ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-08 20:43:41    
ເພດ​ຊາຍ​ທີ່​ຊ່ວງເຫຼົ້າ​ຊ້າ​ມັກ​​ເປັນ​ໂຣກ​ສາຍ​ເລືອດ​ສະໝອງຕັນ

cri
ການ​ສຳຫຼວດທີ່​ມະຫາວິທະຍາ​ໄລ​ແພດສາດ​ຍີ່​ປຸ່ນ​ແລະ​ສູນ​ອາຍຸ​ຍືນ​ແລະ​ປິ່ນປົວ​ແຫ່ງ​ຊາດ​ຮ່ວມ​ກັນ​ຈັດ​ຂຶ້ນນັ້ນສະ​ແດງ​ໃຫ້​ເຫັນ​ວ່າ,​ເພດ​ຊາຍ​ທີ່​ຊ່ວງ​ເຫຼົ້າຊ້າ​ ມີຄວາມ​ອັນຕະລາຍ​ທີ່​ຈະເປັນ​​ໂຣກສາຍ​ເລືອດ​ສະໝອງ​ຕັນ​​ຈະ​ສູງ​ກວ່າ​ເພດ​ຊາຍ​ທີ່​ຊ່ວງ​ເຫຼົ້າ​ໄວ​ 2 ​ເທົ່າ.

ໜັງສືພິມ​ເຄຊາຍ​ອີຊິ​ມບູນຍີ່ປຸ່ນ​ລາຍ​ງານ​ວ່າ,ຊ່ວງ​ເຫຼົ້າ​ໄວ​ຫຼືຊ້າ​ແມ່ນ​ຊີ້​ຂາດ​ຢູ່​ນຳ​​ເຊື້ອ​ໝັກແຍກ​ທາດ​ອານ​ໂກນ​ໃນ​ເລືອດ​ໄວຫຼືຊ້າ,ສ່ວນ​​ເຊື້ອ​ໝັກ​​ແຍກ​ທາດ​ອານ​ໂກນໄວຫຼືຊ້າ​ແມ່ນ​ຄວບ​ຄຸມ​ໂດຍ​ແຊນຂອງ​ແຕ່ລະຄົນ. ຢູ່​ຍີ່​ປຸ່ນ,ຜູ່​ທີ່​ເຊື້ອ​ໝັກ​​ແຍກ​ທາດ​ອານ​ໂກນ​ຊ້າ​ດ້ວຍການ​ຄວບ​ຄຸມ​ຂອງ​ແຊນ​ພາຍ​ໃນ​ຮ່າງກາຍ​ນັ້ນກວມ​ປະມານ 40%,ຄົນ​ເຫຼົ່ານີ້​ດື່ມ​ເບຍ​ແກ້ວ​ໜຶ່ງ​ກໍ​​ເມົາ​ໂລດ.

​ແຕ່​ປີ 1997 ​ເປັນຕົ້ນມາ,ຜູ່​ຮັບຜິດຊອບ​ຂອງ​ໜ່ວຍ​ຄົ້ນຄວ້າ​ໄດ້​ເກັບ​​​ໂຮມເອົາ​ຕົວ​ຢ່າງ​ເລືອດ​ຂອງ​ຍິງ​ຊາຍ 2400 ຄົນ​ອາຍຸ​ແຕ່ 40 ປີ​ຮອດ 70 ປີ​​ໃນແຂວງ​ໄອ​ຈີ ​ເພື່ອ​ສຳຫຼວດ​ການ​ພົວພັນ​ລະຫວ່າງ​ແຊນ​ທີ່​ພາ​ໃຫ້​ເຊື້ອ​ໝັກ​ຊະນິດ​ນີ້​ບໍ່​ຟົດ​ຟື້ນ​ກັບ​ພະຍາດ​ສາຍ​ເລືອດ​ສະໝອງ​ຕັນ​. ຜົນ​ການ​ສຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ຜູ່​ທີ່​ມີ​ແຊນ​ຊະນິດ​ນີ້​ມີ 16% ​ເປັນ​ພະຍາດ​ສາຍ​ເລືອດ​​ສະໝອງຕັນ​,ອັດຕາ​ເປັນ​ພະຍາດ​ສູງ​ກວ່າ​ຜູ່​ທີ່​ຊ່ວງ​ເຫຼົ້າ​ໄວ​ນັ້ນ 2,1 ​ເທົ່າ. ສ່ວນ​ເພດ​ຍິງ​ພັດ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ປານ​ໃດ.

ກ່ອນ​ໜ້າ​ນີ້,ຄົນ​ທັງຫຼາຍຖື​​ໂດຍ​ຕະຫຼອດ​ວ່າ,ມູນ​​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້ເປັນ​ພະຍາດ​ສາຍ​ເລືອດ​ສະໝອງ​ຕັນ​ແມ່ນ​ຍ້ອນ​ຄວາມດັນ​ເລືອດ​ສູງ,​ເທື່ອ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ປະກົດ​ເຫັນ​ວ່າ,ສາຍ​ເລືອດສະໝອງ​ຕັນ​​ແມ່ນ​ມີ​ສ່ວນ​ກ່ຽວພັນ​ກັບ​ແຊນ​ດັ່ງກ່າວ. ຜູ່​ຮັບຜິດຊອບ​ຂອງ​ໜ່ວຍ​ຄົ້ນຄວ້າ​​ເວົ້າວ່າ,ຍ້ອນ​ບົດບາດ​ແຍກ​ທາດ​ຂອງເຊື້​ອໝັກ​ອ່ອນ,​ພາ​ໃຫ້ໂກ​ເລ​ສະ​ເຕລອນ​ໃນ​ເລືອດ​ຂອງຄົນ​ເພີ່ມຂຶ້ນ​ຫຼາຍ,​ແລ້ວ​​ເຮັດ​ໃຫ້​ມີຄວາມ​ອັນຕະລາຍ​ທີ່​​ສາຍ​ເລືອດ​ສະໝອງ​ຕັນ​​.