ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-26 17:12:45    
ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກສ່ົງ​ຍົນ​ໄປຖິ້ມ​ລະ​ເບີດ​ໃສ່​ເມືອງ​ຟາ​ລູຈາ​ອີກ ພາ​ໃຫ້​ມີ​ສາມັນ​ຊົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 25 ກັນຍາ, ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​​​ເປີດ​ການຫຼອນໂຈມ​ຕີ​ທາງ​ອາກາດຮອບ​ໃໝ່​ຕໍ່​ເມືອງ​ຟາ​ລູຈາ​ທ່ີ​ຢູ່​ທິດ​ຕາ​ເວັນ​ຕົກແບກ​ແດດ​, ​ຢ່າງ​ໜ້ອຍເຮັດ​ໃຫ້​ສາມັນ​ຊົນ​ອີຣັກ 8 ຄົນ​ເສຍ​ຊີວິດ​, 11 ຄົນ​ບາດ​ເຈັບ.

ຕາມ​ຜູ່​ເຫັນ​ກັບ​ຕາ​ກ່າວ​ວ່າ, ​ໃນ​ຜູ່​ເສຍ​ຊີວິດ​ແລະ​ບາດ​ເຈັບ ມີ​ແມ່ຍິງ​ແລະ​ເດັກນ້ອຍ ຫຼາຍຄົນ. ຍ້ອນ​ການ​​ໂຈມ​ຕີ​ທາງ​ອາກາດ​ເຮັດ​ໃຫ້​ເຮືອນຫັກ​ພັງ, ມີ​ຄົນ​ບໍ່​ໜ້ອຍ​ຍັງ​​ຢູ່​ໃຕ້​ຊາກ​ຫັກ​ພັງ, ຈຳນວນ​ຜູ່​ເສຍ​ຊີວິດ​ແລະ​ບາດ​ເຈັບ​ອາດຍັງ​ເພ່ີມ​ຂຶ້ນອີກ.

ນີ້​ແມ່ນກອງ​ທະຫານ​ອາ​ເມ​ລິ​ກາ​ກໍ່ການ​ເຄ່ືອນ​ໄຫວ​ທາງ​ການ​ທະຫານ​​ເປັນເຄັ້ງທີ​ສອງ​ຕໍ່​ເມືອງ​ຟາ​ລູຈາ​ພາຍ​ໃນ 24 ຊ່ົວ​ໂມງ.ຝ່າຍ​ທະຫານ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງການ​ກ່າວ​ວ່າ, ຈຸດປະສົງ​ຂອງການ​ເຄ່ືອນ​ໄຫວ​ໃນ​ວັນ​ທີ 25 ກັນຍາ​ແມ່ນ​​ເພ່ືອສືບ​ຕໍ່​ໂຈມ​ຕີ​ຈຸດ​ຕັ້ງຂອງ​ທ່ານ​ຊາ​ຄາວີ ຜູ່​ນຳ​ອົງການ​ອານ​ເຄດາ.