ໃນລາຊະວົງສິນລັດຊະການທີສອງ, ຈ້າວກາວ ອັກຄະມະຫາເສນາມີໃຈໂລບມາກໂລພາ, ຢາກຍຶດເອົາພະລາຊະບັນລັງທັງເວັນທັງຄືນ. ແຕ່ເຂົາບໍ່ຮູ້ວ່າໃນພວກເສນາບໍດີມີເທ່ົາໃດຄົນຈະຟັງຄວາມເຂົາ ມີເທ່ົາໃດຄົນຈະຄັດຄ້ານເຂົາ. ເຂົາເລີຍຄຶດຫາວິທີໜ່ຶງ, ຈະລອງເບ່ິງວ່າຕົນເອງມີອິດທິພົນສູງປານໃດ, ພ້ອມກັນນັ້ນຍັງສາມາດຮູ້ໄດ້ວ່າມີເສນາບໍດີຫຼາຍປານໃດກ້າຄັດຄ້ານເຂົາ.
ມີມື້ໜ່ຶງ ໃນເວລາເຂົ້າເຝົ້າຮ້ອງເຕ້, ຈ້າວກາວໃຫ້ຜູ່ອື່ນຈູງກວາງມາໂຕໜ່ຶງ, ຍິ້ມຕໍ່ຮ້ອງເຕ້ສິນລັດຊະການທີສອງວ່າ: "ຂ້າພະບາດຂໍຖະຫວາຍມ້າດີໂຕໜ່ຶງໃຫ້ພະເຈົ້າຢູ່ຫົວ". ຮ້ອງເຕ້ສິນລັດຊະການທີສອງໄດ້ເຫັນແລ້ວຄຶດວ່າ: "ໃສຊິແມ່ນມ້າ, ມັນແມ່ນໂຕກວາງຫັ້ນລະ"! ເລີຍຍິ້ມຕໍ່ຈ້າວກາວວ່າ: "ອັກຄະມະຫາເສນາຜິດແລ້ວ, ນີ້ແມ່ນໂຕກວາງ, ເປັນຫຍັງຈ່ຶງວ່າແມ່ນໂຕມ້າ?" ຈ້າວກາວຍັງຍຶດໝັ້ນຢ່າງທຸ່ນທ່ຽງວ່າ: "ຂໍໃຫ້ສົມເດັດພະເຈົ້າຢູ່ຫົວເບ່ິງໃຫ້ຄັກແນ່, ນີ້ແມ່ນມ້າມະນີກາບໂຕໜ່ຶງແທ້." ຮ້ອງເຕ້ສິນລັດຊະການທີສອງເບ່ິງໂຕກວາງນັ້ນອີກ ແລະເວົ້າຢ່າງສົງໄສວ່າ: "ເປັນຫຍັງຢູ່ຫົວມ້າຍັງມີເຂົາ"? ຈ້າວກາວຫັນຫຼັງເວົ້າຕໍ່ພວກເສນາບໍດີດ້ວຍສຽງດັງວ່າ: "ຖ້າສົມເດັດພະເຈົ້າຢູ່ຫົວບໍ່ເຊ່ືອຂ້າພະບາດ, ກໍໄປຖາມເສນາບໍດີທັງຫຼາຍເບ່ິງດູ."
ເມ່ືອໄດ້ຟັງຄຳເວົ້າຂອງຈ້າວກາວແລ້ວ, ພວກເສນາບໍດີບໍ່ຮູ້ແນວຊິເຮັດ, ຄິດຢູ່ໃນໃຈວ່າ: ຈ້າວກາວຢາກເຮັດຫຍັງ? ມັນແມ່ນໂຕກວາງຫຼືໂຕມ້າ ເມ່ືອເບ່ິງບາດດຽວກໍຮູ້ໂລດ. ແຕ່ເມ່ືອໄດ້ເຫັນຮອຍຍິ້ມແບບໜ້າພະໃຈມານຂອງຈ້າວກາວ ແລະເຫັນຈ້າວກາວກື້ງຕາເບ່ິງທຸກໆຄົນແບບໜ້າໄຫວ້ຫຼັງຫຼອກແລ້ວ, ທັນໃດນັ້ນ ພວກເສນາບໍດີກໍຮູ້ເຈດຕະນາຂອງເຂົາໃນທັນທີໂລດ.
ໃນໝູ່ພວກເສນາບໍດີມີຄົນສັດຊ່ືແຕ່ຂີ້ຢ້ານເລີຍກົ້ມຫົວລົງ, ບໍ່ກ້າເວົ້າຫຍັງ, ເພາະວ່າຖ້າບໍ່ເວົ້າຄວາມຈິງ ກໍຮູ້ສຶກລຳບາກໃຈ, ຖ້າເວົ້າຄວາມຈິງແລ້ວກໍຢ້ານໃນມື້ໃດມື້ໜ່ຶງຈະຖືກຈ້າວກາວທຳຮ້າຍ. ມີບາງຄົນທ່ີສັດຊ່ືຍຶດໝັ້ດວ່າແມ່ນໂຕກວາງບໍ່ແມ່ນໂຕມ້າ. ສ່ວນຜູ່ເປັນຄົນຄົດໂກງທ່ີມັກລອຍຕາມຈ້າວກາວກໍສະໜັບສະໜູນຄຳເວົ້າຂອງຈ້າວກາວໃນທັນທີ, ແລະເວົ້າຕໍ່ຮ້ອງເຕ້ວ່າ, "ນີ້ແມ່ນມ້າມະນີກາບແທ້!"
ຕໍ່ມາ, ຈ້າວກາວໃຊ້ລູກໄມ້ຕ່າງໆລົງໂທດພວກເສນາບໍດີທ່ີສັດຊ່ືແຕ່ບໍ່ຍອມຟັງຄວາມເຂົາ, ຈົນກະທັ້ງເຂ່ັນຂ້າໝົດຄອບຄົວ.
ຄຳສຸພາສິດ "ວ່າມ້າເປັນກວາງ" ມັກຖືກອຸປະມາເລ່ືອງທ່ີພິກປິ້ນຄວາມຈິງ ປິ້ນດຳເປັນຂາວ.
|