ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-14 10:48:31    
ລັດ​ເຊຍ​ຄັດ​ຄ້ານ​ເອົາ​ບັນ​ຫາ​ນິວ​ເຄຼຍ​ແຫລມ​ເກົາ​ຫລີ​ໄປ​ອະພິປາຍ​ຢູ່​ສະ​ພາ​ຄວາມ​ຫມັ້ນ​ຄົງ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 13 ຕຸ​ລາ​ຢູ່​ມົສ​ກູ ທ່ານ​ເຟ​ໂດ​ໂທ​ຟ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ​ເວົ້າ​ວ່າ, ລັດ​ເຊຍ​ຄັດຄ້ານ​ເອົາ​ບັນຫາ​ນິວ​ເຄຼຍ​ແຫລມ​ເກົາ​ຫລີ​ໄປ​ອະ​ພິ​ປາຍ​ຢູ່​ສະ​ພາ​ຄວາມ​ຫມັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ເຟ​ໂດ​ໂທຟ​ເວົ້າ​ວ່າ, ​ເອົາ​ບັນ​ຫາ​ນິວ​ເຄຼຍ​ຂອງ​ແຫລມ​ເກົາ​ຫລີ​ໄປ​ພິ​ຈາ​ລະ​ນາ​ຢູ່​ສະ​ພາ​ຄວາມ​ຫມັ້ນ​ຄົງ​ບໍ່​ພຽງ​ແຕ່​ຈະ​ບໍ່​ມີ​ຜົນ​ຫຍັງ, ຫາກ​ຍັງ​ຈະ​ທຳ​ລາຍ​ຂະ​ບວນ​ວິ​ວັດ​ແກ້​ໄຂ​ບັນvຫາ​ນີ້.ທ່ານ​ເວົ້າ​ວ່າ, ຫລັກ​ຫມັ້ນ​ຂອງ​ຝ່າຍ​ລັດ​ເຊຍ​ບໍ່​ມີ​ການ​ປ່ຽນ​ແປງ, ມີ​ເຈດ​ຈຳ​ນົງ​ສືບ​ຕໍ່​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫລມ​ເກົາ​ຫລີ.

ຫວ່າງ​ແລ້ວ​ນີ້ ທ່ານ​ອາ​ມີ​ດິສ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ຖ້າ​ວ່າ​ສປປ​ເກົາ​ຫລີ​ປະ​ຕິ​ເສດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ, ກໍ່​ຈະ​ເອົາ​ບັນ​ຫາ​ນິວ​ເຄຼຍ​ແຫລມ​ເກົາ​ຫລີ​​ໄປ​ໃຫ້​ສະ​ພາ​ຄວາມ​ຫມັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ພິ​ຈາ​ລະ​ນາ​ແລະ​ລົງ​ໂທດ.ຂ່າວ​ສານ​ສູນ​ກາງ​ສປປ​ເກົາ​ຫລີ​ໄດ້​ປະ​ກາດ​ບົດ​ວິຈານ,ຄັດ​ຄ້ານ​ອາ​ເມ​ລິ​ກາ​ຂົ່ມ​ຂູ່​ເອົາ​ບັນ​ຫາ​ນິວ​ເຄຼຍ​ແລະ​ບັນ​ຫາ​ລົງ​ໂທດ​ໄປ​ພິ​ຈາ​ລະ​ນາ​ຢູ່​ສະ​ພາ​ຄວາມ​ຫມັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ,​ແລະ​ທວງ​ໃຫ້​ອາ​ເມ​ລິ​ກາ​ປະ​ລະ​ມາດ​ຖານ​ສອງ​ຢ່າງ​ແລະ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ກັບ​ສປປ​ເກົາ​ຫລີ,​ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຫັນ​ກັບ​ຄືນ​ສູ່​ໂຄ​ຈອນ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ.