ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-01 17:15:14    
ກອງ​ທະຫານ​ອິດ​ສະລະ​ແອນ​ກໍ່​ການ​ເຄື​່ອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະໜາດ​ໃຫຍ່ຢູ່​ແຖບ​ກາຊາ,ປະຊາ​ຄົມ​ໂລກ​ຮຽກ​ຮ້ອງ​​ໃຫ້ປາ​ເລັສຕິນ​ອິດ​ສະລະ​ແອນ​ຢຸດຕິ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ໃນ​ທັນທີ

cri Author: qin

ຕາມ​ຂ່າວCRI, ວັນ​ທີ30​ກັນຍາ,ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະໜາດ​ໃຫຍ່​ທີ່​ກອງ​ທະຫານ​ປ້ອງ​ກັນ​ປະ​ເທດ​ອິດ​ສະລະ​ແອນ​ກໍ່​ຂຶ້ນຢູ່​ສູນ​ອົບ​ພະຍົບ​ຈາ​ບາ​ລີ​ຢາພາກ​ເໜືອ​ກາຊາຍັງ​ຄົງດຳ​ເນີນ​ຕໍ່​ໄປ.ນັບ​ມາ​ຮອດ​ປະຈຸ​ບັນ,​ໄດ້​ມີ24​ຄົນ​ເສຍ​ຊີວິດ​ໃນ​ການ​ລົບ​ເລວ​ກັນ,​100ກວ່າ​ຄົນ​ບາດ​ເຈັບ.

ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ເທື່ອ​ນີ້​ຂອງ​ອິດ​ສະລະ​ແອນ​ແມ່ນ​ເລີ່​ມ​ຕົ້ນ​ໃນ​ຕອນ​ຄຳ່​ວັນ​ທີ29​ກັນຍາ.ນີ​້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​ທີ່​ກອງ​ທະຫານ​ອິດ​ສະລະ​ແອ​ນ​ກໍ່​ຂຶ້ນ​ຢູ່​ກາຊາ​​ໃນ​ບໍ່​ເທົ່າ​ໃດ​ເດືອນ​ມາ​ນີ້.

ວັນ​ທີ30​ກັນຍາ,ຄະນະ​ລັດຖະບານ​ຮັກສາຄວາມ​ປອດ​ໄພອິດ​ສະລະ​ແອນ​ໄດ້​ຜ່ານ​ແຜນ​ການ​ກໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະໜາດ​ໃຫຍ່​ຢູ່​ກາຊາ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິດ​ສະລະ​ແອນ​ຍື່ນ​ໃຫ້.​

ໂດຍ​ປະ​ເຊີນ​ກັບ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕິນກັບ​ອິດ​ສະລະ​ແອນ​ເລ​ື່ອນຂັ້ນ​ອີກ,ປະຊາ​ຄົມ​​ໂລກ​ໄດ້​ທຳ​ປະຕິກິລິຍາ​ຢ່າງ​ວ່ອງ​ໄວ.ວັນ​ທີ30​ກັນຍາ,ທ່ານ​ອານ​ນານ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫຼງການ,ທວງ​ໃຫ້​ອິດ​ສະລະ​ແອນປາ​ເລັສຕິ​ນ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ​ທັງ​ໝົດ​ໃນ​ທັນທີ.ມື້​ດຽວ​ກັນ,ທ່ານ​ມູຊາ ​ເລຂາທິການ​ໃຫຍ່​ສັນ​ນິບາດ​ປະ​ເທດ​ອາ​ລັບ​ກ່າວ​​ເຕືອນ​ວ່າ,ການ​ທີ່ກອງ​ທະຫານ​ອິດ​ສະລະ​ແອນ​ກໍ່ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະໜາດ​ໃຫຍ່​​ເທິງ​ດິນແດນ​ປາ​ເລັສຕິນທີ່​ຖືກ​ຍຶດຄອງນັ້ນ,ຈະ​ກະຕຸກ​ໃຫ້​ຊາວ​ປາ​ເລັສຕິນກໍ່​ການ​ເຄ່ືອນ​ໄຫວ​ຕ້ານ​ຢັນ​.