ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-27 17:11:01    
ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຈີນ​ທ່ີ​ຍຶດຖື​ຄວາມ​ເປັນ​ເອກະລາດ​​ເປັນ​ເຈົ້າຕົນ​ເອງ​ແລະ​ວັດ​ຖຸ​ປະ​ສົງ​ສັນ​ຕິພາບ

cri Author: lm

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ສາທາ​ລະນະ​ລັດ​ປະຊາຊົນ​ຈີນ​ໄດ້​ສ້າງຕັ້ງຂຶ້ນ​ໃນ​ 55 ປີ​ກ່ອນ, ນີ້​ເຮັດ​ໃຫ້​ປະຫວັດ​ທ່ີ​ຊາດ​ຈີນ​ຖືກ​ຕ່າງປະ​ເທດ​ຮຸກ​ຮານ​ແລະ​ຂູດ​ຮີດ​ເປັນ​ເວ​ລາ​ດົນ​ນານ​ນັ້​ສິ້ນ​ສຸດ​ລົງ, ​ແຕ່​ນັ້ນມາ, ຈີນ​ໄດ້​ເລ່ີ​ມກ້າວ​​ເດີນ​ຕາມ​ເສັ້ນທາງ​ທ່ີ​ພັດທະນາ​ຢ່າງ​ເປັນ​ເອກະລາດ​ເປັນ​ເຈົ້າຕົນ​ເອງ, ​ແລະ​ຕັ້ງໜ້າ​​ສ້າງ​ການ​ພົວພັນ​ສັນຕິພາບ​ແລະ​ໄມຕີ​ຈິດ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ. ​ໃນ​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບວັນ​ສ້າງຕັ້ງສ.ປ.​ຈີນຄົບຮອບ 55 ປີ​ພາກ​ນີ້, ພວກ​ເຮົາ​ຈະ​ສະ​ເໜີ​ນະ​ໂຍບາຍການ​ຕ່າງປ​ະ​ເທດອັນ​ພື້ນຖານ​ແລະ​ສະພາບ​ສັງ​ເຂ​ບ​ຂອງ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ຈີນກັບປະ​ເທດ​ຕ່າງໆ​ໃນ​ໂລກ​.

ຖ້າ​ໃຊ້​ປະ​ໂຫຍ​ກໜ່ຶງ​ມາ​ສະຫຼຸບນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​ແລ້ວ ນັ້ນກໍ​ຄື: ຈີນ​ຍຶດໝັ້ນນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິພາບທ່ີ​ຕັ້ງຕົວເປັນ​ເອກະລາດ​ເປັນ​ເຈົ້າຕົນ​ເອງຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ​ແຕ່​ສ.ປ.​ຈີນ​ສ້າງຕັ້ງຂຶ້ນ​​ເປັນຕົ້ນມາ, ຈີນ​ກໍ​ເລ່ີ​ມຂະ​ຫຍາຍ​ການ​ພົວ​ພັນ​ກັບບັນດາປະ​ເທດ​ໂດຍ​ອີງ​ຕາມ​ນະ​ໂຍບາຍ​ດ່ັງກ່າວ. ​ໃນ 50 ກວ່າ​ປີຜ່ານມາ, ບໍ່​ວ່າ​ສະຖານະ​ການ​ສາກົນມີ​ການ​ປ່ຽນ​ແປງ​ແນວ​ໃດ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​ກໍ​ບໍ່​ໄດ້​ປ່ຽນ​ແປງ​ຈັກ​ເທ່ືອ.

ປີ 1954 ກໍ່​ຄື​ກ່ອນ​ນີ້ 50 ປີ​ເຕັມໆ,ຈີນ​ກັບ​ອິນ​ເດຍ ມຽນມາ​ໄດ້​ພ້ອມ​ກັນ​ລິ​ເລ່ີ​ມຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ​ເນື້ອ​ໃນຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແມ່ນ: ​ໂຄ​ລົບ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ເຊ່ິງກັນ​ແລະ​ກັນ; ຕ່າງ​ບໍ່​ລ່ວງ​ລ້ຳກັນ; ຕ່າງ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ; ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ. ຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແມ່ນ​ການ​ບັນຍາຍ​ຍ່ິງ​ຄົບ​ຖ້ວນ​ສົມບູນ​ຕໍ່​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິພາບ​ທ່ີ​ເປັນ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ເທດ​ຈີນ​ໃໝ່, ພາຍຫຼັງມາ​ໄດ້​ກາຍ​ເປັນຫຼັກມາດຖານ​ພື້ນຖານ​ໃນ​ການ​ຊຳລະ​ການ​ພົວພັນ​ລະຫວ່າງ​ຊາດ​ທ່ີ​ທ່ົວ​ໂລກ​ຮັບຮອງ​​ໂດຍທ່ົວ​ໄປ. ບົນຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ຈີນ​ໄດ້​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ກັບ 165 ປະ​ເທດ, ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ເກືອບ​ທຸກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ ວິທະຍາສາດ​ເຕັກນິກ​ແລະ​ວັດທະນະທຳ.

"ສັນຕິພາບ​ແລະ​ການ​ພັດທະນາ​ແມ່ນ​ສອງຫົວ​ຂ້ໍ​ໃຫຍ່ຂອງ​ຍຸກ​ສະ​ໄໝ", ນີ້​ແມ່ນ​ຄຳວິນິດ​ໄສອັນພື້ນຖານ​ທ່ີ​ສຸດ​ຂອງ​ຈີນ​ທ່ີ​ມີ​ຕໍ່​ສະຖານະການ​ໂລກ​ໃນ​ສະ​ເພາະ​ໜ້າ​ນີ້. ຫຼັງຈາກ​​ໄດ້ກ້າວ​ເຂົ້າສູ່​ສະຕະວັດ​ທີ 21, ​ເຖິງ​ວ່າ​ສະຖານະ​ການ​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ​ແລະ​ເລິກ​ເຊ່ິງກໍ່ຕາມ, ​ແຕ່​ຄຳວິນິດ​ໄສ​​ອັນພື້ນຖານ​ທ່ີ​ສຸດ​ດ່ັງກ່າວຂອງ​ຈີນບໍ່​ໄດ້​ປ່ຽນ​ແປງ​ຈັກ​ເທ່ືອ.

ກ່ຽວ​ກັບ​ເຈດ​ຈຳນົງ​ການ​ຕ່າງປະ​ເທດ​ຂອງ​ຈີນ, ຖ້າຢາກ​ບັນຍາຍ​ໃຫ້​​ລະອຽດ​, ມີ​ເນື້ອ​ໃນຕົ້ນຕໍ​ດ່ັງ​ລຸ່ມ​ນີ້: ຈີນ​ມີ​ເຈດ​ຈຳນົງ​ໃຫ້ການ​ພົວພັນ​ລະຫວ່າງ​ຊາດ​ມີ​ປະຊາທິປະ​ໄຕ, ຄັດຄ້ານ​ລັດທິ​ເຈົ້າອຳນາດ​ແລະ​ການ​ເມືອງມະຫາ​ອຳນາດ, ມີ​ເຈດ​ຈຳນົງ​ໃຫ້​​ທຸກປະ​ເທດ​ເຂົ້າຮ່ວມ​ວຽກ​ງານ​ສາກົນ​ຢ່າງ​ສະ​ເໝີ​ພາບ, ບໍ່​ວ່າ​ຈະ​ແມ່ນ​ປະ​ເທດ​ນ້ອຍຫຼືໃຫຍ່, ປະ​ເທດ​ອ່ອນ​ແອຫຼືເຂັ້ມ​ແຂງ. ​ໃນ​​ການ​ແກ້​ໄຂ​ການ​ວິວາດ​ກັນ​ລະຫວ່າງ​ຊາດ, ຈີນ​ມີ​ເຈດ​ຈຳນົງ​​ໂດຍ​ຕະຫຼອດ​ໃຫ້​ເອົາການ​ສົນທະນາ​ເຂົ້າ​ແທນ​ການ​ເປັນ​ປໍ​ລະ​ປັກ​ກັນ​, ຄັດຄ້ານ​ການໃຊ້​ກຳລັງ​ອາວຸດ​ແລະ​ຂ່ົມ​ຂູ່​ດ້ວຍ​ກຳລັງ​ອາວຸດ; ​ໃນ​ທ່າ​ທີ​ປະຕິບັດ​ຕໍ່​ອາລະຍະ​ທຳ​ຂອງ​ມະນຸດ​ທ່ີ​ຕ່າງ​ກັນ, ຈີນ​ມີ​ເຈດ​ຈຳ​ນົງຮັກສາຄວາມຫຼາກຫຼາຍ​​ຂອງ​ອາລະຍະ​ທຳ​ມະນຸດ, ມີ​ເຈດ​ຈຳນົງ​ໃຫ້​ໂຄລົບອາລະຍະ​ທຳ​ຕ່າງໆ ລະບອບສັງຄົມທ່ີ​ຕ່າງ​ກັນ​ແລະ​ເສັ້ນທາງ​​ພັດທະນາ​ທ່ີ​ຕ່າງ​ກັນ​ໃນ​ໂລກ, ​​ສະ​ແຫວ​ງຫາ​ສ່ິງ​ທ່ີ​ຄື​ກັນ, ສະຫງວນ​ສ່ິງ​ທ່ີ​ຕ່າງ​ກັນ ​ແລ້ວ​ພັດທະນາ​ໄປ​ພ້ອມ​ກັນ.

​ໃນບໍ່ທໍ່​ໃດປີ​ມາ​ນີ້, ລັດທິ​ກໍ່​ການ​ຮ້າຍນັບ​ມື້​ນັບ​ປ່ວງ​ບ້າ, ບັນຫາ​ຄວາມ​ປອດ​ໄພ​ໄດ້​ຮັບ​ຄວາມ​​ໃສ່ໃຈ​ຈາກ​ປະ​ເທດ​ນັບ​ມື້​ນັບຫຼາຍ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ, ຈີນ​ເດັດດ່ຽວ​ຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​ໂດຍ​ຕະຫຼອດ, ​ແລະ​ຕັ້ງໜ້າ​ເຂົ້າຮ່ວມ​ການ​ເຄ່ືອນ​ໄຫວ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ສາກົນ; ພ້ອມ​ກັນນັ້ນ, ຈີນ​ມີ​ເຈດ​ຈຳນົງ​​ໃຫ້ສ້າງ​ທັດ​ສະນະຄວາມ​ປອດ​ໄພ​ໃໝ່, ​ເຫັນ​ວ່າ ພາຫະນະ​ທາງ​ການ​ທະຫານ​ບໍ່ຫ່ອນ​ຊິ​ພາ​ໃຫ້​ມີ​ຄວາມ​ປອດ​ໄພ​ຖາວອນ, ຄັດ​ຄ້ານ​ການ​ລ່ວງ​ລ້ຳອະ​ທິປະ​ໄຕ​ຂອງ​ປະ​ເທດ​ອື່ນ​ໂດຍ​ຖື​ການ​ໂຈມ​ຕີ​ລັດທິ​ກໍ່ການ​ຮ້າຍ​ສາກ​ົນ ເປັນ​ຂ້ໍ​ອ້າງ, ຄັດຄ້ານ​ການ​ກະທຳ​ທ່ີ​​ເອົາການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ພົວພັນ​ກັບ​ຊົນ​ເຜ່ົາ​ໃດ​ໜ່ຶງ​​​ແລະ​ສາສະໜາໃດ​ໜ່ຶງ.

​ໃນບໍ່​ທໍ່​ໃດປີ​ມໍ່ໆມາ​ນີ້, ​ບົດບາດ​ຂອງ​ສະຫະ​ປະຊາ​ຊາດ​ກໍ​ແມ່ນ​ຈຸດ​ເດືອດ​ໜ່ຶງ​ທ່ີ​ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ນຳ. ​ໃນ​ບັນຫາ​ນີ້, ຈີນ​ມີ​ເຈດ​ຈຳນົງ​ໃຫ້​ຮັກສາ​ອິດ​ທິພົນ​ແລະ​ຖານະ​ນຳ​ທາງ​ຂອງ​ສະຫະ​ປະຊາ​ຊາດໃນ​ການ​ຊຳລະ​ບັນຫາ​ສຳຄັນ​ສາກົນ​. ມີ​ເຈດ​ຈຳນົງ​​ໃຫ້​ໂຄ​ລົບ​ກົດໝາຍ​ລະຫວ່າງ​ຊາດ​ແລະຫຼັກມາດຖານ​ພື້ນຖານ​ຂອງ​ການ​ພົວ​ພັນ​ລະຫວ່າງ​ຊາດ​ໂດຍ​ທ່ົວ​ໄປ. ຕົວຢ່າງ​ຄື ​ໃນ​ບັນຫາ​ອີຣັກ, ຈີນ​ຍຶດໝັ້ນຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ໃຫ້ຊອກ​ວິທີ​ແກ້​ໄຂ​ໂດຍ​ທາງ​ການ​ເມືອງ​ພາຍ​ໃນ​ຂອບ​ສະຫະ​ປະຊາ​ຊາດ, ຄັດ​ຄ້ານ​ການ​ໃຊ້​ກຳ​ລັງ​ອາວຸດ​ຕໍ່​ອີຣັກ​ໂດຍຫຼົບຫຼີກສະຫະ​ປະຊາ​ຊາດ​.

ທ່ີ​ຟັງ​ມານັ້ນ ພວກ​ເຮົາ​ໄດ້ສະ​ເໜີ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ເຈດ​ຈຳນົງ​ຕົ້ນຕໍ​ຂອງ​ຈີນ. ຕໍ່​ໄປ​ຂໍ​ສະ​ເໜີ​ສະພາບ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ໂດຍ​ຫຍ້ໍ.

ຈີນ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ທ່ີ​ໃຫຍ່​ກວ່າ​ໝູ່​, ການ​ເພ່ີມ​ທະວີ​ຄວາມສາມັກຄີ​ແລະ​ຮ່ວມ​ມື​ກັບບັນດາປະ​ເທດ​ພວມ​ພັດທະນາ​ອັນ​ໄພສານ​ແມ່ນ​ຈຸດ​ຢືນ​ອັນພື້ນຖານ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ. ຈີນ​ກັບປະ​ເທດ​ພວມ​ພັດທະນາ​ເປັນຈຳ​ນວນ​ຫຼວງ​ຫຼາຍ​ໃນ​ທະ​ວີບອາຊີ ທະວີບອາ​ຟຼິກກາ​ແລະ​ທະວີບອາ​ເມ​ລິ​ກາ​ລາ​ຕິນມີ​ການ​ປະສົບພົບ​ພໍ້​ຄ້າຍຄື​ກັນ, ຈ່ຶງມີ​ຈຸດໝາຍ​ຮ່ວມ​​ທ່ີ​ປົກ​ປັກ​ຮັກສາ​ຄວາມເປັນ​ເອກະ​ລາດ​ແຫ່ງ​ຊາດ​ແລະ​ບັນລຸ​ເສດຖະກິດ​ພັດທະນາ. ​ຈີນເປັນ​ປະ​ເທດ​ພວມ​ພັດທະນາ​ປະ​ເທດ​ໜ່ຶງ​ປະ​ເທດ​ດຽວ​ໃນ 5 ປະ​ເທດ​ມົນຕີ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ໃນຫຼາຍປີ​ມາ​ນີ້, ຈີນ​ໄດ້​ພະຍາຍາມ​ເສີມ​ຂະຫຍາຍ​ບົດບາດ​ພິ​ເສດ​ເປັນ​ຕົວ​ແທນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ວຽກ​ງານ​ສະຫະ​ປະຊາ​ຊາດ, ໄດ້​ພະຍາຍາມ​ປົກ​ປ້ອງສິດ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະ​ເທ​ດພວມ​ພັດທະນາ.

ຈີນ​ແມ່ນ​ໜ່ຶງ​ໃນ​ບັນດາປະ​ເທດ​ທ່ີ​ມີ​ປະ​ເທດ​​ໃກ້​ຄຽງຫຼາຍກວ່າ​ໝູ່​ໃນ​ໂລກ, ຂະ​ຫຍາຍການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ກັບປະ​ເທດ​ອ້ອມ​ຂ້າງ​ແມ່ນ​ພາກສ່ວນ​ປະ​ກອບ​ອັນ​ສຳຄັນ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ. ຈີນ​ຍຶດໝັ້ນທິດ​ທາງ "ຖື​ປະ​ເທດ​ໃກ້​​ຄຽງ​ເປັນ​ເພ່ືອນ ມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ", ​ໄດ້​ສະ​ເໜີ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ​ຄື "​ເປັນ​ບ້ານ​ໃກ້​ເຮືອນຄຽງ​ທ່ີ​ດີ​ຕໍ່​ກັນ ​ຢູ່​ຮ່ວມ​ກັນ​ກັບປະ​ເທດ​ໃກ້​ຄຽງຢ່າງ​ສະຫງົບ ຮ່ັງມີ​ນຳ​​ກັນ​ກັບປະ​ເທດ​ໃກ້​ຄຽງ". ທ່ານ​ນາງ​ຟູ​ຢິງ ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໃນ​ເມ່ືອ​ກ່ອນ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອົສຕຼາລີ​​ໃນ​ປະຈຸ​ບັນເວົ້າວ່າ: "​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທ່ີ​ດີ​ຕໍ່​ກັນ" ​ກໍ​ແມ່ນ​ຕ້ອງ​ພ້ອມ​ກັບປະ​ເທດ​ໃກ້​ຄຽງ​ສ້າງ​ສະພາບ​ແວດ​ລ້ອມທ່ີ​ມີ​ໄມຕີ​ຈິດ​ແລະ​ປອງ​ດອງ​ກັນ; "ຢູ່​ຮ່ວມກັນ​ກັບປ​ເທດ​ໃກ້​ຄຽງຢ່າງສະຫງົບ" ​ກໍ​ແມ່ນພ້ອມ​ກັນ​ກັບປະ​ເທດ​ໃກ້​ຄຽງສ້າງ​ສະພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ຢ່າງ​ມີ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ; "ຮ່ັງມີ​ນຳ​ກັນ​ກັບປະ​ເທດ​ໃກ້​ຄຽງ" ກໍ​ແມ່ນ​ຕ້ອງ​ພ້ອມ​ກັນ​ກັບປະ​ເທດ​ໃກ້​ຄຽງ​ບັນລຸ​ການ​ພັດທະນາ ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

​ແນ່ນອນ​ແລ້ວ ຈີນ​ກໍ​ສຸດ​ທ່ີ​ເອົາ​ໃຈ​ໃສ່​ນຳ​ການ​ພັດທະນາ​ການ​ພົວພັນ​ກັບປະ​ເທດ​ພັດ​ທະ​ນາ, ມີ​ເຈດ​ຈຳນົງ​​ໃຫ້​ບັນດາປະ​ເທດ​​​ໂຄລົບ​ເຊ່ິງກັນ​ແລະ​ກັນ ສະ​ແຫວ​ງຫາ​ສ່ິງ​ທີ່​ຄື​ກັນ ສະຫງວນ​ສ່ິງ​ທ່ີ​ຕ່າງ​ກັນ ຂະຫຍາຍ​ການ​ຮ່ວມ​ມື​ທ່ີ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​, ​ໂດຍ​ເບ່ິງ​ຂ້າມ​ລະ​ບອບ​ສັງຄົມ​ຕ່າງ​ກັນ​ແລະ​ຮູບ​ຖານ​ຈິດ​ສຳນຶກທ່ີຕ່າງ​ກັນ.

ກໍ​ເໝືອນ​ດ່ັງ​ທ່ານ​ລີ​ຈ້າວຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້ານັ້ນວ່າ, ຈີນ​ຈະ​ເດີນ​ໄປ​ຕາມ​ເສັ້ນທາງ​ການ​ພັດທະນາ​ໂດຍ​ສັນຕິ​ຈົນ​ເທ່ົາ​ໃດໆ. ທ່ານ​ເວົ້າວ່າ: ຈຸດ​ພິ​ເສດ​ໃຫຍ່​ກວ່າ​ໝູ່​​ແຫ່ງການ​ພັດທະນາ​ຂອງ​ຈີນ​ກໍ​ແມ່ນ​ພັດທະນາ​ໂດຍ​ສັນຕິ. ​ເສັ້ນທາງ​ທ່ີ​ພວກ​ຂ້າພະ​ເຈົ້າກ້າວ​ເດີນ​ນັ້ນກໍ​ແມ່ນ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ ຕັ້ງໜ້າ​ເຂົ້າຮ່ວມ​ການ​ຮ້ວມມື​ທ່ີ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຊຸກ​ຍູ້​ໃຫ້​ພັດທະນາ​​ໄປພ້ອມ​ກັນ. ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ໄດ້​ນຳ​ເອົາ​ກາລະ​ໂອກາດ​ມາ​ໃຫ້​ທ່ົວ​ໂລກ, ຫາກ​ບໍ່​ແມ່ນ​ສ່ິງ​ກີດຂວາງ ​ແລະບໍ່​ແມ່ນ​ການ​ຂ່ົມ​ຂູ່.

​ເອົາລະ​ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ຕໍ່​ໄປ​ຂ້າພະ​ເຈົ້າຂໍ​ຍົກ​ຄຳ​ຖາມ​ສອງ​ຂ້ໍ​ໂດຍ​ອີງ​ຕາມ​ເນື້ອ​ໃນ​ລາຍການ​ທ່ີ​ທ່ານ​ໄດ້​ຮັບ​ຟັງ​ມາ. ຄຳ​ຖາມ​ທີ​ໜ່ຶງ: ນັບ​ມາ​ຮອດ​ປະຈຸ​ບັນ ຈີນ​ໄດ້​ສ້າງ​ສາຍ​ສຳພັນ​ທາງ​ການ​ທູດ​ກັບຈັກ​ປະ​ເທດ​? ຄຳ​ຖາມ​ທີ​ສອງ: ​ເນື້ອ​ໃນຕົ້ນຕໍ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນມີ​ຫຍັງ​ແດ? ຕໍ່​ໄປ​ຂ້າພະ​ເຈົ້າຂໍ​ອ່ານ​ຄຳ​ຖາມ​ດ່ັງກ່າວ​ອີກ​ເທ່ືອ​ໜ່ຶງ. ຄຳ​ຖາມ​ທີ​ໜ່ຶງ: ນັບ​ມາ​ຮອດ​ປະຈຸ​ບັນ ຈີນ​ໄດ້​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ກັບ​ຈັກ​ປະ​ເທດ? ຄຳ​ຖາມ​ທີ​ສອງ: ​ເນື້ອ​ໃນຕົ້ນຕໍ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​​ມີ​ຫຍັງ​ແດ? ທ່ານ​ຕອບ​​ໂດຍ​ຫຍ້ໍ​ກໍ​ໄດ້, ຕອບ​​ໃຫ້​ລະອຽດ​ກໍ​ໄດ້.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ມາ​ເຖິງມື້​ນີ້ ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບວັນ​ສ້າງຕັ້ງສ.ປ.​ຈີນ​ຄົບຮອບ 55 ປີ​ຂອງ​ພວກ​ເຮົາ​ໄດ້​ອອກ​ອາດ​ກາດ​ໝົດ​​ແລ້ວ, ຂອບ​​ໃຈ​ທ່ີ​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ, ສະບາຍດີ.