|
|
(GMT+08:00)
2004-10-11 21:20:14
|
|
ມະຫາກະສັດຖາງແທ້ຈົ່ງທີ່ບໍ່ມັກຄົນມາລູບແຄ່ງເລຍຂາ
cri
ເມື່ອຄ.ສ.ປີ632,ຢູ່ປະເທດຈີນກໍພໍດີແມ່ນສະໄໝລາດຊະວົງທາງທີ່ມະຫາກະສັດຖາງແທ້ຈົ່ງຄອງລາດຊະສົມບັດ.ມີບັນນາລັກຜູ່ໜຶ່ງຊື່ວ່າ ຢູສື້ນານໄດ້ຂຽນໜັງສືເຫຼັ້ມໜ່ຶງທີ່ສັນລະເສີນມະຫາກະສັດຖາງແທ້ຈົ່ງວ່າ ເພີ່ນເປັນຜູ່ມີປີຊາສາມາດໃນການບ້ານເມືອງແລະວິທະ ຍາຍຸດກໍເກັ່ງ.ເມື່ອແຕ່ງໜັງສືເຫຼັ້ມນີ້ແລ້ວ,ກໍເອົາໄປທູນຖວາຍມະຫາກະສັດຖາງແທ້ຈົ່ງ. ທ່ານຢູສື້ນານນຶກວ່າ,ເມື່ອມະຫາກະສັດຖາງແທ້ຈົ່ງອ່ານໜັງສືເຫຼັ້ມນີ້ແລ້ວ,ແນວໃດກໍ່ຕ້ອງຍ້ອງຍໍເຂົາໂລດ,ບາງທີຍັງຈະເລື່ອນຊັ້ນເລື່ອນຍົດໃຫ້ອີກກໍເວົ້າບໍ່ຊ່າງ.ແຕ່ໃຜກໍ່ບໍ່ນຶກເລີຍວ່າ,ເມື່ອມະຫາກະສັດຖາງແທ້ຈົ່ງອ່ານໜັງສືເຫຼັ້ມນີ້ແລ້ວ,ຊ້ຳພັດແຕ່ງຄົນໄປຮຽກທ່ານ ຢູສື້ນານມາເຂົ້າເຝົ້າ,ແລ້ວຊົງພະກະແສດຳລັດຕໍ່ເຂົາວ່າ:"ທ່ານຕີລາຄາພະອົງເຮົາສູງເກີນໄປແລ້ວ,ພະອົງເຮົາແມ່ນດີກວ່າມະຫາກະສັດຊຸຍຢາງຕີ້ໃນລາດຊະວົງກ່ອນໜ້ອຍດຽວທໍ່ ນັ້ນດອກ." ທ່ານຢູສື້ນານເວົ້າວ່າ,"ຂ້າພະບາດເປັນບັນນາລັກ,ກໍ່ຮູ້ເລື່ອງປະຫວັດສາດຈຳນວນໜ່ຶງ,ຕາມຂໍ້ສັງເກດຂອງຂ້າພະບາດເຫັນວ່າ,ຖ້າທຽບກັບຊຸມມະຫາອຸຕະມະປາງບູຮານແລ້ວ,ພະອົງແມ່ນເກັ່ງລື່ນພວກເພີ່ນຫຼາຍ."ພະເຈົ້າຖາງແທ້ຈົ່ງເວົ້າແກມຫົວວ່າ,"ພະອົງເຮົາປີນີ້ມີພະຊົນມາຍຸໄດ້ພຽງ33ປີ,ແລະຫາກໍ່ຂຶ້ນສະເຫວີຍລາດໄດ້ພຽງ6ປີທໍ່ນັ້ນ,ທຸກສິ່ງທຸກຢ່າງແມ່ນຫາກໍ່ເລີ່ມເຮັດເລີ່ມທຳ,ປະຈຸບັນນີ້,ທ່ານກໍສັງເກດເຫັນພະອົງເຮົາໃນຍາມເລີ່ມຕົ້ນທໍ່ນັ້ນ,ແຕ່ຍັງບໍ່ທັນຮູ້ພະອົງເຮົາຕໍ່ໄປພາຍໜ້າຈະເປັນແນວໃດເທື່ອ,ແລ້ວຈະມາໃຫ້ຂໍ້ສະຫຼຸບໄດ້ຈັ່ງໃດ?" ທ່ານຢູສື້ນານພັດເວົ້າວ່າ,"ເມື່ອສັງເກດເບ່ິງອາດີດຂອງຄົນຜູ່ໜ່ຶງແລ້ວກໍ່ຈະສາມາດຮູ້ຄົນຜູ່ນັ້ນໃນປະຈຸບັນ,ເມື່ອສັງເກດເບິ່ງຄົນຜູ່ນັ້ນໃນອະດີດແລະໃນປະຈຸບັນນັ້ນກໍຈະທຳນາຍອະນາຄົດຂອງເຂົາໄດ້,ເມື່ອສັງເກດຈາກການກະທຳຂອງພະອົງໃນອະດີດແລະໃນປະຈຸບັນແລ້ວ,ແນວໃດອະນາຄົດຂອງພະອົງກໍ່ຈະມີແຕ່ດີກວ່າປະຈຸບັນ."ໃນຂະນະນີ້, ທ່ານເວ້ເຈິ່ງທີ່ຢືນຢູ່ຂ້າງຫັ້ນແຕ່ດົນແລ້ວນັ້ນກໍ່ເວົ້າສອດຂຶ້ນວ່າ:"ເມື່ອສັງເກດຈາກປະຫວັດ ສາດແລ້ວ,ມະຫາກະສັດທັງຫຼາຍມີຫຼາຍອົງແມ່ນຊ່າງສະເໝີຕົ້ນ,ແຕ່ອົງທີ່ຊ່າງສະເໝີປາຍນັ້ນພັດມີໜ້ອຍ.ຖ້າພະອົງຫາກສາມາດດຳເນີນພະລາດຊະກໍລະນີຍະກິດຄືຫາກໍ່ຂຶ້ນສະເຫວີຍລາດນັ້ນຕະຫຼອດໄປແລ້ວ,ກໍ່ຈະເປັນການດີທີ່ສຸດ."ມະຫາກະສັດ ຖາງແທ້ຈົ່ງຟັງແລ້ວ,ກໍ່ຕອດພະເກດນຳໂລດ,ແລ້ວເວົ້າຕໍ່ທ່ານຢູສື້ນານວ່າ:"ສະນັ້ນ,ຈຶ່ງເວົ້າໄດ້ວ່າ,ດຽວນີ້,ທ່ານໃຫ້ຂໍ້ສະຫຼຸບໄວໂພດ.ຖ້າພະອົງເຮົາຫາກສາມາດຊ່າງສະເໝີຕົ້ນສະເໝີປາຍແທ້ແລ້ວ,ໜັງສືຂອງທ່ານເຫຼັ້ມນີ້ກໍຍັງຈະແຜ່ຜາຍໄປຮອດຄົນຮຸ້ນຫຼັງໄດ້,ຖ້າວ່າພະອົງເຮົາຫາກຊ່າງແຕ່ສະເໝີຕົ້ນບໍ່ຊ່າງສະເໝີປາຍຄືກັນກັບມະຫາກະສັດບາງອົງໃນປະຫວັດ ສາດແລ້ວ,ທ່ານພັດມາຕີລາຄາພະອົງເຮົາສູງປານນີ້,ກໍຢ້ານຄົນຮຸ້ນຫຼັງຈະພາກັນຫົວຂວັນທ່ານທໍ່ນັ້ນແລ້ວ." ເມື່ອໄດ້ຟັງຄວາມເວົ້າຂອງມະຫາກະສັດຖາງແທ້ຈົ່ງແລ້ວ,ທ່ານຢູສື້ນານກໍ່ລະອາຍຈົນໜ້າແດງຂຶ້ນກັບບ່ອນ,ແລະກໍຟ້າວນ້ອມເກົ້າກາບບັງຄົມທູນລາໄປ. ມີເທື່ອໜຶ່ງ,ມະຫາກະສັດຖາງແທ້ຈົ່ງພວມສະເດັດເບີຍພະອາລົມຢູ່ໃນພະລາຊະອຸທິ ຍານ,ພໍສະເດັດໄປຮອດກ້ອງຕົ້ນໄມ້ໃຫຍ່ຕົ້ນໜ່ຶງ,ກໍປະກົດເຫັນຕົ້ນໄມ້ຕົ້ນນີ້ໃຫຍ່ຕັ້ງສາມສີ່ອູ້ມ,ລຳກໍຊື່ຈິດປິດສູງຈຸຟ້າ,ໃບກໍດົກໜາຈົນລົມພັດບໍ່ຊອດ,ຢູ່ກ້ອງຕົ້ນໄມ້ກໍຮົ່ມເຢັນ,ເຂົ້າ ຊົ້ນຝົນບໍ່ຮຳ.ພະອົງຮູ້ສຶກຊື່ນພະໄທເປັນຢ່າງຍິ່ງແລະສະເດັດອ້ອມຕົ້ນໄມ້ຕັ້ງຫຼາຍຮອບທັງອຸທານວ່າ,"ໂອ,ຈັ່ງແມ່ນຕົ້ນໄມ້ໃຫຍ່ທີ່ຫາຍາກແທ້ໆ." ໃນຂະນະນີ້,ພໍດີທ່ານຢູເວີນສື້ຈີ ຜູ່ເປັນນາຍກຳກັບການເປັນຢູ່ຂອງເຈົ້າຊີວິດນັ້ນກໍຢູ່ຄຽງຂ້າງຫັັ້ນ,ພໍເຫັນມະຫາກະສັດຖາງແທ້ຈົ່ງອອນຊອນນຳຕົ້ນໄມ້ໃຫຍ່ຕົ້ນນີ້,ກໍເວົ້າປະຈົບ ປະແຈງຂຶ້ນທັນທີວ່າ,"ຂ້າພະບາດກໍເຄີຍໄປຫຼາຍບ້ານຫຼາຍເມືອງແລ້ວ,ແລະກໍ່ເຄີຍເຫັນຕົ້ນໄມ້ແນວດີມາຫຼາຍແລ້ວ,ແຕ່ບໍ່ເຄີຍເຫັນຕົ້ນໄມ້ໃຫຍ່ທີ່ໜ້າງຶດງໍ້ຄືແນວນີ້ຈັກເທື່ອ.ມີແຕ່ມາຕິດຕາມພະອົງທໍ່ນັ້ນຈຶ່ງໄດ້ມີບຸນວາດສະໜາປານນີ້.ເບິ່ງລຳມັນກໍ່ໃຫຍ່ສູງຈິດປິດທັງສະຫງ່າອົງອາດທີ່ສຸດ,ເໝືອນກັບພະວໍລະຮູບອັນຍິ່ງໃຫຍ່ຂອງພະອົງ.ຕົ້ນໄມ້ທີ່ໜ້າອັດ ສະຈັນແນວນີ້,ມີແຕ່ຢູ່ພະລາຊະອຸທິຍານທໍ່ນັ້ນຈຶ່ງມີຂຶ້ນແລະສົມມາສົມຄວນ." ຄວາມປະຈົບປະແຈງຂອງທ່ານຢູເວີນສື້ຈີເຫຼົ່ານີ້ຍິ່ງເຮັດໃຫ້ມະຫາກະສັດຖາງແທ້ຈົ່ງ ຟັງບໍ່ເຂົ້າຫູ,ພະອົງຊົງເຫຼືອດພະເນດໃສ່ເຂົາຕັ້ງຫຼາຍເທື່ອ,ເພື່ອໃຫ້ເຂົາເຊົາເວົ້າຖະແລງແປງວາດນັ້ນສາ.ແຕ່ປານນັ້ນທ່ານຢູເວີນສື້ຈີກໍ່ຍັງອ່ານບໍ່ອອກຈັກດີ້,ແຮ່ງເວົ້າກໍ່ແຮ່ງຂຶ້ນໃຈ. ມະຫາກະສັດຖາງແທ້ຈົ່ງອົດບໍ່ລົນທົນບໍ່ໄຫວ,ກໍ່ເລີຍເວົ້າເຂກໜ້າຂຶ້ນວ່າ:"ທ່ານເວ້ເຈິ່ງເຄີຍເຕືອນພະອົງເຮົາເລື່ອຍໆວ່າ,ຢ່າໄດ້ເຂົ້າໃກ້ຊິດກັບຄົນຜູ່ມັກລູບແຄ່ງເລຍຂາ,ພະອົງເຮົາບໍ່ ຄ່ອຍຮູ້ວ່າຄົນຜູ່ມັກລູບແຄ່ງເລຍຂານັ້ນແມ່ນໃຜ,ມາມື້ນີ້,ພະອົງເຮົາຈຶ່ງຮູ້ວ່າ,ຄົນຜູ່ມັກລູບ ແຄ່ງເລຍຂາກໍ່ແມ່ນທ່ານນັ້ນເອງ."ຄວາມເວົ້າດ່ັງກ່າວໄດ້ເຮັດໃຫ້ຢູເວີນສື້ຈີໜ້າແດງຂຶ້ນ ຢ່າງໝົດທ່າເອົາໂລດ.ໃນສະໄໝມະຫາກະສັດຖາງແທ້ຈ່ົງຄອງອຳນາດນັ້ນ,ທ່ານຢູເວີນ ສື້ຈີບໍ່ໄດ້ຮັບຄວາມໄວ້ພະໄທນຳເລີຍ.
|
|
|