊົນນະບົດ​ທ່ີທຸກ​ຈົນທາງ​ພາກ​ຕາ​ເວັນ​ຕົກຂອງ​ຈີນຕ່າງ​ຢູ່​ກະ​ແຈກ​ກະ​ຈາ​ຍ​ກັນ, ນີ້​ກໍ​ແມ່ນ​ຄວາມ​ຫຍຸ້ງຍາກ​ສົມຄວນ​ທ່ີ​ເຂດ​​ເຫຼ່ົານີ້​​ປະ​ເຊີນ​ໃນ​ການ​ປົວ​ແປງ​ສະ​ພາບ​ການ​ສຶກ​ສາ. ​ໂດຍ​ແນ​ໃສ່​ສະພາບ​​ດ່ັງກ່າວ, ພາກສ່ວນ​ການ​ສຶກສາ​ຂອງ​ຈີນ​ຈະ​ແກ້​ໄຂ​ດ້ວຍ​ວິທີ​ສ້າງ​ເປັນ​ໂຮງຮຽນ​ກິນນອນ, ກໍ​ຄື​ໃຫ້​ນັກຮຽນ​ທ່ີ​ຢູ່​ແຈກ​ຢາຍ​ກັນ​ໄປ​ຮຽນ​ຢູ່​ໂຮງ​ຮຽນ​ທ່ີ​ສ່ິງ​ກໍ່​ສ້າງ​​ແລະ​ອຸປະກອນການ​ສຶກສາອ່າວ​ດີ ລະດັບ​ຂອງຄູອ່າວສູງ, ​ໃນ​ຍາມ​ປົກ​ກະ​ຕິ, ນັກຮຽນ​ກິນນອນ​ຢູ່​ໂຮງ​ຮຽນ, ທ້າຍ​ສັບ​ປະ​ດາ​ຄ່ອຍ​ກັບ​ເມືອ​ບ້ານ. ລັດຖະບານ​ຍັງ​ໃຫ້​ຄ່າ​​ເກື້ອກູນ​​ແກ່ນັກຮຽນ​ຜູ່​ທຸກ​ຈົນ, ຮັບ​ປະກັນ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ຮ່ຳຮຽນ​​ຢ່າງ​ອຸ່ນໃຈ.

ລັດຖະບານ​ຈີນ​ບໍ່​ພຽງ​ແຕ່​ພວມ​ພະຍາຍາມ​ຍົກ​ສູງ​ອັດຕາ​ການ​ເຜີຍ​ແຜ່​ການ​ສຶກສາ, ​ເພ່ືອ​​ໃຫ້ສອດຄ່ອງ​ກັບ​ສະຖານະ​ການ​ທ່ີ​ປະ​ເທດໄຂ​ປະຕູ​ສູ່​ພາຍນອກ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໃນຫຼາຍປີ​ມາ​ນີ້, ຍັງ​ໄດ້​ເຜີຍ​ແຜ່​ການ​ສິດສອນພາສາ​ຕ່າງປະ​ເທດ​ໃນ​ໂຮງຮຽນ​ປະຖົມ​ທ່ົວ​ປະ​ເທດ​ອີກ​ດ້ວຍ. ​ໃນ​ເວລາ​ນັກ​ຂ່າວ​ໄປເອົາ​ຂ່າວ​ຢູ່​ເມືອງ​ອູ​ລູມູສີ​ແຫ່ງ​ເຂດ​ຊິນ​ຈຽງ​ເຜ່ົາ​ເວີຍ​ອູ​ເອີ​ປົກຄອງ​ຕົນ​ເອງ ​ເຊ່ິງ​ເປັນ​ເຂດ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ, ນັກ​ຂ່າວ​ໄດ້​ເຫັນ​ວ່າ, ນັກຮຽນ​ປະຖົມ​ເຜ່ົາ​ເວີຍ​ອູ​ເອີ​ຢູ່ແຫ່ງ​ນີ້​ກໍ​ຮຽນພາສາ​ອັງກິດ.

ນາງ​ຊື​ເວີຍ​ຕາ ຄູ​ສອນ​ຢູ່​ໂຮງຮຽນ​ປະຖົມ​ເລກ​ໜ່ຶງ​ເມືອງ​ອູ​ລູມູສີ​ບອກ​ນັກ​ຂ່າວ​ວ່າ, ​ໂມງ​ຮຽນ​ພາສາ​ອັງກິດ​​ໃນໂຮງຮຽນ​ປະຖົມ, ຕົ້ນຕໍ​ແມ່ນ​ສອນ​ໃຫ້​ນັກຮຽນ​ຟັງ​ແລະເວົ້າພາສາ​ອັງກິດ, ພວກ​ເດັກນ້ອຍມັກຫຼາຍ.

​ໃນ​ຂະນະທ່ີ​ພະຍາຍາມ​ເຮັດ​ວຽກ​ການ​ສຶກສາ​ພື້ນຖານ​ໃຫ້​ດີນັ້ນ, ລັດຖະບານ​ຈີນ​ກໍ​ສຸດ​ທ່ີ​ເອົາ​ໃຈ​ໃສ່​ນຳການ​ສຶກສາ​ຊັ້ນສູງ, ​ໂດຍ​ສະ​ເພາະ​ແມ່ນ​ໃນຫຼາຍປີ​ມາ​ນີ້, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ລັດຖະບານ, ​ໂຮງຮຽນ​ຊັ້ນສູງ​ຂອງ​ຈີນ​ໄດ້​ຮັບ​​ນັກ​ສຶກ​ສາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ວິຊາ​ສະ​ເພາະ ວິຊາຫຼັກ ນັກ​ສຶກສາ​ຊັ້ນ​ປະ​ລິນຍາ​ໂທ​ເພ່ີມ​ຂຶ້ນຢ່າງ​ຫຼວງ​ຫຼາຍ. ປີ​ນີ້ ຈຳນວນ​ນັກ​ສຶກສາ​ທ່ີ​ໂຮງຮຽນ​ຊັ້ນສູງ​ຂອງ​ຈີນ​ຮັບ​ເອົາ​ໃໝ່​ມີ​ຫຼາຍ​ກວ່າ 4 ລ້ານ 2 ​ແສນ​ຄົນ, ​ຫຼາຍກວ່າ​ທຸກ​ປີຜ່ານມາ. ​ແຕ່​ວ່າ, ​ເຖິງ​ວ່າ​ຮັບ​ເອົາ​ນັກ​ສຶກສາ​ບໍ່​ໜ້ອຍ, ​ແຕ່​ຍ້ອນ​ນັກຮຽນ​ຈີນ​ມີ​ຈຳ​ນວນ​ຫຼວງ​ຫຼາຍ​ທ່ີ​ສຸດ, ສະ​ນັ້ນ ​ໃນ​ສະ​ເພາະ​ໜ້າ​ນີ້, ອັດຕາ​ເຂົ້າ​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ຈີນ​ມີ​ພຽງ​ແຕ່ 17% ທໍ່​ນັ້ນ. ຈີນ​ວາງ​ແຜນຮອດ​ປີ 2020 ​​ໃຫ້​ອັດຕາ​ດ່ັງກ່າວ​ສູງ​ຂຶ້ນຮອດ 32%.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ກ່ຽວ​ກັບ​ການ​ສຶກສາ​ຂອງ​ຈີນມື້​ນີ້ ພວກ​ເຮົາ​ຂໍ​ລົມ​ແຕ່​ທໍ່ນີ້ກ່ອນ. ຕໍ່​ໄປ​ພວກ​ເຮົາຈະຕັ້ງຄຳ​ຖາມ​ສອງ​ຂ້ໍ​​ຕາມ​ເນື້ອ​ໃນ​ຂອງ​ລາຍການ​ມື້​ນີ້, ​​ຖ້າ​ທ່ານ​ໄດ້​ຮັບ​ຟັງ​ລາຍ​ການ​ມື້​ກີ້​ນີ້​ແລ້ວ, ທ່ານ​ກໍ​ຄົງ​ຈະ​ຕອບ​ໄດ້. ຄຳ​ຖາມ​ທີ​ໜ່ຶງ: ຈີນ​ປະຕິບັດ​ລະບອບ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຈັກ​ປີ? ຄຳ​ຖາມ​ທີ​ສອງ: ​ໃນຫຼາຍປີ​ຂ້າງ​ໜ້າ, ​ໃນ​ທຶນການ​ສຶກສາຂອງ​ຈີນ, ສ່ວນທ່ີ​ເພ່ີມຂຶ້ນ​ຈະ​ໃຊ້​ໃນ​ຊົນນະບົດຫຼືຕົວ​ເມືອງ? ຕໍ່​ໄປ ຂ້າພະ​ເຈົ້າຈະ​ອ່ານຄຳ​ຖາມ​ 2 ຂ້ໍ​ນີ້ຄືນ​ອີກ​ເທ່ືອ​ໜ່ຶງ, ຄຳ​ຖາມທີ​ໜ່ຶງ: ຈີນ​ປະຕິບັດ​ລະບອບ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຈັກ​ປີ? ຄຳ​ຖາມ​ທີ​ສອງ: ​ໃນຫຼາຍປີ​ຂ້າງ​ໜ້າ, ​ໃນທຶນ​​​ການ​ສຶກສາຂອງ​ຈີນ, ສ່ວນ​ທ່ີ​ເພ່ີມ​​ຂຶ້ນ​ຈະ​ໃຊ້​ໃນ​ຊົນ​ນະ​ບົດ​ຫຼື​ຕົວ​ເມືອງ? ​ໃນ​ລາຍ​ການ​ພາກ​ໜ້າ, ພວກ​ເຮົາ​ຈະ​ສະ​ເໜີ​ສະ​ພາບ​ກວມ​ລວມ​ໃນ​ດ້ານການ​ດຳລົງ​ຊີວິດແລະ​ການ​ພັດທະນາ​ໃນຫຼາຍສິບ​ປີຜ່ານມາ​ຂອງ 50 ກວ່າ​ຊົນ​ເຜ່ົາ​ສ່ວນ​ໜ້ອຍຂອງ​ຈີນ, ​ເຊີນ​ທ່ານ​ຈ່ົງ​ຕິດຕາມ. ຂໍ​ຂອບ​ໃຈ​ທ່ານ​ທ່ີ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ລາ​ຍການ​ໜ້າ, ສະບາຍດີ.