ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-12 17:15:37    
ບົດ​ແຈ້ງ​ຂ່າວ​ຢ່າງ​ເປັນ​ລະ​ບົບກ່ຽວ​ກັບ​ຜູ້​ທີ່​ມີ​ອາຍຸ​ສຳ່​ກັນ​ກັບ​ ປະສົບ​ການ​ເຕີບ​ໃຫຍ່​ຂອງ​ນາງ​ຊົມ​ມີຢາ ຊາວ​ເຜົ່າ​ມົງ​ໂກນ

cri

ນາງ​ຊົມ​ມີຢາ​ແມ່ນຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຂອງ​ເມືອງ​ປາ​ຢານ​ໂນຣເຂດ​ມົງ​ໂກ​ໃນ​ປົກຄອງ​ຕົນ​ເອງ​ຂອງ​ຈີນ.​​ເມື່ອ 55 ປີ​ກ່ອນ,ຄື​​ໃນເວລາ​ປະ​ເທດ​ຈີນ​ໃໝ່​ສະຖາປະນາ​ຂຶ້ນ,ນາງ​ເກີດ​ຢູ່​ໃນ​ຄອບຄົວ​ຊາວ​ລ້ຽງສັດ​​ເຜົ່າ​ມົງ​ໂກນ​ຂອງ​ເມືອງນ້ອຍ​ອູຣັດກາງ​ເມືອງ​ປາ​ຢານ​ໂນຣ.ຈາກ​ລູກ​ສາວຂອງ​ຊາວ​ລ້ຽງສັດສາມັນນາງກາຍ​ເປັນ​ຮອງ​ປະທານ​ສະພາ​ປຶກສາການ​​ເມືອງປະຊາຊົນຂັ້ນ​ເມືອງ,​ໃນ​ສາຍຕາ​ຂອງ​​ໄທ​ເມືອງ​ທ້ອງ​ຖິ່ນ,ນາງ​ຊົມ​ມີ​ຢາ​ແມ່ນ​ຜູ້​ຍິງ​ທີ່​​ເກັ່ງ​ຫຼາຍ.


ເມືອງ​ນ້ອຍ​ອູ​ຣັດກາງ ບ້ານ​ເກີດຂອງ​ນາງ​ຊົມ​ມີ​ຢາ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ເຂດ​ມົງ​ໂກ​ໃນ​ປົກຄອງ​ຕົນ​ເອງ​ຂອງ​ຈີນ,​ແມ່ນ​ເມືອງ​ນ້ອຍ​ທີ່​ມີ​ຫຼາຍຊົນ​ເຜ່ົາ​ສ່ວນ ໜ້ອຍອາ​ໄສ​ຢູ່​,​ເຊິ່ງຖື​ການ​ລ້ຽງສັດ​ເປັນ​ຫຼັກ,ກະສິກຳ​ກັບ​ການ​ລ້ຽງສັດປະສານ​ກັນ,​ໃນຍາມ​ຍັງ​ນ້ອຍ,ພໍ່​ແມ່​ຂອງ​ນາງກໍ​​ໄດ້​ເສຍ​ໄປ​ຕາມໆ​ກັນຍ້ອນ​ເປັນ​ພະຍາດ,ນາງ​ຢູ່​ນຳ​ກັນ​ກັບ​ແມ່​ເຖົ້າ.ນາງ​ຊົມ​ມີ​ຢາ​ຫວນ​ຄຶດ​ວ່າ,​ໃນ​ຍາມ​ຍັງ​ນ້ອຍ,ນາງ​ຫວັງຢາກ​ໄປ​​ໂຮງ​ຮຽນ​ທີ່​ສຸດ,​ເຖິງ​ວ່າ​​ແມ່​ເຖົ້າ​ບໍ່​ມີ​ຄວາມ​ສາມາດ​ສ່ົງນາງ​ໄປ​ຮຽນ,​ແຕ່​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນໜ້ອຍ​ປົກຄອງ​ຕົນ​ເອງ,ເພື່ອ​ເຮັດ​ໃຫ້​​ເດັກນ້ອຍ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ທີ່ຢູ່​ເຂດ​ລ້ຽງສັດ​ຄື​ນາງ​ນີ້​​ມີ​ໂອກາດ​ຮັບ​ການ​ສຶກສາ,ອົງການ​ປົກຄອງ​ທ້ອງ​ຖິ່ນ​​ໄດ້​ສ່ົງ​ພວກ​ເຂົາ​ເຈົ້າ​ໄປ​ຮຽນ​ຢູ່​ໂຮງຮຽນກິນນອນຂອງ​ຊົນ​ເຜ່ົາ​ໂດຍ​ບໍ່​ເກັບ​ຄ່າ.


ໃນ​ຄາວ​ນັ້ນ,​​ເພື່ອອົບຮົມບຳລຸງ​ເດັກນ້ອຍ​ທັງຫຼາຍ​ຂອງ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ, ລັດໄດ້​ແຕ່ງ​ຄູ​ອາຈານຈຳນວນ​ໜຶ່ງ​ໄປ​ເຂດລ້ຽງສັດ,ຮັບ​ເອົາ​ນັກຮຽນຢູ່​ຄອບຄົວ​ຊາວ​ລ້ຽງສັດ​,ພໍດີ​ຄູ​ອາຈານໄດ້ມາຮອດ​ເຮືອນ​ຂອງ​ຂ້າພະ​ເຈົ້າ,ຂ້າພະ​ເຈົ້າ​ມັກ​ຮຽນ​ທີ່​ສຸດ.ຄູ​ສອນ​​ເວົ້າ​ກັບພວກ​ເຮົາວ່າ,​ພະຍາ​ຍາມຮ່ຳ​ຮຽນ,ຈຶ່ງມີ​ຖານະ​ໃນ​ສັງຄົມ​ໃນ​ຕໍ່​ໄປ​ພາຍ​ໜ້າ.ຂ້າພ​ະ​ເຈົ້າກໍ​ຮ້ອງ​ຂໍ​ກັບ​ແມ່​ເຖົ້າ​ວ່າຈະ​ໄປ​ຮຽນ​ແນ່ນອນ,​ແມ່​ເຖົ້າ​ຟາຍ​ນ້ຳ​ຕາ​ສ່ົງ​ຂ້າພະ​ເຈົ້າ​ຂຶ້ນ​ຫຼັງ​ມ້າໂຮງຮຽນ​ທີ່​ນາງ​ຊົມ​ມີ​ຢາ​ຮຽນ​ຢູ່​ນັ້ນ​ແມ່ນ​ໂຮງຮຽນ​ທ່ີ​ມີ​ທັງເຜົ່າ​ມົງ​ໂກນ​ແລະ​ເຜ່ົາ​ຮ້ານ​ພຽງ​ຫຼັງ​ດຽວ​ຢູ່​ທ້ອງ​ຖິ່ນ,​ເດັກນ້ອຍ​ເຜົ່າ​ມົງ​ໂກນ​ໃຊ້​ປື້​ມຮຽນ​ພາສາ​ມົງ​ໂກນ,ຄູ​ກໍ​ສອນ​ພວກ​ເຂົາຈົ້າ​ດ້ວຍ​ພາສາ​ມົງ​ໂກນ.ອົງການ​ປົກຄອງ​ໄດ້​ກຽມເຄື່ອງນຸ່ງ​ແລະ​ຜ້າ​ຫົ່ມ​ໃຫ້​ພວກ​ເຂົາ​ເຈົ້າ,ນອນຢູ່​ໂຮງຮຽນ​ກໍ​ບ​ເສຍ​ຄ່າ.


ພາຍຫຼັງ​ຮຽນ​ຈົບ​ຈາກ​ໂຮງຮຽນ​ປະຖົມ​ແລ້ວ,​ເພື່ອ​ເບ່ິງ​ແຍງ​ຄອບຄົວ,ນາງ​ຊົມ​ມີ​ຢາ​ໄດ້​ປະລະ​ໂອກາດ​ຮຽນ​ຕໍ່,​ເລີ່​ມລ້ຽງ​ແກະຢູ່​ບ້ານ​ເກີດ.​​ໃຕ້​ການ​ລ້ຽງ​ຮັກສາ​ຢ່າງ​ພຽນ​ໃຈ​ຂອງ​ນາງ,ແກະ 600 ກວ່າ​​ໂຕ​ໂຕ​​ໃດກໍ​ມີ​ຂົນງາມ,ສະ​ນັ້ນ,ນາງກໍ​ຖືກ​ປະ​ກວດ​ເປັນ​ແບບຢ່າງອອກ​ແຮງ​ງານ​ນ້ອຍ,​ແລ້​ວຖືກ​ເຂດ​ມົງ​ໂກ​ໃນ​ປົກຄອງ​ຕົນ​ເອງ​ເລືອກ​ແຕ່ງ​ໄປປັກ​ກິ່ງ ນະຄອນຫຼວງ​ຂອງ​ຈີນ​ເພື່ອທັດສະນາຈອນ​ແລະ​ຮ່ຳ​ຮຽນ, ທ່ານປະທານ​​ເໝົາ​ຈືຕົງ ຜູ້ນຳ​ຈີນ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວຍັງ​ໄດ້​ພົບ​ປະນາ​ງ
​​ເມື່ອ​ນາງຊົມ​ມີ​ຢາ​ມີ​ອາຍຸ 20 ກວ່າ​ປີ,ນາງ​ຖືກສະ​ເໜີ​ໄປ​ເຮັດ​ວຽກ​ຢູ່​ເມືອງນ້ອຍ,​ແລະ​ເປັນ​ຜູ້ນຳ​ໃນ​​ເມືອງ​ນ້ອຍ​ເປັນ​ເວລາ​ຍາວ​ນານ.ນາງ​ຈາງ​ກຸ້ຍ​ຢີງທີ່​ເປັນ​ເພື່ອນຮ່ວມ​ງານ​ຂອງ​ນາງ​ຊົມ​ມີ​ຢາ​ເປັນ​ເວລາ​ຫຼາຍ​ປີ​ແກ່​ກວ່າ​ນາງ​ຊົມ​ມີ​ຢາບໍ່​​ເທົ່າ​ໃດ​ປີ,ສອງ​ນາງ​ສະໜິດສະໜົມ​ກັນປານ​ເອື້ອຍ​ນ້ອງ.ຕາມ​ນາງ​ຈາງ​ກຸ້ຍ​ຢີງຫວນ​ຄຶດ​ວ່າ,ນາງ​ຊົມ​ມີ​ຢາ​ເອົາ​ໃຈ​​ໃສ່​ທີ່​ສຸດນຳ​ບົດບາດ​ຂອງ​ຄວາມ​ຮູ້​ແລະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຕໍ່​ການ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ,​ໃນ​ຄາວ​ນັ້ນ,​ນາງ​ຊົມ​ມີ​ຢາ​ຊອກ​ຫາ​ທຸກ​ວິທີ​ສະ​ເຫ​ນີ​ໃຫ້ນາງຈາງ​ກຸ້ຍ​ຢີງ​ກັບ​ນັກ​ສຶກສາ​ຫຼາຍ​ຄົນ​ເຮັດ​ວຽກ​ຢູ່​ທ້ອ​ງຖ່ິນ.


ໃນ​ຄາວ​ນັ້ນ,ນາງ​ຊົມ​ມີ​ຢາ​ຄຸ້ມ​ຄອງ​ພະນັກງານ,ຂ້າພະ​ເຈົ້າຍັງ​ຈື່​​ໄດ້ວ່າ,ພວກ​ເຮົາ​ຢາກ​ຈາກ​ເມືອງ​ນ້ອຍ​ກາງ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ,ນາງ​ກໍ​ຊອກ​ຫາ​ທຸກ​ວິທີ​​ເພື່ອ​ບໍ່​ໃຫ້​ພວກ​ເຮົາ​ໄປ,​ຮັບປະ ກັນ​ເງື່ອນ​ໄຂ​ເຮັດ​ວຽກ​ແລະ​ດຳລົງ​ຊີວິດ,​ເພື່ອພວກ​ເຮົາບໍ່​ຍ້າຍ​ຫນີ.​


ຄຽງ​ຄູ່​ກັບ​ການ​ເຕີບ​ໃຫຍ່​ຂອງ​ນາງ​ຊົມ​ມີ​ຢາ,ບ້ານ​ເກີດ​ຂອງ​ນາງ​ກໍ​ໄດ້​ເກີດ​ມີ​ການ​ປ່ຽນ​​ແປງ​ຢ່າງ​ຫຼວງ​ຫຼາຍ.​​​ເມື່ອ​ນາງ​ຊົມ​ມີ​ຢາ​ເຂົ້າ​ຮຽນ,​ໃນ​ເມືອງ​ນ້ອຍ​ອູຣັດກາງ​ບໍ່​ມີຮອດ​ໂຮງຮຽນ​ມັດທະຍົມ,ນັກຮຽນຕ້ອງ​ໄປ​ຮຽນ​ຢູ່​ໂຮງຮຽນມັດທະຍົມ​ໃນ​ເມືອງ​​ອື່ນ.ປະຈຸ​ບັນ,ຢູ່​ເມືອງ​ນ້ອຍ​ອູຣັດກາງ,​ໄດ້​ມີ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ 50 ກວ່າ​ຫຼັງ,​ຊາວ​ລ້ຽງສັດ​ທີ່​ມີ​ລະດັບ​ວັດທະນະທຳ​ມັດທະຍົມຕົ້ນ​ນັ້ນ​​ມີ​ເກືອບ 80%.


ນາງ​ຊົມ​ມີ​ຢາ​ບອກ​ນັກ​ຂ່າວ​ວ່າ,​ໃນ​ຍາມ​ນາງ​ຍັງ​ນ້ອຍ,ພວກ​ຊາວ​ລ້ຽງສັດ​ຂອງ​ເມືອງ​ນ້ອຍ​ອູຣັດກາງ​ຕົ້ນຕໍ​ແມ່ນ​ດຳລົງ​ຊີວິດ​ດ້ວຍຮູບ​ການ​ບ່ອນ​ໃດ​ມີ​ນຳ້​ມີ​ຫຍ້າ​ກໍ​ໄປ​ລ້ຽງສັດ​ແລະ​ອາ​ໄສ​ຢູ່​ບ່ອນຫັ້ນ.​ແຕ່​ຄຽງ​ຄູ່​ກັບ​ປະຊາກອນ​ທ້ອງ​ຖິ່ນ​​ເພີ່ມ​ຂຶ້ນ,ຈຳນວນສັດລ້ຽງ​ກໍ​​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ລ້ຽງສັດ​ນັບ​ມື້​ນັບ​ພັດທະ ນາ.ປະກົດ​ການ​ແນວ​ນີ້​ໄດ້​ທຳລາຍ​ສ່ິງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ເມືອງ​ນ້ອຍ​ດັ່ງ​ກ່າວ​ຢ່າງ​ໜັກໜ່ວງ.​ໂດຍ​ແນ​ໃສ່​ສະພາບ​ການ​ດັ່ງກ່າວ,​​ແຕ່​ຊຸມ​ປີ 90 ສະຕະວັດ​ແລ້ວ​ນີ້​ເປັນ​ຕົ້ນ​ມາ,ອົງການ​ປົກຄອງ​​ເລີ່​ມສົ່ງ​ເສີມ​ໃຫ້​ຊາວ​ລ້ຽງສັດ​ຂອງທ້ອງ​ຖິ່ນ​ລ້ຽງສັດ​ໃນ​ຄອກ.ການ​ເຮັດ​ແນວ​ນີ້,ບໍ່ພ​ຽງ​ແຕ່​ສາມາດ​ເຮັດ​ໃຫ້​ຊາວ​ລ້ຽງສັດ​ມີ​ລາຍ​ໄດ້​​ເພ່ີມ​ຂຶ້ນ​ເທົ່າ​ນັ້ນ,ຫາກ​ຍັງ​ສາມາດ​ຮັກສາ​ຊີວະ​ພາບ​ຂອງ​ທົ່ງ​ຫຍ້າຢ່າງ​ບັງ​ເກີດ​ຜົນ​ອີກ​ດ້ວຍ.ນາງ​ຊົມ​ມູຢາ​ເວົ້າ​ວ່າ:ທົ່ງ​ຫຍ້າ​​ເຮື້ອ​ຮ້າງ​ຂອງ​ພວກ​ເຮົາ​ມີຝົນຕົກບໍ່​ຫຼາຍ,​ໃຕ້​ສະພາບ​ການ​ດັ່ງກ່າວ,ການ​ເຮັດ​ແນວ​​ໃດ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ລ້ຽງສັດ​ໃຫ້​ສູງ​ຂຶ້ນ,ພັດທະນາ​ໄປ​ສູ່​ສັງຄົມ​ເຫຼືອ​ຢູ່​ເຫຼືອ​ກິນ​,ກໍ​ຕ້ອງ​ເປີດ​ກວ້າງ​ແນວ​ຄຶດ,​ເຊື່ອຖື​ວິທະຍາສາດ,​ເຮັດ​ຕາມ​ຫຼັກ​ວິທະຍາສາດ,​ມີ​ແຕ່​ເຮັດ​ແນວ​ນີ້,​ເຂດ​ລ້ຽງສັດ​ຈຶ່ງ​ຈະ​ເລີ​ນຮຸ່ງ​ເຮືອງ​ໄດ້."


ນາງ​ຊົມ​ມີ​ຢາ​ບອກ​ນັກ​ຂ່າວ​ວ່າ,ອົງການ​ປົກຄອງ​ທ້ອງ​ຖິ່ນ​ບໍ່ພຽງ​ແຕ່​ເອົາ​ໃຈ​ໃສ່ນຳ​ການພັດທະນາ​ການ​ສຶກສາຂອງ​ເຂດ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ເທົ່າ​ນັ້ນ,ຍັງ​​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການຄັດ​ເລືອກ​ແລະ​ອົບຮົມ​ພະນັກງານ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ.ນາງ​ຊົມ​ມີ​ຢາ​ເວົ້າ​ວ່າ,ຈາກ​ລູກ​ສາວ​ຊາວ​ລ້ຽງສັດ​ສາມັນ​ທີ່​ມີ​ແຕ່​ລະດັບວັດທະນະທຳ​ປະຖົມ​ເຕີບ​ໃຫຍ່​ມາ​ຮອດ​ປະຈຸ​ບັນ,​ແມ່ນ​​ແຍກ​ອອກ​ຈາກ​​ການ​ອົບຮົມ​ຂອງ​ອົງການ​ປົກຄອງ​ບໍ່​ໄດ້,ນາງ​ເວົ້າ​ວ່າ:ລັດຖະບານ​​ເອົາ​ໃຈ​​ໃສ່​​ເປັນພິ​ເສດ​ນຳ​ການ​ອົບຮົມພະນັກງານ ຂອງ​ເຂດ​ຊົນ​ເຜ່ົາ​ສ່ວນ​ໜ້ອທ່ີ​ຢູ່​ເຂດສອກ​ຫຼີກ​ພວກ​ເຮົາ,ຊາວ​ລ້ຽງສັດ​ທີ່​ຮູ້​ວັດທະນະ ທຳ​ບໍ່​ຫຼາຍ​ຄື​ຂ້າພະ​ເຈົ້າ,​ແຕ່​​ຮັບ​ຕຳ​ແໜ່​ງ​ເປັນ​ຮອງ​ເລຂາ​ຄະນະພັກ​ເມືອງ​ນ້ອຍ​ມາ​ຮອດ​ປະຈຸ​ບັນ,ຂ້າພະ​ເຈົ້າ​ໄດ້​ໄປ​ຮຽນ​ຢູ່​ໂຮງຮຽນ​ພັກ 7 ​ເທື່ອ,ບາງ​ທີ​ແມ່ນ​ຮຽນ​ເຄິ່ງປີ,​ເວລາ​ດົນ​ທີ່​ສຸດ​ແມ່ນ​ຮຽນ 2 ປີ."


ຜູ້​ທີ່​ຮູ້ຈັກ​ດີ​ກັບ​ນາງ​ຊົມ​ມີ​ຢາລ້ວນ​ແຕ່​ຮູ້ສຶກ​ວ່າ,ນາງ​ເປັນຄົນ​ທີ່ຊື່ສັດ ບໍລິສຸດ​ຜຸດ​ຜ່ອງ ຖະໜອມ​ຖ່ອມຕົວ​ແລະ​ເປັນຕາ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້.ທ່ານ​ຮານ​ກ່າງ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ເມືອງປາ​ຢານ​ໂນຣ​ໄດ້​ຮ່ວມ​ງານ​ກັບ​ນາງ​ຊົມ​ມີ​ຢາ 30 ກວ່າ​ປີ,​ເມື່ອ​ຕົ້ນ​ຊຸມ​ປີ 70,ທ່ານ​ຖືກຍ້າຍ​ໄປ​​ເຮັດ​ວຽກເປັນ​ເລຂາ ​ຄະນະພັກ​ເມືອງ​ນ້ອຍ,​ໃນ​ຄາວ​ນັ້ນ,ນາງ​ຊົມ​ມີ​ຢາ​ແມ່ນ​ຮອງ​ເລຂາ​ຄະນະ​ພັກ​ເມືອງ​ນ້ອຍ.ທ່ານ​ຮານ​ກ່າງ​ຫວນ​ຄຶດ​ວ່າ:ຍ້ອນ​ນາງ​ຊົມ​ມີ​ຢາ​ເຕີບ​ໃຫຍ່​ຂຶ້ນ​ຢູ່​ໃນ​ເຂດ​ລ້ຽງສັດ,ຮຽນ​ພາສາ​ມົງ​ໂກນ,ສະ​ນັ້ນ,ນາງ​ຮູ້ພາສາ​ຮ້ານ​ບໍ່ຫຼາຍປານ​ໃດ,​ໃນ​ຄາວ​ນັ້ນ,​ນາງ​ອ່ານ​ເອກະສານ​ພາສາ​ຮ້ານ​ມີ​ຄວາມ​ຫຍຸ້ງຍາກ​ໃດ​ໜຶ່ງ,​ແຕ່​ນາງ​ຖະໜອມ​ຖ່ອມຕົວ​ຫຼາຍ,ຂໍ​ຄວາມ​ຊ່ອຍ​​ເຫຼືອ​ນຳ​ເລຂາ​ພວກ​ເຮົາ,​ໃນ​ຖານ​ເປັນຜູ້ນຳ​ສາມາດ​ເຮັດ​ແນວ​ນີ້,ພວກ​​ເຮົາ​ຮູ້ສຶກ​ກະ​ຕຸ້ນ​ໃຈ​ແທ້.ນາງ​ກໍ​​​ເປັນຄົນບໍລິສຸດ​​ຜຸດ​ຜ່ອງ,ມັກ​ຖາມ​ຜູ້​ອື່ນດ້ວຍ​ຄວາມ​ຖ່ອມຕົວແລະ​ມັກ​ຮຽນ.ນາງຕັ້ງ​ອົກ​ຕັ້ງ​ໃຈ​​ຮຽນ​ພາສາ​ຮ້ານ,ລະດັບ​ພາສາ​ຮ້ານຂອງ​ນາງ​ຈ່ຶງ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ."


ດຽວ​ນີ້,ນາງ​ຊົມ​ມີ​ຢາ​ມີອາຍຸ 55 ປີມໍ່​ຈະ​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ,​​ແຕ່ນາງໍ​ໄປ​ເຮັດ​ວຽກ​ດ້ວຍ​ຄວາມ​ກະຕືລື​ລົ້ນ​ອັນ​ເຕັມ​ປ່ຽມຊ່ື​ມື້.ນາງ​ເວົ້າ​ວ່າ,ນາງ​ຫວງ​ແຫນ​ໂອກາດ​ເຮັດ​ວຽກ​ໃນ​ປະຈຸ​ບັນ,ນາງ​ຢາກຜ່າ​ນຈາກ​ຄວາມ​ພະຍາຍາມ​ຂອງ​ນາງ​ແລະ​ເພື່ອນ​ຮ່ວມ​ງານ​ທັງຫຼາຍຂອງ​ນາງດັດ​ແປງ​ໂສມ​ໜ້າ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້ດີ​ຂຶ້ນ​ຕື່ມ​ອີກນີ້,​ແມ່ນ​ຄວາມ​ປາຖະໜາອັນ​ແຮງ​ກ້າ​ຂອງ​ນາງ​