ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-01 18:16:58    
ແບກ​​ແດດ​ເກີດ​ເຫດການ​ລະ​ເບີດ​ຫຼາຍ​ລາຍ,​ເຮັດ​ໃຫ້200​ກວ່າ​ຄົນ​ຕາຍ​ແລະ​ບາ​ດ​ເຈັບ

cri Author: q

ຕາມ​ຂ່າວCRI,ວັນ​ທີ30​ກັນຍາ,​ຢູ່ນະຄອນຫຼວງ​ແບກ​​ແດດ​ແລະ​​ແຫ່ງ​ອື່ນໆ​ຂອງ​ອີຣັກ​ໄດ້​ເກີດ​ເຫດການ​ລົດ​ຍົນ​ລະ​ເບີດ​ຫຼາຍ​ລາຍ,ຢ່າງ​ໜ້ອຍ​ເຮັດ​ໃຫ້45​ຄົນ​​ເສຍ​ຊີວິດ,200ກວ່າ​ຄົນ​ບາດ​ເຈັບ.

ຜູ່​ເຫັນ​ກັບ​ຕາ​ກ່າວ​ວ່າ,ຕອນ​ບ່າຍ1​ໂມງ ເວລາ​ທ້ອງ​ຖິ່ນ,ຢູ່​ພາກ​ໃຕ້​ແບ​ກ​ແດດ,ຂະ​ບວນບົດ​ຂະ​ບວນ​ໜຶ່ງ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາຖືກ​ຫຼອນ​ໂຈມຕີ​ດ້ວຍ​ລົດຍົນ​ລະ​ເບີດ.​ໃນ​ເວລາ​ທະຫານ​ອາ​ເມ​ລິ​ກາ​​ໄປ​ຊ່ອຍກອບ​ກູ້​ລົດ​ທີ່​ຖືກ​ຫຼອນ​ໂຈມ​ຕີນັ້ນ,​ໄດ້​ເກີດ​ການລະ​ເບີດ​ສອງ​ເທື່ອ​ລຽນຕິດ.ຢ່າງ​ໜ້ອຍ​ເຮັດ​ໃຫ້41ຄົນ​​ເສຍ​ຊີ​ວິດ,​ໃນ​ນັ້ນ35​ຄົນ​ແມ່ນ​ເດັດ​ນ້ອຍ,ສ່ວນ​ທີ່​ເຫຼືອ​ນັ້ນ​ແມ່ນ​ທະຫານ​ອາ​ເມ​ລິ​ກາ​ແລະ​ສາມັນ​ຊົນ.

ວັນ​ທີ30​ກັນຍາ,ຖານ​ທັບ​ອາ​ເມ​ລິ​ກາ​ປະຈຳ​ອີຣັກສອງ​ແຫ່ງ​ທີ່​ມໍ່​ແບກ​ແດດ​ຕ່າງ​ຖືກ​ລູກ​ສອນ​ໄຟີ​ແລະ​ລົດຍົນ​ລະ​ເບີດ​ຫຼອນ​ໂຈມ​ຕີ,​ເຮັ​ດ​ໃຫ້​ທະຫານ​ອາ​ເມ​ລິ​ກາ3ຄົນ​ແລະ​ຕຳຫຼວດ​ອີຣັກ2ຄົນ​​ເສຍ​ຊີວິດ,20ຄົນ​ບາດ​ເຈັບ.

ນອກ​ນີ້,ວັນ​ທີ30ກັນ​ຍາ,ຢູ່​ມໍ່​ບ່ອນ​ກວດກາ​ກອງ​ທະຫານ​ອາ​ເມ​ລິ​ກາ​ແຫ່ງ​ໜຶ່ງ​ຢູ່​ເຂດອາ​ບູກຼາອິບພາກ​ຕາ​ເວັນ​ຕົກ​ແບກ​ແດດ​ໄດ້​ເກີດ​ເຫດການ​ລົດຍົນ​ລະ​ເບີດ.ຢູ່​ໂມ​ໂຊນເມືອງ​ພາກ​ເໜືອ​ອີຣັກກໍ​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ.