ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-13 09:52:09    
ງານ​ດົນຕີ​ຢັງ​ມີ​ແຊນ​ຢາ​ຣ໌​ເປີດ​ສາກ​ປີ​ວັດທະນະທຳ​ຝຣັ່ງ

cri

ວັນ​ທີ 10 ຕຸລາ ງານ​ດົນຕີ​ຢັງ​ມີ​ແຊນ​ຢາ​ຣ໌​ໄດ້​ຈັດ​ຂຶ້ນຢູ່​ສະໜາມຫຼວງປະຕູ​ອູ​ເມີນຂອງ​ພະ​ລາຊະ​ວັງ​ຕ້ອງ​ຫ້າມ​ປັກ​ກິ່ງ,ຈາກ​ນີ້,ປີ​ວັດທະນະທຳ​ຝຣັ່ງທີ່​ຈັດ​ຂຶ້ນຢູ່​ຈີນ​ນັ້ນ​ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ແລ້ວ.


ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ສຽງ​ກັບ​ບ່ອນ​ຂອງ​ງານ​ດົນຕີ​ຢັ່ງ​ມີ​ແຊນ​ຢາຣ໌. ​ໃນ​ງານ​ດັ່ງກ່າວ,ທ່ານ​ຢັງ​ມີ​ແຊນຢາຣ໌ ນັກ​ດົນຕີ​ເອ​​ເລັກ​ໂຕຼນິກ​ໄດ້​ອາ​ໃສ​ພາຫະນະ​ໄຮ​ເຕັກ​ດ້ວຍ​ຄວາມ​​ໂລ​ມັງ​ຕິກ​ແລະ​ຄວາມຈູບ​ຈ້າວຫ້າວຫັນ​ທີ່​ມີ​​ເອກະລັກພິ​ເສດ​ຂອງຝຣັ່ງ​,​ເສບ​ມະ​ໂຫລີຫຼາຍຊະນິດ,​ເຮັດ​ໃຫ້​ແບບ​ແຜນ​ດົນຕີຫຼາຍຢ່າງ​ປະສານ ສົມທົບ​ກັນ​ຢ່າງ​ກົມກຽວ​,​ເຮັດ​ໃຫ້​ຜູ່​ຊົມ​ຈີນ​ໄດ້​ສຳຜັດ​ສະ​ເໜຂອງ​ດົນຕີ​ເອ​ເລັກ​ໂຕຼນິກທັນ​ສະ​ໄໝ.


ເວທີ​ຂອງ​ງານ​ດົນຕີ​ໄດ້​ປະດັບ​ແບບ​ງ່າຍໆ,ຖົງ​ອາຍ​ສີຂາວ​ຮູບ​ເສົາ​ກົມ,ຮູບ​ບານແລະ​ຮູບສາມຫຼ່ຽມ​ເປັນຕົ້ນທີ່​ໃຫຍ່​ພິລຶກ​ໄດ້​ຕັ້ງຢູ່​ເວທີ,​ພາຍ​ໃຕ້​ແສງ​ເລ​ເຊີ,​ໄດ້​ປ່ຽນ​ເປັນ​ຮູບ​ພາບ​ອັນ​ສວຍ​ງາມຢ່າງ​ຕໍ່​​ເນ່ືອງຕາມ​ຫົວ​ຂໍ້​ຂອງ​ດົນຕີ,ທັງ​ນີ້​ໄດ້​ມີ​ລັກສະນະ​ຜິດ​ໂຕນ​ກັນ​ອັນ​ມະຫາສານ​ກັບ​ປະຕູ​ອູ​ເມີນ​ຂອງ​ວັງ​ບູຮານ​ທີ່​ເກົ່າ​ແກ່,​ເຄັ່ງຂຶມ​ແລະມີ​ກຳລັງ​ກະ​ໜ່ຳຈຢ່າງ​ຮຸນ​ແຮງ​ຕໍ່​ຈັກຂຸ​ວິ​ນຍານ​ແລະ​ໂສຕະ​ວິ​ນຍານ ຂອງ​ຜູ່​ຊົມ​.


ທ່ານ​ຢາຣ໌​ແມ່ນ​ຜູ່​ນຳໜ້າ​ຂອງ​ດົນຕີ​ເອ​ເລັກ​ໂຕຼນິກຂອງ​ໂລກ,​ມີຊື່​ລື​ນາມ​ຍ້ອນ​ຊ່າງ​ນຳ​ໃຊ້​ເຕັກນິກ​ກ້າວໜ້າ​ແລະ​ສ້າງ​ບັນຍາກາດ. ປີ 1981 ທ່ານ​ໄດ້​ຈັດ​ງານ​ດົນຕີ​ຢູ່​ປັກ​ກິ່ງ​ແລະ​ຊຽງ​ໄຮ້,ກາຍ​ເປັນ​ນັກ​ດົນຕີ​ຜູ່​ທຳ​ອິດ​ທີ່​ນຳ​ເອົາ​ງານດົນຕີ​ເອ​ເລັກ​ໂຕຼນິກ ຮູບ​ການ​ດົນຕີ​ໃໝ່​ອ່ຽມດັ່ງກ່າວ​ມາ​ສູ່​ຈີນ. ​20 ກວ່າ​ປີຜ່ານ​ໄປ​​ແລ້ວ,ຊາວ​ຝຣັ່ງທີ່​ເຄີ​ຍມີ​ຜົນ​ສະທ້ອນ​ຕໍ່ການ​ກຳ​ເນີ​ດຂອງ​ດົນຕີ​ເອ​ເລັກ​ໂຕຼນິກຂອງ​ຈີນ​ໄດ້​ມາ​ສູ່​ຈີນອີກ​ໃນ​ນາມ​ເປັນ​ທູດ​ວັດທະນະທຳ​ຝຣັ່ງຈີນ.ຕໍ່​ເລື່ອງ​ນີ້ ທ່ານ​ຢາ​ຣ໌ຮູ້ສຶກດີ​ໃຈ​ທີ່​ສຸດ,ທ່ານ​ເວົ້າວ່າ:ຄວາມ​ປາຖະໜາ​ຂອງໝົດທຸກ​ຄົນ​ພວກ​ເຮົາ​ກໍ​ແມ່ນ​ຜ່ານ​ຈາກ​ງານ​ດົນຕີ​ນີ້ ສະ​ແດງ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ຝຣັ່ງ​ຕໍ່ທົ່ວ​ປະ​ເທດຈີນ​ແລະ​ທົ່ວ​ໂລກ​.ອີກ​ດ້ານ​ໜຶ່ງ,​ແມ່ນ​ເພ່ືອ​ສະ​ແດງ​ຄວາມ​ຈູບ​ຈ້າວ​ຫ້າວ​ຫັນ​ແລະ​ຈິດ​ໃຈ​ປະດິດ​ສ້າງ​ຂອງຝຣັ່ງ​ພ້ອມ​ດ້ວຍຄວາມ​ຮັກ​ແພງທີ່​ຝຣັ່ງມີ​ພິ​ເສດຕໍ່ທົ່ວ​ໂລກ​ແລະ​ຈີນ.


ຍ້ອນ​ວ່າ​ສາມາດ​ຈັດ​ງານ​ດົນຕີ​ຢູ່​ວັງຕ້ອງ​ຫ້າມ​ຂອງ​ປັກ​ກິ່ງ,ທ່ານ​ຢາຣ໌ຮູ້ສຶກກະ​ຕຸ້ນ​ໃຈຫຼາຍ,ທ່ານ​ເຫັນ​ວ່າ,ນີ້​ແມ່ນ​ການ​ເຊື່ອມ​ຕໍ່​ເຂົ້າກັນ​ລະຫວ່າງ​ປະຫວັດສາ​ດກັບ​ປັດຈຸບັນ​ແລະ​ລະຫວ່າງ​ຝ່າຍ​ຕາ​ເວັນ​ອອກ​ກັບ​ຝ່າຍ​ຕາ​ເວັນ​ຕົກ. ຕາມ​ທ່ານ​ຢາຣ໌​ແນະນຳ​ວ່າ,​​ໃນງານ​ດົນຕີ​​ເທ່ືອນີ້​​ເພ່ືອ​ເຮັດ​ໃຫ້​ວັດທະນະທຳ​ຂອງ​ຝ່າຍ​ຕາ​ເວັນ​ອອກ​ແລະ​ຝ່າຍ​ຕາ​ເວັນ​ຕົກ,ຂອງຈີນ​ແລະ​ຂອງຝຣັ່ງ​ເຊ່ືອມ​ໂຍງ​ເຂົ້າກັນ​ເປັນ​ຢ່າງ​ດີ,ການສະ​ແດງ​ເທື່ອ​ນີ້​,ທ່ານ​ບໍ່​ພຽງ​​ແຕ່​ໄດ້​ນຳພາ​ນັກ​ສິລະ​ປິນຝຣັ່ງ 100 ກວ່າ​ທ່ານ​ທໍ່​ນັ້ນ ຍັງ​ໄດ້​ເຊື້ອ​ເຊີນ​ນັກ​ສິລະ​ປິນຈີນ 200 ກວ່າ​ທ່ານ​ມາສະ​ແດງ​ນຳ​ກັນ.


ປີ​ວັດທະນະທຳ​ຈີນ​ຝຣັ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຜູ່​ນຳ​ສອງ​ປະ​ເທດ​ຈີນ​ຝຣັ່ງພ້ອມ​ກັນຫາ​ລື​ຕົກລົງ​ກັນ​ໃນ​ປີ 1999 ​ແລະ​ປີ 2000. ​ແມ່ນ​​ເລ່ືອງໃຫຍ່​ໂຕ​ມະ​ໂຫລານ​ດ້ານ​ວັດທະນະທຳ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດ​ການ​ພົວພັນ​ຈີນ​ຝຣັ່ງ. ​ແຕ່​ເດືອນ​ຕຸລາ​ປີ​ກາຍ​ນີ້​ຮອດ​ເດືອນ​ກໍລະກົດ​ປີ​ນີ້,ຈີນ​ໄດ້​ຈັດ​ປີ​ວັດທະນະທຳ​ຢູ່​ຝຣັ່ງ​ແລ້ວ,ຜ່ານ​ຈາກ 400 ກວ່າ​ໂຄງການ,​ໄດ້​ສະ​ແດງ​ໃຫ້ສາທາ​ລະນຊົນ​ຝຣັ່ງ​ເຫັນ​ວັດທະນະທຳ​ຈີນ​ທີ່​ມີ​ເນື້ອ​ໃນເລິກ​ເຊິ່ງ,ມີຫຼາຍສີຫຼາຍສັນ​ແລະ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ.


ທ່ານ​ນາງ​ເມີ້​ງສຽວ​ຊື ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຈີນ ຮອງປະ ທານ​ບໍລິຫານ​ງານ​ຂອງ​ຄະນະ​ກຳມະການ​ຈັດຕັ້ງຝ່າຍ​ຈີນ​ຂອງ​ປີ​ວັດທະນະທຳ​ຈີນ​ຝຣັ່ງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ປີ​ວັດ​ທະ​ນະ​ທຳ​ຈີນ​ຝຣັ່ງ.ທ່ານນາງ​ເວົ້າວ່າ:ການ​ແລກປ່ຽນ​ວັດທະນະ​ທຳ​ແມ່ນ​ການ​ແລກປ່ຽນ​ດ້ານຈິດ​ໃຈ,​ແມ່ນ​ການ​ຕິດ​ຕໍ່​ພົວພັນ​ດ້ານ​ຈິດ​ອາລົມ,ມັນ​ສາມາດ​ໃຫ້​ຄົນ​ທັງຫຼາຍທີ່​ຢູ່​ປະ​ເທດ​ຕ່າງ​ກັນ,ມີ​​ຜິວພັນຕ່າງ​ກັນ​ແລະ​ມີ​ເບື້ອງ​ຫຼັງວັດ​ທະນະ​ທຳ​ຕ່າງ​ກັນນັ້ນ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ,ນິຍົມ​ຊົມ​ຊອບ​ເຊິ່ງກັນ​ແລະ​ກັນ,ປີ​ວັດ​ທະ​ນະ​ທຳ​ຈີນ​ຝຣັ່ງ​ໄດ້​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ຄວາມປາຖະຫນາ​ອັນ​ແຮງ​ກ້າແລະດີງາມ​ຂອງ​ປະຊາຊົນ​ສອງ​ຊາດ​ຈີນ​ຝຣັ່ງ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ດ້ານ​ວັດທະນະທຳ​ແລະ​ຊຸກ​ຍູ້​ວັດທະນະທຳ​ໂລກ​ພັດທະນາ​ຢ່າງ​ປອງ​ດອງ​ກັນ.


ໃນ​ນາມ​​ເປັນພາກສ່ວນ​ທີ​ສອງ​ຂອງ​ປີ​ວັດທະນະທຳ​ຈີນ​ຝຣັ່ງ,ການ​ເຄື່ອນ​ໄຫວ​ປີ​ວັດທະນະທຳ​ຝຣັ່ງຈະ​ຈັດ​ຂຶ້ນຢູ່​ຈີນ​ແຕ່​ເດືອນ​ຕຸລາ​ຮອດ​ເດືອນ​ກໍລະກົດ​ປີໜ້າ. ​ໃນ​ການ​ເຄື່ອນ​ໄຫວ​ເປັນ​ເວລາ​ໜຶ່ງ​ປີ,ປີ​ວັດທະນະທຳ​ຝຣັ່ງຈະ​ສະ​ແດງ​​ໃຫ້​ສາທາລະນະ​ຊົນ​ຈີນ​​ເຫັນ​ໂສມ​ໜ້າ​ໃໝ່​ຂອງຝຣັ່ງທີ່​ສົດໆ​​ແລະ​ສາມ​ມິ​ຕິ​ຈາກ​ດ້ານ​ຕ່າງໆ​ເຊັ່ນ​ວັນນະຄະດີ,ດົນຕີ,ການ​ຟ້ອນ,ລະຄອນ,ຮູບ​ເງົາ​ໂທລະພາບ,ການ​ສຶກສາ,ສະຖາປັດຕະຍະກຳ​ແລະ​ສິລະ​ປະ​ດ້ານຊີວິດ​ປັນ​ຕົ້ນ,​ແລະ​ຈະ​ຈັດ​ຂຶ້ນຢູ່ 7 ຕົວ​ເມືອງ​ແລະ​ເຂດ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​ຕາມໆ​ກັນ.


ທ່ານ​ລົມ​ບາຣ໌ ຜູ່​ປະສານ​ງານ​ໃຫຍ່​ຂອງ​ປີ​ວັດ​ທະ​ນະ​ຈີນ​ຝຣັ່ງ​ແນະນຳ​ວ່າ,ສອງ​ຫົວ​ຂໍ້​ໃຫຍ່​ຂອງ​ປີ​ວັດທະນະທຳ​ຝຣັ່ງ​ແມ່ນ:ຝຣັ່ງທີ່​ຖື​ຄົນ​ເປັນຫຼັກ​ແລະ​ປ່ຽນ​ແປງ​ໃໝ່​ແລະ​ຝຣັ່ງທີ່​ໂລ​ມັງ​ຕິກ​ແລະ​ປະດິດ​ສ້າງ,ພວກ​ເຂົາ​​ເຈົ້າຫວັງ​ໃຫ້​ຖຶການ​ເຄື່ອນ​ໄຫວ​ເທື່ອ​ນີ້​ໄປ​ພົບ​ພໍ້​ສາທາລະນະ​ຊົນ​ອັນ​ໄພສານ​ຂອງ​ຈີນ,ສະ​ເຫ​ນີ​ຝຣັ່ງທີ່​ໃໝ່​ໝົດ​ແລະ​ເຕັມ​ໄປ​ດ້ວຍ​ຫົວຄິດ​ປະດິດ​ສ້າງ​ນັ້ນ​ໃຫ້​​ປະຊາຊົນ​ຈີນ​ໄດ້​ເຫັນ​ກັບ​ທ່ີ.