![]( /mmsource/images/2004/10/01/gq1.jpg)
ວັນທີ1ຕຸລາແມ່ນວັນສ້າງຕັ້ງສ.ປ.ຈີນຄົບຮອບ55ປີ.ມື້ດຽວກັນ,ແຫ່ງຕ່າງໆຂອງຈີນໄດ້ຈັດການເຄື່ອນໄຫວຕ່າງໆສະຫຼອງວັນຊາດຢ່າງມ່ວນຊື່ນ.ມວນຊົນວົງການຕ່າງໆຂອງນະຄອນຫຼວງປັກກິ່ງ2ແສນກວ່າຄົນໄດ້ເຂົ້າຮ່ວມການເຄື່ອນໄຫວທ່ຽວສວນຢ່າງໃຫຍ່ໂຕເພື່ອສະຫຼອງວັນຊາດຢູ່ສວນສາທາລະນະ5ແຫ່ງຂອງປັກກິ່ງ.ທ່ານຫູຈິນທ່າວ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ,ປະທານປະເທດຈີນ,ທ່ານອູປ່າງໂກວ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ,ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນແລະຜູ່ນຳພັກແລະລັດຈີນອື່ນໆໄດ້ໄປສວນສາທາລະນະຈົ່ງຊານ,ວັງວັດທະນະທຳປະຊາຊົນແຮງງານ,ສວນສາທາລະນະເປຫາຍ,ສວນສາທາລະນະທຽນຖານແລະສວນຊົນເຜົ່າຈີນ,ພ້ອມກັນກັບມວນຊົນທ່ຽວສວນຫຼິ້ນມ່ວນຊື່ນນຳກັນ,ຮ່ວມກັນສະເຫຼີມສະຫຼອງສ.ປ.ຈີນສ້າງຕັ້ງຂຶ້ນຄົບຮອບ55ປີ.
ໃນສວນສາທາລະນະປັກກິ່ງໃນຍາມບຸນ,ທຸງສີປິວສະບັັດ,ສຽງຄ້ອງສຽງກອງສຽງດົນຕີດັງກ້ອງກັງວານ.ສວນສາທາລະນະແຫ່ງຕ່າງໆໄດ້ໂຮມສູນຈັດງານວາງສະແດງປະເພດຕ່າງໆ,ຈັດລາຍການສະແດງສິນລະປະວັດທະນະທຳໂດຍຈຳເພາະ,ອັນໄດ້ດູດດຶງແຂກທ່ອງທ່ຽວຈຳນວນຫຼວງຫຼາຍ.ຕອນເຊົ້າວັນທີ1ຕຸລາ,ທ່ານຫູຈິນທ່າວໄດ້ໄປຮອດສວນສາທາລະນະຈົ່ງຊານ,ຈັບມືກັບບັນດາຜູ່ແທນຂອງຜູ່ແຮງງານແບບຢ່າງທີ່ເຂົ້າຮ່ວມການເຄື່ອນໄຫວມ່ວນຊື່ນນຳກັນ.ທ່ານເວົ້າຕໍ່ພວກເຂົາເຈົ້າວ່າ,"ມື້ນີ້ແມ່ນວັນເກີດຂອງປະເທດຊາດທີ່ຍິ່ງໃຫຍ່ຄົບຮອບ55ປີ.ໃນ55ປີຜ່ານມາ,ປະເທດຊາດພວກເຮົາໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງ,ນີ້ແມ່ນແຍກອອກຈາກກັນກັບການປະກອບສ່ວນອັນພົ້ນເດັ່ນຂອງຜູ່ແຮງງານແບບຢ່າງແລະບຸກຄົນກ້າວໜ້າໃນທົ່ວປະເທດນັ້ນບໍ່ໄດ້.ພວກທ່ານແມ່ນຜູ່ສ້າງຄຸນງາມຄວາມດີໃຫ້ແກ່ສ.ປ.ຈີນ,ພັກ,ລັດແລະປະຊາຊົນຂອບອົບຂອບໃຈນຳພວກທ່ານ. "
ໃນຝູງຄົນທ່ຽວສວນນັ້ນ,ມີເດັກນ້ອຍຜູ່ໜ່ຶງບອກທ່ານຫູຈິນທ່າວວ່າ,ມື້ນີ້ພໍດີແມ່ນວັນເກີດຂອງຫລານ,ທ່ານຫູຈິນທ່າວເວົ້າຢ່າງດີໃຈວ່າ:"ຄັນຊັ້ນ,ມື້ນີ້ພວກເຮົາທັງສະຫລອງວັນເກີດຂອງປະເທດຊາດ,ທັງສະຫລອງວັນເກີດຂອງຫລານ."
ຢູ່ເຂດວາງສະແດງສີໄມ້ລາຍມືຂອງເດັກນ້ອຍເຍົາວະຊົນໃນສວນສາທາລະນະ,ເດັກນ້ອຍພິການຜູ່ໜ່ຶງໄດ້ມອບເຄ່ືອງສິນລະປະຫັດຖະກຳທ່ີຕົນເຮັດນັ້ນໃຫ້ ທ່ານປະທານຫູຈິນທ່າວ,ທ່ານຫູຈິນທ່າວໄດ້ຮັບເອົາຂອງຂວັນຂອງຫລານ ຢ່າງດີອົກດີໃຈ,ທ່ານເວົ້າວ່າ:"ຂອງຂວັນທ່ີຫລານເອົາໃຫ້ນັ້ນແມ່ນຂອງຂວັນອັນລຳ້ຄ່າທ່ີສຸດ,ລຸງຂອບອົກຂອບໃຈຫລາຍ.ຫວັງໃຫ້ຫລານຈ່ົງຍຶດໝັ້ນຕໍ່ໄປ,ເມ່ືອ ເຕີບໃຫຍ່ຂ້ຶນແລ້ວປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ."
ທ່ານລີກຸ້ນມິນ ກຳມະກອນຜູ່ອອກກິນເບັ້ຍບຳນານທ່ີມາຈາກແຂວງເຫີລົງຈ່ຽງ ພາກຕາເວັນອອກສຽງເໜືອຂອງຈີນໄດ້ສວຍໂອກາດວັນພັກໃນຍາມວັນຊາດຕັ້ງເດີນທາງມາທ່ຽວປັກກ່ິງ,ໃນເວລາທ່ຽວສວນສາທາລະນະເປຫາຍ,ທ່ານບອກນັກຂ່າວວ່າ,ໂຊກດີຫລາຍທ່ີໄດ້ທ່ຽວສວນນຳກັນກັບຜູ່ນຳຂອງລັດ,ຮູ້ສຶກຕ່ືນເຕັັ້ນທ່ີສຸດ.
ທ່ານລີວກຸ້ນມິນຮູ້ສຶກເພ່ີງພໍໃຈທ່ີສຸດຕໍ່ການພັດທະນາຂອງການສ້າງສາເສດຖະກິດແລະພາລະກິດດ້ານຕ່າງໆຂອງຈີນພ້ອມດ້ວຍການປ່ຽນແປງອັນໃຫຍ່ຫລວງຕໍ່ຊີວິດການເປັນຢູ່ຂອງຕົນແຕ່ດຳເນີນການປະຕິຮູບແລະໄຂປະຕຸຕໍ່ພາຍນອກມານີ້.ທ່ານເຫັນວ່າ,ໝູ່ຄະນະນຳຊຸດໃໝ່ຂອງພັກແລະລັດຈີນກ່າວເນັ້ນວ່າ,ຈະເພ່ີມທະວີການກໍ່ສ້າງຄວາມສາມາດໃນການປົກຄອງແລະພັດທະນະທັດວິທະຍາສາດນັ້ນແມ່ນຖືກຕ້ອງທ່ີສຸດ,ທ່ານເອງເຕັມໄປດ້ວຍຄວາມໝັ້ນໃຈຕໍ່ການພັດທະນາຂອງຈີນໃນອະນາຄົດ.
|