ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-27 15:18:40    
ໂຮງ​ແຮມ​ແຫ່ງ​ທຳ​ອິດ​ທ່ີ​ຈີນ​ແລະ​ຕ່າງ​ປະ​ເທດ​ຮ່ວມ​ກັນ​ລົງ​ທຶນ​ຢູ່​ຈີນ​

cri
ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາກ​ນອກ​ທ່ີ​ເລ່ີ​ມ​ແຕ່​ຊຸມ​ປີ 70 ສະ​ຕະ​ວັດ​ແລ້ວ​ນີ້​ໄດ້​ເຮັດ​ໃຫ້​ຈີນ​ໄຂ​ປະ​ຕູ​ໄປ​ສູ່​ໂລກ. ​ສ່ວນ​ໂລກ​ກໍ່​ເລ່ີມ​ເຂົ້າ​ໃຈ​ຈີນ, ​ຄົນ​ຕ່າງ​ປະ​ເທດ​ມາ​ທຽວ​ຈີນ​ນັບ​ມື້​ນັບ​ຫຼາຍ, ​ໂຮງ​ແຮມ​ແຫ່ງ​ທຳ​ອິດ​ທ່ີ​ຈີນ​ແລະ​ຕ່າງ​ປະ​ເທດ​ຮ່ວມ​ກັນ​ລົງ​ທຶນ​ຢູ່​ຈີນ​ໄດ້​ສ້າງ​ຂຶ້ນ.

ກ່ອນ​ນີ້ 20 ກວ່າ​ປີ, ​ຄົນ​ຕ່າງ​ປະ​ເທດ​ທ່ອງ​ທ່ຽວ​​ຈີນ​ເລ່ີມ​ເພ່ີມ​ຂຶ້ນ​ຫຼາຍ, ​​ເລີຍ​ເກີດ​ສະ​ພາບ​ໂຮມ​ແຮມ​ບໍ່​ພໍ. ​ໃນ​ຄາວ​ນັ້ນ, ​ຢູ່​ປັກ​ກ່ິງ​ໂຮງ​ແຮມ​ທ່ີ​ສຳ​ລັບ​ຮັບ​ຕ້ອນ​ຄົນ​ຕ່າງ​ປະ​ເທດ​ນັ້ນ​ມີ​ພຽງ 7 ​ແຫ່ງ. ​ແຂກ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຢາມ​ປັກ​ກ່ິງ​ແລ້ວ, ​ຢູ່​ໂຮງ​ແຮມ​ບາງ​ແຫ່ງ​ຫ້ອງ​ນອນ​ບໍ່​ພໍ​ ຈຳ​ເປັນ​ໃຫ້​​ແຂກ​ນອນ​ຢູ່​ເທິງ​ຕ່ັງ​ຊາ​ລົງ​ຢູ່​ຫ້ອງ​ໂຖງ. ສະ​ນັ້ນ, ​ລັດ​ຖະ​ບານ​ຈີນ​ຕົກ​ລົງ​ນຳ​ໃຊ້​ທຶນ​ຂອງ​ຈີນ​ຕ່າງ​ດ້າວ​ແລະ​ຂອງ​ຕ່າງ​ປະ​ເທດ​ມາ​ສ້າງ​ໂຮງ​ແຮມ​ທ່ອງ​ທ່ຽວ.​ ປີ 1979, ລັດ​ຖະ​ບານ​ຈີນ​ໄດ້​ອະ​ນຸ​ມັດ​ໂຄງ​ການ​ຮ່ວມ​ທຶນ​ງວດ​ທຳ​ອິດ. ​ໂຮງ​ແຮມ​ຈ້ຽນ​ໂກ​ປັກ​ກ່ິງ​ກໍ​ແມ່ນ​ໂຮງ​ແຮມ​ຮ່ວມ​ທຶນ​ແຫ່ງ​ທຳ​ອິດ​ຂອງ​ຈີນ, ​ແມ່ນ​ສ້າງ​ຂຶ້ນ​ດ້ວຍ​ການ​ປະ​ກອບ​ທຶນ​ຂອງ​ກົມ​ທ່ອງ​ທ່ຽວ​ນະ​ຄອນ​ປັກ​ກ່ິງ​ແລະ​ທ່ານ​ເຊິນ​ຊວນ​ຮວາ ຊາວ​ຈີນ​ສັນ​ຊາດ​ອາ​ເມ​ລິ​ກາ, ​ເລ່ີ​ມ​ສ້າງ​​​ເມ່ືອ​ເດືອນ​ມິ​ຖຸ​ນາ​ປີ 1980, ​ສ້າງ​ສຳ​ເລັດ​ແລະ​ເລ່ີ​ມ​ທຸ​ລະ​ກິດ​ເມ່ືອ​ເດືອນ​ເມ​ສາ​ປີ 1982.

​ໃນ​ເວ​ລາ​ນັ້ນ, ​ຢູ່​ເຂດ​ໃນ​ຈີນ​ຍັງ​ບໍ່​ມີ​ບົດ​ຮຽນ​ຄຸ້ມ​ຄອງ, ​ສະ​ນັ້ນ, ໂຮງ​ແຮມ​ຈ້ຽນ​ໂກ​ແມ່ນ​ຄຸ້ມ​ຄອງ​ໂດຍ​ກຸ່ມ​ປ້ານ​ດາວ​ຮົກ​ກົງ ​ເຊ່ິງ​ເປັນ​ບໍ​ລິ​ສັດ​ວິ​ຊາ​ສະ​ເພາະ​ໃນ​ດ້ານ​ນີ້.​ ປີ 1987, ​ວຽກ​ງານ​ຄຸ້ມ​ຄອງ​ຂອງ​ໂຮງ​ແຮມ​ຈ້ຽນ​ໂກ​ໄດ້​​ເລ່ີ​ມ​ໂອນ​ຈາກ​ຝ່າຍ​ຕ່າງ​ປະ​ເທດ​ໃຫ້​ຝ່າຍ​ຈີນ​ເປັນ​ລຳ​ດັບ. ​ລາຍ​ຮັບ​ຂອງ​ໂຮງ​ແຮມ​ໝົດ​ປີ​ 1993​ ໄດ້​ລ່ືນ​ກາຍ 100 ລ້ານ​ຢວນ.