ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-13 11:14:33    
ວິທະຍາ​ຍຸດ​​ຊຸນ​ຈື້

cri

ວິທະຍາ​ຍຸດ​​ຊຸນ​ຈື້  ບົດ​ປະພັນ​ທິດ​ສະ​ດີ​​ການ​ທະຫານ​ທ່ີ​ຍ່ິງ​ໃຫຍ່​ກວ່າຫມູ່​ໃນ​ສະ​ໄຫມ​ບູຮານ​ຂອງ​ຈີນ ​ແລະກໍ່​ແມ່ນ​ບົດປະພັນບູຮານ​ຈີນ​ທ່ີ​ມີ​ຜົນ​ສະທ້ອນ​ຫຼາຍ​ກວ່າ​ຫມູ່​ແລະ​ກວ້າງ​ຂວາງ​ກວ່າ​ຫມູ່​ໃນ​ໂລກ


ວິທະຍາ​ຍຸດ​ຂອງ​ຊຸນ​ຈື້​ໄດ້​​ແຕ່ງສຳ​ເລັດ​ເມ່ືອ​2500 ປີ​ກ່ອນ,​​ແມ່ນ​ບົດ​ປະພັນ​ທິດ​ສະ​ດີ​ການ​ທະຫານ​ກ່ອນກວ່າ​ຫມູ່​ໃນ​ໂລກ,ຍັງ​ແຕ່ງກ່ອນປຶ້ມທິດ​ສະ​ດີ​ສົງ ຄາມ​ທ່ີ​ທ່ານ​ຄຼາວ​ເສ ວິ​ສ ​ແຕ່ງ​ນັ້ນຕັ້ງ 2300 ປີ, ທ່ານ​ຊຸນ​ວູ້ ນັກ​ແຕ່ງວິທະຍາ​ຍຸດ​ຂອງ​ຊຸນ​ຈື້​ແມ່ນ​ນັກ​ການ​ທະຫານທ່ີ​ຍ່ິງ​ໃຫຍ່​ໃນ​ສະ​ໄຫມ​ຊຸນຊ່ິວຂອງ​ຈີນ,​ໃນ​ປະຫວັດສາດ​ຈີນ​ຖືກ​ຂະຫນານນາມ​ເປັນ​ປັດ​ສະຍະ​ເມ​ທີ​ທາງ​ການ​ທະຫານ​ຫປັດ​ສະ​ຍະ​ເມ​ທີ​ດ້ານ​ລົບ.ໃນ​ຄາວ​ນັ້ນ,​ເພ່ືອຫຼົບ​ຫຼີກຄວາມ​ວຸ້ນວາຍ​ໃນ​ຍາມ​​ສົງຄາມ,ທ່ານ​ຊູນ​ວູ້​ໄດ້​ຫນີ​ໄປ​ຮອດ​ລັດ​ອູ,ຖືກ​ເຈົ້າ​ຊີວິດ​ອູແຕ່ງ​ຕັ້ງ​ເປັນ​ພົນ​ເອກ,​ໄດ້ເອົາຊະນະ​ກອງ​ທະຫານ 2 ​ແສນ​ຄົນ​ຂອງ​ລັດ​ສູດ້ວຍ​ທະຫານ 3 ຫມ່ືນ​ຄົນ,ມີ​ອິດ​ທິພົນ​ຊ່ື​ສຽງ​ໃນລັດ​ຕ່າງໆ.ທ່ານ​ຊຸນ​ວູ້​ໄດ້​ສະຫຼຸບບົດຮຽນ​ສົງຄາມ​ໃນ​ທ້າຍ​ສະ​ໄຫມ​ຊຸນ​​​ຊ່ິວແລະ​​​ໃນ​ເມ່ືອ​ກ່ອນ​ຂອງ​ຈີນ,​​ແລະແຕ່ງ​ປຶ້ມວິທະຍາ​ຍຸດ​ຊຸນ​ຈື້,​ເຜີຍ​ໃຫ້​ຮູ້​ກົດ​ເກນການ​ທະຫານ​ທ່ີ​ມີ​ລັກສະນະ​ທ່ົວ​ໄປ​ຕ່າງໆ,ຍົກ​ໃຫ້​ເຫັນລະບົບ​ທິດ​ສະ​ດີກາ​ນທະຫານ​ອັນ​ຄົບ​ຖ້ວນ​ຊຸດ​ຫນ່ຶງ.


ວິທະຍາ​ຍຸດ​ຊຸນ​ຈື້ລວມມີ 6 ພັນ​ກວ່າ​ຕົວ​ຫນັງສຈີນື,​​ແບ່ງ​ເປັນ 13 ບົດ,ແຕ່​ລະ​ບົດ​ລ້ວນ​ແຕ່​ມີ​ແນວ​ຄຶດ​ຫົວ​ຂໍ້ຕົ້ນຕໍ​ອັນ​ຫນ່ຶງ.ຕົວຢ່າງ​ຄື:​ບົດ​ຄວາມ​ກົນອຸບາຍ​ໄດ້ອະທິ ບາຍບັນຫາ​ທ່ີ​ກໍ່​ສົງຄາມ​​ໄດ້ຫຼື​ບໍ່,ມັນ​ຊີ້​​ໃຫ້​ເຫັນ​ການ​ພົວພັນ​ລະຫວ່າງ​ສົງຄາມ​ກັບ​ການ​ເມືອງ​ແລະ​ເສດຖະກິດຢ່າງ​ເລິກ​ເຊ່ິງ,ສະ​ເຫນີ​ວ່າ​ປັດ​ໄຈ​ຕົ້ນຕໍ 5 ຂໍ້​ທ່ີ​ຊີ້​ຂາດ​ສົງຄາມ ຈະ​ຊະ​ນະ​ຫຼື​ເສຍ​ໄຊ​ນັ້ນແມ່ນ​ການ​ເມືອງ ​ເງ່ືອນ​ໄຂ​ດິນ​ຟ້າ​ອາກາດ ທ່າ​ແຮງ​ທາງ​ພູມີສາດ ນາຍ​ພົນ​ແລະ​ລະບອບກົດຫມາຍ,ສ່ວນ​ຕົ້ນຕໍ​ທ່ີ​ສຸດ​ກໍ່​ແມ່ນ​ປັດ​ໄຈ​ການ​ເມືອງ.ບົດສູ້​ລົບ​ໄດ້ອະທິບາຍ​ສົງ​ແມ່ນ​ດຳ​ເນີນ​ໄປແນວ​ໃດ.ບົດ​​ກົນອຸບາຍ​ບຸກ​ໂຈມ​ຕີ​ໄດ້ອະທິບາຍ​ຈະບຸກ​ໂຈມ​ຕີ​ລັດ​ສັດຕູ​​ແນວ​ໃດ.ທ່ານ​ຊຸນ​ວູມີ​ເຈດ​ຈຳນົງ​ພະຍາ​ຍາມ​ຈົນ​ສຸດ​ຂີດ​ໃຊ້​ຄ່າ​ຕອບ​ແທນ​ຫນ້ອຍ​ທ່ີ​ສຸດ​ມາ​​ຮັບ​ຜົນສຳ​ເລັດ​ໃຫຍ່​ກວ່າ​ຫມູ່,ກໍ​ຄື ຍາດ​ແຍ່ງ​ບໍ່​​ເລວ​ກັນ​ກໍ່ເອົາ​ຊະນະ​ໄດ້,ບໍ່​ອາ​ໄສ​​ແຕ່​ການບຸກ​ໂຈມ​ຕີ​ຢ່າງ​ຮຸນ​ແຣງກໍ່​ຍຶດ​ເອົາ​ເມືອງ​ຂອງສັດຕູ​ໄດ້,ບໍ່​ຕ້ອງການ​ເລວ​ກັນ​​ເປັນ​ເວລາ​ດົນ​ນານກໍ່​ດັບ​ສູນ​ລັດ​ສັດຕ​ໄດູ້.​ເພ່ືອ​ບັນລຸ​ເປົ້າ​ຫມາຍ​​​ດ່ັງກ່າວ​,ທ່ານ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ​ຄວາມ​ເອົາ​ຊະນະ​ດ້ວຍກົນອຸບາຍ​,ທ່ານ​ຊີ້​ອອກ​ວ່າ:ກົນອຸບາຍ​ດີກ​ວ່າ​ຫມູ່​​ໃນ​ດ້ານ​ການ​ທະຫານ​ກ່ອນ​ອ່ືນ​ແມ່ນ​ເອົາ​ຊະນະ​ດ້ວຍກົນອຸບາຍທາງ​ການ​ເມືອງ​,ຖັດມາ​ແມ່ນ​ເອົາ​ຊະນະ​ດ້ວຍ​ພາຫະນະ​ການ​ຕ່າງປະ​ເທດ,ພາຍຫຼັງ​ມາ​ແມ່ນ​​​ເອົາ​ຊະນະດ້ວຍ​ກຳລັງ​ອາວຸດ,ກົນອຸບາຍ​ລຸນກ​ວ່າ​ຫມ​ແມ່ນບຸກ​ໂຈມ​ຕີ​​,ຄັນ​ຢາກ​ບຸກ​ໂຈມ​ຕີ​ດ້ວຍ​ກົນອຸບາຍ​ບໍ່​ພຽງ​ແຕ່​ຕ້ອງການ​ຮູ້ຈັກ​​ກຳລັງ​ຕົວ​ຈິງ​ຂອງ​ຕົນ​ເທ່ົາ​ນັ້ນ,ຍັງ​ຕ້ອງ​ຮູ້ຈັກສະພາບ​ການ​ຂອງຝ່າຍ​ກົງກັນ​ຂ້າມ.​ໃນ​ບົດ​ໃຊ້​ຈາລະ​ຊົນ,ທ່ານ​ຊຸນ​ວູ້ຊີ້​ອອກ​ວ່າ,ຄັນ​ຢາກຮູ້ຈັກ​ສະພາບ​ຂອງ​ສັດຕູກ່ອນ,ກໍ່​ຕ້ອງ​ຊ່າງ​ໃຊ້​ຈາລະ​ຊົນ​ຊະນິດ​ຕ່າງໆ,​​ເພ່ືອ​ໄດ້​ຂ່າວ​ກອງ​ຢ່າງ​ກວ້າງຂວາງ.​ແນວ​ຄິດ​ວາງ​ກົນ ອຸບາຍ​ແລະ​ແນວ​ຄິດ​ປັດ​ຊະ​ຍາ​ທ່ີ​ບັນ​ລະ​ຍາຍ​ໃນ​ປຶ້ມ​ນີ້ຖືກ​ນຳ​ໃຊ້ຢ່າງ​ກວ້າງ​ຂວາງ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ,ການ​ທະຫານ ການ​ເມືອງ​ແລະ​ເສດຖະກິດ​ເປັນ​ຕົ້ນ.ວິທະຍາ​ຍຸດ​​ຊຸນ​ຈື້ ລວມມີ​ແນວ​ຄິດ​ປັດ​ຊະ​ຍາ​ທ່ີ​ມີ​ມູນ​ຄ່າ​ຢ່າງ​ຫຼວງຫຼາຍ.ຕົ​ວຢ່າງ​ຄື ມີປະ​ໂຫຍກຫນ່ຶງ ໃນບົດ​ນີ້ ​ເວົ້າ​ວ່າ ຮູ້​ເຮົາຮູ້​ເຂົາ ຮ້ອຍລົບ​ບໍ່​ພ່າຍ​ຈ່ຶງ​ໄດ້ກາຍ​ເປັນ​ຄວາມ​ເວົ້າທ່ີສາມັນ​ຊົນ​ຈີນຮູ້ຈັກ​ກັນ​ຫມົດ


ວິທະຍາ​ຍຸດ​ຊຸນ​ຈື້ມີ​ແນວ​ຄິດ​ສັດຈະ​ວິພາກ​ຢ່າງ​ອຸດົມສົມ​ບຸນ,​ໃນ​ປຶຶ້ມ​ເຫຼັ້ມ​ນີ້​ໄດ້​ຊອກ​ຄົ້ນຄວາມ​ເປັນ​ປໍ​ລະ​ປັກ​ກັນ​ແລະ​ການປ່ຽນ​ແປງ​​ຂອງຄວາມຂັດ​ແຍ່ງ​ຕ່າງໆ​ກ່ຽວ​ກັບ​ສົງຄາມ,​ເຊັ່ນ:ສັດຕູ​ກັບ​ຝ່າຍ​ເຮົາ ​ຫຼາຍ​ກັບ​ຫນ້ອຍ ​ກຳລັງ​ເຂັ້ມແຂງ​ແລະ​ກຳລັງ ອ່ອນ​ແອ  ການບຸກ​ໂຈມ​ຕີ​ແລະການ​ປ້ອງ​ກັນ​ຮັກສາ ​ເອົາ​ຊະນະ​ແລະ​ເສຍ​ໄຊ ຜົນ​​ໄດ້ຜົນ​ເສຍ​ເປັນ​ຕົ້ນ. ວິທະຍາ​ຍຸດ​​ຊຸນ​ຈື້​ໄດ້​ສະ​ເຫນີຍຸດ​ທະ​ສາດ​ແລະ​ຍຸດທະວິທີສົງຄາມ​ຂອງເຂົາ​ບົນ​ພື້ນຖານ​ທ່ີ​ຄົ້ນຄວ້າ​ຄວາມ​ຂັດ​ແຍ່ງ​ຊະນິດ​ຕ່າງໆ​ແລະ​ເງ່ືອນ​ໄຂ​ປ່ຽນ​ແປງ​ຂອງ​ເຂົາ.​ແນວ​ຄິດ​ປັດ​ຊະ​ຍາ​ທ່ີ​ສະ​ແດງ​ໃຫ້​ເຫັນ​ໃນ​ວິທະຍາ​ຍຸດ​​ຊຸນ​ຈື້ນັ້ນ​ກວມ​ຖານະ​ອັນ​ສຳຄັນ​ໃນ​ປະ​ຫວັດ​ການ​ພັດທະນາ​ຈິນຕະນາ​ການ​ສັດຈະ​ວິພາກ​ຂອງ​ຈີນ.ວິທະຍາ​ຍຸດ​​ຊຸນ​ຈື້​ໄດ້​ກ່ຽວເຖິງ​ການທະຫານ,ທັງ​ໄດ້​ກ່າວ​ເຖິງ​ຍຸດທະທະວິທີ​ສູ້​ລົບ​ແລະ​ກົນ​ອຸບາຍ​ລາຍ​ຫຼ່ຽມ​ເປັນ​ຕົ້ນ,ຖືກ​ນັກ​ການ​ທະຫານ​ທຸກ​ສະ​ໄຫມ​ນຳ​ໃຊ້​ຢ່າງ​ກວ້າງຂວາງ,​ໃນ​ປື້ຶ້ມ​ເຫຼ້ັມ​ນີ້​ມີ​ຊ່ື​ກົນອຸບາຍ​ແລະ​ສຸພາສິດ,ກໍ່​ເຮັດ​ໃຫ້​ຍິງ​ຊາຍ​ນ້ອຍ​ໃຫຍ່ຢູ່​ຈີນຮູ້ຈັກກັນ​ຫມົດ.ລະບົບ​ແນ​ວຄິດ​ການ​ທະຫານປັດ​ຊະ​ຍາທ່ີ​ສຸຂຸມ​ຮອບ​ຄອບ ຫຼັກ​ມູນ​ປັດ​ຊະ​ຍາ​ທ່ີເລິກ​ເຊ່ິງ ຍຸດ​ທະ​ສາດ​ແລະຍຸດທະວິ​ທີທ່ີ​ມີ​ການປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ​ໃນວິທະຍາ​ຍຸດ​ຊຸນ​ຈ້ື​ແລະ​​ເມ່ືອ​ອ່ານ​ເມ່ືອ​ໃດກໍ່​ມີ​ຄວາມ​ຮູ້ສຶກ​ໃຫມ່​ນັ້ນໄດ້​ມີຜົນ​ສະທ້ອນ​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ແນ​ວຄິດ​ການ​ທະຫານ​ຂອງ​ໂລກ,​ແລະມີ​ຊ່ື​ສຽງ​ສູງດົ່ງ​ດັງທ່ີ​ສຸດ


ປຶ້ມ​ເຫຼັ້ມນີ້​ຖືກ​ແປ​ເປັນ​29 ພາສາ​ເຊັ່ນ:ພາສາອັງກິດ ພາສາລັດ​ເຊຍ ​ພາສາ ເຢຍລະ​ມັນ​ແລະພາສາ​ຍ່ີ​ປຸ່ນ​ເປັນ​ຕົ້ນ,ໃນ​ທ່ົວ​ໂລກມີ​​ປຶ້ມພິມ​ຈຳຫນ່າຍກ່ຽວ​ກັບ​ວິທະຍາ​ຍຸດ​ຊຸນ​ຈື້ຫຼາຍ​ພັນ​ຊະນິດ,​ໂຮງຮຽນ​ທະຫານ​ຂອງ​ປະ​ເທດ​ບໍ່​ຫນ້ອຍ​ຈັດ​ເອົາ​ປື້​ມ​ເຫຼັ້ມນີ້​​ເປັນ​ແບບຮຽນ.ຕາມ​ລາຍ​ງານ​ວ່າ,​ໃນ​​ໄລຍະສົງ​ຄາມ​ອ່າວ​ເປີ​ເຊ່ຍ​ເມ່ືອ​ປີ 1991,ສອງ​ຝ່າຍທ່ີ​ສູ້​ລົບກັນ​ລ້ວນ​ແຕ່​ເຄີຍ​ຄົ້ນຄວ້າ​ວິທະຍາ​ຍຸດ​ຊຸນ​ຈື້,​ເພ່ືອຖອດ​ຖອນ​ເອົາ​ບົດຮຽນ​ຂອງ​ແນວ​ຄິດ​ການ​ທະຫານ​​ໃນ​ປຶ້ື້ມນີ້​ມາ​ຊີ້ນຳ​ສົງຄາມ.ວິທະຍາ​ຍຸດ​ຊຸນ​ຈື້ກໍ່​ຖືກ​ນຳ​ໃຊ້​ໃນ​ຂົງ​ເຂດ​ສັງຄົມ​ແລະ​ການ​ຄ້າ​ເປັນ​ຕົ້ນ​ຢ່າງ​ກວ້າງຂວາງ.ວິ​ສາ​ຫະກິດ​ແລະ​ນັກທຸລະກິດ​ຢ່າງ​ຫຼວງ​ຫຼາຍ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​​ໄດ້​ນຳ​ໃຊ້ແນວ​ຄິດ​ວິທະຍາ​ຍຸດ​ຊຸນ​ຈື້ເຂົ້າ​ໃນ​ການ​ຄວບ​ຄຸມ​ການ​ທຸລະ​ກິດ​ແລະ​ການຈຳຫນ່າຍ​ໃນ​ຕະຫຼາດ​ເປັນ​ຕົ້ນ,ປຶ້ມ​ການ​ທະຫານ​ນຳ​ໃຊ້​​ເຂົ້າໃນ​ການ​ທຸລະ​ກິດ​ນັ້ນ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຢ່າງ​ຕັ້ງຫນ້າ