ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-15 11:23:32    
ກອງ​ປະຊຸມ​ບໍລິຈາກ​ສາກົນ​ເພື່ອ​ສ້າງສາ​ອີຣັກຄືນ​ໃໝ່​ກ່າວ​ວ່າ​ຈະ​ອອກ​ແຮງ​ສຸດ​ຂີດສະໜັບສະໜູນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກ

cri Author: qin

ຕາມ​ຂ່າວCRI,ວັນ​ທີ14​ຕຸລາ,ກອງ​ປະຊຸມ​ບໍລິຈາກ​ສາກົນ​ເພື່ອ​ສ້າງສາ​ອີຣັກຄືນ​ໃໝ່​ທີ່​ຈັດ​​ຢູ່​ໂຕ​ກຽວ​ເປັນ​ເວລາ2​ມື້ິ​ນັ້ນໄດ້​ອັດ​ລົງ​ແລ້ວ.ປະ​ເທດ​ທີ່​ຮ່ວມ​ປະຊຸມ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,​ຈະ​ອອກ​ແຮງ​ສຸດ​ຂີດ​ສະໜັບສະໜູນ​ການ​ເລືອກ​ຕັ້ງ​ສະພາ​​ແຫ່ງ​ຊາດ​ອີຣັກທີ່ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີໜ້າ.

ໃນ​ງານ​ຖະ​ແຫຼ​ງຂ່າວ,ທ່ານ​ເມ​ເຮີ​ດີ ອານ​ຮາ​ເຟສ໌ ລັດຖະ​ມົນຕີ​ກະຊວງ​ແຜນການ​​ລັດຖະ​ບານ​ຊົ່ວຄາວ​ອີຣັກ​ກ່າວ​ເນັ້ນ​ວ່າ,ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈະ​ກາຍ​ເປັນ​ບາດ​ລ້ຽວອັນ​ສຳ​ຄັນ​ຂອງ​ອີຣັກ,​ທັງ​ມີ​ຜົນ​ດີ​ຕໍ່​ອີຣັກ​ສ້າງ​ລະບອບ​ໃໝ່.ທ່ານ​ກ່າວ​ວ່າ,​ໂຄງການ​ສ້າງ​ສາ​ຄືນ​ໃໝ່​ຂອງ​ອີຣັກ​ພາຍ​ໃນ3​ປີ​ຂ້າງ​ໜ້າ​ຕ້ອງ​ການ​ເງິນ​ທຶນ30​ຕື້​​ໂດ​ລາະຫະລັດ,​ໃນ​ນັ້ນ,​ຕ້ອງ​ການ​ປະ​ເທດ​ບໍລິຈາກ​ສະ​ໜອງ​50%.ທ່ານ​ຮຽກ​ຮ້ອງ​ປະ​ເທດ​ບໍລິ​ຈາກ​ຈົ່ງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ອີຣັກ​ທີ່​ຕົນ​ກ່າວ​ໃນ​ກອງ​ປະຊຸມ​ມາ​ດິຼດ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນ້ິ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.