ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-08 18:16:00    
ເພດ​ຍິງ​ກິນ​ປາ​ຫຼາຍ​ສາມາດ​ຫຼຸດຜ່ອນ​ຄວາມ​ອັນຕະລາຍ​ທີ່​ຈະເປັນ​ມະ​ເຮັງ​ຕ່ອມ​ນົມ​ໃຫ້​ໜ້ອຍລົງ

cri
ໜ່ວຍຄົ້ນຄວ້າ​ຂອງ​ກະຊວງວັດທະນະທຳ​ວິທະຍາສາດຍີ່ປຸ່ນ​ໄດ້​ສຳຫຼວດ​ເຫັນ​ວ່າ,​ເພດ​ຍິງ​ກິນ​ປາ​ຫຼາຍສາມາດຫຼຸດຜ່ອນຄວາມ​ອັນຕະລາຍ​ທີ່​ຈະເປັນ​ມະ​ເຮັງ​ຕ່ອມ​ນົມ​ໃຫ້​ໜ້ອຍລົງ.

ໜັງສືພິມ​ອາຊາ​ຮີ​ຊິນ​ບູນລາຍ​ງານ​ວ່າ,​ແຕ່​ປີ 1988 ຮອດ​ປີ 1990 ໜ່ວຍ​ຄົ້ນຄວ້າ​ດັ່ງກ່າວໄດ້​ສຳຫຼວດເພດ​ຍິງ​ທີ່​ອາຍຸ​ແຕ່ 40 ຮອດ 70 ປີ 2 ໝື່ນ 5 ພັນ 4 ຮ້ອຍ​ຄົນ​ໃນ​ທົ່ວ​ປະ​ເທດ,ຕົ້ນຕໍ​ແມ່ນ​ສຳຫຼວດພວກ​ນາງ​ກິນ​ປາຫຼາຍປານ​ໃດ​ແລະ​ກິນ​ເທົ່າ​ໃດ​ເທື່ອ​ໃນ​ຊີວິ​ດປະຈຳ​ວັນ,ຈາກ​ນັ້ນ ​ໃນ 7 ປີ​ເຄິ່ງຕໍ່​ມາ,​ໄດ້​ຕິດຕາມ​ສຸຂະພາບ​ຂອງ​ພວກ​ນາງ​​ໂດຍຕະຫຼອດ,​ໃນ​ນັ້ນ ມີ 127 ຄົນ​ເປັນ​ມະ​ເຮັງ​ຕ່ອມ​ນົມ. ພະນັກງານ​ຄົ້ນຄວ້າ​ປະກົດ​ເຫັນ​ວ່າ,​ເອົາ​ຈຸ​ໜຶ່ງ​ທີ່​ກິນ​ປາ​ສູ່​ມື້​ທຽບ​ກັບອີກ​ຈຸ​ໜຶ່ງ​ທີ່​ກິນ​ປາອາທິດ​ລະ​ເທື່ອ 2 ​ເທື່ອ​​ແລະຈຸ​ບໍ່​ກິນ​ປາ​ປານ​ໃດ​,ຈຸ​ກິນ​ປາ​ເລື້ອຍໆ ອັດຕາ​ເປັນ​ມະ​ເຮັງ​ຕ່ອມ​ນົມ​ຕ່ຳ​ກວ່າ 43%. ຈາກການ​ສຳຫຼວດຍັງ​ປະກົດ​ເຫັນ​ວ່າ,ອັດຕາ​ເປັນ​ມະ​ເຮັງ​ຕ່ອມ​ນົມ​ບໍ່​ມີ​ການ​ພົວພັນ​ກັບ​ປະລິມານ​ໄຂມັນ​​ພືດ​ທີ່​ກິນ.

ການ​ທົດ​ລອງ​ຢູ່​ຕາມ​ສັດ​ຢັ້ງຢືນ​ໃຫ້​ເຫັນ​ວ່າ,​ໃນ​ໄຂມັນ​ຂອງ​ປາ,ມີ​ສານ​ສອງ​ຊະນິດ​ທີ່​ມີ​ບົດບາດ​ລະງັບຈຸ​ລັງ​ມະ​ເຮັງ. ພະນັກງານ​ຄົ້ນຄວ້າ​ເຫັນ​ວ່າ,ອາດ​ຈະ​ແມ່ນ​ສານ​ລະງັບ​ຈຸ​ລັງ​ມະ​ເຮັງສອງ​ຊະນິດ​ດັ່ງກ່າວ​ໄດ້​ເສີມ​ຂະຫຍາຍ​ບົດບາດ,​ເຮັດ​ໃຫ້​ຜູ່​ກິນ​ປາ​ເລື້ອຍໆມີ​ອັດຕາ​ເປັນ​ມະ​ເຮັງ​ຕ່ອມ​ນົມຕ່ຳລົງຫຼາຍ.