ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-25 16:24:21    
ນາຍົກລັດຖະມົນຕີອີຣັກຮຽກຮ້ອງ​ປະຊາ​ຄົມ​ໂລກ​ໃຫ້​ຊ່ອຍ​ເຫຼືອ​ອີຣັກສ້າງສາ​ຄືນ​ໃໝ່ ອາ​ເມ​ລິ​ກາ​ກ່າວ​ເປັນຄັ້ງທຳ​ອິດ​ວ່າ​ອາດຈະ​ຖອນ​ທະຫານ​ອອກຈາກອີຣັກ​ກ່ອນ​ອີຣັກ​ບັນ​ລຸ​ສັນຕິພາບ​ຢ່າງ​ສົມບູນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 24 ກັນຍາ​ນີ້ ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​​ໃຫຍ່ອະ​ພິ​ປາຍທ່ົວ​​ໄປ​​ຄັ້ງທີ 59ຂອງສະຫະ​ປະຊາ​ຊາດ, ທ່ານ​ອາ​ລາ​ວີ ນາຍົກລັດ​ຖະມົນຕີອີຣັກ​ໄດ້​ຮຽກ​ຮ້ອງ​ປະຊາ​ຄົມ​ໂລກ​ໃຫ້​ການ​ຊ່ອຍ​ເຫຼືອຍ່ິງຫຼາຍ​ແລະ​ຍິ່ງ​ທັນ​ການ​ແກ່​ການສ້າງ​ສາ​ອີ​ຣັກ​ຄືນ​ໃໝ່​​. ທ່ານ​ກ່າວ​ວ່າ, ການທ່ີມີ​ຄວາມ​ສົງ​ໄສ​ຕໍ່​ຄວາມ​ຊອບ​ກົດ​ໝາຍ​ຂອງສົງຄາມ​ອີຣັກ​ທ່ີອາ​ເມ​ລິ​ກາ​ກໍ່​ຂຶ້ນ​ນັ້ນບໍ່​ຄວນ​ກາຍ​ເປັນ​ສ່ິງ​ກີດ​ຂວາງ​ຂອງ​ການ​ຊ່ອຍ​ເຫຼືອ​ອີ​ຣັກ​ສ້າງ​ສາ​ຄືນ​ໃໝ່.​

ໃນ​ມື້​ດຽວ​ກັນ, ພາຍຫຼັງພົບ​ປະ​ກັບ​ທ່ານ​ອາ​ລາ​ວີ​ຢູ່​ທຳນຽບຂາວ​ແລ້ວ, ທ່ານ​ລາມສ໌ຟິວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ອາດ​ຈະ​​ເລ່ີ​ມຖອນ​ທະຫານ​ອອກ​ຈາກ​ອີຣັກກ່ອນ​ອີຣັກບັນລຸ​ສັນຕິພາບ​ຢ່າງ​ສົມບູນ. ທ່ານ​ຍັງ​ກ່າວ​ວ່າ, ກອງ​ທະຫານ​ຕ່າງປະ​ເທດ​ຢ່າງຫຼວງຫຼາຍປະຈຳ​ຢູ່​ອີຣັກພາ​ໃຫ້​ສະຖານະ​ການ​ອີຣັກເຄ່ັງ​ຕຶງຂຶ້ນ.