ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-28 11:41:31    
ໃຫ້​ທຸງຊາດ​ເດີນ​ເຮືອ​ທາງ​ໄກພ້ອມກັນ​ກັບກຳ່​ປັ່ນ

cri Author: cbf
ວັນ​ທີ 1 ຕຸລາ​ປີ​ນີ້,​ແມ່ນ​ວັນສະ​ຖາ​ປະນາ​ສາທາ​ລະນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບຮອບ 55 ປີ.​​ໃນ​ການ​​​​ເຕີບ​​ໃຫຍ່ຂອງ​ປະ​ເທດ​ຈີນ​ໃໝ່​ເປັນ​ເວລາ​ເຄິ່ງ​ສະ​ຕະ​ວັດ​ກວ່າ,​ມີ​ເລື່ອງ​ທີ່​ນັບ​ບໍ່​ຖ້ວນ​ກ່ຽວ​ກັບການ​ບາກ​ບັ່ນສູ້​ຊົນ.​ທ່ານ​ເວີ້​ຍ​ເຈ່ຍ​ຟູ ປະທານ​ກຸ່ມ​ບໍລິ​ສັດ​​ໃຫຍ່​ຂົນ​ສ່ົງ​ມະ​ຫາ​ສະໝຸດທາງ​ໄກ​ຂອງ​ຈີນ(ຄືບໍລິ​ສັດ​ຈົ່ງ​ຢວນ)ມີ​ອາຍຸ​ສຳ່​ກັນ​ກັບ​ສາ​ທາ​ລະນະ​ລັດປະ​ຊາຊົນ​ຈີນ,ອາດ​ເວົ້າ​ໄດ້​ວ່າ,ປະສົບ​ການ​ໃນ​ການ​ເຕີບ​​ໃຫຍ່​ຂອງ​ທ່ານເປັນ​ຮູບ​ຫຍໍ້​ຂອງ​ການ​ພັດ​ທະ​ນາ​ພາ​ລະກິດ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ຈີນ,ທ່ານ​ກໍ​ໄດ້​ເຫັນ​ກັບ​ຕາຕໍ່​ຂະ​ບວນ​ວິວັດ​ທີ່​ຈີນ​ພັດທະ​ນາ​ຈາກ​ການ​ປິດ​ປະຕູ​​ແລະ​ຫຼ້າ​ຫຼັງ​ໄປ​ສູ່​​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

​ໃນ​ລະດູ​ໜາວ​ປີ 1949,ທ່ານ​ເວີ້​ຍ​ເຈ່ຍ​ຟູ​ເກີດຢູ່​ໃນ​ຄອບຄົວ​ຊາວ​ກະສິກອນ​ສາມັນ​ໃນ​ແຂວງ​ຈ່ຽງຊູ່ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.ພາຍຫຼັງ​ຮຽນ​ຈົບ​ມັດ​ທະ​ຍົມ​ຕົ້ນ​ແລ້ວ,ຍ້ອນໃນ​ຄາວ​ນັ້ນ,ຄອບ​ຄົວ​ຂອງ​ທ່ານ​ອ່າວ​ທຸກ​ຍາກ,ທ່ານ​ຈຶ່ງ​ໄດ້​ເຂົ້າ​​ໂຮງຮຽນ​ວິຊາ​ເຕັກນິກ​ຊັ້ນ​ກາງ​ຫຼັງ​ໜຶ່ງ​ຮຽນ​ເຕັກ​ນິກ​ໂທ​ລະ​ຄົມ​ວິທະ​ຍຸ.

​ໃນ​ຄາວ​ນັ້ນ,​ເຖິງ​ວ່າ​ປະ​ເທດ​ຈີນ​​ໃໝ່ສະຖາປະນາ​ຂຶ້ນພຽງ​ແຕ່ 10 ກວ່າ​ປີ​ເທົ່າ​ນັ້ນ,ການ​ສ້າງສາ​ເສດຖະກິດ​ຍັງ​ຢູ່​ໃນ​ໄລຍະ​ຕົ້ນ,​ແຕ່​ລັດຖະບານ​ຕົກລົງ​ຢ່າງ​ເດັດຂາດ​ຈະ​ພັດທະນາ​ພາລະກິດ​ເດີນ​​ເຮືອ​ທາງ​ໄກຊຶ່ງ​ເປັນ​ຕົວ​ແທນ​​ໃຫ້​ແກ່​ກຳລັງ​ຕົວ​ຈິງເຕັກນິກ​ເສດຖະກິດ​ແຫ່ງ​ຊາດ.ປີ 1961,ບໍລິ​ສັດ​ໃຫຍ່​ຂົນ​ສົ່ງ​ມະຫາ​ສະໝຸດ​ທາງ​ໄກ​ຂອງ​ຈີນ​ຊຶ່ງ​ເປັນ​ວິ​ສາ​ຫະກິດ​ຂົນສ່ົງ​ທາງ​ທະ​ເລ​ສາກົນ​ຫຼັງ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ໃໝ່​ໄດ້​ປະກາດ​ສ້າງຕັ້ງ​ຂຶ້ນ.ຫຼັງ​ຈາກ​ນັ້ນ 3 ປີ,ທ່ານ​ເວີ້​ຍ​ເຈ່ຍ​ຟູ​ໄດ້​ຮຽນ​ຈົບ​ຈາກ​ໂຮງຮຽນ,​ແລ້ວ​ໄປ​ເຮັດ​ວຽກ​ຢູ່​ບໍລິສັດ​ນີ້,​ແຕ່​ນັ້ນ​ມາ,ທ່ານບໍ່​ໄດ້​ອອກ​ຈາກ​ບໍ​ລິ​ສັດ​ດັ່ງກ່າວຈັກ​ເທື່ອ.

​ໃນ​ຊຸມ​ປີ 80 ສະຕະວັດ​ແລ້ວນີ້,ທ່ານ​ເວີ້​ຍ​ເຈ່ຍ​ຟູ​ເລີ່​ມ​ເຂົ້າ​ສູ່​ຂັ້ນນຳ​ຂອງ​ບໍລິສັດ.ປີ 1998,ຜູ້​ຊາຍຜູ້​ນີ້​ທີ່​ໄດ້​ບາກ​ບັ່ນ​ສູ້​ຊົນຢູ່​ເທິງ​ທະ​ເລ​ເປັນ​ເວລາຫຼາຍ​ປີ,​ໄດ້​ຮັບ​ຕຳ​ແໜ່​ງ​ເປັນ​ປະທານກຸ່ມ​ບໍລິສັດ​ຈົ່ງຢວນ.​ເມື່ອ​ກ່າວ​ເຖິງ​ປະ​ສົບ​ການ​ແລະ​ຄວາມ​ສຳນຶກ​ຮູ້​ໃນ​ການ​ເຕີບ​​ໃຫຍ່​ຂອງ​ຕົນ,ທ່ານ​ເວີ້​ຍ​ເຈ່ຍ​ຟູ​​ເວົ້າ​ວ່າ,ທ່ານ​ໄດ້​​ເຫັນ​ກັບ​ຕາກ່ຽວ​ກັບ​ການ​ພັດທະນາ​ຂອງ​ກຸ່ມ​ບໍລິ​ສັດນີ້,ຍັງໄດ້​ເຫັນ​ກັບ​ຕາ​ກ່ຽວ​ກັບການ​ພັດທະ​ນາຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ປະ​ເທດ​ຈີນ​​ໃໝ່​ໃນ 55 ປີ​ທີ່​ຜ່ານ​ມາ:

"ຂ້າພະ​ເຈົ້າ​ມາ​ຢູ່ບໍລິ​ສັດຈົ່ງ​ຢວນໄດ້ 37 ປີແລ້ວ.ຈາກກະລາສີ​ສາມັນກາຍ​ເປັນຜູ້ນຳ​ຊັ້ນ​ສູງ​ສຸດ,ຂ້າພະ​ເຈົ້າ​ໄດ້​ເຫັນ​ກັບ​ຕາວ່າ,​ປະຫວັດການພັດທະນາ​ຂອງ​ບໍລິສັດ​ມີ​ກາ​ນພົວພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ປະ​ຫວັດ​ພັດ​ທະ​ນາທີ່​ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູສູ່​ພາຍ​ນອກ​ຂອງ​ຈີນ​.ທັງ​ນີ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໄດ້​ເຫັນ​ຄວາມ​ສາ​ມາດ​ດ້ານ​ການ​ປົກ​ຄອງ​ຂອງ​ພັກ​ກອມ​ມູນິດ​ຈີນ,​ແລະ​ໄດ້​ເຫັນ​ຄວາມ​ຫວັງ​ຂອງ​ຈີນ."

ບໍລິສັດ​ຈົ່ງຢວນ​ແມ່ນ​ວິ​ສາ​ຫະກິດ​ຂົນ​ສົ່ງ​ທາງ​ທະ​​​ເລສາກົນ​ຫຼັງ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ໃໝ່,​ໃນ​ເວລາ​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ,ບໍລິສັດຈົ່ງ​ຢວນມີ​ກຳ່​ປັ່ນພຽງ 4 ລຳ​​ເທົ່າ​ນັ້ນ.​ແຕ່​ດຽວ​ນີ້,ບໍລິ​ສັດຈົ່ງຢວນມີ​​ກຳ່​ປັ່ນ​ທັນ​ສະ​ໄໝ 600 ກວ່າ​ລຳ​ແລ້ວ,ຍອດ​ຈຳນວນ​ຊັບ​ສິນ​ບັນລຸ 18 ຕື້​ກວ່າ​ໂດ​ລາ​ສະຫະລັດ.ກຳ່​ປັ່ນ​ແລະຕູ້​ບັນທຸກ​ສິນຄ້າຂອງ​ບໍລິສັດ​ຈົ່ງຢວນ​ໄປມາລະຫວ່າງ​ທ່າ​ກຳ່​ປັ່ນ 1300 ກວ່າ​ແຫ່ງ​ຂອງ 160 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ.

ປະຈຸ​ບັນ,ວຽກ​ງານ​ຂອງ​ບໍລິສັດ​ຈົ່ງຢວນ​ບໍ່​ສະ​ເພາະ​ແຕ່​ຂົນ​ສ່ົງ​ເດີນທະ​ເລທາງ​ໄກ,ຍັງ​ໄດ້​ຂະ​ຫຍາຍ​ໄປ​ຮອດຂົງ​ເຂດ​ທີ່​ກ່ຽວຂ້ອງ​ຄື​ການ​ຄ້າ ອຸດສາ​ຫະກຳ​ແລະການ​ເງິນ​ເປັນ​ຕົ້ນ,ບຸກຄົນ​ໃນວົງ​ການນີ້​ເອີ້ນ​ບໍລິສັດ​ຈົ່ງຢວນ​ເປັນ​ກຳ່​ປັ່ນ​ບັນທຸກ​ເຮືອ​ບິນຂອງ​ວົງ​ການ​ຂົນ​ສ່ົງ​ທາງ​ທະ​ເລ​ຂອງ​ຈີນ,ການ​ເຄື່ອນ​ໄຫວ​ທຸກ​ຢ່າງ​ຂອງ​ບໍລິສັດ​ນີ້ຖືກ​ວົງ​ການ​ຂົນ​ສ່ົງ​ທາງ​ທະ​ເລ​ສາກົນ​ຖື​ເປັນ​ທິດ​ໄຫວ​ຕົວ​ຂອງ​ວົງ​ການ​ນີ້.

​ໃນ​ຂະນະ​ທີ່​ທ່ານ​ເວີ້​ຍ​ເຈ່ຍ​ຟູ​ຮູ້ສຶກ​ພາກພູມ​ໃຈ​ຕໍ່​ຜົນສຳ​ເລັດ​ທີ່​ບໍ​ລິ​ສັດ​ຈົ່ງຢວນ​ໄດ້​ຮັບ,ທ່ານກໍ​ມີ​ຄວາ​ມຮູ້ສຶກ​ຢ່າງ​ເລິກ​ຊຶ່ງ​ຕໍ່​​ເສັ້ນທາງ​ຄົດ​ລ້ຽວ​​ທີ່​ບໍລິສັດ​ຈົ່ງຢວນ​ໄດ້​ປະ​ສົບ.ປີ 1978,ຈີນ​ເລີ່​ມປະຕິບັດ​ນະ​ໂຍບາຍ​ປະຕິ​ຮູບ​​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,​ແລະ​ໄດ້​ສ້າງອົງ​ປະກອບ​ເສດ​ຖະ​ກິດ​ຕະ​ຫຼາດ​ສັງຄົມ​ນິຍົມ​ໃນ​ເບື້ອງ​ຕົ້ນ.ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,ບໍລິ​ສັດ​ຈົ່ງຢວນ​ໄດ້​​ເຂົ້າ​ຮ່ວມ​ການ​ແກ່ງ​ແຍ່ງ​ລະຫວ່າ​ງຊາດ​ຢ່າງ​ຕັ້ງໜ້າ,​ແລະ​ໄດ້​ສ້າງ​ລະບອບ​ວິ​ສາ​ຫະກິດ​ທັນ​ສະ​ໄໝຂຶ້ນ​ເປັນ​ເທື່ອ​ລະ​ກ້າວ.

"ພວກ​ເຮົາ​ໝູນ​ເດີນ​ເປັນ​ແບບ​ສະບັບ​ຕາມ​ຮູບ​ການ​ໝູນ​ເດີນ​ຂອງ​ວິ​ສາ​ຫະກິດ​ສາກົນ,​ໄດ້​ຮັບຄວາມ​​ໄວ້​​​ເນື້ອ​ເຊື່ອ​ໃຈ​ຈາກ​ລູກ​ຄ້າ,ທັງໄດ້​ຮັບ​ເອົາ​ນັກ​ລົງທຶນ.ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ຖາມ​ຂ້າພະ​ເຈົ້າ​ວ່າ,ທ່ານ​​ຖືກ​ແຕ່ງ​ຕັ້ງ​ຈາກ​ໃຜ?ຂ້າພະ​ເຈົ້າ​ຕອບວ່າ,ຄື​ກັນກັບ​ອາ​ເມ​ລິ​ກາຫັ້ນ​ແລ້ວ,ຜູ້​ຖື​ຫຸ້ນ​ເປັນ​ຜູ້​ເລືອກ​ເອົາ​ນັກທຸ​ລະກິດ."

​ໃນ​ຫຼາຍ​ປີ​ມາ​ນີ້,ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ບໍ່​ເຂົ້າ​ໃຈແລະ​ມີຄວາມ​ເຫັນ​ລຳອຽງ​ຕໍ່​ຈີນ,​ເຮັດ​ໃຫ້​ບໍລິສັດຈົ່ງຢວນປະສົບ​ຄວາມ​ຫຍຸ້ງຍາກ​ນານາ​ປະການ​ໃນການ​ຫັນ​ເປັນ​ສາກົນ.ທະ​ແນມ​ແຕ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້,ທ່ານ​ເວີ້​ຍ​ເຈ່ຍ​ຟູ​ກໍ​ຈະ​ກຳ​​ໂອກາດ,​ແນະນຳ​ບໍລິສັດຂອງ​ຕົນ,ຫວັງ​ໃຫ້ມີ​ຊາວ​ຕ່າງປະ​ເທດ​ຫຼາຍ​ກວ່າ​​ເກົ່າ​ຜ່ານ​ຈາກ​ບໍ​ລິ​ສັດ​ຈົ່ງຢວນ​ເຂົ້າ​ໃຈ​ຈີນ​ຢ່າງຮອບດ້ານ​ແລະ​ພາວະ​ວິ​ໄສກວ່າ​​ເກົ່າ.ປີ 2001,​ທ່ານ​ເວີ້​ຍ​ເຈ່ຍຟູ​ໄດ້​ກ່າວ​ປາຖະກະຖາຢູ່​ມະຫາວິທະຍາ​ໄລ​ຮາ​ເວິດຕາມ​ຄຳ​​ເຊີນ.ທ່ານ​ໄດ້​ແນະນຳ​ຜົນສຳ​ເລັດໃນ​ການ​ປະຕິ​ຮູບຂອງລັດ​ວິ​ສາ​ຫະກິດຈີນ​ເຊິ່ງເອົາ​ບໍລິສັດ​ຈົ່ງຢວນ​ເປັນ​ຕົວ​ແທນນັ້ນດ້ວຍ​ພາສາ​ອັງກິດ​ທີ່​ຫຼ່ຽນ​ໄຫຼ​ດີ,ທ່ານ​ບອກ​ໃຫ້​ຄົນ​ທັງຫຼາຍຊາບວ່າ,​ເລື່ອງ​ທີ່ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຮັດ​ໄດ້​ນັ້ນ,ລັດ​ວິ​ສາ​ຫະກິດ​ຂອງ​ຈີນ​ກໍ​ເຮັດ​ໄດ້​ຄື​ກັນ.

ບໍລິສັດ​ຈົ່ງຢວນ​ທີ່​ໄດ້​ກ້າວ​ເຂົ້າ​ສູ່​ຕະຫຼາດ​ສາກົນ​ນັ້ນ,​ໄດ້​ໝູນ​ເດີນຕາມ​ສະພາບ​ທ້ອງ​ຖິ່ນ​ດ້ວຍ​ຈີນ​ຕະນາ​ການ​ໂລກາ​ວິວັດ.ທ່ານ​ເວີ້​ຍ​ເຈ່ຍ​ຟູ​ເວົ້າ​ວ່າ,ກໍ​ແມ່ນ​ວິທີ​ທີ່​ເຮັດ​ໃຫ້ການ​ທຸລະ​ກິດ​ຂອງ​ຕົນ​ເຊື່ອມ​ຍົງ​ເຂົ້າ​ກັບ​ວັດທະນະທຳ​ທ້ອງ​ຖິ່ນ,​ເຮັດ​ໃຫ້​ບໍລິສັດຈົ່ງຢວນ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ຮັບຮູ້​ຈາກ​ບຸກຄົນຝ່າຍ​ທາງ​ການແລະ​ການ​ຄ້າ​ຂອງ​ໂລກ.

"​ເຖິງ​ວ່າບໍລິສັດ​ພວກ​ເຮົາ​ແມ່ນ​ລັດ​ວິ​ສາ​ຫະກິດກໍ​ຕາມ,​ແຕ່ພັດແມ່ນ​ໝູນ​ເດີນຕາມການ​ຫັນ​ເປັນ​ຕະຫຼາດ​ແລະ​ກະຕິ​ກາສາ​ກົນ.ບໍລິສັດພວກ​ເຮົາຍິນ​ດີ​​ໄປລົງທຶນ​ຢູ່​ຕ່າງປະ​ເທດ,ຍິນ​ດີ​ຮ່ວມ​ມື​ກັບໝູ່​ຄູ່​ຮ່ວມ​ມື​ຂອງທ້ອງ​ຖິ່ນ​​​ໂດຍ​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດ.ພວກ​ຂ້າພະ​ເຈົ້າ​​ເປັນ​ເຈົ້າການ​ໄປ​ຢ້ຽມຢາມວົງ​ການຝ່າຍ​ທາງ​ການ​ແລະ​ວົງ​ການ​ການ​ຄ້າຂອງ​ອາ​ເມ​ລິ​ກາ,ຈັດ​ງານຊຸມນຸມ​ນັກ​ຂ່າວ,ບັນ​ລະ​ຍາຍ​ບໍລິສັດ​ຈົ່ງຢວນ​ພວກ​ເຮົາ,​ແລະ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​."

ປະຈຸ​ບັນ,ຊາວ​ໂລກ​ນັບ​ມື້​ນັບ​ຫຼາຍ​ໄດ້​​ຮັບ​ຮູ້​ບໍລິສັດ​ດັ່ງກ່າວ,​ໄດ້​ເຂົ້າ​ໃຈ​ປະ​ເທດ​ຈີນຢ່າງ​​ແທ້​ຈິງ.ປີ 2003,ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ,​ແລະ​ເຊັນ《ອະນຸ​ສັນຍາ​ການ​ຂົນ​ສ່ົງ​ທາງ​ທະ​ເລ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ》ກັບ​ຝ່າຍ​ອາ​ເມ​ລິ​ກາ,​ອັນ​ໄດ້​ເຮັດ​ໃຫ້​ບໍລິສັດຈົ່ງຢວນ​ໄດ້​ຮັບ​ຄຸນ​ວຸດ​ທິ​ເປັນ​ຜູ້​ຮັບ​​ເໝົາ​ການ​ຂົນ​ສ່ົງ​ທົ່ວ​ໂລກ​ທີ່​ໝູນ​ເດີນ​ຕາມ​ກະຕິ​ກາ​ຕະຫຼາດ.

ປະຈຸ​ບັນ,​​ເມື່ອມອງ​ເບິ່ງ​ທະ​ເລ​ບ່ອນ​ໃດ​ໃນ​ໂລກ,ຄົນ​ທັງຫຼາຍ​ກໍ​ຈະ​ໄດ້ເຫັນ​ກຳ່​ປ່ັນ​ຂອງ​ບໍ​ລິ​ສັດ​ຈົ່ງ​ຢວນ​ທີ່​ມີ​ທຸງແດງ​ຫ້າ​ດາວ​ປິວ​ສະບັດ.ຊາວ​ຈີນ​ແລະ​ຊາວ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ໄດ້​ຮູ້ຈັກ​ທ່ານ​ເວີ້​ຍ​ເຈ່ຍ​ຟູ ນັກ​ທ​ຸ​ລະ​ກິດ​ຈີນ.

ທ່ານ​ເວີ້​ຍ​ເຈ່ຍ​ຟູ​ຮັບ​ຮູ້​ຕະ​ຫຼອດ​ມາ​ວ່າ,ສະ​ເພາະ​ແຕ່ກຳລັງ​ຂອງ​ທ່ານ​ຜູ້​ດຽວ​ແມ່ນ​ບໍ່ພຽງພໍ,ຢູ່​ເບື້ອງ​ຫຼັງ​ຂອງ​ຜົນສຳ​ເລັດ​ຂອງ​ບໍລິສັດ​ຈົ່ງ​ຢວນ​ຍັງ​ມີ​ປະ​ເທດ​ຈີນ​ທີ່​ນັບ​ມື້​ນັບ​ເຂັ້ມ​ແຂງ​ເປັນຜູ້​ໜູນ​ຫຼັງ.