ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-05 18:59:46    
ອາ​ເມ​ລິ​ກາ​ກ່າວ​ວ່າກອງ​ທະຫານ​ປະສົມ​ປະຈຳ​ອີຣັກບໍ່​ມີ​ເວລາ​ກຳນົດຖອນ​ອອກ​ຈາກ​ອີຣັກ

cri Author: ົqin

ຕາມ​ຂ່າວCRI,ວັນ​ທີ4​ຕຸລາ,ທ່ານ​ເອ​ເລ​ລີຮອງໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ກອງ​ທະ​ຫານ​ປະສົມ​ປະຈຳ​ອີຣັກ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ມີ​ແຕ່​ສຳ​ເລັດ​ພາລະ​ໜ້າ​ທີ່​ແລ້ວ​ຈິ່ງ​ຈະ​ຖອນ​ຕົວ​ອອກ​ຈາກ​ອີຣັກ,​ແລະ​ບໍ່​ໄດ້​ກຳນົດ​ເວລາ​ຖອນ​ໜີ.

ທ່ານ​ເອ​ເລ​ລີກ່າວ​ວ່າ,ພາລະ​ກຳຂອງ​ກອງ​ທະ​ຫານ​ປະສົມ​ທີ່​ປະຈ​ຳຢູ່​ອີຣັກ​ໃນ​ສ​ະ​ເພາະ​ໜ້າ​ນີ້​ແມ່ນ,​ພາຍ​ຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ມັງກອນ​ປີໜ້າ,​ສ້າງພື້ນ​ຖານພື້ນ​ຖານສັນ​ຕິພາບ​ແລະ​ສະຖຽນ​ລະ​ພາບ​ໃຫ້​ແກ່​ອີຣັກສ້າງ​ຕັ້ງ​ລັດຖະບານ​ໜັກ​ແໜ້ນທີ່​ປະຊາ​ຊົນຈະ​ເລືອກ​ຕັ້ງ​ໃນ​ທ້າຍ​ປີໜ້າ​ແລະ​ຕົ້ນ​ປີ2006.​ສະໜອງ​ສະພາບ​ແວດ​ລ້ອມ​ອັນອັນ​ໝັ້ນ​ທ່ຽງ​ແລະ​ປອດ​ໄພ​​ເພື່ອໃຫ້​ ອີຣັກ​ຂ້າມ​ຜ່ານ​​ໄປສູ່​ປະຊາ​ທິປະ​ໄຕ,ຊ່ວຍ​ອົບ​ຮົມ​ກອງ​ປະກອບ​ອາວຸດ​​ໃຫ້​ອີຣັກ,​ເຮັດ​ໃຫ້​ອີຣັກ​ສາມາດ​ຫາບ​ແບກ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ປອດ​​ໄພ​ຂອງ​ຊາດ.ມີ​ແຕ່ສຳ​ເລັດ​ພາລະ​ໜ້າ​ທີ່​ດ່ັງກ່າວ​ແລ້ວ,ກອງ​ທະຫານ​ປະສົມ​ຈິ່ງຈະ​ເລີ່​ມຖອນ​ຕົວ​ອອກ​ຈາກ​ອີຣັກ.