ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-05 20:34:59    
​ເຈົ້າ​ໜ້າ​ທີ່​ອິດ​ສະລະ​ແອນ​ກ່າວ​ວ່າ​ອິດ​ສະລະ​ແອນ​ກັບປາ​ເລັສຕິນພວມ​ຈັດການ​​ເຈ​ລະ​ຈາ​ທາງ​ລັບ​ກ່ຽວ​ກັບ​ຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ກາຊາ

cri Author: ົqin

ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ5​ຕຸລາ,​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ອິດ​ສະລະ​ແອນ​ຜູ່​ໜຶ່ງ​ທີ່​ບໍ່​ຍອມ​ບອກ​ຊື່​ກ່າວ​ວ່າ,ຝ່າຍ​ອິດ​ສະລະ​ແອນ​ພວມ​ຈັດການ​​ເຈລະຈາ​ທາງ​ລັບ​ກັບ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ,ຫົວ​ຂໍ້​ຕົ້ນຕໍ​ແມ່ນ​ກອງ​ທະຫານ​ອິດ​ສະລະ​ແອນ​ຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທີ່​ໃຫ້​ຊື້​ວ່າ​ວັນ​ໄຖ່​ໂທດ​ຢູ່​ກາຊາ.

ເຈົ້າ​ໜ້າ​ທີ່​ຝ່າຍ​ອິດ​ສະລະ​ແອນ​ກ່າວ​ວ່າ,ຖ້າວ່າ​ຝ່າຍ​ປາ​ເລັສຕິນຮັບປະກັນ​​ບໍ່​ຫຼອນ​ໂຈມ​ຕີ​ຕົວ​ເມືອງ​ອິດ​ສະ​ລະ​ແອນ​ອີກ​ແລ້ວ,ກອງ​ທະຫານ​ອິດ​ສະລະ​ແອນ​ຈະ​ຖອນ​ຕົວ​ອອກ​ຈາກ​ແຖບ​ກາຊາ.ຝ່າຍ​ອິດ​ສະລະ​ແອນ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ,ການ​ເຈລະຈາ​ເທື່ອ​ນີ້​ແມ່ນ​ເລີ່​ມ​ຈັດ​ຂຶ້ນ​ແຕ່​ວັນ​ທີ4​ຕຸລາ,​​ໂດຍ​ມີ​ຝ່າຍ​ທີ​ສາມ​ໄກ່​ເກ່ຍ.​ແຕ່​ຝ່າຍ​ອິດ​ສະລະ​ແອນ​ບໍ່​ຍອມເຜີຍ​ໃຫ້​ຮູ້​ຖາ​ນະ​ຂອງ​ຜູ່​ປະສານ​ງານ.

ແຕ່​​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,ທ່ານ​ເອ​ເລ​ຄັດຜູ່​ແທນ​ເຈລະຈາ​ຜູ່​ທີ​ໜຶ່ງ​ຂອງຝ​່າຍປາ​ເລັສຕິນກ່າວ​ວ່າ,ທ່ານ​ເອງ​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ເລື່ອງ​ດ່ັງກ່າວ.