ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-14 13:15:31    
ຈີນ​ຈັດ​ການ​ແຂ່ງ​ຂັນ​ລົດ​ສູດ​ໜ່ຶງ​ຄັ້ງ​ປະ​ຖົມ​ມະ​ເລີກ​ຢ່າງ​ສຳ​ເລັດ​ຜົນ

cri Author: huachunmei

ຫວ່າງ​ແລ້ວ​ນີ້, ​ຈີນ​ໄດ້​ຈັດ​ການ​ແຂ່ງ​ຂັນ​ລົດ​ສູດ​ໜ່ຶງ​ຊິງ​ຊະ​ນະ​ເລີດ​ໂລກ​ປີ 2004 ຄັ້ງ​ປະ​ຖົມ​ມະ​ເລີກ, ​ໃນ​ການ​ແຂ່ງ​ຂັນ​ເທ່ືອ​ນີ້, ​ທ່ານ​ບາຣີ​ເຊ​ໂລ ສັນ​ຊາດ​ເບຼຊິນ​ຂອງ​ທີ​ມ​ລົດ​ເຟີ​ຣາ​ຣີ ຊິງ​ໄດ້​ແຊມ​ປຽນ. ນີ້​ແມ່ນ​ຈີນ​ຈັດ​ການ​ແຂ່ງ​ຂັນ​ສູດ​ໜ່ຶງ​ຊິງ​ຊະ​ນະ​ເລີດ​ໂລກ​ເປັນ​ຄັ້ງ​ທຳ​ອິດ. ບຸກ​ຄົນ​ວົງ​ການ​ຕ່າງໆ​ໄດ້​ຕີ​ລາ​ຄາ​ການ​ແຂ່ງ​ຂັນ​ເທ່ືອ​ນີ້​ແນວ​ໃດ?

​ໃນ​ສະ​ໜາມ​ແຂ່ງ​ລົດ​ສາ​ກົນ​ທ່ີ​ຊຽງ​ໄຮ້​ທ່ີ​ຫາ​ກໍ່​ສ້າງ​ສຳ​ເລັດ​ບໍ່​ດົນ, ​ສຽງ​ອຶກ​ກະ​ກຶກ​ຂອງ​ເຄ່ືອງ​​ໂມ​ເຕີ​ລົດ​ແຂ່ງ​ຊັນ​ໄດ້​ດັງ​ກ້ອງ​ກັງ​ວານ,​ ຜູ່​ຂັບ​ລົດ​ສູດ​ໜ່ຶງ 20 ທ່ານ​ຂັບ​ລົດ​ແລ່ນ​ຢູ່​ຕາມ​ທາງ​ແຂ່ງ​ຂັນ​ລົດ​ດ້ວຍ​ຄວາມ​ໄວ 300 ກິ​ໂລ​ແມັດ​ຂຶ້ນ​ໄປ; ​ຢູ່​ສອງ​ຟາກ​ທາງ​ແລະ​ສູນ​ບັນ​ຊາ, ​ພະ​ນັກ​ງານ​ຂອງ​ສະ​ຫະ​ພັນ​ລົດ​ຍົນ​ສາ​ກົນ​ແລະ​ຂອງ​ສະ​ໜາມ​ແຂ່ງ​ລົດ​ພວມ​ຂ້ຽວ​ເລ່ັງ​ເຮັດ​ວຽກ​ເພ່ືອ​ຮັບ​ປະ​ກັນ​ການ​ແຂ່ງ​ຂັນ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ; ​ຢູ່​ແທ່ນ​ຊົມ, ​ຜູ່​ຊົມ 1 ​ແສນ 5 ໝື່ນ​ຄົນ​ທ່ີ​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ​ຮ້ອງ​ໂຮ​ຊົມ​ເຊີຍ​ຜູ່​ຂັບ​ລົດ​ທ່ີ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢ່າງ​ຟົດ​ຟື້ນ, ​ຈ່ັງ​ແມ່ນ​ອຶກ​ກະ​ທຶກ​ນຶກ​ນອງ​ແທ້! ນີ້​ກໍ​ແມ່ນ​ພາບ​ທ່ີ​ຄົນ​ທັງ​ຫຼາຍ​ໄດ້​ເຫັນ​ໃນ​ສະ​ໜາມ​ແຂ່ງ​ຂັນ​ລົດ​ສູດ​ໜ່ຶງ​ທ່ີ​ຈີນ​ຈັດ​ຂຶ້ນ.

ສະ​ພາບ​ການ​ແຂ່ງ​ຂັນ​ທ່ີ​ໜ້າ​ຊົມ​ແລະ​ດຸ​ເດືອດ ວຽກ​ງານ​ຈັດ​ຕັ້ງ​ອັນ​ລະ​ອຽດ​ຮອບ​ຄອບ ​ແລະ​ສ່ິງ​ກໍ່​ສ້າງ​ສະ​ໜາມ​ແຂ່ງ​ຂັນ​ລົດ​ທ່ີ​ທັນ​ສະ​ໄໝ​ແລະ​ສົມ​ບູນ​ຄົບ​ຊຸດ ລ້ວນ​ແຕ່​ໄດ້​ເຮັດ​ໃຫ້​ຄົນ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊ່ິງ. ທ່ານ​ຈາງ​ເຜີ​ງ ທ່ີ​ຈາກ​ປັກ​ກ່ິງ​ໄປ​ຊຽງ​ໄຮ້​​ເພ່ືອ​ເບ່ິງ​ການ​ແຂ່ງ​ຂັນ​ສູດ​ໜ່ຶງ​ໂດຍ​ສະ​ເພາະ​ມີ​ຄວາມ​ຮູ້​ສຶກ​ອັນ​ເລິກ​ເຊ່ິງ.

ທ່ານ​ເວົ້າ​ວ່າ, " ການ​ແຂ່ງ​ຂັນ​ສູດ​ໜ່ຶງ​ໄດ້​ເຮັດ​ໃຫ້​ສູດ​ໜ່ຶງ​ເຂົ້າ​ໃກ້​ຊິດ​ກັບ​ຈີນ, ​ເຮັດ​ໃຫ້​ແຟນ​ລົດ​ທຳ​ມະ​ດາ ຄື, ​ພວກ​ເຮົາ​ມີ​ໂອ​ກາດ​ມາ​ຊົມ​ການ​ແຂ່ງ​ຂັນ​ລົດ​ສູດ​ໜຶ່ງ​ທ​່ີ​ໂລດ​ໂຜນ. ວຽກ​ງານ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ເທ່ືອ​ນີ້​ເປັນ​ແບບ​ສະ​ບັບ​ແລະ​​ມີ​ລະ​ບຽບ​ຮຽບ​ຮ້ອຍ​ດີ."

1  2