ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-27 15:06:41    
ນັກ​ກ​​ິ​ລາ​ຈີນ​ທຳ​ລາຍ​ສະ​ຖິ​ຕິ​ໂລກ​ເປັນ​ເທ່ືອ​ທຳ​ອິດ

cri Author: huachunmei
"ສາ​ມັກ​ຄີ​​ແລະ​ການ​ສູ້​ຊົນ​ແມ່ນ​ນ້ຳ​ໃຈ​ແຫ່ງ​ຊາດ​ຈີນ​ພວ​ກ​ຂ້າ​ພະ​ເຈົ້າ, ​ນັກ​ກິ​ລາ​ໂອ​ລິ​ມ​ປິກ​ຈີນ​ຊີງ​ໄດ້​ຜົນ​ງານ​ດີ​ນີ້​ຈະ​ກະ​ຕຸກ​ຊຸກ​ຜູ່​ໃຫ້​ຄົນ​ຈີນ​ໃນ​ທຸກ​ຂະ​ແໜງ​ການ​ສ້າງ​ຜົນ​ງານ​ໃນ​ຕຳ່​ແໜ່​ງ​ຂອງ​ຕົນ."

"ຂ້າ​ພະ​ເຈົ້າ​ດີ​ໃຈ​ຫຼາຍ​! ບໍ່​ຄຶດ​ບໍ່​ຝັນ​ວ່າ, ​ນັກ​ກິ​ລາ​ຈີນ​ໄດ້​ມີ​ການ​ສະ​ແດງ​ອັນ​ດີ​ເດັ່ນ​​ແບບ​ນີ້​ໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ຄັ້ງ​ນີ້. ​ຂ້​າ​ພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ໃນ​ນາມ​ເປັນ​ເຈົ້າ​ພາບ​ຈີນ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ປັກ​ກ່ິງ​ປີ 2008 ​ໃຫ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ."

"ຍ່ິງ​ສູງ​, ຍ່ິງ​ໄວ​, ຍ່ິງ​ແຮງ​, ນີ້​ແມ່ນ​ນ້ຳ​ໃຈ​ໂອ​ລິ​ມປິກ, ​ທັງ​ແມ່ນ​ສ່ິງ​ສະ​ແຫວ​ງ​ຫາ​ຂອງ​ພວກ​ຂ້າ​ພະ​ເຈົ້າ. ​ຂອບ​ໃຈ​ນຳ​ນັກ​ກິ​ລາ​ໂອ​ລິ​ມ​ປິກ​ທ່ີ​ໄດ້​ສຶກ​ສາ​ອົບ​ຮົມ​ພວກ​ຂ້າ​ພະ​ເຈົ້າ​ໃຫ້​ມີ​ນ້ຳ​ໃຈ​ອັນ​ມີ​ຊີ​ວິ​ດ​ຊີ​ວາ​ນີ້​"……

ເດືອນ​ສິງ​ຫາ​ຜ່ານ​ມາ, ພວກ​ເຮົາ​ໄດ​ພ້ອມ​ກັນ​ສົນ​ໃຈ​ນຳ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ອາ​ແຕນ​ປີ 2004. ​​ເດ​ືອນ​ກັນ​ຍາ, ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ຄົນ​ພິ​ການ​ປີ 2004 ກໍ​ໄດ້​ອັດ​ລົງ​ແລ້ວ. ​ໃນ​ງານ​ກິ​ລາ​ສອງ​ຄັ້ງ​ດັ່ງ​ກ່າວ, ​ນັກ​ກິ​ລາ​ຈີນ​ໄດ້​ຮັບ​ຜົນ​ງານ​ດີ​ເດັ່ນ. ​ຄັນ​ຊັ້ນ, ທ່າ​ນ​ຮູ້​ບໍ່​ວ່າ, ​ນັກ​ກິ​ລາ​ຈີນ​ທຳ​ລາຍ​ສະ​ຖິ​ຕິ​ໂລກ​ເປັນ​ເທ່ືອ​ທຳ​ອິດ​ແມ່ນ​ໃນ​ເວ​ລາ​ໃດ? ​

ວັນ​ທີ 7 ມິ​ຖຸ​ນາ​ປີ 1956, ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໄດ້​ຈັດ​ການ​ແຂ່ງ​ຂັນ​ຍົກ​ນ້ຳ​ໜັກ​ລະ​ຫວ່າ​ງ​ທີມ​ປະ​ສົມ​ທີ​່​ປະ​ກອບ​ດ້ວຍ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ແລະ​ນະ​ຄອນ​ຊຽງ​ໄຮ້​ກັບ​ທີມ​ອະ​ດີດ​ສະ​ຫະ​ພາບ​ໂຊ​ວຽດ. ​ທ້າວ​ເຊິນ​ຈີ້​ງຄາຍ ນັກ​ກິລາ​ຍົກ​ນ້ຳ​ໜັກ​ຂອງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ທ່ີ​ອາ​ຍຸ 20 ປີ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂ້ັນ​ລຸ້້ນ​ນ້ຳ​ໜັກ​ເບົາ​ທ່ີ​ສຸດ. ​ໃນ​ການ​ຍົກ​ຄັ້ງ​ທຳ​ອິດ, ​ທ້າວ​ເຊິງ​ຈີ້​ງ​ຄາຍ​ໄດ້​ຍົກ​ 125 ກິ​ໂລ​ສຳ​ເລັດ. ​ໃນ​ການ​ຍົກ​ຄັ້ງ​ທີ​ສອງ, ​ທ້າວ​​ເຊິ​ນ​ຈີ້​ງ​ຄາຍ​ໄດ້​ຮຽກ​ຈະ​ຍົກ 133 ກິ​ໂລ, ​ຄວາມ​ໜັກ​ນີ້​ໄດ້​ລ່ືນ​ກາຍ​ສະ​ຖິ​ຕິ​ໂລກ 0,5 ກິ​ໂລ. ​ເມ່ືອ​ປະ​ກາດ​ຕົວ​ເລກ​ນີ້​ແລ້ວ, ​ຢູ່​ແທ່ນ​ຊົມ​ທ່ີ​ຫໍ​ກິ​ລາ​ໄດ້​ມີ​ສຽງ​ຕົກ​ຄະ​ມະ​ດັງ​ຂຶ້ນ, ​ຜູ່​ຊົມ 3 ພັນ​ກວ່າ​ຄົນ​ໄດ້​ຄຶກ​ໂຄມ, ​ຄັ້ງ​ນີ້, ​ເຂົາ​ບໍ່​ໄດ້​ຍົກ​ຂຶ້ນ​. ຄັ້ງ​ທີ​ສາມ​ຈະ​ເລ່ີ​ມ​​ແລ້ວ, ​ຜູ່​ຊົມ​ໄດ້​ກັ້ນ​ໃຈ​ນຳ​ທ້າວ​ເຊິນ​ຈີ້ງ​ຄາຍ​ຈົນ​ເຫ່ືອ​ແຕກ. ​ແຕ່​ເຫັນ​ເຂົາ​ໃຈ​ເຢັນ​ໆ, ​​ແລ້ວ​ໄດ້​ຍົກ​ນ້ຳ​ໜັກ​ຂຶ້ນ​ດ້ວຍ​ທ່າ​ນັ່ງ​ຢ່ອງ​ຢໍ້, ​ແລ້ວ​ຍໍ​ຍົກ​​ເຮັດ​ຂາ​ຈ່າງໂດ​ຍຍ່າງຂຶ້ນ​ໜ້າ​ໄປ​ບາດ​ດຽວ, ​​ແລ້ວ​ຍົກ​ນ້ຳໜັກ 133 ກິ​ໂລ​ຂຶ້ນ​ສູງ​ກວ່າ​ຫົວ​ຕົນ​ເອງ! ​ໂຄມ​ສັນ​ຍານ​ສີ​ຂາວ​ທ່ີ​ໝາຍ​ເຖິງ​ສຳ​ເລັດ​ຂອງ​ກຳ​ມະ​ການ​ສາມ​ຄົນ​ໄດ້​ແຈ້ງ​ຂຶ້ນ​ແລ້ວ, ​ຄົນ​ທັງ​ຫຼາຍ​ດີ​ອົກ​ດີ​ໃຈ​ຫຼາຍ, ​ທ່ົວ​ຫໍ​ກິ​ລາ​ໄດ້​ຟົດ​ສະ​ໜ່ັນ. ​ຜົນ​ງານ​ນີ້​ໄດ້​ທຳ​ລາຍ​ສະ​ຖິ​ຕິ​ໂລກ​ຄື 132,5 ກິ​ໂລ​ຂອງ​ການ​ຍົກ​ນ້ຳ​ໜັກ​ຂອງ​ລຸ້ນ​ນ້ຳ​ໜັກ​ເບົາ​ທ່ີ​ສຸດ ​ເຊ່ິງ​ນັກ​ກິ​ລາ​ອາ​ເມ​ລິ​ກາ​ໄດ້​ສ້າງ​ໄວ້. ​ສະ​ຖິ​ຕິ​ໂລກ​ເທ່ືອ​ທຳ​ອິດ​ໃນ​ປະ​ຫວັດ​ການ​ກິ​ລາ​ຈີນ​ໄດ້​​ກຳ​ເນີ​ດ​ຂຶ້ນ​ແລ້ວ!

​ໃນ​ເດືອນ​ພາ​ຈິກ​ປີ​ດຽວ​ກັນ, ​ທ້າວ​ເຊິນ​ຈີ້ງ​ຄາຍ​ໄດ້​ທຳ​ລາຍ​ສະ​ຖິ​ຕິ​ໂລກ​ທ່ີ​ຕົນ​ສ້າງ​ຂຶ້ນ​ສອງ​ເທ່ືອ​ຢ່າງ​ລຽນ​ຕິດ​ດ້ວຍ​ນ້ຳ​ໜັກ 135 ກິ​ໂລ​ແລະ 135,5 ກິ​ໂລ. ​ແຕ່​ປີ 1956 ຫາ​ປີ 1964, ​ເຂົາ​ໄດ້​ສ້າງ​ສະ​ຖິ​ຕິ​ໂລກ​ 9 ​ເທ່ືອ​ຕາມ​ລຳ​ດັບ, ​ໄດ້​ສ້າງ​ເລ່ືອງ​ອັດ​ສະ​ຈັນ​ໃນ​ປະ​ຫວັດ​ການ​ຍົກ​ນ້ຳ​ໜັກ. ປີ 1987, ​ທ່ານ​ຊາ​ມາ​ລາ​ນສ໌ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິ​ມ​ປິກ​ສາ​ກົນ​ໄດ້​ມອບ​ຫຼຽນ​ໄຊ​ໂອ​ລິ​ມ​ປິກ​​ໃຫ້​ທ່ານ​ເຊິ​ນ​ຈີ້​ງ​ຄາຍ​, ​ເພ່ືອ​ຍ້ອງ​ຍໍ​ເພ່ິນ​ທ່ີ​ໄດ້​ປະ​ກອບ​ສ່ວນ​ອັນ​ດີ​ເລີດ​​ເຂົ້າ​ໃນ​ການ​ກິ​ລາ.