ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-05 16:58:43    
ທ່ານ​ອາລາ​ຟັດ​ກ່າວ​ວ່າ​ຊາວ​ປາ​ເລັສຕິນ​ບໍ່ຫ່ອນ​ອ່ອນຍອມ​ຕໍ່​ອິດ​ສະລະ​ແອນ

cri Author: qin

ຕາມ​ຂ່າວCRI,​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່ລາມາ​ລາເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນຳ້​ຈໍ​​ແດນ,ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນກ່າວ​ວ່າ,ຊາວ​ປາ​ເລັສຕິນບໍ່ຫ່ອນ​ຈະ​ອ່ອນ​ຍອມ​ຕໍ່​ກອງ​ທະຫານ​ອິດ​ສະລະ​ແອນ​ຈົນ​ເທົ່າໃດໆ.

ທ່ານ​ອາລາ​ຟັດ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ປະກອບ​ອາວຸດ​ຂອງ​ປາ​ເລັສຕິນຈົ່ງ​ຖື​ຜົນ​ປະ​ໂຫຍ​ດຂອງຊາດ​ປາ​ເລັສຕິນ​ເປັນ​​ແກ່,ຢ່າ​ໃຫ້​ສະລະ​​ແອນ​ມີ​ຂໍ້​ອ້າງໂຈມ​ຕີ​ປາ​ເລັສຕິນ.

ໃນ​ມື້​ດຽວກັນ,​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ເຊິ່ງລວມທັງ​ທ່ານ​ຄູ​ໄລ ນາຍົກລັດຖະມົນຕີລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ອົງການ​ຮາ​ມາສຢຸດ​ຕິ​ການ​ຍິງ​ຈະ​ຫຼວດຄັດ​ຊຳໃສ່​ອິດ​ສະລະ​ແອນ,ກ່າວ​ວ່າການ​ກະທຳ​ແນວ​ນີ້​ຈະ​ເປັນ​ຂໍ້​ອ້າງ​ໃຫ້​ອິດ​ສະລະ​ແອນ​ສືບຕໍ່​ດຳ​ເນີນການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທີ່​ວ່າ​ວັນ​ໄຖ່​ໂທດ​ຂອງ​ເຂົາ.​ແຕ່​ຫຼັງ​ຈາກ​ນັ້ນ,ອົງການ​ຮາ​ມາສ​ໄດ້​ອອກ​ຖະ​ແຫຼ​ງການປະຕິ​ເສດຄວາມ​ຮຽກຮ້ອງ​ດ່ັງກ່າວ.

ວັນ​ທີ4​ຕຸລາ,ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທ​ີ່​​ໃຫ້ຊື່ວ່າ​ວັນ​ໄຖ່​ໂທດ​ຂອງ​ອິດ​ສະລະ​ແອນ​ໄດ້​ເຂົ້າ​ສູ່​ມື້​ທີ6,​ໃນມື້​ດຽວ​ກັນ,ມີ​ຊາວ​ປາ​ເລັສຕິ​ນອີກ11​ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ.