ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-27 16:36:11    
ບັນດາ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນ​ຢູ່​ທ້ອງ​ຖ່ິນ​ຊົນ​ເຜ່ົາ​ປະຕິບັດ​ການ​ປົກຄອງ​ຕົນ​ເອງ

cri Author: lm

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ຈີນ​ແມ່ນ​ປະ​ເທດ​ໜ່ຶງ​ທ່ີ​ປະກອບ​ດ້ວຍຫຼາຍຊົນ​ເຜ່ົາ. ​ທ່ົວ​ປະ​ເທດ​ມີ​ປະ​ຊາກ​ອນ 1300 ລ້ານ​ຄົນ, ​ໃນ​ນັ້ນປະຊາ​ກອນ​ເຜ່ົາ​ຮ້ານຫຼາຍກວ່າ​ໝູ່, ກວມ​ປະຊາ​ກອນ​ທ່ົວ​ປະ​ເທດ​ປະມານ 91%, ນອກຈາກ​ເຜ່ົາ​ຮ້ານ​ແລ້ວ, ຢູ່​ຈີນ​ຍັງ​ມີ 55 ຊົນ​ເຜ່ົາ, ກວມ​ປະຊາກອນ​ທ່ົວ​ປະ​ເທດ​ພຽງປະມານ 9%, ສະນັ້ນ, ຢູ່​ຈີນ 55 ຊົນ​ເຜ່ົາ​ນີ້​ຖືກ​ເອີ້ນ​ເປັນ "ຊົນ​ເຜ່ົາສ່ວນ​ໜ້ອຍ". ​ໃນ​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ການ​ສ້າງຕັ້ງປະ​ເທດ​ຈີນ​ໃໝ່​ຄົບຮອບ 55 ປີ​ພາກ​ນີ້, ພວກ​ເຮົາ​ຂໍ​ສະ​ເໜີ​ສະພາບ​ການ​ດຳລົງ​ຊີວິດ​ແລະ​ການ​ພັດທະ​ນາ​ຂອງ​ບັນ​ດາຊົນ​ເຜ່ົາ​ສ່ວນ​ໜ້ອຍຂອງ​ຈີນ.

​ເຜ່ົາ​ຕິ​ເບ​ດ​ແມ່ນ​ໜ່ຶງ​ໃນ 55 ຊົ​ນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນ, ທ່ີ​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ພາ​ສາ​ຕິ​ເບ​ດທ່ີ​ນັກ​ຂ່າວ​ອັດ​​ຢູ່​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ຂອງ​ຈີນ. ຢູ່​ຕິ​ເບ​ດ, ຖ້າ​ທ່ານ​ເປີດ​ຟັງວິທະຍຸ, ກໍ່​ຈະ​ໄດ້​ຍິນ​ສຽງ​ພາສາ​ຕິ​ເບ​ດ; ຖ້າ​ທ່ານ​ເປີດ​​ເບ່ິງໂທລະພາບ, ກໍ​ຈະ​ໄດ້​ເບ່ິງ​ລາຍການ​ທ່ີ​ເວົ້າດ້ວຍພາສາ​ຕິ​ເບ​ດ; ຖ້າ​ທ່ານ​ຍ່າງ​ເຂົ້າ​ໃນ​ໂຮງຮຽນ​ປະຖົມ, ກໍຈະ​ໄດ້​ຍິນ​ສຽງ​​ອ່ານ​ບົດໜັງສືດ້ວຍ​ພາສາ​ຕິ​ເບ​ດຂອງ​ພວກຫຼານນ້ອຍ; ຖ້າ​ທ່ານ​ຍ່າງ​ຢູ່​ຕາມທ້ອງ​ຖະ​ໜົນ, ບໍ່​ວ່າ​ຢູ່​ບ່ອນ​ໃດ, ທ່ານຈະ​ໄດ້​ເຫັນ​ປ້າຍ​ປະຕູ​ທ່ີ​ຂຽນ​ດ້ວຍ​ພາສາ​ຕິ​ເບ​ດ​ແລະ​ພາ​ສາ​ຈີນ​ກາງ​.

ທ່ີ​ຈິງ​ແລ້ວ, ບໍ່​ພຽງ​ແຕ່​ຢູ່​ຕິ​ເບ​ດທໍ່​ນັ້ນ, ຢູ່​ທ້ອງ​ຖ່ິນ​ຕ່າງໆທ່ີ​ມີ​ເຜ່ົາ​ສ່ວນ​ໜ້ອຍຕັ້ງພູມລຳ​ເນົາ​ຢູ່​ນັ້ນ, ທ່ານ​ກໍ​ຈະ​ໄດ້​ເຫັນ​ໄດ້​ຟັງສະພາບ​ຄື​ດ່ັງກ່າວ, ຈະ​ໄດ້​​ເຫັນ​ຊາວ​ເຜ່ົາ​ສ່ວນ​ໜ້ອຍ​ທັງ​ຫຼາຍ​ລົມກັນ​ດ້ວຍພາສາ​ເຜ່ົາ​ຕົນ​ເອງ.

​ແຕ່​ສະຖາປະນາສາທາລະນະ​ລັດ​ປະຊາຊົນ​ຈີນ​​ໃນ 55 ປີ​ມາ​ນີ້, ​ຈີນໄດ້​ປະຕິບັດ​ນະ​ໂຍ​ບາຍ​​ສະ​ເໝີ​ພາບລະຫວ່າງຊົນ​ເຜ່ົາ ສາມັກຄີ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແລະ​​ໄດ້​ສ້າງ​ລະບອບ​ເຂດ​ເຜ່ົາ​ສ່ວນ​ໜ້ອຍປົກຄອງ​ຕົນ​ເອງ​ມາ​ຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ​ດ່ັງກ່າວ​. ຢູ່​ທ່ົວ​ປະ​ເທດ​ຈີນ​ມີ​ເຂດ​ບໍລິຫານ​ຂັ້ນ​ແຂວງ 34 ​​ແຫ່ງ, ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງຂັ້ນ​ແຂວງມີ 5 ​ແຫ່ງ, ​ໃນ 5 ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ​ຂັ້ນ​ແຂວງດ່ັງກ່າວນີ້, ເຜ່ົາ​ສ່ວນ​ໜ້ອຍຫຼັກ​ຕ່າງ​ແມ່ນ​ເຜ່ົາ​ມົງ​ໂກນ ​ເຜ່ົາ​ເວີຍ​ອູ​ເອີ ​ເຜ່ົາ​ຮຸຍ ​ເຜ່ົາ​ຈ້ວງ​ແລະ​​ເຜ່ົາ​ຕິ​ເບ​ດ. ຢູ່ຫຼາຍ​ແຂວງ​ເວັ້ນ​ແຕ່ 5 ​ເຂດ​ປົກ​ຄອງ​ຕົນ​ເອງ​ດ່ັງ​ກ່າວ, ຈີນ​ກໍ​ໄດ້​ຕັ້ງກ່ິງ​ແຂວງ​ເຜ່ົາ​ສ່ວນ​ໜ້ອຍ​ປົກ​ຄອງ​ຕົນ​ເອງ​ແລະ​ເມືອງ​ເຜ່ົາ​ສ່ວນ​ໜ້ອຍ​ປົກ​ຄອງ​ຕົນ​ເອງຫຼາຍ​ແຫ່ງ​, ຢູ່​ພາຍ​ໃນ​ອະນາ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ຕັ້ງພູມລຳ​ເນົາຢູ່​ນັ້ນ ​ເຜ່ົາ​ສ່ວນ​ໜ້ອຍ​ໄດ້​ປະຕິບັດ​ນະ​ໂຍບາຍ​ປົກຄອງ​ຕົນ​ເອງ​ຢ່າງ​ເຕັມ​ສ່ວນ. ປະຈຸ​ບັນ ​ເນື້ອ​ທ່ີ​ຂອງ​ທ້ອງ​ຖ່ິນ​ທ່ີເຜ່ົາ​ສ່ວນ​ໜ້ອຍ​ປົກ​ຄອງ​ຕົນ​ເອງ​​ໄດ້​ກວມ​ເນື້ອ​ທ່ີ​ດິນ​ແດນ​ທ່ົວ​ປະ​ເທດ​ກວ່າ​ເຄ່ິງໜ່ຶງ.

ລັດຖະທຳ​ມະນູນ​​ຈີນ​​​ລະບຸ​ໄວ້​ວ່າ, ​ໃນ​ຂົງ​ເຂດ​ວຽກ​ງານ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ, ຈີນ​ປະຕິບັດ​ລະບອບ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ. ແຕ່​ສະຖາປະນາສາທາ​ລະ​ນະ​ລັດ​ປະຊາ​ຊົນ​ຈີນມານີ້ ກໍ​​ໄດ້ປະຕິບັດລະບອບ​ດ່ັງກ່າວມາ​​ແລ້ວ. ຮອດ​ຊຸມ​ປີ 80 ຂອງ​ສະ​ຕະ​ວັດ​ທ່ີ​ແລ້ວ, ​ໃຕ້​ເບື້ອງ​ຫຼັງທ່ົວ​ປະ​ເທດ​ອອກ​ແຮງ​ຊຸກ​ຍູ້​ການ​ສ້າງສາ​ລະບອບ​ກົດ​ໝາຍ​ນັ້ນ, ຈີນ​ໄດ້​ສ້າງ​ "ກົດໝາຍວ່າ​ດ້ວຍ​​ເຂດຊົນ​ເຜ່ົາ​​ປົກຄອງ​ຕົນ​ເອງ", ​ເຮັດ​ໃຫ້​ລະ​ບອບ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກ​ຄອງ​ຕົນ​ເອງ​ແຫ່ງ​ລັດ​​ເປັນກົດໝາຍ​ສະ​ເພາະ, ​ເນື້ອ​ໃນ​ຂອງ​ການ​ປົກຄອງ​ຕົນ​ເອງ​ກໍ​ໄດ້ອຸດົມສົມບູນ​ຂຶ້ນຕ່ືມ​.

ປີ 2001, ອົງການ​ນິຕິ​ບັນຍັດ​ຂອງ​ຈີນ​ໄດ້​ດັດ​ແກ້ "ກົດໝາຍ​ວ່າ​ດ້ວຍ​​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ, ອັນ​ໄດ້​ຍົກ​ຖານະ​ຂອງ​ລະບອບ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ​ໃຫ້​ສູງ​ຂຶ້ນ, ​ແລະ​ເຮັດ​ໃຫ້​ກົດໝາຍ​ຍ່ິງ​ສົມບູນ​ຄົບ​ຖ້ວນ​ໃນ​ດ້ານ​ເນື້ອ​ໃນ. ກ່ຽວ​ກັບ​ບັນຫານີ້ ທ່ານ​ວາງ​ຜິ​ງ ​ເຈົ້າໜ້າ​ທ່ີ​ຄະນະ​ກຳມະການ​ຊົນ​ເຜ່ົາ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ວ່າ: "ກົດ​ໝາຍ​ວ່າ​ດ້ວຍ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ" ສະບັບ​ດັດ​ແກ້​ໄດ້​ລະບຸ​ໄວ້​ວ່າ, ໜ່ຶງ​ແມ່ນ​ໄດ້​ຍົກ​ສູງ​ຖານະ​ຂອງ​ລະ​ບອບ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ, ກຳນົດ​ວ່າ​ລະບອບ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ​ເປັນ​ລະບອບພື້ນຖານ​ການ​ເມືອງ​​ແຫ່ງ​ຊາດລາຍ​ໜ່ຶງ; ສອງ, ​ໄດ້​ເພ່ີມ​ຄວາມ​ແຮງ​ໃນ​ການ​ຄ້ຳຊູ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ, ມີຫຼາຍຂ້​ໍ ມາດຕາ ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານ​ການ​ເງິນ​ແຫ່ງ​ລັດ ສ່ວຍ​ສາອາກອນ ການ​ທະນາ​ຄານ​ແລະ​ການ​ອະ​ນຸລັກ​ທ່ີດິນ​ແລະຊັບ​ພະຍາກອນ​ທຳ​ມະ​ຊາດ​ເປັນຕົ້ນ, ລ້ວນ​ແຕ່​ມີ​ເນື້ອ​ໃນ​ຄ້ຳຊູ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ.

ນອກຈາກ​ໄດ້​ປະຕິບັດ "ກົດໝາຍ​ວ່າ​ດ້ວຍ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ" ​ໃນ​ທ່ົວ​ປະ​ເທດ​ແລ້ວ, ລັດຖະທຳ​ມະນູນຈີນ​ຍັງ​ມອບ​ສິດ​ໃຫ້​ບັນດາທ້ອງ​ຖ່ິນເຜ່ົາ​ສ່ວນ​ໜ້ອຍ​ປົກ​ຄອງ​ຕົນ​ເອງ​ສ້າງກົດ​ຂ້ໍ​ບັງຄັບ​ປົກຄອງ​ຕົນ​ເອງ​ທ່ີ​ເໝາະ​ໃຊ້​​ໃນ​ທ້ອງ​ຖ່ິນ​ຕົນ​ໂດຍ​ອີງ​ຕາມ​ຈຸດ​ພິ​ເສດ​ຂອງ​ຊົນ​ເຜ່ົາ​ຕົນ​ແລະຂອງ​ທ້ອງ​ຖ່ິນ​ຕົນ, ກົດ​ຂ້ໍ​ບັງຄັບ​ເຫຼ່ົານີ້​ຮັບປະກັນ​ໃຫ້​ທ້ອງ​ຖ່ິນ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ​ອະທິບາຍ​ແລະປະຕິບັດ​ກົດໝາຍ​ແຫ່ງ​ລັດ​ບາງ​ສະບັບ​ໂດຍ​ອີງ​ຕາມ​ສະພາບ​ຕົວ​ຈິງຂອງ​ຊົນ​ເຜ່ົາ​ຕົນ​ເອງ​ແລະ​ທ້ອງ​ຖ່ິນ​ຕົນ​ເອງ.

ຕາມ​ສະຖິຕິ, ນັບ​ມາ​ຮອດ​ທ້າຍ​ປີ 2003, ກົດ​ຂ້ໍ​ບັງຄັບ​ທ່ີ​ບັນດາທ້ອງ​ຖ່ິນ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ​ຂອງ​ຈີນ​ປະກາດ​ໃຊ້​ນັ້ນ​​ມີ​ເຖິງ 480 ກວ່າ​ສະບັບ​.

​ໃນຫຼາຍສິບ​ປີ​ມາ​ນີ້, ລັດຖະບານ​ກາງ​ຈີນ​ໄດ້​ອອກ​ແຮງ​ສະໜັບສະໜູນ​​ການພັດທະນາ​ເສດຖະກິດ​ແລະ​ພາລະກິດ​ສັງຄົມ​ຕ່າງໆຢູ່​ທ້ອງ​ຖ່ິນ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ, ນັບ​ລວມ​ແລ້ວ ​ໄດ້​ລົງທຶນ​ຫຼາຍກວ່າ 1000 ຕື້ຶ້ຢວນ. ປີ 2003, ຈັງ​ຫວະ​ເຕີບ​ໂຕ​​ເສດ​ຖະ​ກິດ​ຢູ່​ທ້ອງ​ຖ່ິນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນ​ໄດ້​ລ່ືນ​ກາຍ 10%, ສູງ​ກວ່າ​ລະດັບ​ສະ​ເລ່ຍ​ໃນ​ທ່ົວ​ປະ​ເທດ​ຈີນ​ຫຼາຍປີ​ລຽນຕິດ.

​ພາຍໃຕ້​ລະບອບ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກ​ຄອງ​ຕົນ​ເອງ, ສິດ​ຂອງບັນດາ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນທ່ີ​ເຂົ້າຮ່ວມວຽກ​ການຄຸ້ມ​ຄອງ​​ຂອງ​ລັດ​ແລະຂອງ​ທ້ອງ​ຖ່ິນ​ໄດ້​ມີ​ການຮັບປະກັນ​ຢ່າງ​ເຕັມ​ສ່ວນ, ຕົວຢ່າງ​ຄື ກົດໝາຍ​ໄດ້​ລະບຸ​ໄວ້​ວ່າ, ​​ຕ້ອງ​ໃຫ້​ຊາວ​ເຜ່ົາ​ສ່ວນ​ໜ້ອຍ​ໃນທ້ອງ​ຖ່ິນ​ເຜ່ົາ​ສ່ວນ​ໜ້ອຍ​ປົ​ກຄອງ​ຕົນ​ເອງນັ້ນດຳລົງ​ຕຳ​ແໜ່​ງຜູ່​ວ່າການບໍລິຫານ​ສູງ​ສຸດຢູ່​ທ້ອງ​ຖ່ິນ​ນັ້ນ​, ບໍ່​ໃຫ້​ຊາວ​ເຜ່ົາ​ຮ້ານ​ດຳລົງ​ຕຳ​ແໜ່​ງດ່ັງກ່າວ. ຢູ່​ໃນ​ອົງການ​ອຳນາດ​ທຸກຂັ້ນ ​ເຊັ່ນ ອົງການ​ນິຕິບັນຍັດ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແລະ​ອົງການ​ໄອ​ຍະ​ການ​ເປັນຕົ້ນ, ກໍ​ມີ​ຊາວ​​ເຜ່ົາ​ສ່ວນ​ໜ້ອຍ​ຈຳນວນຫຼວງຫຼາຍດຳລົງ​ຕ​ຳ​ແໜ່​ງສຳຄັນ.​

ເຜ່ົາ​ເກົາຫຼີ​ກໍແມ່ນ​ໜ່ຶງ​ໃນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນ, ທ່ານ​ຈິນປິງຮາວແມ່ນຊາວ​ເຜ່ົາ​ເກົາຫຼີ, ທ່ານ​ແມ່ນ​ສາ​ສະ​ດາ​ຈານ​ແຫ່ງ​ມະຫາວິທະຍາ​ໄລ​ຊົນ​ເຜ່ົາ​ສູນ​ກາງ​ຈີນ ຜູ່​ຊ່ຽວຊານ​ດ້ານ​ການຄົ້ນຄວ້າ​ນະ​ໂຍບາຍ​ແລະ​ທິດ​ສະ​ດີ​ຊົນ​ເຜ່ົາ. ກ່ຽວ​ກັບ​ສະພາບ​ການ​ໃນ​ປະຈຸ​ບັນ​ແລະ​​ໃນອະນາຄົດຂອງ​ວຽກ​ງານ​ຊົນ​ເຜ່ົາ​ຂອງ​ຈີນ, ທ່ານ​ສາ​ສະ​ດາ​ຈານ​ຈິນປິງ ຮາວ​ຕີ​ລາຄາ​ດ້ວຍ​ພາສາ​ເກົາຫຼີວ່າ: ປະຈຸ​ບັນ ຢູ່ຈີນ​ໄດ້​ສ້າງການ​ພົວພັນ​ຊົນ​ເຜ່ົາ​ທ່ີມີ​ຈຸດ​ພິ​ເສດ​ພື້ນຖານ​ຄື ສະ​ເໝີ​ພາບ ສາມັກ​ຄີ ​ແລະ​ຊ່ອຍ​ເຫຼືອ​ເຊ່ິງກັນ​ແລະກັນ​ຢ່າງ​ມີໄມຕີ​ຈິດ. ລັດຖະທຳ​ມະນູນ "ກົດໝາຍວ່າ​ດ້ວຍ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງ" ​ແລະ​ກົດ​ບັນຍັດ​ທ່ີ​ເຂດ​ປົກຄອງ​ຕົນ​ເອງ​​ແຫ່ງຕ່າງໆ​ວາງ​ອອກ​ໂດຍ​ຕົນ​ເອງ​ນັ້ນ, ​ໄດ້ປະກອບ​ເປັນ​ລະບົບ​ກົດໝາຍ​ກົດ​ບັນຍັດ​ຊົນ​ເຜ່ົາ​ທ່ີ​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ລະບົບ​ນີ້​ຈະ​ຊຸກ​ຍູ້​ລະບອບ​ເຂດ​ເຜ່ົາ​ສ່ວນ​ໜ້ອຍ​ປົກຄອງ​ຕົນ​ເອງໃຫ້​ຂະຫຍາຍຕົວ​ແລະ​ສົມບູນ​ຂຶ້ນຕ່ືມ.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ບົດສະ​ເໜີ​ສະພາບ​ກວມ​ລວມ​ໃນ​ດ້ານ​ດຳລົງ​ຊີວິດ​ແລະ​ການ​ພັດ​ທະ​ນາ​ຂອງ​ບັນດາ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນກໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້. ​ບັດ​ນີ້ ​ເຊີນທ່ານ​ຕອບ​ສອງຄຳ​ຖາມ​ໂດຍ​ຕາມ​ເນື້ອ​ໃນ​ຂອງ​ບົດ​ສະ​ເໜີທ່ີ​ໄດ້​ຟັງ​ມານັ້ນ: ຄຳ​ຖາມ​ທີ​ໜ່ຶງ ຢ​ູ່​ຈີນ​ມີ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຈັກ​ຊົນ​ເຜ່ົາ? ຄຳ​ຖາມ​ທີ​ສອງ ຈີນ​ປະຕິບັດ​ລະບອບ​ຫຍັງ​ໃນ​ຂົງ​ເຂດ​ວຽກ​ງານ​ຊົນ​ເຜ່ົາ? ຕໍ່​ໄປ ຂ້າພະ​ເຈົ້າຈະ​ອ່ານ​ຄຳ​ຖາມ 2 ຂ້ໍ​ນີ້​ຄືນ​ອີກ​ເທ່ືອ​ໜ່ຶງ, ຄຳ​ຖາມ​ທີ​ໜ່ຶງ ຢູ່ຈີນ​ມີຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຈັກ​ຊົນ​ເຜ່ົາ? ຄຳ​ຖາມ​ທີ​ສອງ ຈີນ​ປະ​ຕິ​ບັດ​ລະ​ບອບ​ຫຍັງ​ໃນ​ຂົງ​ເຂດ​ວຽກ​ງານ​ຊົນ​ເຜ່ົາ? ​ໃນ​ລາຍການ​ພາກ​ໜ້າ, ພວກ​ເຮົາ​ຈະ​ສະ​ເໜີ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​ສູ່​ທ່ານ​ຟັງ, ​ເຊີນ​ທ່ານ​ຈ່ົງ​ຕິດຕາມ, ຂອບ​ໃຈ​ທ່ານ​ທ່ີ​ຮັບ​ຟັງ, ພົບ​ກັນ​ໃນ​ລາຍການ​ໜ້າ, ສະບາຍດີ.