ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-28 17:04:39    
ອາ​ເມ​ລິ​ກາ​ແຍ້ມ​​ໃຫ້​ຮູ້​ວ່າ​ປະຈຸ​ບັນ​ອາ​ເມ​ລິ​ກາ​ບໍ່​ມີ​ແຜນ​ການ​ສົ່ງ​ທະຫານ​ໄປ​ອີຣັກຕື່ມ​ອີກ

cri Author: q

ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ງານ​ຜ່ິວ​ຂ່າວ​ຕໍ່​ນັກ​ຂ່າວ​ໃນວັນ​ທີ27​ກັນຍາ,ທ່ານ​​ແມັກ​​ເຄຼ​ແລນ ​ໂຄສົກ​ທຳນຽບຂາວ​ແຍ້ມ​ໃຫ້​ຮູ້​ວ່າ,ປະຈຸ​ບັນ,ອາ​ເມ​ລິ​ກາ​ບໍ່​ມີ​ແຜນການ​​ສົ່ງ​ທະຫານ​ໄປ​ອີຣັກ​ຕື່ມ​ອີກ.


ທ່ານ​​ແມັກ​ເຄຼແລນ ກ່າວ​ວ່າ,ຜູ່​ບັນຊາ​ການ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກບໍ່​ໄດ້​ຮຽກຮ້ອງ​ໃຫ້​ສົ່ງ​ທະຫານ​ໄປ​ເພີ່ມ​ຢູ່ອີຣັກ.ທ່ານ​ຍັງ​ກ່າວ​ວ່າ,ລັດຖະບານ​ບຸສຈະ​ຮັບ​ປະກັນ​ຄວາມ​ຕ້ອງການ​ທັງ​ໝົດ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາປະຈຳ​ອີຣັກ,​ເພື່ອ​ຮັບປະກັນ​ກອງ​ທະຫານ​ດ່ັງກ່າວ​ສຳ​ເລັດ​ໜ້າ​ທີ່.

ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ອາ​ເມ​ລິ​ກາ,ທ່ານ​ອາ​ລາ​ວີ ນາຍົກ​ລັດຖະ​ມົນຕ​ີລັດ​ຖະ​ບານ​ຊົ່ວຄາວ​ຂອງ​ອີຣັກກ່າວ​ວ່າ,ອີຣັກ​ຕ້ອງ​ການ​ໃຫ້​ກອງ​ທະຫານ​ນາໆ​ຊາດ​ປະຈຳ​ຢູ່​ອີຣັກ​ເປັນ​ສັນຍະ​ລັກ,​ແຕ່​​ບໍ່​ມີ​ແຜນ​​ຮຽກຮ້ອງ​​ໃຫ້​ເພີ່ມ​ຈຳນວນ​ທະຫານ​ຕ່າງປະ​ເທດ​ປະຈຳ​ອີຣັກ.