ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-04 17:05:29    
ສັນ​ນິບາດ​ປະ​ເທດ​ອາ​ລັບ​ຮຽກຮ້ອງ​ໃຫ້​ຍື່ນ​ບັນຫາ​ກ່ຽວ​ກັບ​ສະຖານະ​ການ​ປາ​ເລັສ​ຕິນ​ອິດ​ສະລະ​ແອນ​ຊຸດ​ຮ້າຍ​ລົງ​ນັ້ນ​ໃຫ້​ສະມັດຊາ​ໃຫຍ່​​ແລະ​ສະພາ​ຄວາມ​ໝັ້ນຄົງ​​ສະຫະ​ປະຊາ​ຊາດປຶກສາ​ຫາລື​ໂດຍ​ດ່ວນ

cri Author: qin

ຕາມ​ຂ່າວCRI,ວັນ​ທີ3​ຕຸລາ,ສັນນິບາດ​ປະ​ເທດ​ອາ​ລັບ​ໄດ້​ມອບ​ໜ້າ​ທີ່ໃຫ້​ຄະນະ​ທູດ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອາ​ລັບ​ປະຈຳ​ສະຫະ​ປະຊາ​ຊາດສະ​ເໜີບັນຫາ​ກ່ຽວ​ກັບ​ສະຖານະ​ການ​ປາ​ເລັສຕິ​ນອິດ​ສະລະ​ແອນ​ຊຸດ​ຮ້າຍ​ລົງຢ່າງ​ໜັກໜ່ວງ​ໃນ​ຫວ່າງ​ມໍ່ໆ​ນີ້​ໃຫ້​ສະມັດຊາ​ໃຫຍ່​​ແລະ​ສະພາ​ຄວ​າມໝັ້ນຄົງ​ສະຫະ​ປະຊາ​ຊາດປ​ຶກສາ​ຫາລື​ໂດ​ຍດ່ວນ.

ສັນ​ນິບາດ​ປະ​ເທດ​ອາ​ລັບ​ແມ່ນ​ທຳ​ການ​ຕົກລົງ​ດ່ັງກ່າວ​ໃນ​ກອງ​ປະຊຸມ​ດ່ວນ​ຂັ້ນຜູ່​ແທນ​ຖາ​ວອນ​ປະຈຳ​ສະຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ເລີ​ແກ.ປະກາດ​ແຈ້ງ​ການ​ທີ່​ປະກາດ​ພາຍຫຼັງ​ກອງ​ປະຊຸມ​ໄດ້​ຮຽກ​ຮ້ອງ​ປະຊາ​ຄົມ​ໂລກ​ຈົ່ງ​ສະ​ໜອງ​ການ​ປົກ​ປັກ​ຮັກສາ​ທາງ​ສາກົນ​​ແກ່​ຊາວ​ປາ​ເລັສ​ຕິນ,​ແລະ​ເຕືອນ​ໃຫ້4​ຝ່າຍ​ບັນຫາ​ຕາ​ເວັນ​ອອກ​ກາງ​​ຫາບແບກ​ໜ້າ​ທີ່​ຮັບຜິດ​ຊອບ​ຕໍ່​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັສຕິ​ນອິດ​ສະລະ​ແອນ​ເລ່ື່ອນ​ຂັ້ນ,​​ໃຊ້​ການ​ເຄື​່ອນ​ໄຫວ​ໃນ​ທັນທີ​​ເກືອດ​ຫ້າມ​ການ​ຮຸກ​ຮານ​ປາ​ເລັສຕິນ​ຂອງ​ກອງ​ທະຫານ​ອິດ​ສະ​ລະ​ແອນ.ປະກາດ​ແຈ້ງ​ການ​ຍັງ​ຮຽກ​ຮ້ອງ​ທ່ານ​ອານ​ນານ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຍ່ື່ນບົດ​ລາຍ​ງານ​ສະບັບ​ໜຶ່ງ​ກ່ຽວ​ກັບ​ບັນ​ຫາ​ກອງ​ທະ​ຫານ​ອິດ​ສະລະ​​ແອນ​ລ່ວງ​ລຳ້​ສິດທິ​ມະນຸດ​ຂອງ​ຊາວ​ປາ​ເລັສ​ຕິນ​ໃຫ້​ສະພາ​ຄວາມ​ໝັ້ນ​ຄົງ.

ວັນ​ທີ29​ກັນຍາ,​ອົງການ​ຮາ​ມາສ​ໄດ້​ຍິງ​ຈະ​ຫຼວດ​ໃສ່​ພາກ​​ໃຕ້​ອິດ​ສະລະ​ແອນ,​ເຮັດ​ໃຫ້​ເດັກນ້ອຍ​ອິດ​ສະລະ​ແອນ​ຕາຍ​ສອງ​ຄົນ.ວັນ​ທີ30​ກັນຍາ,​ອິດ​ສະ​ລະ​ແອນ​ໄດ້​ເລີ່ມ​ກໍ່​ການ
ເຄື​່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ໃຫ້​ຊື່ວ່າ​ວັນ​​ໄຖ່​ໂທດ​ຢູ່​ກາຊາ.ນັບ​ມາ​ຮອດ​ປະຈຸ​ບັນ,​ການ​ເຄື່ອນ​ໄຫວ​ດ່ັງກ່າວ​ໄດ້​ເຮັດ​ໃຫ້​ຊາວ​ປາ​ເລັສຕິນ​ຕາຍປະ​ມານ​60​ຄົນ​.