ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-24 13:55:41    
ຜູ່​ຊ່ຽວຊາ​ນຊີ້​ອອກ​ວ່າ,​ເດັກນ້ອຍ​ກິນ​ທາດ​ບຳລຸງຫຼາຍ​ເກີນ​ໄປ​ອາດ​ຈະ​ພາ​ໃຫ້​ເປັນ​ສາຍຕາ​ສັ້ນ(ສຽງ)

cri Author: li

ຕາມ​ຂ່າວສານ​ຊິນ​ຮວາ: ຜູ່​ຊ່ຽວຊານ​ດ້ານ​ການ​ຮັກສາ​ສຸຂະພາບ​ເດັກນ້ອຍ​ຊີ້​ອອກ​ວ່າ,ນອກຈາກ​ການເຜີຍ​ແຜ່ຄອມ​ພິວ​ເຕີ​,​ໃຫ້ການ​ສຶກສາ​ວັດທະນະທຳ​ໄວ​ເກີນ​ໄປ​ແລະ​ປັດ​ໄຈ​ອື່ນໆ​ຈະ​ພາ​ໃຫ້​​ເດັກນ້ອຍ​​ເປັນ​ສາຍ​ຕາ​ສັ້ນຍ້ອນ​ສາຍຕາ​ອ່ອນ​ແລ້ວ,​ເດັກນ້ອຍ​ກິນ​ທາດ​ບຳລຸງຫຼາຍ​ເກີນ​ໄປ​ກໍ​ອາດ​ຈະ​ພາ​ໃຫ້​ສາຍຕາ​ສັ້ນ.

ຫວ່າງ​ມໍ່​ໆ​ນີ້ ພະນັກງານ​ພະ​ແນ​ກຕາ​ຂອງ​ສູນ​ຮັກສາ​ສຸຂະພາບ​​ແມ່​ແລະ​ເດັກ​ນະຄອນ​ທຽນ​ສິນ​ໄດ້​ກວດກາສາຍຕາ​ຂອງ​ເດັກນ້ອຍ​ອາຍຸ 5,6 ຂວບ 10362 ຄົນ​ຂອງໂຮງຮຽນ​ອານຸບານ​ 57 ​ແຫ່ງໃນ​ເມືອງ​ແລະ​ເຂດ​ຊານ​ເມືອງ​ທຽນ​ສິນ,ຜົນ​ການສຳຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,​ເດັກນ້ອຍ​ອາຍຸ 5 ຂວບ 6,82% ​ເປັນສາຍຕາ​ສັ້ນ,​ເດັກນ້ອຍ​ອາຍຸ 6 ຂວບ 14,38% ​ເປັນສາຍຕາ​ສັ້ນ,​ແລະ​ມີ​ເດັກນ້ອຍ​ອາຍຸ 6 ຂວບ 10,61% ສາຍຕາ​ສັ້ນ​ກວ່າ​ເວລາ​ອາຍຸ 5 ຂວບ.

ກ່ຽວ​ກັບ​ສາຍ​ເຫດ​ທີ່​ພາ​ໃຫ້​ເດັກນ້ອຍ​​ເປັນສາຍຕາ​ສັ້ນ ທ່ານ​ໂຮ້ລີ້​ອານ ຫົວໜ້າ​ນາຍ​ໝໍ​ພະ​ແນ​ກຕາ​ຂອງ​ສູນ​ຮັກສາ​ສຸຂະພາບ​ແມ່​ແລະ​ເດັກ​ນະຄອນທຽນ​ສິນ​ເວົ້າວ່າ, ການ​ສຳຫຼວດ​ເທື່ອ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ເດັກນ້ອຍ​ທີ່​ສາຍຕາ​ສັ້ນ​ນັ້ນ ຢູ່​ກາງ​ເມືອງຫຼາຍກວ່າ​ຢູ່​ເຂດຊານ​ເມືອງ. ນີ້​ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ພໍ່​ແມ່​ຂອງ​ເດັກນ້ອຍ​ໃນ​​ເທດສະບານເມືອງ​ທີ່​ໃສ່​ແວ່ນຕາ​ນັ້ນກໍ​ຫຼາຍ​ແດ່,ມັກ​ຈະ​ສືບ​​ເຊື້ອ​ໃຫ້​ລູກ(ຖ້າ​ພໍ່​ແມ່​ມີ​ຝ່າຍ​ໜຶ່ງ​​ເປັນສາຍຕາ​ສັ້ນ,ລູກ​ກໍ​ມີ​ຄວາມ​ອາດ​​ເປັນ​ໄປ​ໄດ້ 50% ​ຈະເປັນ​ສາຍຕາ​ສັ້ນ),ຍັງ​ຍ້ອນ​ວ່າ​ໂຮງ​ຮຽນອະນຸບານ,​ໂຮງຮຽນ​ບາງ​ແຫ່ງ​ແລະ​ພໍ່​ແມ່​ເດັກນ້ອຍ​ໃຫ້​ເດັກນ້ອຍ​ເພີ່ມ​ທະວີ​ການ​ຮ່ຳຮຽນ​ວັດທະນະທຳ​ເຊັ່ນ​ຮຽນ​ໜັງສື​​​​ເປັນຕົ້ນໄວ​ເກີນ​ໄປ,ບວກ​ກັບ​ອັດຕາ​​ເຜີຍ​ແຜ່​ຄອມ​ພີ​ວ​ເຕີ​ໃນ​ຕົວ​ເມືອງ​ກໍ​ສູງ,ຈຶ່ງເຮັດ​ໃຫ້ການ​ຫາບ​ແບກ​ດ້ານ​ຈັກຂຸ​ວິນ​ຍານ​ຂອງ​ເດັກນ້ອຍ​ເພີ່ມ​ຂຶ້ນ,​ເຮັດ​ໃຫ້​ຕາ​ເມື່ອຍຫຼາຍ,ມັກ​ຈະ​ພາ​ໃຫ້​​ເປັນສາຍຕາ​ສັ້ນ.

ນອກ​ນີ້,ທ່ານ​ໂຮ້ລີ້​ອ່ານ​ຊີ້​ເນັ້ນວ່າ,ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ໃນ​ຕົວ​ເມືອງ​ສູງ​ກວ່າ​ຄອບຄົວ​ຢູ່​ເຂດຊານ​ເມືອງ​ໂດຍ​ທົ່ວ​ໄປ,ພໍ່​ແມ່​ໃຫ້​ເດັກນ້ອຍ​ກິນ​ອາຫານ​ທີ່​ມີ​​ໄຂມັນ​ແລະກາ​ໂລ​ລີສູງ​ຢ່າງຫຼວງຫຼາຍ,​ສ່ວນ​ວິຕາມິນ​ແລະ​ທາດ​ແຮ່​ຈານ​ພັດຂາດ​ເຂີນ​ໂດຍ​ທົ່ວ​ໄປ,ຍ້ອນ​ວ່າ​ວິຕາມິນ​ອາ​ແລະ​​ແຄນ​ຊຽມ​ແມ່ນ​ສານ​ທີ່​ຕ້ອງການ​ໃນ​ການ​​ເຕີບ​ໃຫຍ່​ຂອງ​ແກ່ນຕາ,ຖ້າ​ຂາດ​ເຂີນ​ທາດ​ບຳລຸງ​ເຫຼົ່ານີ້ຈະ​ພາ​ໃຫ້​ກຳລັງ​ໜີບ​ໃນ​ເບົ້າຕາ​ເພີ່ມ​ຂຶ້ນ,​ແລ້ວ​ພາ​ໃຫ້​ແກ່ນຕາ​ສວດ​ອອກ,ພາ​ໃຫ້​ສາຍຕາ​ສັ້ນ,ນີ້​ກໍ​ແມ່ນ​ມູນ​ເຫດ​ສຳຄັນ​ອັນ​ໜຶ່ງ​ທີ່​ເດັກນ້ອຍຫຼາຍຄົນ ​ເຖິງ​ວ່າ​ຕາ​ບໍ່​ເປັນ​ພະຍາດ​ຫຍັງ,​ແຕ່​ຍັງ​ຄົງ​ມີ​ສະພາບ​ສາຍຕາ​ສັ້ນ​ເຊັ່ນ​ສາຍຕາ​ອ່ອນ​ເປັນຕົ້ນ​ໃນ​ປະຈຸ​ບັນ.

ຕໍ່​ເລື່ອງ​ນີ້ ທ່ານ​ໂຮ້ລີ້​ອານ​ເຕືອນ​ໃຫ້​ພໍ່​ແມ່ອັນ​ໄພສານ​ວ່າ,ການ​ປິ່ນປົວ​ເດັກນ້ອຍ​ທີ່​ສາຍຕາ​ອ່ອນ​ໃນ​ອາຍຸ​ຍິ່ງ​ນ້ອຍ​ແລະ​ຍິ່ງ​ໄວຈະ​ໄດ້ຜົນ​ຍິ່ງ​ດີ,ບາ​ສອງ​ສາມ​ເດືອນ ພໍ່​ແມ່​ຄວນ​ພາ​ລູກ​ໄປ​ກວດ​ຕາ​ເທື່ອ​ໜຶ່ງ,​ດົນ​ທີ່​ສຸດ​ຄວນປີ​ໜຶ່ງ​​ໄປ​ກວດກາ​ເທື່ອ​ໜຶ່ງ,​ເພື່ອ​ຈະ​ໄດ້​ເຫັນ​ສາຍຕາ​ອ່ອນ​ແລະ​ພະຍາດ​ຕາ​ອື່ນໆ​ໂດຍ​ໄວ. ​ໃນ​ຍາມ​ທຳ​ມະ​ດາ,ພໍ່​ແມ່​ຄວນ​ສອນ​ໃຫ້​ລູກ​ໃຊ້​ຕາ​ຢ່າງ​ຖືກຕ້ອງ,​ເອົາ​ໃຈ​ໃສ່​ນຳ​ເວລາ,​ໄລຍະ​ຫ່າງ​ກັນ​ແລະ​ແສງ​ໃນ​ເວລາ​ອ່ານໜັງສື,ຫັດ​ກາຍຍະ​ກຳ​ຮັກສາ​ຕາ,​ເບິ່ງ​ທາງ​ໄກ​ແລະ​ຫັດກາຍ​ຢູ່​ນອກ​ເຮືອນ​ເລື້ອຍໆ​ເປັນຕົ້ນ. ​ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍ​ທີ່​​ເປັນ​ສາຍຕາ​ສັ້ນ​ແລ້ວ​ຫຼືຄອບຄົວມີ​ປະຫວັດ​ເປັນ​ສາຍຕາ​ສັ້ນ,​ໃນ​ຍາມ​ປົກກະຕິ,ບໍ່​ຄວນຕິ​ອາຫານ,​ຄວນ​ກິນ​ຂອງຫວານ​ໜ້ອຍ, ​ໃນ​ອາຫານ​ການ​ກິນ​ທຳ​ມະ​ດາ,ຄວນ​​ເອົາ​ໃຈ​ໃສ່​ນຳ​ການກິນ​ທາດ​ບຳລຸງ​ທີ່​ພົວພັນ​ເຖິງ​ຕາ​ເຊັ່ນ​ວິຕາມິນ​ອາ,ວິຕາ​ມັນ​ເບ​ໜຶ່ງ,​ເບ​ສອງ,ວິຕາ​ມິນ​ເດ,ວິຕາມິນ​ເອີ​ເປັນຕົ້ນ,ພ້ອມ​ກັນນັ້ນ ​ກໍເອົາ​ໃຈ​ໃສ່​ສັງ​ເກດ​​ເບິ່ງປະກົດ​ການ​ຂອງ​ເດັກນ້ອຍ,ຖ້າ​ເຫັນ​ວ່າ​ເດັກນ້ອຍ​ມັກ​ເບິ່ງ​ໂທລະພາບ​ຢູ່​ໃກ້,​ແກ່ນຕາ​ສັ່ນ​ສະ​ເທືອ​ນ,ບ່ອນ​ຫົວ​ຜິດ​ປົກກະຕິ​ແລະມັກ​ຫິບ​ຕາ​ເບິ່ງ​ສິ່ງ​ຂອງ​​ເປັນຕົ້ນ,ຕ້ອງ​ເອົາ​ໃຈ​ໃສ່​ນຳ.

ການ​ກິນ​ເຫຼົ້າຢ່າງຫຼວງຫຼາຍມັກ​ຈະ​ເປັນ​ມະ​ເຮັງ​ຕ່ອມ​ນົມ

ການ​ສຳຫຼວດຢ່າງ​ຂະໜາດ​ໃຫຍ່​ທີ່​ໜ່ວຍ​ຄົ້ນຄວ້າ​ເຊິ່ງ​ນຳ​ໂດຍສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ແພດສາດ​​​ໄອ​ຈີຍີ່ປຸ່ນ​ດຳ​ເນີນ​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ,​ເພດ​ຍິງ​ດື່ມ​ເຫຼົ້າ​ຂາວ 15 ກຼາມຂຶ້ນ​ໄປ​ຕໍ່​ມື້ ຄວາມ​ອັນຕະລາຍ​ທີ່​ຈະເປັນ​ມະ​ເຮັງ​ຕ່ອມ​ນົມ​ຈະ​ສູງ​ກວ່າ​ຜູ່​ທີ່​ບໍ່​ດື່ມເຫຼົ້າ 3 ​ເທົ່າ.

ຕາມ​ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ,ໜ່ວຍ​ຄົ້ນຄວ້າ​ໄດ້​ຕິດຕາມ​ສຳຫຼວດ​ເພດ​ຍິງ​ອາຍຸ​ແຕ່ 40 ຮອດ 79 ປີລວມ 3 ໝື່ນ 6 ພັນ​ຄົນ​ຢູ່ 24 ​ເຂດ​ຍີ່ປຸ່ນ​ເປັນ​ເວລາ 7 ປີ​ເຄິ່ງ,​ໃນ​ໄລຍະ​ສຳຫຼວດ,​​ໃນ​ຈຳນວນ​ເພດ​ຍິງ​ເຫຼົ່ານີ້ ມີ 151 ຄົນ​ເປັນ​ມະ​ເຮັງ​ຕ່ອມ​ນົມ. ຜົນການ​ສຳຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,ຜູ່​ທີ່​ດື່ມເຫຼົ້າ​ຂາວ 15 ກຼາມຂຶ້ນ​ໄປ​ຕໍ່​ມື້​ຈາກ​ເຫຼົ້ານັ້ນ ມີ​ຄວາມ​ອັນຕະລາຍ​ເປັນ​ມະ​ເຮັງ​ຕ່ອມ​ນົມ​ສູງ​ກວ່າ​ຜູ່​ບໍ່​ດື່ມເຫຼົ້າ 2,9 ຮອດ 3 ​ເທົ່າ. ນອກ​ນີ້ ຜົນ​ການສຳຫຼວດຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເພດ​ຍິງ​ທີ່​ດື່ມ​ເຫຼົ້າ​ຂາວ​ຕ່ຳ​ກວ່າ 15 ກຼາມຕໍ່​ມື້ຈາກ​ເຫຼົ້ານັ້ນ ບໍ່​ຕ່າງ​ຫຍັງ​ກັບ​ຜູ່​ທີ່​ບໍ່​ດື່ມ​ເຫຼົ້າ​ໃນ​ດ້ານ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະເປັນ​ມະ​ເຮັງ​ຕ່ອມ​ນົມ.

ອາຈານ​ຂອງ​ມະຫາວິທະຍາ​ໄລ​ແພດສາດ​ໄອ​ຈີ​ຍີ່​ປຸ່ນທີ່​ເຂົ້າຮ່ວມ​ການ​ສຳຫຼວດ​ເວົ້າວ່າ,ການ​ດື່ມ​ເຫຼົ້າຢ່າງຫຼວງຫຼາຍຈະ​ພາ​ໃຫ້​ຮອກ​​ໂມນ​​ແມ່​ຊຶມ​ອອກ​ເພີ່ມ​ຂຶ້ນ,ຮອກ​​ໂມນ​ແມ່​ສາມາດ​ຊຸກ​ຍູ້​ໃຫ້​ຈຸ​ລັງ​ມະ​ເຮັງ​ຕ່ອມ​ນົມ​ເຕີບ​ໂຕ​ເພີ່ມ​ຂຶ້ນ.