![]( /mmsource/images/2004/04/21/laba.gif)
ທ່ີນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທ່ີໂຄລົບ, ຊົມເຊີຍທ່ານຮັບຟັງລາຍການນັດພົບໃນວັນອາທິດ. ໃນລາຍການພາກນີ້, ທ່ານໄດ້ຟັງປະມວນເພງ "ແສ່ວກະເປົ໋ານ້ອຍ" ເພງພື້ນເມືອງທ່ີນິຍົມກັນຢູ່ເຂດຕ່າງໆໃນປະເທດຈີນແຕ່ລະເພງຊ່ືຄືກັນແຕ່ມີເອກະລັກຕ່າງກັນ.
ທ່ີທ່ານພວມຟັງຢູ່ນີ້ແມ່ນເພງ "ແສ່ວກະເປົ໋ານ້ອຍ" ທ່ີນິຍົມກັນຢູ່ແຂວງຢຸນນານ ທາງພາກໃຕ້ຂອງຈີນ. ເພງນີ້ໄດ້ສະແດງເຖິງພວກຜູ່ສາວສະແຫວງຫາຊີວິດຄວາມຮັກຢ່າງກ້າຫານ.
ກະເປົ໋ານ້ອຍທ່ີແສ່ວດອກໄມ້ໃສ່ແມ່ນສິລະປະຫັດຖະກຳພື້ນເມືອງຊະນິດໜ່ຶງຂອງຈີນ, ທຳມະດາແມ່ນພວກຜູ່ສາວມັກແສ່ວ, ຝາກຝັງຄວາມຮັກຄວາມແພງ ຄວາມຄຶດຮອດຄຶດເຖິງທັງໝົດຕໍ່ຄູ່ຮັກຂອງຕົນໃສ່ໃນກະເປົ໋ານ້ອຍ, ກະເປົ໋າເຖິງຈະນ້ອຍນ້ອຍ, ແຕ່ພັດເປັນສັນຍະລັກແຫ່ງຄວາມຮັກອັນບໍລິສຸດ. ບໍ່ວ່າຢູ່ພາກໃຕ້ຫຼືພາກເໜືອຂອງຈີນ, ບໍ່ວ່າເຜ່ົາຮ້ານຫຼືເຜົ່າສ່ວນໜ້ອຍ, ລ້ວນແຕ່ຖືກະເປົ໋ານ້ອຍເປັນຂອງມັດຈຳຄວາມຮັກລະຫວ່າງບ່າວສາວ.
ທ່ີທ່ານພວມຟັງຢູ່ນີ້ແມ່ນເພງ "ແສ່ວກະເກົ໋ານ້ອຍ" ທ່ີນິຍົມກັນຢູ່ແຂວງຊານຕົງ ທາງພາກຕາເວັນອອກຂອງຈີນ. ເພງນີ້ມີເອກະລັກຕ່າງກັບເພງ "ແສ່ວກະເປົ໋າ" ຢຸນນານທ່ີຫາກໍ່ຟັງມານັ້ນ, ຄືມີກ່ິນອາຍຊົນນະບົດແລະເອກະລັກທ້ອງຖ່ິນຢ່າງເຂັ້ມຂຸ້ນ
ກະເປົ໋ານ້ອຍມີຫຼາຍຮູບແບບ, ມີຮູບສ່ີຫຼ່ຽມ ຮູບມົນແລະຮູບວີເປັນຕົ້ນ. ໃນເວລາແສ່ວກະເປົ໋ານ້ອຍ, ພວກຜູ່ສາວມັກແສ່ວໄປນຳທັງຮ່ືໆເປັນສຽງເພງໄປນຳ, ດົນໄປຈ່ຶງໄດ້ກາຍເປັນວິທີຮ້ອງຢ່າງໜ່ຶງໃນເພງພື້ນເມືອງດັ້ງເດີມຂອງຈີນ. ຍ້ອນພູມສາດຕ່າງກັນ ຮີດຄອງປະເພນີແລະພາສາຕ່າງກັນ, ບວກກັບພວກນາງສາວມີຄວາມຮູ້ສຶກຕໍ່ໍຊີວິດແລະລົດນິຍົມໃນຊີວິດກໍຕ່າງກັນ, ຈ່ຶງຈໍ່ຕົວເປັນເພງ "ແສ່ວກະເປົ໋ານ້ອຍ" ຫຼາຍເພງທ່ີມີເອກະລັກຕ່າງກັນໃນປະຈຸບັນ.
ຕໍ່ໄປເຊີນຟັງເພງ "ແສ່ວກະເປົ໋ານ້ອຍ" ແຂວງເຊສວນທ່ີມີສີສັນເພງຊາວພູດອຍ. ເພງ "ແສ່ວກະເປົ໋ານ້ອຍ" ທ່ີນິຍົມກັນຢູ່ແຫ່ງຕ່າງໆຂອງຈີນບໍ່ພຽງແຕ່ທຳນອງຕ່າງກັນ, ເນື້ອຮ້ອງກໍຕ່າງກັນ, ບາງເພງມີສາມວັກຮອດຫ້າຕອນ, ບາງເພງມີຫຼາຍສິບວັກ. ແຕ່ບໍ່ວ່າຈະຮ້ອງແນວໃດ, ກໍຕ້ອງມີການ "ແສ່ວກະເປົ໋ານ້ອຍ".
ທ່ີທ່ານພວມຟັງຢູ່ນີ້ແມ່ນເພງ "ແສ່ວກະເປົ໋ານ້ອຍ" ທ່ີນິຍົມກັນຢູ່ແຂວງຊານຊີ ພາກກາງພາກຕາເວັນຕົກຂອງຈີນ. ເພງນີ້ປະກອບດ້ວຍສອງພາກສ່ວນ, ທຳນອງໄພເລາະເພາະຫູແລະຫຼ່ຽນໄຫຼ, ຜ່ານການບັນຍາຍການແສ່ວກະເປົ໋ານ້ອຍ, ສະແດງເຖິງຄວາມຮັກອັນບໍລິສຸດຂອງຍິງສາວຊົນນະບົດ.
ຢູ່ເຂດພາກໃຕ້ແມ່ນ້ຳຢາງເຊ, ມີຮີດຄອງປະເພນີຢ່າງໜ່ຶງຄື ກ່ອນແຕ່ງດອງ, ຜູ່ສາວຕ້ອງແສ່ວເຄ່ືອງໃຊ້ປະຈຳວັນຫຼາຍຢ່າງຫຼາຍແນວ, ໃນນັ້ນຕ້ອງແສ່ວກະເປົ໋ານ້ອຍສ່ອງຄູ່, ຄົນແຫ່ງນັ້ນເອີ້ນກະເປົ໋ານ້ອຍເຫຼ່ົານີ້ເປັນ "ຊຸ້ຍຕ້າຍ", ໝາຍເຖິງສິລິມຸງຄຸນແລະສົມຫວັງ. ຜູ່ສາວແສ່ວຜ້າໄປນຳທັງຮ່ືເປັນສຽງເພງໄປນຳ, ເພ່ືອລະບາຍຈິດໃຈອາລົມຂອງຕົນ. ຕໍ່ໄປເຊີນຟັງເພງ "ແສ່ວກະເປົ໋ານ້ອຍ" ທ່ີຮ້ອງດ້ວຍພາສາທ້ອງຖ່ິນແຂວງຈຽງຊູ.
ທ່ານຜູ່ຟັງທ່ີໂຄລົບ, ມ້ວນທ້າຍລາຍການພາກນີ້, ເຊີນຟັງເພງ "ແສ່ວກະເປົ໋ານ້ອຍ" ທ່ີນິຍົມກັນຢູ່ພາກເໜືອຂອງແຂວງສານຊີຂອງຈີນ, ເພງນີ້ມີທຳນອງເຫງົາໃຈ, ສະແດງເຖິງອາລົມອັນຮີບຮ້ອນຂອງຜູ່ເປັນເມຍທ່ີຫວັງຢ່າງແຮງກ້າຢາກໃຫ້ສາມີທ່ີໄປເຮັດວຽກຢູ່ທາງນອກນັ້ນກັບຄືນມາໄວໆ.
ທ່ານຜູ່ຟັງທ່ີໂຄລົບ, ລາຍການນັດພົບໃນວັນອາທິດພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທ່ີທ່ານຮັບຟັງ, ພົບກັນໃໝ່ໃນອາທິດໜ້າ, ສະບາຍດີ.
|