ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-15 16:13:14    
ຈະ​ກິນ​ໄຂ່​ໄກ່​ແນວ​ໃດ​ຈ່ິງ​ຈະ​ມີ​ສຸຂະພາບ​ແຂງ​ແຮງ​?

cri
ວິທີ​ກິນ​ໄຂ່​ໄກ່​ມີ​ຫລາຍ​ຢ່າງ​ຫລາຍ​ແນວ,​ເວົ້າສຳລັບ​ການ​ດູດ​ຮັບ​ທາດ​ບຳລຸງ​ແລະ​ອັດຕາ​ລະລາຍ​ແລ້ວ,​ໄຂ່​ຕົ້ມ​ແມ່ນ 100%,​ໄຂ່​ຈືນ​ແມ່ນ 97%,ຈືນ​ອ່ອນ​ແມ່ນ 98%,ຈືນ​ແກ່​ແມ່ນ81,1%,​ເອົາ​ນຳ້​ຮ້ອນ​ແລະ​ນົມງົວ​ມາ​ຊົງ​ແມ່ນ 92,5%,ກິນ​ດິບ​ແມ່ນ 30 ຫາ 50%.​ເວົ້າ​ໃນ​ດ້ານ​ນີ້​​ແລ້ວ​,​ໄຂ່​ຕົ້ມ​ແມ່ນ​ວິທີ​ກິນ​ທ່ີ​ດີກ​ວ່າ​ໝູ່,​ແຕ່​ຕ້ອງ​ກິນ​ໃຫ້​ຊ້າ ຫຍ້ຳ​ໃຫ້​ລະອຽດ,ບໍ່ຊັ້ນຈະ​ກະທົບກະ​ເທືອ​ນ​ເຖິງ​ການ​ດູດ​ຮັບ​ແລະ​ລະລາຍ.​ແຕ່​ວ່າ,​ເວົ້າສຳ ລັບ​ເດັກນ້ອຍ​ແລ້ວ,ຍັງ​ແມ່ນ​ເຮັດ​ໄຂ່​ໜ້ຶງ​ແລະ​ແກງ​ໄຂ່​ໄກ່​ດີກ​ວ່າ,​ເພາະວ່າ,ສອງ​ວິທີ​ນີ້​ສາມາດ​ເຮັດ​ໃຫ້​ທາດ​ໂປຼຕິນລະລາຍ​ອອກ,​ເດັກນ້ອຍ​ກິນ​ແລ້ວ​ດູດ​ຮັບ​ໄດ້​ງ່າຍ.
ລະວັງ​ເດີ້,​ໄຂ່​ໄກ່​ຕົ້ມ​ກັບ​ໃບຊາ​ຢ່າ​ກິນ​ຫລາຍ,​ເພາະວ່າ​ໃນ​ໃບຊາ​ມີ​ທາດ​ກົດ,ມັນ​ປະສົມ​ກັບ​ທາດ​ເຫັຼກ​ໃນ​ໄຂ່​ໄກ່,ຈະ​ກະຕຸກກະ​ເພາະ​ອາຫານ,ກະທົບກະ​ເທືອ​ນ​ເຖິງ​ບົດບາດ​ລະລາຍ​ຂອງ​ກະ​ເພາະ​ອາຫານ​​ແລະ​ໄສ້.

ມື້​ໜ່ຶງ​ຈະ​ກິນ​ໄຂ່​ໄກ່​ຫລາຍ​ເທ່ົາ​ໃດ:​ໄຂ່​ໄກ່​ແມ່ນ​ອາຫານ​ມີທາດບຳລຸງ​ສູງ,ຖ້າ​ກິນ​ຫລາຍ​ໂພດ,ຈະ​ພາ​ໃຫ້​ສ່ິງ​ຂັບ​ຖ່າຍ​ເພ່ີມ​ຫລາຍ​ຂຶ້ນ,ພ້ອມ​ກັນນັ້ນກໍ່​ເພ່ີມ​ພາລະ​ໃຫ້​ໝາກ​ໄຂ່ຫລັງ,ທຳ​ມະ​ດາ​ແລ້ວ,​ເດັກນ້ອຍ​ແລະ​ຜູ້​ເຖົ້າຜູ້​ແ່ກມື້​ໜ່ຶງ​ກິນ​ໄຂ່​ໄກ່​ໜ່ວຍ​ໜ່ຶງ,ຊາວ​ໜຸ່ມ​ເຍົາວະ​ຊົນ​ແລະ​ຜູ້​ໃຫຍ່​ມື້​ໜ່ຶງ​ກິນ​ສອງ​ໜ່ວຍ​ຈະ​ດີກ​ວ່າ.

ຈະ​ກິນ​ໄຂ່​ຂາວ​ດີ​ຫລື​ໄຂ່​ເຫລືອງ​ດີ:ວິທີ​ກິນ​ທີ່​ຖືກຕ້ອງ​ທ່ີ​ສຸດ​ແມ່ນ​ຕ້ອງ​ກິ​ນທັງ​ໜ່ວຍ​ເລີຍ,​ໃນ​ໄຂ​່ຂາວ​ມີ​ປະລິມານ​ໂປຼຕິນຫລາຍ,ສ່ວນ​ທາດ​ບຳລຸງ​ອ່ືນໆ​ແມ່ນ​ໃນ​ໄຂ່​ເຫືຼອງມີ​ຫລາຍກວ່າ.

ຕໍ່​ໄປ​ພວກ​ເຮົາ​ຈະ​ສະ​ເໜີ​ວິທີ​ກິນ​ໄຂ່​ໄກ່​ສອງ​ສາມ​ວິທີໃຫ້​ເພ່ືອນ​ຜູ້​ຟັງ​ທັງຫລາຍ:

ຈືນ​ໄຂ່​ໄກ່:ຢ່າ​ໃຊ້​ໄຟ​ແຮງ,ບໍ່ຊັ້ນຈະ​ເສຍ​ທາດ​ບຳລຸງ​ຢ່າງ​ຫລວງຫລາຍ.​ເພາະວ່າ​ຖ້າ​ອຸນຫະພູມ​ສູງ​​ໂພດ,​​ໂປຼຕິນ​ໃນ​ໄຂ່​ໄກ່​ຈະ​ຖືກ​ແຍກ​ທາດ.​ໂດຍ​ສະ​ເພາະ​ແມ່ນ​ໄຂ່​ໄກ່​ທ່ີ​ຈືນ​ຈົນ​ສີ​ແກ່​ແລະ​ຜ່ອຍ,ກໍ່​ຍ່ິງ​ເສຍ​ທາດ​ບຳລຸງ​ຫລາຍ.​ແຕ່​ໄຟ​ອ່ອນ​ໂພດ​ກໍ່​ບໍ່​ໄດ້,​ເວລາ​ຈືນ​ຈະ​ດົນ​ຂຶ້ນ,ທາດ​ນ້ຳ​ຈະ
​ເສຍ​ຫລາຍ,​ໄຂ່​ໄກ່​ທ່ີ​ຈືນ​ນັ້ນຈະ​ແຫ້ງ,ສະນັ້ນ,ຈືນ​ໄຂ່​ໄກ່​ດີ​ທ່ີ​ສຸດ​ແມ່ນ​ໃຊ້​ໄຟ​ປານ​ກາງ.

ຫນຶ້ງ​ໄຂ່​ໄກ່:​ໄຂ່​ໄກ່​ຈະ​ຫນຶ້ງ​ໄດ້​ດີ​ຫລື​ບໍ່,ນອກຈາກ​ໃສ່​ນ້ຳ​ໃຫ້​ພໍ​ເໝາະ​ແລ້ວ,ຕົ້ນຕໍ​ແມ່ນ​ຊີ້​ຂາດ​ຢູ່​ນຳ​ໄຂ່​ໄກ່​ຈະ​ຄົນ​ໄດ້​ດີ​ຫລືບໍ່.​ໃນ​ເວລາ​ຄົນ,ຄວນ​​ໃຫ້ອາກາດສັບປົນ​ເຂົ້າ​ໄປ​ຢ່າງ​ສະ​ໝ່ຳສະ​ເໝີ,​ເວລາ​ຄົນ​ບໍ່​ໃຫ້​ດົນ​ໂພດ.ອຸ​ນຫະພູມ​ກໍ່ມີ​ສ່ວນ​ກ່ຽວຂ້ອງ​ໂດ​ຍ ກົງ​ກັບການ​ຄົນ​ໄຂ່,ຕົວຢ່າງ​ຖ້າ​ອຸນຫະພູມ​ຕ່ຳ​ກວ່າ 20 ອົງສາ,​ເວລາ​ຄົນ​ຄວນ​ດົນ​ແດ່​(ປະມານ 5 ນາທີ),​ເຮັດ​ແນວ​ນີ້,​ເມ່ືອ​ໜື້ງ​ແລ້ວ,​ໄຂ່​ໄກ່​ຈະ​ມີ​ຮູ​ນ້ອຍ​ໃຫຍ່​ບໍ່​ທໍ່​ກັນ​ທ່ີ​ຕາ​​ເບ່ິງ​ບໍ​່ເຫັນ;ຖ້າ​ອຸນຫະພູມ​ສູງ​ກວ່າ 20 ອົງສາ,​ເວລາ​ຄົນ​ກໍ່​ຄວນ​ສັ້ນ​ແດ່.​ໃນ​ຕອນ​ຫົວທີ,ຢ່າ​ໃສ່​ນ້ຳມັນ​ແລະ​ເກືອ,​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ຄວາມ​ໜຽວ​ຂອງ​ໄຂ່​ຖືກ​ທຳ ລາຍ,​ເວລາ​ໜ້ຶງ​ແລ້ວ,​ໄຂ່​ໄກ່​ຈະ​ຫຍາບ​ແລະ​ແຂງ;ຖ້າ​ຄົນ​ໃຫ້​ສະ​ໝ່ຳສະ​ເໝີ​ແລ້ວ​ຈ່ິງ​ໃສ່​ນ້ຳມັນ​ແລະ​ເກືອ,​ແລ້ວ​ຄົນ​ສອງ​ສາມ​ຄັ້ງກໍ່​ເອົາ​ໄປ​ໜ້ຶງ​ເລີຍ,​ເຮັດ​ແນວ​ນີ້,​​ໄຂ່​ໜ້ຶງ​ຈະ​ອ່ອນ​​ແຊບ.

ເຮັດ​ແກງ​ໄຂ່​ໄກ່:​ໃນ​ເວລາ​ນ້ຳ​ຟົດ​ແລ້ວ​ໃຫ້​ໃສ່​ນ້ຳສົ້ມ​ສອງ​ສາມ​ຢອດ,​​ແລ້ວ​​ໃສ່​ໄຂ່​​​ໄກ່​ທ່ີ​ຄົນ​ແລ້ວນັ້ນລົງ​ໃສ່,ກໍ່​ຈະ​ປະກົດ​ມີ​ດອກໄຂ່​ໄກ່​ທ່ີ​ສວຍ​ງາມ.

ຕົ້ມ​ໄຂ່​ໄກ່:ຕ້ອງ​ກຳ​ເວລາ​ໃຫ້​ດີ,ທຳ​ມະ​ດາ​ແມ່ນ​ຕົ້ມ 8 ຫາ 10 ນາທີ​ຈະ​ດີກ​ວ່າ.ຖ້າ​ຕົ້ມ​ບໍ່​ສຸກ,ທາດ​ໂປຼຕິນບໍ່​ລະລາຍ​ອອກ,ຈະ​ດູດ​ຮັບ​ຍາກ.ຖ້າ​ຕົ້ມ​ດົນ​ໂພດ,ອົງ​ປະກອບ​ທາດ​ໂປຼຕິນຈະ​ແຂ້ນ​ເຂົ້າ,ກໍ່​ດູດ​ຮັບ​ຍາກ​ຄືນ​ກັນ.

ຂ້ໍ​ເຕືອນ​ພິ​ເສດ:ຈືນ​ໄຂ່​ຢ່າໃສ່​ແປ້ງ​ນົວ.​​ເພາະວ່າໃນ​ໄຂ່​ໄກ່ມີ​ກົດກຼູຕາ​ມິ​ກອາ​ຊິດ​ແລະ​ມີທາດກຼໍລົວ​ນາ​ຕີຼ​ຈຳນວນ​,ຖ້າ​ໃສ້​ແປ້ງ​ນົວ,​ເມ່ືອ​ອຸນຫະພູມ​ອຸ່ນ​ຂຶ້ນ,ທາດ​ສອງ​ຢ່າງ​ນີ້​ຈະ​ກາຍ​ເປັນ​ທາດ​ໃຫມ່​ຊະນິດ​ໜ່ຶງ​ຄື​ໂຊດຽມ​ກຼູຕາ​ມິ​ກອາ​ຊິດ,​ເຊ່ິງກໍ່​ຄື​ສ່ວນ​ປະກອບ​ຕົ້ນຕໍ​ຂອງ​ແປ້ງ​ນົວ,ຄວາມ​ນົວ​ຂອງ​ໄຂ່​ໄກ່​ເອງ​ພັດ​ຖືກ​ປິດ​ບັງ​ໄວ້.