ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-08 18:08:41    
ນັກ​ວິທະຍາສາດ​ຊອກ​ພົບ​ຫຼັກຖານ​​ໃໝ່​ທີ່​ພິສຸດ​ວ່າ​ຄວາມ​ຄຽດ​​ເປັນ​ໂທດຕໍ່​ສຸຂະພາບ

cri Author: li
ບາງທີ​ທ່ານ​ອາດ​ຈະ​ເຫັນ​ຜູ່​ໃດ​ຜູ່​ໜຶ່ງ​ພວມ​ໂມ​​ໂຫ​ໂທ​ໂສ​ຢ່າງ​ໃຫຍ່,​ໃນ​ເວລາ​ນັ້ນທ່ານ​ອາດ​ຈະ​ເວົ້າປອບ​ໃຈ,ຢ່າ​ຄຽດ​ຢ່າ​ຄຽດ ຈັກ​ໜ້ອຍ​ຈະ​ພາ​ໃຫ້​ບໍ່​ສະບາຍ. ການຄົ້ນຄວ້າ​ໃໝ່​ລາຍ​ໜຶ່ງ​ຂອງ​ນັກວິ​ທະຍາ​ສາດ​ໄດ້ປະກົດ​ເຫັນ​ວ່າ,ຄວາມ​ຄຽດ​ແຄ້ນ​ເປັນ​ໂທດຕໍ່​ສຸຂະພາບ​ແທ້,​ເພາະວ່າ​ມັນ​ຈະ​ເຮັດ​ໃຫ້​ປະລິມານ​ໂປຼຕິນຊະນິດ​ໜຶ່ງທີ່ຈະ​ພາ​ໃຫ້​ອັກ​ເສບ​ນັ້ນ​ເພີ່ມຫຼາຍຂຶ້ນ,​​ແລ້ວ​ເພີ່ມ​ຄວາມ​ອັນຕະລາຍ​ທີ່​ຈະເປັນ​ໂຣກຫົວ​ໃຈ​ແລະ​ສາຍ​ເລືອດ.

​ເວບ​ໄຊ້ຂອງ​ວາລະສານ Science ອາ​ເມ​ລິ​ກາ​ລາຍ​ງານ​ວ່າ,​ໂປຼຕິນຊະນິດ​ນີ້​ເອີ້ນ​ວ່າ​ໂປຼຕິນກະທົບC(ຄືCRP),ການຄົ້ນຄວ້າ​ກ່ອນ​ໜ້າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ມັນ​ຈະ​ພາ​ໃຫ້​ອັກ​ເສບ,​ແລ້ວ​ພາ​ໃຫ້​ເປັນ​ພະຍາດຫົວ​ໃຈ​ແລະ​ສາຍເລືອດ. ການ​ອັກ​ເສບ​ຈະ​ພາ​ໃຫ້​ຊັ້ນ​ໃນ​ຂອງ​ສາຍ​ເລືອດ​ແດງ​ແຂງ​ດ້ານ,​​ແລະ​​ຕັນງ່າຍ​. ປະ​ລິ​ມານ​ໂປຼຕິນກະທົບ C ​ໃນ​ຮ່າງກາຍ​ຄົນ​ແມ່ນ​ຕົວ​ເລກ​ຄາດໝາຍ​ທີ່​ເດັ່ນກ​ວ່າ​ໂກ​ເລ​ສະ​ເຕລອນທີ່​ບອກ​ໃຫ້​ຮູ້​ຄວາມ​ອັນຕະລາຍ​ຂອງ​ໂຣກຫົວ​ໃຈ​ແລະ​ສາຍ​ເລືອດ.

ນັກວິທະຍາສາດ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​​ໄດ້ປະກົດ​ເຫັນ​ວ່າ,ຈິດ​ອາລົມ​ດ້ານລົບ​ຈະ​ເຮັດ​ໃຫ້​ປະລິມານ​ໂປຼຕິນກະທົບ C ​ເພີ່ມ​ຂຶ້ນ. ນັກວິທະຍາສາດ​ໄດ້​ລາຍ​ງານ​ໃນ​ວາລະສານ​ແພດສາດ​ຈິດຕະສາດ​ສະບັບຫຼ້າສຸດ​ວ່າ,ພວກ​ທ່ານ​ໄດ້​ສັງ​ເກດ​ຜູ່​ເຕັມ​ກະສຽນ​ 127 ຄົນ​ທີ່​ມີອາຍຸ​ແຕ່ 18 ປີ​ຮອດ 65 ປີ,ປະກົດ​ເຫັນ​ວ່າ,​ເມື່ອ​ທຽບ​ກັບ​ຜູ່​ທີ່​ມີ​ຈິດໃຈສະຫງົບ​ແລະ​ເບິ່ງ​ໄປ​ໃນ​ແງ່​ດີ​ແລ້ວ,ຜູ່​ທີ່​ມັກ​ຄຽດ​ມັກ​ອຸກ​ໃຈ​ແລະ​ຊັງ​ຄົນ,ປະລິມານ​ໂປຼຕິນກະທົບ C ​ໃນ​ຮ່າງ​ກາຍ​ຂອງ​ເຂົາຈະ​ສູງ​ກວ່າ 1 ​ເທົ່າຮອດ 2 ​ເທົ່າ. ນີ້​ສະ​ແດງ​ໃຫ້​ເຫັນ​ຕື່ມ​ອີກວ່າ,ກຳລັງ​ໜີບ​ດ້ານ​ຈິດ​ອາລົມ​ຈະ​ກະທົບກະ​ເທືອ​ນ​ເຖິງ​ລະບົບ​ເສັ້ນປະສາດ​ແລະ​ລະ​ບົບພູມ​ຕ້ານທານ.

ນີ້​ແມ່ນ​ຄົນ​ທັງຫຼາຍປະກົດ​ເຫັນ​ການ​ພົວພັນ​ລະຫວ່າງ​ອາລົມ​ບໍ່​ດີ​ເຊັ່ນ​ຄວາມ​ຄຽດ​ແຄ້ນ​ເປັນຕົ້ນກັບ​ປະລິມານ​ໂປຼຕິນກະທົບ C ​ເປັນຄັ້ງທຳ​ອິດ,​ແຕ່​ວ່າ​ກ່ຽວ​ກັບກົນ​ໄກ​ລະອຽດ​ນັ້ນ ຍ້ງຕ້ອງ​ຄົ້ນຄວ້າ​ຕື່ມ​ອີກ.