ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-09 17:11:23    
ລັດຖະບານ​ຊ່ົວຄາວ​ອີ​ຣັກ​ກ່າວ​ວ່າ​ຈະ​ລົງ​ໂທດຄາດ​ຕະກອນ​ທ່ີ​​ຂ້າ​ທ່ານ​ບີ​ກຼີຕາຍ​ນັ້ນຕາມ​ກົດໝາຍ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 8 ຕຸລາ​ນີ້ ພາຍຫຼັງ​ໄດ້​ຮັບ​ຂ່າວ​ກ່ຽວກັບທ່ານ​ບີ​ກຼີ ຕົວ​ປະກັນ​ອັງ​ກິດ​ຖືກ​ຕັດ​ຄໍ​ແລ້ວ, ທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີລັດຖະບານ​ຊ່ົວຄາວ​ອີ​ຣັກກ່າວ​ວ່າ, ຈະ​ຊອບ​ຈັບພວກກໍ່​ການ​ຮ້າຍ​ທ່ີ​ຂ້າ​ທ່ານ​ບີ​ກຼີຕາຍ​ຈົນ​ເຖິງ​ທ່ີສຸດ​ແລະ​ລົງ​ໂທດ​ຕາມ​ກົດ​ໝາຍ​ໂດຍ​ໄວ​ເທ່ົາ​ທ່ີ​ຈະ​ໄວ​ໄດ້.

​ທ່ານ​ອາ​ລາ​ວີ​ກ່າວ​ວ່າ, ທ່ານ​ບີ​ກຼີຖືກ​ຂ້າ​ຕາຍ​ບໍ່​ກ່ຽວ​ພັນ​​ເຖິງ​ການ​ເຄື່ືອນ​ໄຫວ​ກວດ​ລ້າງພວກ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາທ່ີກອງ​ທະຫານ​ອາ​ເມ​ລິ​ກາ​ແລະ​ອີຣັກດຳ​ເນີນ​ຢູ່​​ເບື້ອງຕາ​ເວັນ​ຕົກ​ສຽງໃຕ້​ຂອງແບກ​ແດດ​ໃນ​ຫວ່າງ​ມໍ່ໆ​ນີ້.

ຕອນ​ບ່າຍ​ວັນ​ທີ 8 ຕຸລາ, ຍາດພີ່ນ້ອງ​ຂອງ​ທ່ານ​ບີ​ກຼີອອກ​ຖະ​ແຫຼງການ​ທາງ​ໂທລະພາບ ​ໂດຍຢືນຢັນວ່າ​ທ່ານ​ບີ​ກຼີຖືກ​ຂ້າ​ຕາຍ​ແລ້ວ. ພາຍຫຼັງ​ຂ່າວ​ກ່ຽວ​ກັບ​ທ່ານ​ບີ​ກຼີຖືກ​ຂ້າ​ຕາຍ​ນັ້ນ​ຖືກ​ຮັບຮອງແລ້ວ, ທ່ານ​ແບຼ ນາຍົກລັດຖະມົນຕີ​ແລະ​ທ່ານສະຕຼາວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​ໄດ້​ອອກ​ຖະ​ແຫຼງການ​​ເປັນ​ລຳດັບ, ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ຄອບຄົວ​ຂອງ​ທ່ານ​ບີ​ກຼີ​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ່​ລັກ​ພາ​ຕົວ.

ທ່ານ​ບີ​ກຼີປີ​ນີ້​ອາຍຸ 62 ປີ, ​ແມ່ນ​ວິສະວະກອນຜູ່ໜ່ຶງ, ວັນ​ທີ 16 ກັນຍາ​ຖືກ​ລັກ​ພາ​ຕົວ​ຢູ່​ແບກ​ແດດພ້ອມ​ກັນ​ກັບ​ຄົນ​ອາ​ເມ​ລິ​ກາ​ອີກສອງ​ຄົນ​, ຄົນ​ອາ​ເມ​ລິ​ກາສອງຄົນຖືກ​ຂ້າ​ຕາຍ​ກ່ອນ.