ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-15 14:11:40    
ສະຖານະ​ພາບ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ອີ​ລັກ​ຊຸດ​ຮ້າຍ​ລົງ​ຢ່າງ​ຕ່ໍ​ເນ່ືອງ

cri Author: zl
ຕາມ​ຂ່າວCRI: ວັນ​ທີ 14 ຕຸລາ,ສະຖານະ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ແຫ່ງ​ຕ່າງໆ​ຂອງ​ອີ​ລັກ​ສືບ​ຕ່ໍ​ຊຸດ​ຮ້າຍ​ລົງ​,ກອງ​ທະຫານ​ອາ​ເມ​ລິ​ກາ​ແລະ​ອີ​ລັກ​ເລ່ັງລັດ​ຊອກ​ຈັບ​ແລະ​ໂຈມ​ຕີຜູ້​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ.

ວັນ​ທີ 14 ຕຸລາ,ຢູ່​ເຂດ​ຂຽວ​ແບກ​ແດັດທ່ີ​ຕັ້ງຂອງ​ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ອີ​ລັກ​ແລະ​ຫ້ອງການ​ລັດຖະບານ​​ຊ່ົວ​ຄາວ​ອິລັກນັ້ນ​ໄດ້​ເກີດ​ເຫດການ​ລະ​ເບີດ​ສອງ​​ເທ່ືອ.ທ່ານ​ພໍ​ແວວ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເຜີຍ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທ່ີ​ຈັດ​ຂຶ້ນ​ຢູ່​ວໍ​ຊິນ​ຕັນ​ວັນ​ທີ 14 ຕຸລາ​ນີ້​ວ່າ,​ເຫດການ​ລະ​ເບີດ​ສອງ​ເລ່ືອງ​ນີ້​ໄດ້​ເຮັດ​ໃຫ້​ພົນລະ​ເມືອງ​ອາ​ເມ​ລິ​ກາຕາຍ 4 ຄົນ​ແລະ​ຄົນ​ອີ​ລັກຕາຍ 6 ຄົນ,ຍັງ​ມີ​ 4 ຄົນບາດ​ເຈັບ.

ວັນ​ທີ 14 ,ປະຊາຊົນ​ເມືອງ​ລາມາ​ຕີ​ເວົ້າວ່າ,​ວັນ​ທີ 13 ​ແລະ​ວັນ​ທິ 14,​ທະຫານ​ອາ​ເມ​ລິ​ກາ​ກັບ​ຜູ້​ປະ​ກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ໄດ້​ລົບ​ເລວ​ກັນ,ພາຍໃນ 24 ຊ່ົວ​ໂມງ,ຢ່າງ​ໜ້ອຍ​ມີ 8 ຄົນ​ຕາຍ,​17 ຄົນບາດ​ເຈັບ.

ວັນ​ທີ14,ຕຳຫຼວດອີ​ລັກ​ເວົ້າວ່າ,ຕອນ​ຂ້ອນ​ແຈ້ງມື້​ດຽວ​ກັນ,ກອງ​ທະຫານ​ປ້ອງ​ກັນ​​ຊາດອີ​ລັກທ່ີ​ປະຈຳ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ອີ​ລັກ​ກັບ​ຊີ​ເລຍ​ໄດ້​ຖືກ​ຫຼອນ​ໂຈມ​ຕີ​ຈາກ​ຜູ້​ທ່ີ​ບ່ໍ​ຮູ້​ຖານະ,​ທະຫານ​ປ້ອງ​ກັນຊາ​ດຕາຍ 15 ຄົນ​.​ໃນ​ມື້​ດຽວ​ກັນ,ຢູ່​ໂມໂຊພາກ​ເໜືອອີ​ລັກ,ກອງ​ທະຫານ​ປ້ອງ​ກັນ​​ຊາດ​ອີ​ລັກ 4 ຄົນ​ໄດ້​ຖືກລູກລະ​ເບີດ​ຢູ່ແຄ​ມທາງ​ແລ້ວ​ບາດ​ເຈັບ.

ວັນ​ທີ 14,ອົງການ​ໜ່ຶງ​ທ່ີ​ມີ​ສ່ວນ​ພົວພັນ​ກັບ​ອົງການ​ອານ​ເຄດາ​ໄດ້​ສາຍວິ​ດີ​ໂອ​ໃນ​ແວບ​ໄຊ​ຂອງ​ເຂົາ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​ຂັບ​ລົດ​ຄົນ​ຕວກກີ​ຄົນ​ນ່ຶງ​ທ່ີ​ຖືກ​ອີ​ລັກ​ລັກ​ພາ​ຕົວ​ນັ້ນ​ໄດ້​ຖືກຕັດ​ຄໍ.

ນອກ​ນີ້​ຂ່າວ​ແຈ້ງວ່າ,ວັນ​ທີ13,ທ່ານ​ລາ​ຢັດ.ອາ​ລາ​ວີ ນາຍົກລັດຖະມົນຕີລັດຖະບານຊົ່ວຄາວ​ອີ​ລັກ​ໄດ້ປະ​ກາດ​ຄຳ​ຂາດ​ສຸດ​ທ້າຍ​ຕ່ໍ​ເມືອງ​ຢາ​ລູຈາ ຊ່ຶງ​ເປັນ​ທ່ີ​ຕັ້ງຂອງ​ພູ້ປະກອບອາວຸດ​ຕ້ານ​ອາ​ເມ​ລິ​ກາ,​ບັງຄັບ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ແລະ​ປະຊາຊົນ​ຢູ່​ແຫ​່ງນັ້ນມອບ​ຕົວທ່ານອານ.ຊາ​ກາ​ວີ ຜູ້​ນຳນຳ​ເບີ​ສາມ​ຂອງ​ອົງການ​ອານ​ເຄດາ,ຖ້າ​ບ່ໍ​ດ່ັງນັ້ນ,ຈະ​ໃຊ້​ການ​ເຄ່ືອນ​ໄຫວທາງ​ການ​ທະຫານ​ຂະໜາດ​ໃຫຍ່​ຕ່ໍ​ຟາ​ລູຈາ.