ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-03 19:50:12    
ທ່ານ​ຊາ​ລົງ​ກ່າວ​ວ່າ​ກອງ​ທະຫານ​ອິດ​ສະລະ​ແອນ​ຈະ​ສືບ​ຕໍ່​ໃຊ້ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ແຖບ​ກາຊາ

cri Author: ົqin

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ3​ຕຸລາ,ທ່ານ​ຊາ​ລົງ ນາຍົກ​ລັດຖະ​ມົນຕີ​ອິດສະລະ​ແອນກ່າວ​ວ່າ,ກອງ​ທະ​ຫານ​ອິດ​ສະລະ​ແອນ​ຈະ​ສືບ​ຕໍ່​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະ​ໜາດ​ໃຫຍ່​ຢູ່​ແຖບ​ກາຊາ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ຊາ​ລົງ​ກ່າວ​ວ່າ,ທ່ານ​ຮູ້ສຶກ​ເພ່ິ​ງພໍ​ໃຈ​ຕໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ກອງ​ທະ​ຫານ​ອິດ​ສະລະ​ແອນ​​ຢູ່​ແຖບ​ກາຊາ​ໃນ​ຫວ່າງ​ມໍ່ໆ​ນີ້,ທ່ານ​ກ່າວ​ວ່າ,ການ​​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຈະ​ດ​ຳ​ເນີນ​ຕໍ່ໄປ​ຈົນ​ກວ່າເຖິງ​ແຫ່ງ​ນັ້ນ​ບໍ່​ມີ​ຄວາມ​ອັດ​ຕະລາຍ.

ຕາມ​ຂ່າວ​ແຈ້ງວ່າ,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ3​ຕຸລາ,ມີ​ຊາວ​ປາ​ເລັສຕິ​ນອີກ​ຜູ່​ໜຶ່ງ​ຖືກ​ກອງ​ທະຫານ​ອິດ​ສະລະ​ແອນ​ຍິງ​ຕາຍ​ຢູ່​ກາຊາ.​ຕອນ​ຄຳ່​ວັນ​ທີ2​ຕຸລາ,ກອງ​ທະ​ຫານ​ອາ​ກາດ​ອິດ​ສະລະ​ແອນຍັງ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໃສ່​ພາກ​ຕາ​ເວັນ​ອອກ​ແຖບ​ກາຊາ,​ລະ​ເບີດ​ສະມາ​ຊິກ​ອົງ​ການ​ຮາ​ມາສ​ຕາຍ2ຄົນ​.

ວັນ​ທີ2​ຕຸລາ,ທ່ານຮາ​ນີຢາຜູ່​ນຳ​ການ​ທະຫານ​ຂອງ​ອົງການ​ຮາ​ມາສ​ປະຈຳ​ແຖ​ບກາ​ຊາ​​ໄດ້​ກ່າວ​ວ່າ,ຖ້າວ່າ​ອິດ​ສະລະ​ແອນ​ເຊົາຮຸກ​ຮານ​ກາຊາ,​ອົງການ​ຮາ​ມາສກໍຈະ​ບໍ່​ຍິງ​ຈະ​ຫຼວດ​ໃສ່​ຕົວ​ເມືອງ​ຂອງ​ອິດ​ສະລະ​ແອນ​ອີກ.​ແຕ່​ທ່ານ​ຊາ​ລົງ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​ຢຸດ​ຍິງ​ດ່ັງ​ກ່າວ​ໃນ​ຕອນ​ຄຳ່​ວັນ​ທີ2​ຕຸລາ.