ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-13 11:19:24    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ຮັບ​ຮອງ​ຂ່າວ​ກອງ​ຂອງ​ລັດຖະ ບານ​ກ່ອນ​ສົງ​ຄາມ​ອີ​ຣັກ​ເຊື່ອ​ໃຈ​ບໍ່​ໄດ້

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 12 ຕຸ​ລາ ທ່ານ​ສ໌ທຼາລາວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ໄດ້​ອອກ​ຖະ​ແຫລງ​ການ​ຢູ່​ສະ​ພາ​ຕຳ່,ຮັບ​ຮອງ​ວ່າ​ຂ່າວ​ກອງ​ຈຳ​ນວນ​ຫນຶ່ງ​ກ່ຽວ​ກັບ​ອາ​ວຸດ​ລ້າງ​ຜານ​ຂະ​ຫນາດ​ໃຫຍ່​ຂອງ​ອີ​ຣັກ​ທ່ີ​ລັດ​ຖະ​ບານ​ອັງ​ກິດ​ປະ​ກາດ​​ກ່ອນ​ສົງ​ຄາມ​ອີ​ຣັກ​ນັ້ນ​ເຊື່ອ​ໃຈ​ບໍ່​ໄດ້, ອົງການ​ຂ່າວ​ກອງ​ອັງ​ກິດ​ຕົກ​ລົງ​ຍົກ​ເລີກ​ຂ່າວ​ກອງ​ຜິດ​ພາດ​ເຫລົ່າ​ນີ້​ຢ່າ​ງ​ເປັນ​ທາງ​ການ.

​​ແຕ່​ທ່ານ​ສ໌ທຼາລາວ​ສືບ​ຕໍ່​ແກ້​ຕົວ​ຕາງ​ລັດ​ຖະ​ບານ​ທ່ີ​ຕິດ​ຕາມ​ອາ​ເມ​ລິ​ກາ​ກໍ່​ສົງ​ຄາມ​ອີ​ຣັກ.ທ່ານ​ກ່າວ​ວ່າ​ທ່ານ​ບໍ່​ເຫັນ​ວ່າການ​ຕົກ​ລົງ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສົງ​ຄາມ​ອີ​ຣັກ​ແມ່ນ​ຜິດ​ພາດ.

​ໂດຍ​ແນ​ໃສ່​ຖະ​ແຫລງ​ການ​ຂອງ​ທ່ານ​ສ໌ທຼາລາວ​ທ່ີ​ປະ​ກາດ​ມື້​ດຽວ​ກັນ, ພັກ​ຮັກ​ສາ​ຄອງ​ເກົ່າ ພັກ​ຝ່າຍ​ຄ້ານ​ໃຫຍ່​ທີ​ຫນຶ່ງ​ຂອງ​ອັງກິດ​ທວງ​ໃຫ້​ລັດ​ຖະ​ບານ​ແບຼ​ສະ​ແດງ​ຄວາມ​ຂໍ​ໂທດ​ກ່ຽວ​ກັບ​ເລື​່ອງ​ນີ້,ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ ພັກ​ຝ່າຍ​ຄ້ານ​ໃຫຍ່​ທີ​ສອງ​ພັດ​ກ່າວ​ວ່າ ການ​ຍົກ​ເລີກ​ຂ່າວ​ກອງ​ກ່ຽວ​ກັບ​ອີ​ັກ​ທ່ີ​ຜິດ​ພາດ​ອາດ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ອັງກິດ​ເສຍ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ.