ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-26 16:49:21    
ທ່ານ​ຄູ​ໄລ​ກ່າວ​ວ່າ​ໄດ້​ກຽມພ້ອມ​ແລ້ວ​ທ່ີ​ຈະ​ເຈລະຈາ​ກັບ​ທ່ານ​ຊາ​ລົງ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 25 ກັນຍາ​ນີ້ ທ່ານ​ຄູ​ໄລ ນາຍົກລັດຖະມົນຕີລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ກ່າວ​ວ່າ, ທ່ານ​ໄດ້​ກຽມພ້ອມ​ແລ້ວ​ທ່ີ​ຈະ​ເຈລະຈາ​ກັບ​ທ່ານ​ຊາ​ລົງ ນາຍົກລັດຖະມົນຕີ​ອິສລາ​ແອນ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຢູ່​ເມືອງ​ລາມາ​ລາທ່ີ​ຢູ່​ຝ່ັງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ, ທ່ານ​ຄູ​ໄລ​ກ່າວ​ວ່າ, ການ​ເຈລະຈາ​​​ເທ່ືອນີ້​ຄວນ​ແມ່ນການ​ເຈລະຈາ​​ທີ່​​ໄດ້ທຳ​ການ​ກະກຽມ​ຢ່າງ​ເຕັມ​ສ່ວນ​ກ່ອນ​ແລະ​ຈະ​ໄດ້​ຮັບໝາກຜົນ​ອັນ​ຕັ້ງໜ້າ​ແລະ​ອຸດົມສົມບູນ. ທ່ານ​ເຜີຍ​​ໃຫ້​ຮູ້​ວ່າ, ຫ້ອງການ​ຂອງ​ທ່ານ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ຫ້ອງການ​ຂອງທ່ານ​ຊາ​ລົງ​ໂດຍ​ຕະຫຼອດ, ​ເພ່ືອທຳ​ການ​ກະກຽມ​​ໃຫ້​ສອງ​ທ່ານ​ຈັດການ​ເຈລະຈາ​.

​ໃນ​ມື້​ດຽ​ວກັນ, ​ເຈົ້າໜ້າ​ທ່ີ​ຝ່າຍ​ປາ​ເລັສຕິນ​ໄດ້​ກ່າວ​ປະນາມ​ທະຫານ​ອິສລາ​ແອນ​ຕັ້ງສ່ິງ​ກີດຂວາງ​ຢູ່​ດ່ານ​ລາຟາ ທາງ​ພາກ​ໃຕ້​ກາຊາ​ທ່ີ​ຕໍ່​ແດນ​ກັບ​ເອຢິບ, ກັ້ນກາງ​ບໍ່​ໃຫ້​ຜູ່​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕິນງວດ​ທຳ​ອິດ 85 ຄົນ​ໄປ​ຮັບ​ການ​ອົບຮົມ​ຢູ່​ເອຢິບ.