ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-30 22:47:35    
ງານ​ລ້ຽງ​ຮັບ​ຮ້ອງ​ສະຫຼອງ​ວັນ​ສ້າງ​ຕັ້ງ​ສ.ປ.​ຈີນ​ຄົບຮອບ55​ປີ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: qin

ຕາມ​ຂ່າວCRI,ວັນ​ທີ1​ຕຸລາ​ແມ່ນ​ວັນ​ສ້າງ​ຕັ້ງ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ​ຄົບ​ຮອບ​55​ປີ,ວັນ​ທີ30​ກັນຍາ,ລັດຖະບານ​ຈີນ​ໄດ້​ຈັດ​ງານ​ລ້ຽງ​ຮັບ​ຮອງ​ຢ່າງ​ໃຫຍ່​ໂຕມະ​ໂຫລານຢູ່​ປັກ​ກິ່ງ,ສະ​ຫຼອງ​ວັນ​ສ້າງ​ຕ້ັງ​ປະ​ເທດ​ຄົບ​ຮອບ​55​ປີ.​ໃນ​ງານ​ລ້ຽງ​ຮັບ​ຮອງ,ທ່ານ​ເວິ່ນ​ເຈ່ຍ​ປາວ​ ນາຍົກ​ລັດຖະ​ມົນຕີ​ຈີນກ່າວ​ວ່າ,ຈີນ​ຈະ​ຍຶດໝັ້ນ​​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະນາ​ໂດຍ​ສັນຕິ.

ຜູ່​ນຳ​ຈີນ​ເຊັ່ນ​ທ່ານ​ຫູ​ຈິນທ່າວ,​ທ່ານ​ອູ​ປ່າງ​ໂກວ,ທ່ານ​​ເຈຍ​ຊິງ​ລິນ​ເປັນ​ຕົ້ນ​ແລະ​ຜູ່​ແທນ​ບຸກຄົນ​ວົງ​ການ​ຕ່າງໆ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ4​ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຮັບ​ຮອງ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ຈະ​ຍຶດໝັ້ນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,​ເພີ່​ມທະວີ​ການ​ສ້າງສາ​ລະບອບ​ກົດໝາຍ​ປະຊາທິປະ​ໄຕ​ແລະ​ການ​ກໍ່​ສ້າງ​ວັດ​ທະນະ​ທຳ,ລົງ​ເລິກ​ດຳ​ເນີນ​ການ​ຕໍ່​ສູ້​ຕ້ານ​ການ​ເສຍ​ທາດ​ຂາດ​ຄຸນ​ຢ່າງ​ຍາວ​ນານ,ປັບປຸງ​ແລະ​ພັດທະ​ນາ​ມະຫາ​ສາມັກ​​ຄີ​ລະຫວ່າງ​ບັນດາ​ຊົນ​ເຜົ່າ.ທ່ານ​ກ່າວ​ເນັ້ນ​ວ່າ,ຈີນ​ຈະ​ຊູ​ທຸງ​ສັນ​ຕິ​ພາບ,ການ​ພັດທະ​ນາ,​ແລະ​ການ​ຮ່ວມ​ມື​ໃຫ້​ສູງ​ຄື​ແຕ່​ເກົ່າ​ເມືອ​ຫຼັງ,ປະຕິບັດ​ນະ​ໂຍບ​າຍການ​ຕ່າງ​ປະ​ເທດ​ສັນຕິ​ພາບທີ່​ຕັ້ງ​ຕົວເປັນ​ເອກະ​ລາດ​​ເປັນ​ເຈົ້າ​ຕົນ​ເອງ,​ຕັ້ງໜ້າ​ຂະ​ຫຍາຍ​ມິດຕະ​ພາບແລະ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ.

ທ່ານ​ຍັງ​ກ່າວ​ວ່າ,ລັດ​ຖະບານ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະບອບ,ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ,ຊາວ​ມາ​ກາວ​ປົກຄອງ​ມາ​ກາວ,​ແລະ​ປົກຄອງຕົນ​ເອງ​ໃນ​ລະດັບ​ສູງ,​ຮັກສາ​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​ຍາວ​ນານ​ຂອງ​ຮົງ​ກົງ​ແລະ​ມາ​ກາວ.​ເດັດດ່ຽວ​ຄັດຄ້ານ​ແລະ​ສະກັດ​ກັ້ນ​ອິດ​ທິກຳລັງ​ແບ່ງ​ແຍກທີ່ໃຫ້​ໄຕ້​ຫວັນ​ເປັນ​ເອກະ​ລາດ,​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປ​ະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.