ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-26 17:20:00    
ເອຢິບ​ກ່າວ​ວ່າ​ພວມ​ອອກ​ແຮງ​ສຸດ​ຂີດ​ເພ່ືອກອບ​ກູ້ຕົວ​ປະກັນ​ເອຢິບ​ທ່ີ​ຖືກ​ລັກ​ພາ​ຕົວ​ຢູ່​ອີຣັກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 25 ກັນຍາ​ນີ້, ທ່ານ​ມາ​ຈິດ ອັບ​ດຸນ ຟາ​ຕາ ​ໂຄສົກ​ປະທານາ​ທິ​ບໍ​ດີ​​ເອຢິບ​ກ່າວ​ວ່າ, ​ກະຊວງ​ການ​ຕ່າງປະ​ເທດ​ເອຢິບ​ພວມ​ຮ່ວມ​ມື​ກັບຝ່າຍ​ທ່ີ​ກ່ຽວ​ຂ້ອງ, ອອກ​ແຮງ​ສຸດ​ຂີດ​ເພ່ືອ​ກອບ​ກູ້​ຕົວ​ປະ​ກັນ​ເອ​ຢິບ 6 ຄົນ​ທ່ີ​ຖືກ​ລັກ​ພາ​ຕົວ​ຢູ່​ອີຣັກ.

ທ່ານ​ຟາ​ຕາ​ກ່າວ​ວ່າ, ກຳມະກອນ​ຂອງ​ບໍລິສັດ​ໂທລະ​ຄົມ​ໂອ​ລາສ໌ຄອມ​ແຫ່ງ​ເອຢິບ​ທ່ີ​ຖືກ​ລັກ​ພາ​ຕົວ​ນັ້ນແມ່ນ​ໄປ​ເຂົ້າຮ່ວມ​ວຽກ​ງານ​ສ້າງສາ​ອີຣັກຄືນ​ໃໝ່ຢູ່​ອີຣັກ. ທ່ານ​ເຕືອນ​ໃຫ້​ຜູ່​ລັກ​ພາ​ຕົວ​ປ່ອຍ​ຕົວ​ປະກັນ​ໝົດ​ທຸກ​ຄົນ​ເຊ່ິງລວມທັງ​ຕົວ​ປະກັນ​ເອຢິບ​ໃນ​ທັນທີ. ທ່ານ​ກ່າວ​ເນັ້ນວ່າ, ​ເອຢິບ​ຄັດຄ້ານ​​ເອົາການ​ລັກ​ພາ​ຕົວ​ເປັນ​ພາຫະນະ​ເພ່ືອ​ບັນລຸ​ຈຸດ​ປະສົງດ້ານ​ການ​ເມືອງຫຼື​ເສດຖະກິດ. ພ້ອມ​ກັນນັ້ນ ທ່ານ​ກ່າວ​ວ່າ, ​ເຫດການ​ລັກ​ພາ​ຕົວ​ບໍ່ຫ່ອນ​ຊິ​ກະ​ທົບ​ກະ​ເທືອ​ນ​ເຖິງ​ເອ​ຢິບ​ທ່ີ​​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ຕໍ່​ອີຣັກ.